Festival ເສື້ອຍາວ ຮ່າໂນ້ຍ ເປັນການສົ່ງສານດ້ານວັດທະນະທຳ

(vovworld)- “ສິ່ງຍອດ​ຍິ່ງ​ຂອງເສື້ອ​ຍາວ​ຫວຽດ​ນາມ” ແມ່ນ​ຫົວ​ເລື່ອງ ຂອງ Festival ເສື້ອ​ຍາວ​ ຮ່າ​ໂນ້ຍ ປີ 2016 ຫາ​ກໍ​ດຳ​ເນີນ​ໄປ​ຫວ່າງ​ແລ້ວນີ້ ຢູ່​ ຮ່າ​ໂນ້ຍ. ຄວາມ​ງາມ​​ດ້ານ​ຈິດ​ຕະ​ກຳຂອງ​ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ, ຮູບ​ພາບເຂົ້າ​ເໝົ້າ ​ໃນໝູ່​ບ້ານ ວ່ອງ, ພາບ​ພື້ນ​ເມືອງ ດົງ​ໂຮ່, ພາບ​ພື້ນ​ເມືອງ ຮ່າງ​ຈົງ, ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ຂອງ​ນະ​ຄອນ​ຫລວງ ໂດຍ​ນັກ​ອອກ​ແບບຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ 32 ຄົນ ໄດ້​​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ຊຸດ​ເສື້ອ​ຍາວ ນຳ​ມາ​ເຊິ່ງ​ຄວາມ​ງາມ​ໃຫມ່​ອ່ຽມ​ໃຫ້​ແກ່​ເສື້ອ​ຍາວ​ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ໄດ້​ວາດ​ພາບ​ເຖິງ​ຮູບ​ພາບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ ​ທີ່​ສວຍ​ງາມ, ສະ​ຫງົບ​ສຸກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

Festival ເສື້ອຍາວ ຮ່າໂນ້ຍ ເປັນການສົ່ງສານດ້ານວັດທະນະທຳ - ảnh 1


        ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ປະ​ເທດ ລ້ວນ​ແຕ່​ຊ້ອນ​ແຝງ​ບັນ​ດາ​ສິ່ງຍອດ​ຍິ່ງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປຸກ​ລຸກ​ຄວາມ​ຮູ​້​ສຶກ, ຄວາມ​ປາດ​ຖະ​ຫນາ​ຢາກ​ຄົ້ນ​ຫາ​ຂອງ​ນັກ​ທ່ອງ​ທ່ຽວ ເມື່ອ​ໄປ​ຢ້ຽມ​ຢາມ​ປະ​ເທດ​ຫນຶ່ງ. ສ​ເກົາ​ຫລີ ມີ ​ຊຸດ​ອາ​ພອນ hanbok, ຍີ່​ປຸ່ນ ມີຊຸດ​ອາ​ພອນ kimino, Scotland ມີ​ກະ​ໂປ່ງ kilt… ຫວຽດ​ນາມ ມີ​ເສື້ອ​ຍາວ​ທີ່​ມີ​ຄວາມ​ສະ​ເຫ່ນ. ເສື້ອ​ຍາວ ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ແມ່​ຍິງ​ ຫວຽດ​ນາມ ທີ່​ອ່ອນ​ໂຍນ ແຕ່​​ເຕັມ​ໄປ​ດ້ວຍຄວາມ​ສະ​ເຫ່ນ ແລະ ​ພະ​ລັງ​ຊີ​ວິດ. ນັກ​ອອກ​ແບບ​ຊຸດອາ​ພອນ ມີງ​ແຫ້ງ ໃຫ້​ຮູ້​ວ່າ: ເພື່ອ​ສ້າງ​ພະ​ລັງ​ຊີ​ວິດ​ໃຫມ່​ໂດຍ​ອີງ​ໃສ່​ສິ່ງຍອດ​ຍິ່ງຂອງ ຮ່າ​ໂນ້ຍ​ສະ​ແດງ​ໃຫ້​ເຫັນຜ່ານ​ບັນ​ດາ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ ​ນັ້ນບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ. ແຕ່​ບັນ​ດາ​ນັກ​ອອກ​ແບບເຫລົ່າ​ນັ້ນ​ໄດ້​ອອກ​ແບບ​ບັນ​ດາ​ຊຸດ​ເສື້ອ​ຍາວ​ມີ​ຄວາມ​ງາມ​ເປັນ​ເອ​ກະ​ລັກ​ສະ​ເພາະ, ດູດ​ດື່ມ ແຕ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ມູນ​ເຊື້ອ ເພື່ອ​ແນະ​ນຳ​ໃນ Festival ເສື້ອ​ຍາວ ຮ່າ​ໂນ້ຍ​ປີ 2016. ດ້ວຍ​ບັນ​ດາ​ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ບັນ​ດາ​ນາງ​ສາວ, ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ, ຮູບ ເຄວ​ວັນ​ກາກ, ທາດເຕ​ົ່າ, ພາບ​ພື້ນ​ເມືອງ ຮ່າງ​ຈົງ, ພາບ​ພື້ນ​ເມືອງ ດົງ​ໂຮ່, ຄຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ, ຊ້ຳ​ບໍ່​ໜຳ​​ນັບ​ທັງບັນ​ດາ​ພາບ​ໂຄ​ສະ​ນາ…, ບັນ​ດາ​ນັກ​ອອກ​ແບບ ​​ໄດ້ຜະ​ລິດ​ຊຸດ​ເສື້ອ​ຍາວ​ດ້ວຍ​ເຕັກ​ນິກ​ທີ່​ໃຫມ່​ອ່ຽມ​ເຮັດ​ໃຫ້​ຊຸດ​ເສື້ອ​ຍາວທັນ​ສະ​ໄຫມ ແຕ່​ຍັງ​ຄົງ​​ນິ້ມ​ນວນ, ​ມີສະ​ເຫນ່. ບາງ​ຄົນ​ໄດ້​ເລືອກ​ເຟັ້ນ​ພາບ​ແຕ້ມ​ເພື່ອ​ອອກ​ແບບ​ເສື້ອ​ຍາວ, ໃນ​ນັ້ນ ມີ​ພາບ​ແຕ້ມ​ຂອງ​ຈິດ​ຕະ​ກອນ ບູ່ຍ​ຊວນ​ຟາຍ, ເຈີນງວຽນ​ດານ, ຟ້າມ​ບີງ​ເຈືອງ…

        “ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ຮ່າ​ໂນ້ຍ​ແມ່ນ​ບ່ອນເຕົ້າ​ໂຮມ​ບັນ​ດາ​ປັດ​ໄຈ​ເພື່ອ​ໃຫ້​ພວກ​ເຮົາ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ ແຟ​ຊັນ. ​ເວົ້າ​ຄື​ແນວນັ້ນ​ບໍ່ໝາຍ​ຄວາມ​ວ່າ ເສື້ອ​ຍາວ​ແມ່ນ ແຟ​ຊັນ​ເຊິ່ງ​ມັນແມ່ນ​ສັນ​ຍາ​ລັກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຂອງ​ສີ​ສັນ​ວັດ​ທະ​ນະ​ທຳ ແລະ ແຟ​ຊັນ ກໍ​ເຊັ່ນ​ດຽວ​ກັນ. ຕົ້ນ​ກຳ​ເນີດ​ຂອງ​ ແຟ​ຊັນແມ່ນ​ສີ​ສັນ.”

        ຮ່າ​ໂນ້ຍ ແມ່ນ​ແຫ່ງ​ເຕົ້າ​ໂຮມ​ສິ່ງຍອດ​​ຍິ່ງ ແລະ ກໍ​ແມ່ນ​ເຂດ​ດິນ​ທີ່​ສະ​ຫງວນ​ໃຫ້​ແກ່​ການມີ​ຫົວ​ຄິດ​ປະ​ດິດ​ສ້າງຂອງ​ບັນ​ດາ​ນັກ​ອອກ​ແບບ. Festival ເສື້ອ​ຍາວ ຮ່າ​ໂນ້ຍ​ປີ 2016 ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ອອກ​ແບບ​ອາ​ພອນ, ນັກ​ສິ​ລະ​ປະ​ກອນ, ນັກ​ສິ​ລະ​ປິນ ແລະ ຜູ້​ມີ​ຄວາມ​ຮັກ​ຕໍ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ອຸ​ທິດ​ພູມ​ປັນ​ຍາ, ກຳ​ລັງ​ເຫື່ອ​ແຮງ​ຂອງ​ຕົນ​ເພື່ອ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​ບັນ​ດາ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ຊາວ ທັງ​ລອງ -ຮ່າ​ໂນ້ຍ. ນັກ​ສິ​ລະ​ປີນ​ປະ​ຊາ​ຊົນ ຕຽນ​ເລີ້ຍ ໄດ້​ແບ່ງ​ປັນ​ວ່າ:

        “ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ Festival ເສື້ອ​ຍາວເປັນ​ຄັ້ງ​ທຳ​ອິດ, ບັນ​ຍາ​ກາດແມ່ນ​ຟົດ​ຟື້ນ​ມ່ວ​ນ​ຊື່ນ​ທີ່​ສຸດ. ຍ້ອນ​ວ່າ ຊຸດ​ເສື້ອ​ຍາວ​ໄດ້​ເຂົ້າ​ຫນ້າ​ປະ​ຫວັດ​ສາດ ແລະ ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ. ຊາວ​ຫວຽດ​ນາມ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ເສື້ອ​ຍາວ ບໍ່​ພຽງ​ແຕ່​ສຳ​ລັບ​ແມ່​ຍິງ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຜູ້​ຊາຍ, ຊາວ​ຫນຸ່ມ, ຜູ​້​ເຖົ້າ​ຜູ້​ແກ່​ອີກ​ດ້ວຍ. ບັນ​ດາ​ຜູ້​ຄົນ​ເຫລົ່າ​ນັ້ນ ລ້ວນ​ແຕ່​ນຸ່ງ​ຊຸດ​ເສື້ອ​ຍາວ ເພາະ​ເສື້ອ​ຍາວ​ແມ່ນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ.”

Festival ເສື້ອຍາວ ຮ່າໂນ້ຍ ເປັນການສົ່ງສານດ້ານວັດທະນະທຳ - ảnh 2
ເສື້ອ​ຍາວ ແມ່ນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ ຫວຽດ​ນາມ

        ເສື້ອ​ຍາວ ບໍ່​ພຽງ​ແຕ່​ແມ່ນ​ຊຸດ​ອາ​ພອນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເລື່ອງ​ລາວ​ດ້ານ​ວັດ​ທະ​ນະ​ທຳ​ອີກ​ດ້ວຍ. ຄວາມ​ງາມ​ຂອງ ຫວຽດ​ນາມ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ ແລະ ກໍ​ແມ່ນ​ເລື່ອງ​ລາວ​ທີ່ບໍ່​ອາດ​ຫລົງ​ລືມ​ໄດ້ ຍ້ອນ​ຄຸນ​ຄ່າ​ປະ​ຫວັດ​ສາດ​ຂອງ​ເສື້ອ​ຍາວ​ໄດ້​ສ້າງ​ບັນ​ດາ​ຄຸນ​ຄ່າ​ສືບ​ທອດ​ໃຫ້​ແຕ່​ລະ​ຍຸກ​ສະ​ໄຫມ ພ້ອມ​ທັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ກໍ່​ສ້​າງບັນ​ດາ​ຄຸນ​ຄ່າທີ່ໃຫມ່​ອ່ຽ​ມ, ຈິດ​ໃຈ​ໃຫມ່​ອ່ຽມ​ໃຫ້​ແກ່​ບັນ​ດາ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ. ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ຫລາຍ​ຄົນ​ແລ້ວ, ຮູບ​ພາບ​ເສື້ອ​ຍາວ​ໄດ້​ກາຍ​ເປັນ​ຄວາມ​ຊີນ​ເຄີຍ, ເສື້ອ​ຍາວ ແມ່ນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ ຫວຽດ​ນາມ ທີ່​ສວຍ​ງາມ, ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ສຸ​ພາບ. ນັກ​ສິ​ລະ​ປິ​ນ​ປະ​ຊາ​ຊົນ ຈາ​ຢາງ ແບ່ງ​ປັນວ່າ:

        “​ເມື່ອ​ໄປ​ຮ່ວມ​ງານ​ມະ​ໂຫລານ​ຮູບ​ເງົາ, ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ສັບ​ປະ​ດາ​ຮູບ​ເງົາ ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ໃນ​ຫລາຍ​ຄັ້ງ, ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ນຸ່ງ​ຊຸດ​ເສື້ອ​ຍາວ​ຂອງ​ຫວຽດ​ນາມ. ແລະ ເມື່ອ​ເຫັນ​ຂ້າ​ພະ​ເຈົ້າ​ນຸ່ງ​ຊຸດ​ເສື້ອ​ຍາວຄື​ແນວນັ້ນ ບັນ​ດາ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລ້ວນ​ແຕ່​​ມາຖ່າຍ​ຮູບ ເພື່ອ​ລົງ​ພິມ​ໃນ​ຫນັງ​ສື​ພິມ​ຂອງ​ເຂົາ​ເຈົ້າ​. ​ຜູ້​ໃດ​ຍັງ​ບໍ່​ທັນ​ຊົມ​ຮູບ​ເງົາ​ກ່ຽວ​ກັບ​ຫວຽດ​ນາມ ເຂົາ​ເຈົ້າ​​ຈະບໍ່​​ເຂົ້າ​ໃຈ​ກ່ຽວ​ກັບ​ ຫວຽດ​ນາມ ແຕ່​ເມື່ອ​ເຫັນ​ຮູບ​ພາບ​ເສື້ອ​ຍາວ​ຂອງ​ແມ່​ຍິງ​ຫວຽດ​ນາມ ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ໄດ້​ສ່ວນ​ໃດ​ຫນຶ່ງ​ກ່ຽວ​ກັບ​ຫວຽດ​ນາມ.”

        ໂດຍ​ປະ​ກົດ​ຕົວ​ນັບ​ແຕ່​ສັດ​ຕະ​ວັດ​ທີ 17, ເສື້ອ​ຍາວ ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ​ຫວຽດ​ນາມ, ແມ່ນ​ຊ້ອນ​ແຝງ​ສິ່ງຍອດ​​ຍິ່ງ, ​ຈິດວິນ​ຍານ, ນິດ​ໄສ​ໃຈ​ຄໍ​ຂອງ ​ຊາ​ວ​ຫວຽດ​ນາມ. ເຖິງ​ວ່າ​​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ​ກໍ​ຕາມ ແຕ່​ມາ​ຮອດ​ປະ​ຈຸ​ບັນ, ເສື້ອ​ຍາວ ຍັງ​ຄົງ​ຮັກ​ສາ​ຄຸນ​ຄ່າດັ້ງ​ເດີມ​ໃນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ​ໃນ​ສັງ​ຄົມ​ຫວຽດ​ນາມ​ໄວ້​ໄດ້. ທ່ານ​ນາງ ຫງວຽນ​ທິ​ຮ່າ, ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ແບ່​ງ​ປັນ​ວ່າ:

        “ແມ່​ຍິງ ຫວຽດ​ນາມ ນຸ່ງ​ເສື້ອ​ຍາວ​ ງາມ​ທີ່​ສຸດ. ເມື່ອ​ເຂົ້າ​ຮ່ວມ​ເຫດ​ການ​ໃດ ຂ້າ​ພະ​ເຈົ້າ​ກໍລ້ວນ​ແຕ່​ນຸ່ງ​ເສື້ອ​ຍາວ. ກ່ອນນີ້ ເມື່ອ​ລົງ​ຖະ​ຫນົນ​ທຸກ​ຄົນຕ້ອງ​ນຸ່ງ​ເສື້ອ​ຍາວ ແຕ່​ປະ​ຈຸ​ບັນເມື່ອ​ໄປ​​ຮ່ວມງານດອງ, ງານ​ບຸນ​ຕ່າງໆ ຈຶ່ງ​ນຸ່ງ​ເສື້ອ​ຍາວ.”

Festival ເສື້ອຍາວ ຮ່າໂນ້ຍ ເປັນການສົ່ງສານດ້ານວັດທະນະທຳ - ảnh 3
ນັກ​ສິ​ລະ​ປິ​ນ ຈາ​ຢາງ ໃນ​ຊຸດ​ເສື້ອ​ຍາວ
ພາບ:baomoi


        ເສື້ອ​ຍາວ ບໍ່​ພຽງ​ແຕ່​ແມ່ນ​ຊຸດ​ອາ​ພອນ​ເທົ່າ​ນັ້​ນ ຫາກສຳ​ລັບ​ແມ່​ຍິງ ຫວຽດ​ນາມ​ແລ້ວ, ເສື້ອ​ຍາວ​ຍັງ​​ຊ້ອນ​ແຝງຄວາມ​ໝາຍຫລາຍ​ຢ່າງ​ໃນ​ແຕ່​ລະ​ລວດ​ລາຍ. ເສື້ອ​ຍາວ ຫວຽດ​ນາມ ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ສີ​ສັນ ແລະ ດ້ານຈິດ​ໃຈຂອງ​ຫວຽດ​ນາມ. ເສື້ອ​ຍາວ ມີ​ຄວາມ​ງາມ​ແບບສຸ​ພາບນິ້ມ​ນວນ​ຮ​ຽບ​ຮ​້ອຍ ແຕ່​ພັດ​ມີ​ຄວາມເຂັ້​ມ​ແຂງ​ຄື​ຄ​ວາມ​ເອກ​ອ້າງ​ທະ​ນົງ​ໃຈຂອງ​ແມ່​ຍິງ ຫວຽດ​ນາມ. /.


ຕອບກັບ

ຂ່າວ/ບົດ​ອື່ນ