ນັກປະພັນວັນນະຄະດີ Ma Van Khang
(ພາບ: internet)
|
ນັກປະພັນວັນນະຄະດີ Ma Van Khang ແມ່ນໜຶ່ງໃນຈຳນວນນັກປະພັນ 7 ທ່ານທີ່ດີເດັ່ນໃນຂົງເຂດ ວັນນະຄະດີໄດ້ຮັບການສະເໜີພິຈາລະນາຮັບລາງວັນໂຮຈີມິນຄັ້ງທີ່ 4. ທ່ານໄດ້ຮັບການຕີລາຄາວ່າແມ່ນປາຍປາກກາປະກອບສ່ວນປຸກລຸກການເຄື່ອນໄຫວ ວັນນະຄະດີຫວຽດນາມທັນສະໄໝດ້ວຍບັນດາບົດປະພັນທີ່ໄດ້ສ້າງຊື່ສຽງຮຽງນາມໃຫ້ທ່ານນັບແຕ່ຊຸມປີແຫ່ງກິດຈະການປ່ຽນແປງໃໝ່ ຄື: “ ຝົນຍາມແລ້ງ”, “ຍາມລະດູໃບໄມ້ຫຼົ່ນໃນສວນ”, “ ຊີວິດປ່ຽວພອຍ ”....ໃນແຕ່ລະບົດປະພັນຂອງທ່ານ, ເຖິງວ່າຈະມີລັກສະນະສະຫງົບງຽບຫຼືຮຸ່ນແຮງກໍຕາມ, ແຕ່ເບິ່ງຄືວ່າລ້ວນແຕ່ນຳມາເຊິ່ງບົດຮຽນໂດຍເປັນສຶກສາອົບຮົມພວກເຮົາກ່ຽວກັບຄວາມຮັກຊີວິດ ແລະ ຄວາມຮັກແພງມະນຸດ.
ນັກປະພັນວັນນະຄະດີ Ma Van Khang ມີຊື່ແທ້ວ່າ Dinh Trong Toan . ທ່ານໄດ້ເປັນທີ່ຮູ້ຈັກກັນດີວ່າແມ່ນ ນັກປະພັນວັນນະຄະດີຈາກພໍ່ແມ່ປະຊາຊົນບັນດາເຜົ່າເຂດພູດອຍ. ໃນຊີວິດແຫ່ງການປະພັນວັນນະຄະດີຂອງ Ma Van Khang ມີຫຼາຍບົດປະພັນທີ່ປະທັບໃຈກ່ຽວກັບຫົວເລື່ອງເຂດຕົວເມືອງ, ໃນນັ້ນຕ້ອງເລົ່າເຖິງບົດປະພັນ “ ຝົນຍາມແລ້ງ” ຊຶ່ງຖືກພິມຈຳໜ່າຍເມື່ອປີ 1982. ໃນຄາວນັ້ນ, ບົດປະພັນ “ ຝົນຍາມແລ້ງ ” ໄດ້ດຶງດູດຄວາມສົນໃຈຈາກຫາງສຽງທີ່ສຸດຍ້ອນມີບັນດາແນວຄວາມຄິດອັນແຮງກ້າໂດຍນັກປະພັນໄດ້ເຕື້ອງເຖິງໃນເລື່ອງນະວະນິຍາຍນີ້. ສະຖາບັນວັນນະຄະດີຫວຽດນາມໃນຄາວນັ້ນ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບບົດປະພັນນີ້ຂອງທ່ານ. ມາຮອດປະຈຸບັນ, ນັກວິຈານວັນນະຄະດີ Luu Khanh Tho ຍັງຈືດີເນື້ອໃນການໂອ້ລົມສົນທະນາໃນເວລານັ້ນ ເຖິງແມ່ນວ່າ 30 ປີໄດ້ລ່ວງເລີຍໄປ. ມີຫຼາຍຄົນວິພາກວິຈານບົດປະພັນຂອງທ່ານ. ແຕ່ກໍມີບາງຄົນນິຍົມກັບຄວາມກ້າຫານ, ໃໝ່ອຽມໃນປາຍປາກກາຂອງ Ma Van Khang ໃນຂະນະທີ່ທ່ານເປີດເຜີຍ, ກ່າວປະນາມບັນດາປະກົດການຫຍໍ້ທໍ້ທີ່ຍັງຄົງຄ້າງໃນສັງຄົມ. ນັບແຕ່ນັ້ນມາ,ຫຼາຍຄົນກ່າວເຖິງຊື່ສຽງຂອງ ນັກປະພັນວັນນະຄະດີ Ma Van Khang ບໍ່ພຽງແຕ່ຍ້ອນບັນດາບົດປະພັນ, ຕົວລະຄອນ ຢູ່ເຂດພູສູງເທົ່ານັ້ນ, ຫາກຍິ່ງກ່ວາໃຜໝົດແມ່ນການເຊື່ອມຕົວຢ່າງໝັ້ນຄົງໜັກແໜ້ນເຂົ້າກັບກະແສ ວັນນະຄະດີຫວຽດນາມທັນສະໄໝ-ຕິດພັນກັບການດຳລົງຊີວິດຢູ່ເຂດຕົວເມືອງໃນຊຸມປີແຫ່ງການປ່ຽນແປງໃໝ່. ນັກວິຈານວັນນະຄະດີ Luu Khanh Tho ເລົ່າຄືນສູຟັງວ່າ :
“ ຂ້າພະເຈົ້າ ມັກເລື່ອງສັ້ນເລື່ອງໜຶ່ງຂອງ ນັກປະພັນວັນນະຄະດີ Ma Van Khang ທີ່ມີຊື່ວ່າ “ Seoly ຜູ້ປຸກລຸກຄວາມຮັກຊີວິດມະນຸດ ” . ຂ້າພະເຈົ້າຢາກໃຊ້ຄຳເວົ້ານີ້ເພື່ອເວົ້າເຖິງ ນັກປະພັນ Ma Van Khang, ໝາຍຄວາມວ່າ Ma Van Khang ແມ່ນຜູ້ປຸກລຸກການເຄື່ອນໄຫວປະພັນວັນນະຄະດີທັນສະໄໝ. Ma Van Khang ມີການປະກອບສ່ວນເຂົ້າໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ ວັນນະຄະດີໃນເບື້ອງຕົ້ນ. ອາດເວົ້າໄດ້ວ່າ ບົດປະພັນໄດ້ເປັນຂີດໝາຍການຫັນ ປ່ຽນທີ່ສຳຄັນຂອງ Ma Van Khang ນັ້ນແມ່ນເລື່ອງນະວະນິຍາຍ “ ຝົນຍາມແລງ ” . ຂ້າພະເຈົ້າຍັງຈືດີວ່າ ເມື່ອເລື່ອງນະວະນິຍາຍນີ້ຮັບການພິມຈຳໜ່າຍ ນັ້ນ, ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພວກເຮົານັບມື້ນັບເຫັນໄດ້ວ່າ ພາຍຫຼັງໄລຍະເວລາພຽງສັ້ນໆເທົ່ານັ້ນ, ເລື່ອງນະວະນິຍາຍ “ ຝົນຍາມແລ້ງ ” ນັ້ນ ໄດ້ຕັ້ງຫຼາຍບັນຫາຂອງວັນນະຄະດີປ່ຽນແປງໃໝ່ ກໍຄືບົດບາດເປັນການທຳນາຍຂອງ ບົດປະພັນວັນນະຄະດີທີ່ມີຕໍ່ຊີວິດສັງຄົມເວົ້າລວມ ແລະ ໃນພື້ນຖານວັນນະຄະດີເວົາສະເພາະ ”
ບາງເລື່ອງສັ້ນທີ່ດີເດັ່ນຂອງນັກປະພັນວັນນະຄະດີ Ma Van Khang
|
ໃນຊຸມປີທຳອິດແຫ່ງກິດຈະການປ່ຽນແປງໃໝ່, ປາຍປາກກາຂອງ Ma Van Khang ໄດ້ແຕ່ງຫຼາຍ ບົດປະພັນທີ່ເຮັດໃຫ້ຜູ້ອ່ານມີຄວາມສົນໃຈທີ່ສຸດ. ຈາກເລື່ອງ “ ຝົນຍາມແລງ ” , ນັກປະພັນວັນນະຄະດີ Ma Van Khang ສືບຕໍ່ປະພັນເລື່ອງ“ຍາມລະດູໃບໄມ້ຫຼົ່ນໃນສວນ”. ນັບແຕ່ເວລາໄດ້ຮັບການພິມຈຳໜ່າຍບົດ ປະພັນ “ຍາມລະດູໃບໄມ້ຫຼົ່ນໃນສວນ” ຂອງ Ma Van Khang ໄດ້ຮັບຄວາມນິຍົມຈາກຜູ້ອ່ານທີ່ສຸດ, ບົດປະພັນໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາບົດປະພັນເປີດສາກຂອງການປ່ຽນແປງໃໝ່, ຊ້ອນແຝງການທຳນາຍຫຼາຍຢ່າງທີ່ມີຄວາມໝາຍຈົນຮອດວັນນີ້. ສຳລັບນັກປະພັນ Ma Van Khang ແລ້ວ, ການແຕ່ງບົດປະພັນວັນນະຄະດີ, ກ່ອນອື່ນໝົດແມ່ນເລື່ອງລາວກ່ຽວກັບຊາຕະກຳມະນຸດ, ການຕໍ່ສູ້ຂອງແຕ່ລະຄົນເພື່ອມຸ່ງໄປສູ່ຄວາມງາມ, ສຸດຈະລິດ. ໃນບາງບົດປະພັນ, ຜູ່ອ່ານສາມາດເຫັນໄດ້ເຖິງຄວາມໂສກເສົ້າ, ຄວາມເຈັບແສບໃນຊີວິດສະເພາະຂອງທ່ານເອງ, ແຕ່ເໜືອກ່ວາສິ່ງໃດໝົດ, ນັ້ນແມ່ນນຶກຄິດ, ຄວາມໃນໃຈຂອງທ່ານຕໍ່ໜ້າຊີວິດມະນຸດ. ທ່ານຢາກນຳໃຊ້ກຳລັງແຮງປາຍປາກກາຂອງຕົນເມື່ອນຳຄຸນຄ່າດ້ານວັດທະນະທຳມະນຸດໃຫ້ແກ່ປະຊາຊົນ. ທ່ານມີຄວາມສຳນຶກແບບລຽບງ່າຍວ່າ :
“ ມະນຸດເຮົາເມື່ອມີຊີວິດ ແມ່ນບໍ່ພຽງແຕ່ເພື່ອສ້າງຄວາມງາມແກ່ຊີວິດ, ບໍ່ພຽງແຕ່ເພື່ອແຕກດອກອອກໜໍ່ເທົ່ານັ້ນ, ຫາກການມີຊີວິດຂອງມະນຸດຍັງເພື່ອຮັບຄວາມບາດເຈັບອີກດ້ວຍ, ນັ້ນແມ່ນກົດເກນຂອງສັງຄົມ. ເມື່ອມີຊີວິດກໍຕ້ອງມີການຕໍ່ສູ້, ການຕໍ່ສູ້ຈະພາໃຫ້ເກີດຄວາມບາດເຈັບ. ຂ້າພະເຈົ້າບໍ່ຫວັງຢາກມີຄວາມງາມແບບງ່າຍດາຍ. ຄວາມງາມນັ້ນ ຕ້ອງຜ່ານຄວາມສູນເສຍ, ປົມດ້ອຍ, ຊ້ຳບໍ່ໜຳແມ່ນການເສຍສະຫຼະ, ຖືກທັບຖົມຈົນເຖິງຂັ້ນບໍ່ມີຈຸດຢືນ. ແຕ່ເຂົາເຈົ້າຍັງຄົງບືນຕົວຂຶ້ນ, ຢັ້ງຢືນບຸກຄະລິກກະພາບຂອງຕົນເອງ. ນັ້ນແມ່ນຄວາມງາມໂດຍພື້ນຖານ ”
ປີນີ້ນັກປະພັນວັນນະຄະດີ Ma Van Khang ມີອາຍຸ 76 ປີແລ້ວ, ແຕ່ລະມື້, ທ່ານຕ້ອງກິນຢາປົວພະຍາດ, ສຸຂະພາບຂອງທ່ານບໍ່ແຂງແຮງປານໃດ, ແຕ່ຄວາມສາມາດແຕ່ງບົດປະພັນຂອງທ່ານນັ້ນ, ເບິ່ງຄືວ່າລຸ່ນໄວໜຸ່ມກໍບໍ່ທໍກັບທ່ານ. ເມື່ອບໍ່ດົນມານີ້, ທ່ານຍັງຄົງສືບຕໍ່ແຕ່ງ 2 ເລື່ອງນະວະນິຍາຍ “ ເງົາມືດ ” ແລະ “ ທ່ານ້ຳ ”. ດ້ວຍ 2 ບົດປະພັນດັ່ງກ່າວ, ທ່ານຢາກແນະນຳໃຫ້ຜູ້ອ່ານກ່ຽວກັບຄວາມກະຕືລືລົ້ນ, ບັນດາບັນຫາກ່ຽວກັບຊາຕະກຳຂອງມະນຸດ, ບັນດາດ້ານຫຼັງ ແລະ ບັນຫາທີ່ຊ້ອນແຝງຄວາມສັບສົນໃນສັງຄົມ. ນັກວິຈານວັນນະຄະດີ Lai Nguyen An ໃຫ້ຂໍ້ສັງເກດວ່າ :
“ ອາດເວົ້າວ່າ: ໃນຈຳນວນນັກປະພັນ ທີ່ເປັນລຸ່ນລາວຄາວດຽວກັບທ່ານນັ້ນ, ມີບາງຄົນໄດ້ປະລະອາຊີບ, ບາງຄົນກໍບໍ່ເມົ່າມົວກັບການແຕ່ງບົດປະພັນ, ແຕ່ນັກປະພັນ Ma Van Khang ຍັງຄົງກະຕືລືລົ້ນ, ສຸມຈິດສຸມໃຈກັບການແຕ່ງບົດປະພັນ. ແລະບັນດາບົດປະພັນຂອງທ່ານລ້ວນແຕ່ເຮັດໃຫ້ຜູ້ອ່ານມີຄວາມສົນໃຈ. ນັກປະພັນ Ma Van Khang ໄດ້ຮັບໝາກຜົນທີ່ໜ້າຊົມຊື່ນໃນການປະພັນ ວັນນະຄະດີ ”
ໃນຊີວິດ ແລະ ພາລະກິດປະພັນວັນນະຄະດີຂອງ Ma Van Khang , ທ່ານສາມາດປະພັນເລື່ອງສັ້ນໄດ້ 200 ເລື່ອງ, ນະວະນິຍາຍ 15 ເລື່ອງ, ພ້ອມກັບບົດວິພາກ, ບັນທຶກຫວນຫຼັງຫຼາຍໆບົດທີ່ມີຄຸນຄ່າ, ເຖິງວ່າມີຄວາມຜູກພັນກັບເຂດພູດອຍ ຫຼືເຂດຕົວເມືອງກໍຕາມ, ແຕ່ສຳລັບທ່ານເອງໄດ້ຕິດພັນກັບແຕ່ລະຕົວລະຄອນ, ສ່ວນບຸກຄົນ, ແຕ່ລະເລື່ອງລາວ, ແຕ່ລະສະພາບແວດລ້ອມ.... ທ່ານໄດ້ເຮັດໃຫ້ສາງວັນນະຄະດີພາສາສາດຂອງຕົນມີຄວາມອຸດົມຮ່ັງມີຂຶ້ນຕື່ມ ແລະ ມີຫຼາຍບົດປະພັນວັນນະຄະດີປະໄວ້ໃຫ້ຜູ້ອ່ານ.