ໜັງສືພິມປະຕິວັດຍາມໃດກໍມີລັກສະນະຕໍ່ສູ້

(VOVWORLD) - ເນື່ອງໃນໂອກາດວັນໜັງສືພິມປະຕິວັດຫວຽດນາມ 21/6/1925-21/6/2025, ທ່ານ  ວັນໄຊ ຕະວິນຍານ-ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ປຊຊ ປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ ມີບົດຮຽບຮຽງທັດສະນະກ່ຽວກັບໜັງສືພິມປະຕິວັດ ຫວຽດນາມ ແລະ ເຊີດຊູບັນດາຖັນແຖວສື່ມວນຊົນ ຫວຽດນາມ.                                    
   

     ເພື່ອຫວນຄືນແນວຄິດປະທານໂຮ່ຈິມິນ ກ່ຽວກັບໜັງສືພິມປະຕິວັດ.ໃນນັ້ນ,ທັດສະນະຂອງເພິ່ນກ່ຽວກັບ ລັກສະນະຕໍ່ສູ້ຂອງໜັງສືພິມປະຕິວັດແມ່ນໜຶ່ງໃນບັນດາທັດສະນະພື້ນຖານທີ່ໃຫ່ຍທີ່ສຸດ.

 ໃນຕະຫຼອດຊີວິດການເຄື່ອນໄຫວປະຕິວັດຂອງເພິ່ນ,ທ່ານ ໂຮ່ຈິມິນຍາມໃດກໍຖືໜັງສືພິມປະຕິວັດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນຂອງການຕໍ່ສູ້ປະຕິວັດຂອງພັກ ແລະ ຂອງຊາດ.ການຕໍ່ສູ້ໄດ້ຜ່ານຜ່າຫຼາຍຍຸກຫຼາຍສະໄໝທີ່ແຕກຕ່າງກັນ.ໂດຍສະເພາະແມ່ນພາຍຫຼັງທີ່ຍາດໄດ້ອໍານາດການປົກຄອງ ແລະ ດໍາເນີນການຕໍ່ສູ້ກູ້ຊາດຢ່າງຕໍ່ເນື່ອງ,ກ້າວຂື້ນສູ່ສັງຄົມນິຍົມ ມັນແມ່ນການຕໍ່ສູ້ຢ່າງຮອບດ້ານທີ່ຫຍຸ້ງຍາກດຸເດືອຂ້ຽວຂາດ ນັບທັງດ້ານການທະຫານ,ດ້ານການເມືອງ,ເສດຖະກິດ-ວັດທະນະທໍາ-ສັງຄົມ,ດ້ານການຕ່າງປະເທດ ຂອງນັກລົບປະຕິວັດ ຊຶ່ງມັນຮຽກຮ້ອງເຖິງຄວາມເສຍສະຫຼະ.ແຕ່ວ່າໜັງສືພິມປະຕິວັດ ມັນແມ່ນສະໝາມຣົບທີ່ລະອຽດໃນສະໝາມລົບແນວຄິດ ແລະ ວັດທະນາທໍາເວົ້າລວມ.

  ກ່ຽວກັບລັກສະນະສູ້ຣົບຂອງໜັງສືພິມປະຕິວັດ ໃນກອງປະຊຸມຄັງທີສອງ ຂອງສະມາຄົມນັກຂ່າວຫວຽດນາມ ໃນເດືອນ4/1959 ປະທານ ໂຮ່ຈິມິນ ກ່າວວ່າ:”ໜັງສືພິມພວກເຮົາຕ້ອງເປັນຜູ້ຮັບໃຊ້ປະຊາຊົນຜູ້ອອກແຮງງານ,ຮັບໃຊ້ລັດທິສັງຄົມນິຍົມ,ຮັບໃຊ້ໃຫ້ແກ່ການຕໍ່ສູ້ປະຕິບັດຄວາມເປັນເອກະພາບແຫ່ງລັດ,ໃຫ້ແກ່ສັນຕິພາບໂລກ.ໜັງສືພິມພວກເຮົາ ບໍ່ແມ່ນຄົນຈໍານວນໜ້ອຍເບິ່ງ,ແຕ່ເພື່ອຮັບໃຊ້ປະຊາຊົນ,ເພື່ອໂຄສະນາອະທິບາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພາະສະນັ້ນ ຕ້ອງມີທັດສະນະທາດແທ້ມະຫາຊົນ ແລະ ນໍ້າໃຈຕໍ່ສູ້”.

 ຍ້ອນແນວນັ້ນ,ທຸກຄົນທີ່ເຮັດວຽກໜັງສືພິມ(ຜູ້ຂຽນ,ຜູ້ພິມ,ຜູ້ກວດແກ້ບົດ,ຜູ້ຈໍາໜ່າຍ) ຕ້ອງມີຫຼັກໝັ້ນດ້ານການເມືອງບແນວຄິດໝັ້ນຄົງຂະນົງແກ່ນ,ຕ້ອງເປັນເຈົ້າການຕໍ່ແນວທາງການເມືອງທີ່ຖືກຕ້ອງ ຕິດພັນກັບວຽກອື່ນໆ.

  ໃນບົດໂອ້ລົມຢູ່ກອງປະຊຸມເທື່ອທີ່ສາມຂອງສະມາຄົມນັກຂ່າວຫວຽດນາມ(8/9/1962) ປະທານໂຮ່ຈິມິນ ໄດ້ຊີ້ແຈງວ່າ:”ພະນັກງານໜັງສືພິມກໍແມ່ນນັກຣົບປະຕິວັດ,ປາກກາ,ໜ້າເຈັຍມັນແມ່ນອາວຸດທີ່ແຫຼມຄົມຂອງເຂົາ”ໃນໂທລະເລກຊົມເຊີຍຂອງສະມາຄົມນັກຂ່າວອາຊີບ-ອາຟຣິກກາ(24/4/1965) ທ່ານ ໂຮ່ຈິມິນໄດ້ຂຽນໄວ້ວ່າ:ກ່ຽວກັບບັນດານັກຂ່າວ-ຜູ້ຂີດຂຽນໜັງສືພິມຂອງພວກເຮົາ ປາກກາແມ່ນອາວຸດທີ່ແຫຼມຄົມ,ບົດທີ່ລົງໃນໜັງສືພິມພວກເຮົາ ມັນແມ່ນສິ່ງທີ່ດຶງດູດປະຕິວັດເພື່ອປຸກລຸກມະຫາຊົນສາມັກຄີຕໍ່ສູ້.

ໜັງສືພິມສະບັບໜຶ່ງບໍ່ມີແນວທາງການເມືອງທີ່ຖືກຕ້ອງ ແລະ ບໍ່ມີລັກສະນະຕໍ່ສູ້ ແມ່ນໜັງສືພິມສະບັບໜຶ່ງທີ່ບໍ່ມີວິນຍານ.

  ລັກສະນະຕໍ່ສູ້ຂອງໜັງສືພິມປະຕິວັດ ແມ່ນບັນດາຜົນງານການປະດິດຄິດແຕ່ງ ແລະ ຄໍາຊີ້ແຈງຂອງປະທານ ໂຮ່ຈິມິນ ກ່າວປະນາມ ຜູ້ທີ່ເປັນສັດຕູຢ່າງແຂງແຮງ ແລະ ປຸກລຸກຂົນຂວາຍປະຊາຊົນລຸກຂື້ນເຮັດການປະຕິວັດ. ບົດທໍາອິດທີ່ພິມເຜີຍແຜ່ທາງໜັງສືພິມພ້ອມກັນໃນມື້ດຽວ ແມ່ນເວົ້າເຖິງອຸປະນິໃສຂອງພວກລ່າຫົວເມືອງຂື້ນ,ອິນດູຈີນ ໂທດກໍາຂອງລັດທິລ່າຫົວເມືອງຂື້ນ.ເພິ່ນກ່າວປະນາມຢ່າງແຂງແຮງ ຕໍ່ລະບອບກົດຂີ່ຂູດຮີດ ຢ່າງແສນສາຫັດຂອງພວກລ່າຫົວເມືອງຂື້ນຢູ່ອິນດູຈີນ.ໃນການຕໍຕ້ານ ໜັງສືພິມປະເທດພວກເຮົາໄດ້ມີຫູາຍຄໍລໍາ,ຂຍນຫູາຍເລື່ອງເພື່ອເປີດໜ້າກາກສົງຄາມຮຸກຮານຂອງພວກສັດຕູ.

 ຄຸນລັກສະນະຕໍສູ້ຂອງໜັງສືພິມປະຕິວັດຍັງສະແດງອອກຢູ່ໃນຄວາມເປັນທໍາ,ເຮັດໃຫ້ເຫັນແຈ້ງຈຸດໝາຍຂອງແນວທາງນະໂຍບາຍຂອງພັກ,ການປະຕິບັດແນວທາງ,ແຜນການຂອງລັດ ແນໃສ່ປຸກລະດົມມະຫາຊົນຕື່ນຕົວສະໝັກໃຈເຂົ້າຮ່ວມການປະຕິວັດ.

 ໃນບົດນິພົນແນວທາງປະຕິວັດກຫງຽນອາຍກວັກ ໄດ້ຊີ້ອອກຢ່າງຈະແຈ້ງ ປົດປ່ອຍອອກຈາກການຄຸມຂັງປົດໂສ້ໃສ່ແຂນໃສ່ຂາ ແບບຂ້າທາດ ໃຫ້ແກ່ປະຊາຊົນເປັນວຽກໃຫ່ຍທີ່ສຸດກຖ້າບໍ່ສຸມໝົດກໍາລັງແຮງ ກໍບໍ່ສາມາດສໍາເລັດຜົນໄດ້.ເພິ່ນຂຽນວ່າ:”ປື້ມຫົວນີ້,ແມ່ນເວົ້າໃຫ້ປະຊາຊົນເຮົາຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງວ່າ:ເປັນຫຍັງຢາກມີຊີວິດຢູ່ຕ້ອງເຮັດການປະຕິວັດ,ເປັນຫຍັງການປະຕິວັດຈຶ່ງແມ່ນວຽກຂອງມະຫາຊົນທັງໝົດ ບໍ່ແມ່ນວຽກຂອງຜູ້ໜຶ່ງ ຫຼື ສອງຄົນ.ເອົາປະຫວັດສາດການປະຕິວັດທຸກປະເທດເປັນແວ່ນແຍງ,ນໍາເອົາຂະບວນການທົ່ວໂລກມາເວົ້າໃຫ້ປະຊາຊົນເຮົາຟັງຢ່າງຈະແຈ້ງ,ໃຜເປັນເພື່ອນເຮົາ,ໃຜເປັນສັດຕູເຮົາ,ການປະຕິວັດແມ່ນເຮັດແນວໃດ,ຮຽກຮ້ອງໃຫ້ລຸກຂື້ນຢຶດອໍານາດໃນທົ່ວປະເທດ.ເພິ່ນຂຽນໄວ້ວ່າ:ຊົ່ວໂມງແຫ່ງການຕັດສິນໃຈສະຕາກໍາຂອງປະຊາຊົນໄດ້ມາເຖິງແລ້ວ,ປະຊາຊົນທົ່ວທັງປະເທດ ຕ້ອງລຸກຂື້ນດ້ວຍກໍາລັງແຮງຂອງຕົນເອງ,ປົດປ່ອຍຕົນເອງ.ເວລາບົດນິພົນລົງໜັງສືພິມ ໄດ້ກາຍເປັນແບບຢ່າງທີ່ຫາຍາກກ່ຽວກັບລັກສະນະຕໍ່ສູ້ຂອງໜັງສືພິມປະຕິວັດ.

 ໃນໄລຍະພັກກໍາອໍານາດ,ທ່ານ ຫງຽນອາຍກວັກ ກ່າວວ່າ:ມີລັດຂອງປະຊາຊົນມັນສະແດງອອກຢ່າງຈະແຈ້ງຢູ່ແນວທາງນະໂຍບາຍ,ແຜນການຂອງພັກ-ລັດກແນວທາງນະໂຍບາຍຖືກຕ້ອງ ການຈັດຕັ້ງປະຕິບັດຍິ່ງໄປໄວ ເຂົ້າເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍິ່ງມີການປະດິດສ້າງອອກມາຢ່າງໃຫ່ຍຫຼວງ. ເພິ່ນກ່າວຕື່ມວ່າ:ຊີວິດໃໝ່ແມ່ນຕ້ອງດຸໝັ່ນ,ປະຢັດຊື່ຕົງ,ທ່ຽງທໍາ,ຊີວິດໃໝ່ບໍ່ແມ່ນວ່າອັນເກົ່າປະຖິ້ມໄປໝົດ,ບໍ່ແມ່ນວ່າ ແນວໃດກໍເຮັດໃໝ່ໝົດ.ອັນເກົ່າແຕ່ມັນຂີ້ຮ້າຍກໍ່ຕ້ອງປະຖີ້ມ.ອັນໃດເກົ່າແຕ່ບໍ່ຂີ້ຮ້າຍ,ແຕ່ມັນຫຍຸ້ງຍາກລໍາຄານໃຈກໍຕ້ອງປົວແປງໃຫ້ເໝາະສົມ,ອັນໃດເກົ່າແຕ່ຍັງດີກໍຕ້ອງເສີມຂະຫຍາຍຕື່ມ.

ການກໍ່ສ້າງສັງຄົມໃໝ່-ຊີວິດໃໝ່ແມ່ນການຕໍ່ສູ້ຢ່າງສະຫງ່າງາມ,ເຖິງວ່າມັນບໍ່ຈໍາເປັນເສຍເລືອດເນື້ອ ແຕ່ຊໍ້າພັດທຸກຍາກ ແລະ ສັບສົນທີ່ສຸດ.ມັນຮຽກຮ້ອງໃຫ້ມີການເສຍສະຫຼະຕໍສູ້ ບໍ່ຕ່າງຫຍັງຄືກັບຍາມສົງຄາມ.ສັງຄົມໃໝ່ແມ່ນຈົບງາມ,ແຕ່ເສັ້ນທາງເພື່ອກໍ່ສ້າງສັງຄົມໃໝ່ ສັງຄົມນິຍົມທີ່ແທ້ຈິງນັ້ນ ແມ່ນສັງຄົມທີ່ເຕັມໄປດ້ວຍດອກໄມ້ດໝາກໄມ້ທີ່ຫອມຫວນຫວານເຢັນ.ໃນການຕໍ່ສູ້ເພື່ອສັງຄົມໃໝ່ນັ້ນ,ອັນໃໝ່ ແລະ ອັນເກົ່າດອັນຊົ່ວ ແລະ ອັນດີ,ອັນຖືກ ແລະ ອັນຜິດ ມັນຈະຖັກສານເຂົ້າກັນເລື້ອຍໆ ມີການຕໍ່ສູ້ ຈໍາກັດຊຶ່ງກັນ ແລະ ກັນ.ແຕ່ສຸດທ້າຍ ໄຊຊະນະຕ້ອງຂື້ນກັບອັນໃໝ່ ອັນດີ ແລະ ອັນຖືກ.

ໃນການຕໍ່ສູ້ນັ້ນ,ມີຫຼາຍສາເຫດທີ່ຕັ້ງໜ້າ,ຕົວຢ່າງຄວາມກ້າວໜ້າ ແຕກດອກອອກຜົນ ແລະ ມີການຂະຫຍາຍຕົວຢ່າງຕັ້ງໜ້າ ແຕ່ກໍ່ເກີດມີສິ່ງຫຍໍ້ທໍ້ຫຼາຍສິ່ງ ຫຼາຍຢ່າງປະກົດຂື້ນມາຢ່າງບໍ່ຢຸດຢັ້ງເຊັນກັນ.

 ລັກສະນະຕໍ່ສູ້ຂອງໜັງສືພິມ ກໍຕ້ອງສະແດງອອກຢ່າງແຂງແຮງໃນການຍົກມາເປັນແບບຢ່າງທຸກປັດໄຈທີ່ຕັ້ງໜ້າ,ຍົກຕົວຢ່າງອັນຖືກຕ້ອງ-ອັນດີງາມ.ອັນໃໝ່ເສີມຂະຫາຍໃຫ້ຖືກຕ້ອງກາຍເປັນຂະບວນການຢ່າງກວ້າຂວາງ.ພ້ອມກັນນັ້ນກໍຕ້ອງຕໍານິວິຈານ ຢ່າງແຂງແຮງບັນດາປັດໄຈທີ່ຫຍໍ້ທໍ້,ຕໍານິວິຈານອັນຜິດພາດ,ອັນຂີ້ຮ້າຍ ແລະ ອັນຫລ້າຫຼັງ ໃຫ້ຮັດແຄບເຂົ້າ ຜ່ານຜ່າມັນກ້າວໄປເຖິງຕີຖ້ອຍ.ສ້າງ ແລະ ຕ້ານສອງໜ້າ

 ດ້ານໜຶ່ງບັນຫາມີຢູ່ເລື້ອຍໆ ຕ້ອງເອົາສ້າງເພື່ອຕ້ານ,ຕ້ານເພື່ອສ້າງ ໃນໜັ້ນການກໍ່ສ້າງແມ່ນພື້ນຖານທີ່ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ