Festival ເຫ້ວ - ເຄື່ອງໝາຍການຄ້າໄດ້ຮັບການຢັ້ງຢືນ

Festival ເຫ້ວ - ເຄື່ອງໝາຍການຄ້າໄດ້ຮັບການຢັ້ງຢືນ - ảnh 1
ັບນດາລາຍການສິລະປະຈະຖືກສະແດງໃນພິທີໄຂ Festival ​ເຫ້ວ 2014

ໃນ​ຊຸມ​ມື້​ນີ້, ​ເຂດ​ດິນ​ກຸ່ງ​ເກົ່າ ​ເຫ້ວພວມ​ຟົດ​ຟື້ນມວນຊື່ນໄປດ້ວຍບັນດາ ງານບຸນ, ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ໃນ​ຂອບ​ເຂດ​ງານ Festival ​ເຫ້ວ 2014. ປີ​ນີ້​ແມ່ນ​ປີ​ທີ 8 ຊຶ່ງ​ແຂວງ​ເທືອ່ທຽນ​ເຫ້ວ​ໄດ້​ຈັດງານ​ບຸນ​ຕາມ​ຮູບ​ແບບ Festival ​ຂອງ​ບັນດາ​ນະຄອນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. Festival ​ເຫ້ວ ຄັ້ງ​ຕ່າງໆ​ຖືກ​ຈັດ​ຂຶ້ນ​ນັ້ນ, ​ໄດ້​ກາຍ​ເປັນງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຕິດ​ພັນ​ກັບ​ມູນ​ເຊື້ອ ​ແລະ ປະຫວັດສາດ​ວັດທະນະທຳ​ເຫ້ວ, ອັນ​ໄດ້​ນຳ​ເອົາ​ພາບພົດ​ກໍຄື​ວັດທະນະທຳ​ຂອງ​ເຫ້ວ​ເວົ້າສະ​ເພາະ ​ແລະ ຂອງ​ຫວຽດນາມ​ເວົ້າລວມ​ໄປ​ແນະນຳ​ໃຫ້​ທົ່ວ​ໂລກ​ຮັບ​ຊາບ. Festival ​ເຫ້ວ ພວມ​ຄ່ອຍໆກາຍ​ເປັນ​ເຄື່ອງໝາຍ​ການ​ຄ້າ​ທາງ​ດ້ານ​ວັດທະນະທຳ​ຂອງ​ຫວຽດນາມ. 

     ດ້ວຍ​ຫົວ​ຂໍ້“ ມໍລະດົກວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພັດທະນາ”, Festival ​ເຫ້ວ 2014 ​ໄດ້​ເຕົ້າ​ໂຮມ​ບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ແກ່​ບັນດາ​ເຂດ​ວັດທະນະທຳ ​ແລະ ບັນດາ​ນະຄອນ​ທີ່​ເປັນ​ກຸ່ງ​ເກົ່າ​ຂອງ​ຫວຽດນາມ. ​ເມື່ອ​ທຽບ​ໃສ່ 7 ຄັ້ງ​ກອ່ນ, Festival ​ເຫ້ວ 2014 ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ. ສິ່ງ​ນີ້​ໄດ້​ຮັບ​ການສະ​ແດງ​ໃນ​ພິທີ​ໄຂ​ງານ Festival ​ເຫ້ວ 2014 ​ໃນ​ຕອນ​ຄ່ຳ​ວັນ​ທີ 12/4 ຊຶ່ງ​ແມ່ນ​ລາຍການ​ມີ​ການ​ປະສົມ​ປະສານ​ລະຫວ່າງ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມກັບສິລະ​ປະຍຸກ​ປະຈຸ​ບັນ​ຂອງ​ໂລກ.

   ​ໂດຍ​ແມ່ນ​ເຫດການ​ລະດັບ​ຊາດ ​ແລະ ມີ​ລັກສະນະ​ສາກົນ, Festival ​ເຫ້ວ 2014 ​ໄດ້​ຕິດ​ພັນ​ກັບ​ບັນດາ​ເຫດການ​ປະຫວັດສາດ​ວັດທະນະທຳ​ຂອງ​ເຫ້ວ, ບັນດາ​ເຫດການ​ວັດ​ທະ​ນະ​ທຳ​, ການ​ເມືອງ​​ແຫ່ງ​ຊາດ, ພ້ອມ​ທັງ​ປະສານ​ສົມທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​, ທ່ອງ​ທ່ຽວ​, ສິລະ​ປະ ​ແລະ ງານ​ບຸນ​ມີ​ຂອບ​ຂະໜາດ​ໃຫຍ່, ສືບ​ຕໍ່​ຢັ້ງຢືນ​ເຄື່ອງ​ໝາຍການ​ຄ້າ Festival ​ເຫ້ວ ດ້ວຍ​ບັນດາ​ຈຸດທີ່ເປັນ​ເອກະລັກ​ສະ​ເພາະຊຶ່ງ​ໄດ້​ຮັບ​ການ​ຕີລາຄາ​ສູງ​ຈາກ​ເພື່ອ​ມິດສາ​ກົນຜ່ານ​ງານ Festival ​ເຫ້ວ ຄັ້ງ​ຕ່າງໆ. Festival ​ເຫ້ວ 2014 ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ທາງ​ດ້ານ​ວັດທະນະທຳ​ຫວຽດນາມ​ກໍ​ຄື​ຫຼາຍ​ປະ​ເທດ​ໃນ​ໂລກ. Festival ​ເຫ້ວ 2014 ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປີນ 700 ຄົນ​ຂອງ​ບັນດາ​ນັກ​ສິລະ​ປະກອນ​ທີ່​ມາ​ຈາກ 37 ປະ​ເທດ​ໃນ​ໂລກ ພ້ອມ​ກັບ​ນັກ​ສິລະ​ປີນຢູ່​ພາຍ​ໃນ​ປະ​ເທດກ່ວາ 1000 ​ຄົນອີກ​ດ້ວຍ. ທ່ານ ​ໂງ​ຮ່ວາ ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທືອ່ທຽນ​ເຫ້ວ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ Festival ​ເຫ້ວ 2014 ​ໃຫ້​ຮູ້​ວ່າ : 

    ​“ໃນ​ຂອບ​ເຂດ Festival ​ເຫ້ວ ຄັ້ງ​ທີ 8 ຈະ​ມີ​ເຫດການ​ສາກົນ​ທີ່​ສຳຄັນ​ທີ່​ສຸດ, ນັ້ນ​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ວັດທະນະທຳ​ສິລະ​ປະ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນດ້ວຍ​ຫຼັກ​ຕຳລາ 10+3. ພວກ​ຂ້າພະ​ເຈົ້າ​ມີ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ເມື່ອ Festival ​ເຫ້ວ ຄັ້ງ​ທີ 8 ​ໄດ້​ຮັບ​ການເລືອກ​ເຟັ້ນຈາກ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ​ສ.ສ ຫວຽດນາມ ​​ເປັນ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ ​ແລະ ອາ​ເມ​ລິ​ກາ​ລາ​ຕິງ”

    ພ້ອມ​ກັນ​ນັ້ນ, Festival ​ເຫ້ວ 2014 ສືບ​ຕໍ່​ວາດ​ພາບ​ເຖິງ​ຫຼາຍ​ງານ​ບຸນ​ພະລາດ​ຊະ​ວັງ​ທີ່ ເປັນ​ເອກະລັກ​ສະ​ເພາະ, ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ວົງ​ຄະນະ​ຍາດ​ທີ່​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ສີ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ລຽນຕິດ​ໃນ 9 ວັນ ​ແລະ ຄືນ. ບັນດາ​ງານ​ວາງສະ​ແດງ, ການ​ປ່ອຍ​ວາວ​ເຫ້ວ, ການ​ຂຽນ​ຕົວ​ໜັງສື, ການ​ເຄື່ອນ​ໄຫວ​ສິລະ​ປະສິລະ​ປະ​ຈັດ​ວາງ, ສິລະ​ປະ​ດົນຕີ-ວິຈິດ​ສິນ​ຕາມ​ທ້ອງ​ຖະໜົນ, ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ, ການ​ເຄື່ອນ​ໄຫວ​ກິລາກາຍຍະກຳ....​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຕາມ​ຖະໜົນ​ໃຫຍ່​ສາຍ​ຕ່າງໆ​ໃນ​ນະຄອນ. ລັກສະນະ​ວົງ​ຄະນະ​ຍາດ ​ແລະ ລັກສະນະ​ວັດທະນະທຳ​ມະນຸດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ລວມຂອງ Festival ​ເຫ້ວ ປີ​ນີ້. ທ່ານ ​ໂງ​ຮ່ວາ ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທືອ່ທຽນ​ເຫ້ວ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ Festival ​ເຫ້ວ 2014 ​ໃຫ້​ຮູ້​ຕື່ມ​ອີກວ່າ :
 “ການ​ເຄື່ອນ​ໄຫວ​ Festival ​ເຫ້ວ ຄັ້ງ​ທີ 8 ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກ້ວາງ​ບໍ່​ພຽງ​​ແຕ່​ໃນ​ຂອບ​ເຂດ​ນະຄອນ​ເຫ້ວ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກ້ວາງ​ອອກ​ສູ່​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ, ​ເຂດ​ແຄມ​ທະ​ເລ, ​ໄປ​ຮັບ​ໃຊ້​ຄົນ​ເຈັບ​ຢູ່​ຕາມ​ໂຮງໝໍ, ໄປ​ຮັບ​ໃຊ້​ກຳມະກອນ​ຢູ່​ຕາມ​ເຂດ​ອຸດສາຫະກຳ. ດ້ວຍ​ຈິດ​ໃຈ​ທີ່​ວ່າ ຊາວ​ເຫ້ວ​ ​ແລະ ​ແຂກ​ທ່ອງ​ທ່ຽວແມ່ນ​ເຈົ້າ​ຂອງ, ​ເຈົ້າພາບ​ຈັດ​ງານ​ບຸນ”

    ຜ່ານ​ການຈັດ​ຕັ້ງ Festival ​ເຫ້ວ 7 ຄັ້ງ​ນັ້ນ, ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ເຫ້ວ​ໄດ້​ເປັນ​ການ​ກະ​ຕຸ້ນ, ດຶງ​ດູດ​ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ, ບັນດາ​ລູກ​ຮັກ​ຫຼານ​ແພງ​ຂອງ​ເຫ້ວທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ໄດ້​ຕັ້ງໜ້າ​ສະໜັບ​ສະ​ໜູນ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ Festival ​. ທ່ານ ຫງວຽນ​ວັນ​ແທງ ຮອງ​ຜູ້ອຳນວຍການ​ສູນ Festival ​ເຫ້ວ ​ໃຫ້​ຮູ້​ວ່າ : 

    “Festival ​ເຫ້ວ ​ໄດ້​ສ້າງ​ເຄື່ອງໝາຍ​ການ​ຄ້າ​ຢູ່​ພາຍ​ໃນ​ປະ​ເທດ​ກໍ​ຄື​ສາກົນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ ​ແລ​ະ ງານ​ບຸນ. ຜ່ານ​ການຈັດ​ຕັ້ງ 7 ຄັ້ງ, Festival ​ເຫ້ວ ນັບ​ມື້​ນັບ​ປະສົບ​ຜົນສຳ​ເລັດ​ກວ່າ​ເກົ່າ, ​ໃນ​ນັ້ນ ອາ​ດ​ເວົ້າ​ໄດ້​ວ່າ ການ​ຫັນ​ມາ​ເປັນວຽກ​ງານຂອງສັງຄົມ​ເພື່ອ​ຮັບ​ໃຊ້ Festival ​ໄດ້​ກາຍ​ເປັນ​ວຽກ​ງານ​ທີ່​ສຳຄັນ​ທີ່​ສຸດ ​ແລະ Festival ​ເຫ້ວ ​ກໍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ ”

    ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ ຝ້າ​ມກາວ​ຟອງ ​ເລຂາທິການ​ໃຫຍ່ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ​ທີ່​ວ່າ : Festival ​ເຫ້ວ 2014 ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ໂຄສະນາ​ພາບ​ພົດ​ກ່ຽວ​ກັບ​ຊາດ​ຫວຽດນາມນັບ​ພັນ​ປີ​ແຫ່ງ​ອະລິຍະ​ທຳ ພ້ອມ​ທັງ​ສົ່ງ​ສານ​ເຖິງ​ເພື່ອນ​ມິດ​ທົ່ວ​ໂລກ​ຮັບ​ຊາບ​ກ່ຽວ​ກັບ​ຫວຽດນາມ​ຊຶ່ງ​ແມ່ນ​ປະ​ເທດ​ຮັກ​ຫອມ​ສັນຕິພາບ, ປ່ຽນ​ແປງ​ໃໝ່ ​ແລະ ເຊື່ອມໂຍງ ເຂົ້າກັບສາກົນຢ່າງຮອບດ້ານ .

ຕອບກັບ

ຂ່າວ/ບົດ​ອື່ນ