ກວ໋າງນິງ ຂຸດຄົ້ນວັດທະນະທຳປະຈຳຖິ່ນເພື່ອຮັບໃຊ້ການທ່ອງທ່ຽວແບບຍືນຍົງ

(VOVWORLD) -ວັດທະນະທຳປະຈຳຖິ່ນຍາມໃດໃນໜຶ່ງໃນບັນຊັບພະຍາກອນທີ່ປະເສີດເລີດລ້ຳ ເພື່ອພັດທະນາການທ່ອງທ່ຽວ ສຳລັບແຕ່ລະທ້ອງຖິ່ນ. ໂດຍແມ່ນສູນກາງທ່ອງທ່ຽວທີ່ລື້ງເຄີຍຍ້ອນທິວທັດທຳມະຊາດທີ່ໜ້າປະທັບໃຈຄື ແຂວງ ກວ໋າງນິງ, ບັນດາຄຸນຄ່າວັດທະນະທຳ ມູນເຊື້ອປະຫວັດສາດ ພວມກຳນົດທິດຂຸດຄົ້ນໃຫ້ດີກວ່າອີກດ້ວຍເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງ.
ກວ໋າງນິງ ຂຸດຄົ້ນວັດທະນະທຳປະຈຳຖິ່ນເພື່ອຮັບໃຊ້ການທ່ອງທ່ຽວແບບຍືນຍົງ - ảnh 1ພວກນາງສາວເຜົ່າ ສານຈີ ນຸ່ງຊຸດອາພອນປະຈຳເຜົ່າ ພວມເຕະບານ

    ໂດຍໄດ້ດຳລົງຊີວິດ ແລະ ເຮັດວຽກເປັນໄລຍະຍາວຢູ່ ແຂວງ ກວ໋າງນິງ  ແລະ ໄດ້ເຄີຍໄປທັດສະນະສຶກສາຢ້ຽມຊົມບັນດາສະຖານທີ່ລືຊື່ຄື ອ່າວຮະລອງ  ຫຼື ພູອຽນຕື໋,ທ້າວ ຊີມອນ ຕານເຕິຍ ຊາວອັງກິດ ຍັງຄົງມີຄວາມປະລາດໃຈເມື່ອລົງຢ້ຽມຢາມເມືອງຊາຍແດນ ບິ່ງລຽວ. ບໍ່ພຽງແຕ່ມີນ້ຳຕົກຕາດຫ້ວຍນ້ຳທີ່ສວຍງາມດັ່ງໃນຝັນ ພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ ສິ່ງທີ່ເຮັດໃຫ້ລາວມີຄວາມປະທັບໃຈທີ່ສຸດ ແມ່ນບັນດານັດແຂ່ງຂັນບານເຕະຂອງພວກນາງສາວເຜົ່າ ສານຈີ ທີ່ນຸ່ງຊຸດອາພອນປະຈຳເຜົ່າ, ບັນດາການລະຫຼິ້ນພື້ນເມືອງຕ່າງໆໃນງານບຸນ ຟ້ອນລຳທຳເພງສົງເຄາະໃນວັນເພັງເດືອນສາມ ໄລ່ຕາມຈັນທະປະຕິທິນ. ທ້າວ ຊີມອນ ຕານເຕິຍ ແບ່ງປັນວ່າ:

      “ຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດ ເມື່ອເຫັນປະຈັກຕາພວກນາງສາວຢູ່ທີ່ນີ້ຫຼິ້ນບານເຕະ ວິທີແລນຂອງເຂົາເຈົ້າເມື່ອນຸ່ງສິ້ນ ແລະ ໃບໜ້າຍິ້ມແຍ້ມແຈ່ມໃສໃນການແຂ່ງຂັນ. ຂ້າພະເຈົ້າບໍ່ຄິດວ່າເຮົາມີໂອກາດໄດ້ມາຊົມນັດແຂ່ງຂັນທີ່ດູດດື່ມ ຢູ່ເຂດພູສູງເຊັ່ນນີ້. ງານບຸນກໍ່ມີຫຼາຍສີສັນຟົດຟື້ນມ່ວນຊື່ນ ແລະ ທຸກຄົນກໍ່ມີຈິດໃຈຮັກແພງແຂກ”.

      ບິ່ງລຽວ ກໍ່ແມ່ນເມືອງມີປະຊາກອນເຖິງ 98% ແມ່ນຊາວເຜົ່າສ່ວນໜ້ອຍ. ໃນຊຸມປີມໍ່ໆມານີ້ ເມື່ອດິນແດນແຫ່ງນີ້ໄດ້ຮັບຖືວ່າ ຍຸວະນະລີຂອງເຂດພູຜາປ່າໄມ້ທາງທິດຕາເວັນອອກສຽງເໜືອ, ບັນດາຄວາມງາມທີ່ມີຫຼາຍຮູບຫຼາຍສີ ໃນວັດທະນະທຳຊາວເຜົ່າ ໄຕ່ ເຜົ່າຢ້າວແທັງຝານ, ຢ້າວແທັງອີ, ສານຈີ ໄດ້ກາຍເປັນທ່າແຮງເພື່ອພັດທະນາການທ່ອງທ່ຽວ ຕິດພັນກັບວັດທະນະທຳ.ບັນດາງານບຸນທີ່ເປັນເອກະລັກຄື ບຸນຂັບຮ້ອງສົງເຄາະຍາມເດືອນສາມຂອງຊາວເຜົ່າ ສານຈີ, ງານບຸນຄະລຳລົມເດືອນສີ່ຂອງຊາວເຜົ່າຢ້າວ, ງານບຸນລະດູໃບໄມ້ຫຼົ່ນ... ລ້ວນແຕ່ກາຍເປັນຈຸດນັດພົບຂອງແຂກທ່ອງທ່ຽວ ຫຼາຍທ້ອງຖິ່ນຢູ່ໃກ້ຄຽງໃນເຂດພາກຕາເວັນອອກຂອງແຂວງ ກວ໋າງນິງ ຄື  ຕຽນອຽນ, ເດິ່ມຮ່າ, ນະຄອນໝອງກ໊າຍ ກໍ່ມີຫຼາຍຈຸດທີ່ຄ້າຍຄືກັນໃນວັດທະນະທຳບັນດາເຜົ່າ ກໍ່ໄດ້ກຳນົດທິດການພັດທະນາການທ່ອງທ່ຽວຊຸມຊົນ ດ້ວຍການເຂົ້າຮ່ວມຂອງຊາວທ້ອງຖິ່ນ.  ອ້າຍ ຈາກອາທີ່ນ ຊາວຕາແສງ ຮຸກດົງ ເມືອງ ບິ່ງລຽວ ໃຫ້ຮູ້ວ່າ ບັນດາເນື້ອຮ້ອງໃນງານບຸນຂັບຮ້ອງສົງເຄາະ ຂອງຊາວເຜົ່າສານຈີ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວທີ່ມີຈາກສາລະທິດ. ອ້າຍ ທີ່ນ ເວົ້າວ່າ:

     “ໃນອະນາຄົດແມ່ນຈະສືບທອດໃຫ້ພວກນ້ອງນັກຮຽນ, ພວກຂ້າພະເຈົ້າໄດ້ເປີດຊຸດຮຽນຢູ່ໂຮງຮຽນຕ່າງໆ, ປັດຈຸບັນໄດ້ມີສະໂມສອນ ຂັບສົງເຄາະ ໃນໂຮງຮຽນ. ພວກຂ້າພະເຈົ້າຈະກ້າວໄປເຖິງ ການຮັບໃຊ້ການທ່ອງທ່ຽວ ແລະ ມີກອງສິລະປະເພື່ອຮັບໃຊ້ການທ່ອງທ່ຽວອີກດ້ວຍ”.

     ມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳຈຳນວນຫຼາຍກວ່າ 600 ແຫ່ງ ແລະ ມໍລະດົກວັດທະນະທຳບໍ່ເປັນວັດຖຸນັບຮ້ອຍຢ່າງ ໃນນັ້ນມີເຂດປູຊະນີຍະສານຖານລະດັບຊາດພິເສດ 6 ແຫ່ງ ແມ່ນຊັບສົມບັດອັນລ້ຳຄ່າຂອງແຂວງ ກວ໋າງນິງ. ແຕ່ລະປີຮອດໂອກາດຈັດງານບຸນລະດູບານໃໝ່ ກໍ່ມີແຂກທ່ອງທ່ຽວນັບລ້ານເທື່ອຄົນກັບມາສະຖານທີ່ຄວັດທະນະທຳ, ວັດວາອາຮາມ, ບັນດາປູຊະນີຍະສະຖານປະຫວັດສາດໃນບໍລິເວນແຂວງ. ທ່ານ ເລຈ້ອງແທັງ ຮອງອຳນວຍການບໍລິສັດຮຸ້ນສ່ວນພັດທະນາ ຕຸ່ງເລິມ ໃຫ້ຮູ້ວ່າ:

      “ໃນໄລຍະທີ່ຜ່ານມາ ກໍ່ຄືປັດຈຸບັນ ແລະ ອະນາຄົດ ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າພັດທະນາ ກໍ່ລ້ວນແຕ່ອີງໃສ່ບັນດາຄຸນຄ່າທາງດ້ານຈິດວິນຍານວັດທະນະທຳປະຫວັດສາດ ແລະ ທຳມະຊາດຂອງ ອຽນຕື໋.ພວກຂ້າພະເຈົ້າພວມມຸ່ງໄປສູ່ໃຈມະນຸດຢູ່ ອຽນຕື໋. ການເຄື່ອນໄຫວທັງໝົດເຫຼົ່ານັ້ນ ທີ່ມີລັກສະນະວັດທະນະທຳສຶກສາອົບຮົມກໍ່ລ້ວນແຕ່ປະກອບສ່ວນເຊີດຊູຄຸນຄ່າຂອງ ອຽນຕື໋”.

     ປັດຈຸບັນບັນດາທ່າອ່ຽງພວມມຸ່ງໄປສູ່ການທ່ອງທ່ຽວຄົ້ນຫາວັດທະນະທຳອັນເປັນປະເພນີ ແລະ ກໍ່ຍ້ອນການລົງທຶນນັບມື້ນັບເລິກເຊິ່ງກວ່າອີກ ເພື່ອຂະຫຍາຍຄຸນຄ່າວັດທະນະທຳຂອງຜະລິດຕະພັນແຕ່ລະຢ່າງ, ສ້າງເຄື່ອງໝາຍທີ່ເປັນເອກະລັກສະເພາະ ໃຫ້ແກ່ແຕ່ລະທ້ອງຖິ່ນ. ພ້ອມກັບບັນດາສູນທ່ອງທ່ຽວຢູ່ທະເລ, ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຄື ຮະລອງ, ເວິນໂດ່ນ, ແຂວງ ກວ໋າງນິງ ກໍ່ພວມກຳນົດທິດພັດທະນາເຂດ ອວງບີ໊, ດົງຈ່ຽວ, ກວ໋າງອຽນ ໃຫ້ກາຍເປັນສູນກາງທ່ອງທ່ຽວວັດທະນະທຳ - ປະຫວັດສາດ - ຈິດວິນຍານ - ຊີວະພາບ, ເຂດບິ່ງລຽວ, ບາແຈ໊, ຕຽນອຽນ... ເພື່ອພັດທະນາການທ່ອງທ່ຽວທຳມະຊາດ ຄົ້ນຫາຕິດພັນກັບທິວທັດທຳມະຊາດ ແລະ ສີສັນວັດທະນະທຳບັນດາເຜົ່າ... ນີ້ແມ່ນພື້ນຖານເພື່ອສືບຕໍ່ເປີດກວ້າງບັນດາຜະລິດຕະພັນທ່ອງທ່ຽວ ທີ່ມີຫຼາຍຮູບຫຼາຍສີໃຫ້ແກ່ແຂກທ່ອງທ່ຽວ, ຍົກລະດັບການທ່ອງທ່ຽວຢູ່ ກວ໋າງນິງ ໃນສະເພາະໜ້າ ແມ່ນບັນລຸຄາດໝາຍຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 9,5 ລ້ານເທື່ອຄົນໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ