ວິຫານ ເຈີນເທືອງ - ປູຊະນີຍະສະຖານປະຫວັດສາດລະດັບຊາດ
(ພາບ: baomoi.com)
|
ໂດຍແມ່ນເຂດດິນຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ເຂດທົ່ງພຽງພາກເໜືອ, ແຂວງຮ່ານາມຖືກນອນຢູ່ໃນເຂດອະລິຍະທຳປູກເຂົ້ານາທາມ, ທັງແມ່ນແຫ່ງທີ່ມີພື້ນຖານວັດທະນະທຳທີ່ມີມາແຕ່ດົນນານຄື ວັດທະນະທຳ ດົງເຊີນ, ວັດທະນະ ທຳ ລ້ຽວໂດຍ ທີ່ຍັງຄົງຕົວຈົນຮອດທຸກວັນນີ້. ຮ່ານາມກໍແມ່ນເຂດດິນທີ່ມີປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ ພ້ອມດ້ວຍບັນດາງານບຸນວັດທະນະ ທຳດ້ວຍສິລະປະ ພື້ນເມືອງຫຼາຍປະເພດຄື ຂັບແຈວ, ຂັບເຈົາວັນ, ຂັບຢ້ຳ, ເຂົ້າຊົງ........ອັນໄດ້ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງຊາດຫວຽດ ນາມເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ.
ແຂວງຮ່ານາມ ແມ່ນແຫ່ງທີ່ມີແມ່ນ້ຳ 3 ສາຍໄຫຼປ່ອງໃສ່ກັນຄື : ແມ່ນ້ຳໄດ໋, ແມ່ນ້ຳເຈົາ, ແມ່ນ້ຳເຍ້ວ ພ້ອມກັບສາຍພູຫີນປູນທາງທິດຕາເວັນຕົກ ອັນໄດ້ສ້າງເປັນທິວທັດທຳມະຊາດທີ່ສວຍສົດງົດງາມຫຼາຍແຫ່ງ. ຜ່ານບັນດາໄລຍະແຫ່ງປະຫວັດສາດ, ຄົນລຸ່ນກ່ອນໆໄດ້ປະບັນດາມໍລະດົກວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງທີ່ລ້ຳຄ່າຫຼາຍຢ່າງໃຫ້ແກ່ແຂວງຮ່ານາມໄວ້ ເຊັ່ນ : ຄ້ອງບັ້ງທອງ ຫງອກລູ້ ຊຶ່ງແມ່ນສັນຍາລັກແຫ່ງໄລຍະພັດທະນາທີ່ຈະເລີນຮຸ່ງເຮືອງກ່ວາໝູ່ຂອງພື້ນຖານວັດທະນະທຳ ດົງເຊີນ( ກ່ອນນີ້ 3000 ປີ ) , ຫຼືປື້ມທອງແດງ ບັກຫຼີ ທີ່ມີມາແຕ່ປີ 1471 ໃນແມ່ນ 1 ໃນຈຳນວນປື້ມບູຮານ 4 ເຫຼັ້ມທີ່ໄດ້ຮັບການຮັກສາໄວ້ເກືອບເໝືອນເດີມ. ຮ່ານາມ ແມ່ນແຂວງທີ່ມີ ປູຊະນີຍະສະຖານປະຫວັດ ສາດວັດທະນະທຳຫຼາຍແຫ່ງດ້ວຍຂອບຂະໜາດໃຫຍ່, ຖືກແກະຄວັດສະຫຼັກທີ່ເປັນເອກະລັກສະເພາະຄື : ວັດ ລອງດ້ອຍເຊີນ, ວິຫານ ເຈີນເທືອງ, ວິຫານວັນສາ........ ປູຊະນີຍະສະຖານ, ກິດຈະກຳສະຖາປັດຕະຍະກຳທີ່ເກົ່າແກ່ເຫຼົ່ານັ້ນ, ໄດ້ປະກອບສ່ວນສ່ອງແສງຄວາມເຂັ້ມຂົ້ນດ້ານວັດທະນະທຳຢູ່ເຂດດິນແຫ່ງນີ້. ລຸງ Nguyen Thanh Trong ຊາວເມືອງຫຼີເຍີນ ໃຫ້ຮູ້ວ່າ :
“ ບັນດາໝູ່ບ້ານທີ່ ເມືອງຫຼີເຍີນ ໃນທຸກວັນນີ້ຍັງມີ ຕົ້ນໄຮ, ນ້ຳສ້າງ, ສາລາ... ມີສາລາໝູ່ບ້ານຫຼາຍແຫ່ງໃນປະຈຸບັນ ຍັງຄົງໃຊ້ເປັນບ່ອນຮ່ຳຮຽນ, ດຳເນີນຊີວິດວົງຄະນະຍາດ ແລະ ໄດ້ຮັບການບູລະນະປະຕິສັງຂອນຈາກປະຊາຊົນຢ່າງໃຫຍ່ໂຕໂອໂຖງ”
ພິເສດ, ມີສາລາ, ວິຫານຫຼາຍແຫ່ງໃນແຂວງຮ່ານາມ ລ້ວນແຕ່ໄດ້ຕິດພັນກັບບັນດາເທບນິຍາຍກ່ຽວກັບບັນດານັກວັດທະນະທຳທີ່ມີຊື່ສຽງໃນປະຫວັດສາດ, ສະແດງໃຫ້ເຫັນຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວທ້ອງຖິ່ນ. ຍົກຕົວຢ່າງຄື ວິຫານບູຊາພະລາຊະທິດາ ວູ້ເນືອງ ຊຶ່ງໄດ້ຮັບການກໍ່ສ້າງມາແຕ່ສະຕະວັດທີ່ 15 ຢູ່ຕາແສງ ເຈີນຫຼີ ເມືອງ ຫຼີເຍີນ. ຕາມການເລົ່າຂານກັນມາວ່າ ພະລາຊະທິດາ ວູ້ເນືອງ ແມ່ນນາງສາວທີ່ສວຍງາມ, ໄດ້ແຕ່ງງານກັບເຈົ້າຊາຍ ເຈືອງຮ່ວຽນ. ໃນມື້ເຈົ້າຊາຍ ເຈືອງຮ່ວຽນ ກັບຄືນຈາກສະໜາມຮົບ , ພະອົງໄດ້ລະແວງສົງໄສຕໍ່ຄວາມສັດຊື່ບໍລິສຸດຂອງພັນລະຍາ. ເວລາຕໍ່ມາ ເມື່ອບຸດຂອງເຂົາໄດ້ຊີ້ນິ້ວມືໃສ່ເງົາຂອງຕົນທີ່ພິມເທິງຝາເຮືອນ ແລະ ເອີ້ນວ່າ ພໍ່, ເຈົ້າຊາຍ ເຈືອງ ຮ່ວຽນ ຈຶ່ງເຂົ້າໃຈແຈ້ງບັນຫາ, ແຕ່ເປັນໜ້າໂສກເສົ້າ, ພັນລະຍາຂອງຕົນໄດ້ຂ້າຕົວຕາຍ. ດ້ວຍຄວາມສະເທື່ອນໃຈຕໍ່ເລື່ອງລາວນີ້, ມີນັກວັດທະນະທຳຫຼາຍຄົນຄື Nguyen Cong Tru, Nguyen Khuyen ໄດ້ນຳຮູບພາບຂອງແມ່ຍິງຄົນນີ້ເຂົ້າໃນພື້ນຖານວັນນະຄະດີ. ພິເສດ ນັກວັດທະນະທຳ Nguyen Dữ ມີບົດປະພັນ “ ເລື່ອງລາວກ່ຽວກັບນາງສາວ ນາມເຊືອງ” ແລະ ໃນໄລຍະຕໍ່ມາ ໄດ້ຖືກແຕ່ງເປັນບົດລະຄອນແຈວ.
ປະຈຸບັນແຂວງຮ່ານາມຍັງຄົງສາມາດຮັກສາບັນດາຈຸດວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງ, ໃນນັ້ນມີບັນດາໝູ່ບ້ານຂັບແຈວພື້ນເມືອງຄື ໝູ່ບ້ານ ແທະເຈືອງ, ຊວນເຄ, ດົງຮ້ວາ, ເຈົາຢ່າງ ແລະ ອື່ນໆ. ລຸງ Trinh Xuan Duyen ຢູ່ຕາແສງ ແທງລິວ, ເມືອງ ແທງລຽມ ແຂວງ ຮ່ານາມ ໃຫ້ຮູ້ວ່າ :
“ ປະຈຸບັນ, ຕາແສງພວກຂ້າພະເຈົ້າ ໄດ້ສ້າງຕັ້ງ 12 ກອງສິລະປະກອນ ຊຶ່ງລວມມີ ຂັບລຳ ທຳເພງພື້ນເມືອງ, ຂັບແຈວພື້ນເມືອງ, ຂັບກາຍເລືອງ.....ພິເສດມີຄອບຄົວ ມີ 7 ຄົນລວມທັງພໍ່ ແລະ ລູກເຕົ້າກໍໄດ້ເຂົ້າຮ່ວມກອງສິລະປະຂັບແຈວ ເພື່ອຮັບໃຊ່ພໍ່ແມ່ປະຊາຊົນ, ແນໃສ່ເສີມຂະຫຍາຍສີສັນວັດທະນະທຳຂອງບ້ານເກີດເມືອງພວກຂ້າພະເຈົ້າ”.
ງານບຸນວິຫານ ເຈີນເທືອງປີ 2010
|
ພ້ອມກັບບັນດາຄຸນຄ່າວັດທະນະທຳທີ່ມີຮູບຮ່າງນັ້ນ, ຮ່ານາມ ຍັງແມ່ນແຫ່ງເຕົ້າໂຮມບັນດາໝູ່ບ້ານອາຊີບຫັດຖະກຳທີ່ມີມາແຕ່ດົນນານ ດ້ວຍ ກ່ວາ 30 ໝູ່ບ້ານອາຊີບພວມຄົງຕົວ ແລະ ຂະຫຍາຍຕົວຢ່າງແຂງແຮງຄື ໝູ່ບ້ານອາຊີບ ຕ່ຳແຜ່ນ, ຖັກແສ່ວ, ປູກມອນລ້ຽງມ້ອນ, ຜະລິດເຄື່ອງສິລະປະຫັດຖະກຳ, ຜະລິດເຄື່ອງເຟີນີເຈີ, ລ້ຽງປາພັນ ແລະ ອື່ນໆ. ແຂວງຮ່ານາມ ຍັງແມ່ນແຫ່ງເຕົ້າໂຮມຫຼາຍງານບຸນປະເພນີທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ດ້ວຍກ່ວາ 100 ງານບຸນຄື : ງານບຸນວິຫານ ເຈີນເທືອງ, ງານບຸນ ວັດດ້ອຍ, ງານບຸນ ວິຫານ ກົງດົງ......
ຮ່ານນາມຍັງແມ່ແຫ່ງທີ່ມີຊື່ສຽງໃນປະຫວັດສາດດ້ວຍມູນເຊື້ອມັກການຮ່ຳຮຽນ. ແຜ່ນສີລາຢູ່ແຂວງຮ່ານາມຍັງຄວັດຊື່ ຂອງບັນດານັກວັດທະນະທຳມີມີຊື່ສຽງຄື : ດຣVu Van Ly ເກີດປີ 1807 ເສັງໄດ້ລະດັບປະລິນຍາເອກເມືອ່ປີ 1841, ຕໍ່ມາ ເພິ່ນໄດ້ກັບບ້ານເປີດໂຮງຮຽນສອນນັກຮຽນເກັ່ງຫຼາຍຄົນຄື : Nguyen Khuyen, Nguyen Huu loi ….. ໃນຕະຫຼອດໄລຍະແຫ່ງປະຫວັດສາດ, ດິນແດນ ແລະ ຊາວແຂວງ ຮ່ານາມ ຍາມໃດກໍຕິດພັນກັບປະຫວັດສາດຂອງປະເທດຊາດ, ອັນໄດ້ສ້າງຂີດໝາຍທາງດ້ານຄຸນຄ່າ, ສີສັນວັດທະນະທຳຮ່ານາມ, ອັນໄດ້ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງຊາດ ຫວຽດນາມເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ.