ກຸ່ມຜູ້ຊົງຄຸນວຸດທິ ຮ່າດົ່ງ ເພື່ອຄວາມຮັກ ຮ່າໂນ້ຍ ຮ່ວມແຮງຮ່ວມໃຈອະນຸລັກພະລາຊະດຳລັດ

(VOVWORLD) -ກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ຫາກໍ່ໄດ້ຮັບການເຊີດຊູ ໃນພິທີມອບລາງວັນ ບຸ່ຍຊວນຝາຍ - ເພື່ອຄວາມຮັກ ຮ່າໂນ້ບ ປີ 2020. ໃນລາຍການລາງວັນວຽກເຮັດງານທຳເພື່ອຄວາມຮັກ ຮ່າໂນ້ຍ ມີສອງລາງວັນ ໃນນັ້ນມີໜຶ່ງລາງວັນ ແມ່ນມອບໃຫ້ກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ຍ້ອນເຂົາເຈົ້າມີຄຸນງາມຄວາມໃນການຊອກຫາ ແລະ ມອບບັນດາພະລາຊະດຳລັດໃຫ້ແກ່ບັນດາໝູ່ບ້ານ ຕາແສງ ຢູ່ ຮ່າໂນ້ຍ ແລະ ບັນດາແຂວງ ນະຄອນຕ່າງໆ ໃນທົ່ວປະເທດ

ກຸ່ມຜູ້ຊົງຄຸນວຸດທິ ຮ່າດົ່ງ ເພື່ອຄວາມຮັກ ຮ່າໂນ້ຍ  ຮ່ວມແຮງຮ່ວມໃຈອະນຸລັກພະລາຊະດຳລັດ - ảnh 1 ກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ຫາກໍ່ໄດ້ຮັບການເຊີດຊູ ໃນພິທີມອບລາງວັນ ບຸ່ຍຊວນຝາຍ - ເພື່ອຄວາມຮັກ ຮ່າໂນ້ບ ປີ 2020

(thethaovanhoa.vn)

ກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ປະກອບດ້ວຍ 8 ຄົນ ເຊິ່ງແມ່ນນັກກະວີ ຈິດຕະກອນ ສິລະປິນທີ່ມີຊື່ສຽງ ພ້ອມກັບນັກທຸລະກິດຈຳນວນໜຶ່ງ. ນັບແຕ່ປີ 2015 ມາຮອດປັດຈຸບັນ ຜູ້ຊົງຄຸນວຸດທິເຫຼົ່ານີ້ ໄດ້ຊອກຫາ, ເກັບກຳ ແລະ ມອບພະລາຊະດຳລັດປະມານ 200 ສະບັບໃຫ້ແກ່ບັນດາທ້ອງຖິ່ນ ໃນນັ້ນມີກວ່າ 80 ສະບັບ ແມ່ນມອບໃຫ້ບັນດາສາລາ, ວິຫານຢູ່ ຮ່າໂນ້ຍ. ບັນດາພະລາຊະດຳລັດທີ່ເກັບກຳມາໄດ້ນັ້ນ, ຕົ້ນຕໍແມ່ນຂຶ້ນກັບສະໄໝລາດຊະວົງ ຫງວຽນ, ລາດຊະວົງ ເລ. ພະລາຊະດຳລັດປຽບເໝືອນວິນຍານ ຈິດໃຈຂອງສາລາ ວິຫານ ວັດວ່າອາຮາມ ບັນດາສະຖານທີ່ບູຊາ ດຳເນີນຊີວິດວັດທະນະທຳຈິດວິນຍານ ແລະ ແມ່ນມໍລະດົກອັນລ້ຳຄ່າຂອງສາງວັດທະນະທຳ ຫວຽດນາມ. ສຳລັບບັນດາໝູ່ບ້ານເຂດບ້ານນາ ຫວຽດນາມ, ພະລາຊະດຳລັດ ກໍ່ແມ່ນສິ່ງສະແດງໃຫ້ເຫັນຄຸ່ນຄ່າທາງດ້ານວັດທະນະທຳ ຈິດໃຈ. ເພາະສະນັ້ນ ການມອບພະລາຊະດຳລັດໃຫ້ແກ່ຊາວທ້ອງຖິ່ນ ກໍ່ແມ່ນວຽກງານທີ່ມີຄວາມໝາຍເປັນພິເສດ ຕິດພັນກັບນ້ຳໃຈຂອງແຕ່ລະຄົນ ໂດຍຜ່ານບັນດາຄຸນຄ່າປະຫວັດສາດ. ໃນປີ 2015  ໃນມື້ໜຶ່ງ ບັນດາສະມາຊິກໃນກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ບັງເອີນກໍ່ໄດ້ເຕື້ອງເຖິງບັນດາພະລາຊະດຳລັດ ເຊິ່ງທ່ານ ຈິ້ງຮິ໊ວສີ ພວມເກັບຮັກສາ ແລະ ເລື່ອງລາວເກັບກຳພະລາຊະດຳລັດໄດ້ຖືກເວົ້າເຖິງໂດຍຕະຫຼອດ. ນັກກະວີ ຫງວຽນກວາງທ່ຽວ ສະມາຊິກໃນກຸ່ມຜູ້ຊົງຄຸນວຸດທິ ຮ່າດົ່ງ ເລົ່າສູ່ຟັງວ່າ:

       “ກ່ອນອື່ນໝົດ, ການເລີ່ມຕົ້ນວຽກງານນີ້ ແມ່ນຍ້ອນຄວາມຮັກ ຄວາມຖະນຸຖະໜອມໝູ່ບ້ານເຂດບ້ານນາ ຂອງສະມາຊິກບາງຄົນໃນກຸ່ມ. ເມື່ອບັນດາທ້ອງຖິ່ນ ໄດ້ຮັບພະລາຊະດຳລັດຄືນ ກໍ່ໄດ້ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ປ່ຽນແປງໄປ. ມີສິ່ງໃດໜຶ່ງທີ່ດີງາມ ແລະ ສັກກະລະບູຊາ ໄດ້ປາກົດຂຶ້ນໃນການດຳລົງຊີວິດຂອງເຂົາເຈົ້າ. ສິ່ງນັ້ນໄດ້ສະແດງໃຫ້ເຫັນວ່າ ປະຊາຊົນໄດ້ມີສະຕິຄວາມຮັບຜິດຊອບຢ່າງໃຫຍ່ຫຼວງ ກ່ຽວກັບບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງ. ບັນດາພະລາຊະດຳລັດທີ່ຊອກມາໄດ້ ກໍ່ໄດ້ມອບກ່ອນ ນີ້ 70 ຫາ 100 ປີ ໝາຍຄວາມວ່າແມ່ນດົນເຕີບ, ຍ້ອນເຫດນີ້ເອງ ໃນປັດຈຸບັນ ຊື່ຂອງສະຖານທີ່ຕ່າງໆ ຢູ່ບັນດາທ້ອງຖິ່ນໄດ້ປ່ຽນແປງໄປ”.

       ບໍ່ພຽງແຕ່ຊອກຫາພະລາຊະດຳລັດເທົ່ານັ້ນ, ບັນດາສະມາຊິກໃນກຸ່ມຍັງຮັບຜິດຊອບວຽກງານຊອກຮູ້, ຊອກຫາເອກະສານ ພ້ອມທັງແປເນື້ອໃນຂອງພະລາຊະດຳລັດແຕ່ລະສະບັບ ທີ່ຊອກຫາມາໄດ້ ເພື່ອມີຂໍ້ມູນຂ່າວສານໂດຍພື້ນຖານ ກ່ຽວກັບກົກເຄົ້າເຫົ້ງກໍ ຂອງເອກະສານບູຮານແຕ່ລະສະບັບນີ້. ນັກກະວີ ຫງວຽນກວາງທ່ຽວ ໃຫ້ຮູ້ວ່າ:

         “ພວກຂ້າພະເຈົ້າໄດ້ເຮັດວຽກກັບສະຖາບັນ ພາສາຫວຽດເດີມ ເພື່ອຖາມເຂົາເຈົ້າ ແລະ ສະຖາບັນພາສາ ຫວຽດເດີມ ໃຫ້ຮູ້ວ່າ ບັນດາພະລາຊະດຳລັດ ມີຄຸນຄ່າວັດທະນະທຳອັນໃຫຍ່ຫຼວງ. ມັນປຽບເໝືອນສ່ວນໜຶ່ງຂອງສຳເນົາເອກະສານຕົ້ນສະບັບ ກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ເຊິ່ງພວກເຮົາຕ້ອງການຟື້ນຟູ. ພວກຂ້າພະເຈົ້າໄດ້ເພິ່ງຄວາມຊ່ວຍເຫຼືອຈາກສະຖາບັນ ພາສາຫວຽດເດີມ  ກວດຢັ້ງຢືນ ບັນດາພະລາຊະດຳລັດເຫຼົ່ານັ້ນ, ແປບັນດາພະລາຊະດຳລັດນັ້ນ ແລະ ນຳເຂົ້າບັນດາຊຸດສຳເນົາເອກະສານ. ວຽກງານຮັກສາພື້ນຖານວັດທະນະທຳແຫ່ງຊາດ ແມ່ນສຳຄັນທີ່ສຸດ ເພາະວ່າບໍ່ມີພື້ນຖານວັດທະນນະທຳແຫ່ງຊາດ ໝາຍເຖິງພວກເຮົາໄດ້ເຮັດໃຫ້ສູນເສຍຄວາມດຸ່ນດ່ຽງ ໃນບາດກ້າວເດີນຂອງພວກເຮົາ ໃນອະນາຄົດ, ເພາະສະນັ້ນ ພວກຂ້າພະເຈົ້າໄດ້ຕັດສິນໃຈເກັບກຳ, ຮຽກຮ້ອງໃຫ້ມີການເກັບກຳໃຫ້ຫຼາຍກວ່າອີກ, ແປເນື້ອໃນ ແລະ ຊອກຫາທຸກວິທີ ເພື່ອມອບພະລາຊະດຳລັດ ໃຫ້ແກ່ບັນດາທ້ອງຖິ່ນຄືນ. ເຮັດໄດ້ເຊັ່ນນັ້ນ ພວກເຮົາຈຶ່ງສາມາດມີຄວາມສະຫວາດສະເຫວີຍ ແລະ ມີຄວາມສຸກໄດ້”.

         ການຊອກຫາບັນດາພະລາຊະດຳລັດ ທີ່ຖືກສູນຫາຍໄປ ເຊິ່ງແມ່ນວຽກງານໂດຍສະໝັກໃຈນີ້ ຂອງກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ໄດ້ປະກອບສ່ວນອະນຸລັກ ຮັກສາ ແລະ ເຊີດຊູວັດທະນະທຳແຫ່ງຊາດ. ວຽກງານຂອງກຸ່ມນີ້ ໄດ້ແຜ່ຂະຫຍາຍ ແລະ ລະດົມກຳລັງໃຈໃຫ້ແກ່ບັນດາກຸ່ມຄົນ, ສ່ວນບຸກຄົນອື່ນ ໃຫ້ມີຄວາມເອົາໃຈໃສ່ ແລະ ຕອບສະໜອງປະຕິບັດການມອບຄືນຢ່າງຖືກຕ້ອງ ໃຫ້ແກ່ບັນດາສະຖານທີ່ເກັບຮັກສາ, ເຊີດຊູບັນດາຄຸນຄ່າວັດທະນະທຳເພື່ອ ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍະທຳຂອງພວກເຮົາ. 

ຕອບກັບ

ຂ່າວ/ບົດ​ອື່ນ