ການຂັບ ແລະ ເລົ່າບົດປະພັນວັນນະຄະດີ ໄຕງວຽນ

ການຂັບ ແລະ ເລົ່າບົດປະພັນວັນນະຄະດີ ໄຕງວຽນ - ảnh 1
ການຂັບ ແລະ ເລົ່າບົດປະພັນວັນນະຄະດີ ໄຕງວຽນ (ພາບ: vanhoadoisong)

vovworld- ໄຕ​ງວຽນ​ແມ່ນ​ເຂດ​ພູ​ພຽງ​ທາງ​ພາກ​ກາງ​ຫວຽດນາມ, ​ແຫ່ງ​ທີ່​ມີ​ປ່າດົງ​ດິບ​ທີ່​ກ້ວາງ​ໃຫຍ່​ໄພສານ ​ແລະ ທັງ​ແມ່ນ​ແຫ່ງ​ຕັ້ງ​ຖິ່ນ​ຖານ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຄື ​ເມີນົງ, ​​ເອ​ເດ, ບາ​ນາ, ຢາຣາຍ.....ທີ່​ມີ​ຊີວິດ​ດ້ານ​ຈິດ​ໃຈ​ທີ່​ອຸດົມສົມບູນ. ນີ້​ແມ່​ເຂດ​ດິນ​ທີ່​ຍາມ​ໃດ​ກໍ​ຊ້ອນ​ແຝງ​ຫຼາຍ​ສິ່ງ​ທີ່​ລຶກລັບ​ມະຫັດສະຈັນ. ຢູ່​ແຫ່ງ​ນີ້​ບໍ່​ພຽງ​ແຕ່​ຈຸດ​ວັດທະນະທຳ​ຄ້ອງ, ງານ​ບຸນ​ແທງ​ຄວາຍ, ດື່ມ​ເຫຼົ້າ​ໄຫ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ໃຫ້​ກຳ​ເນີ​ດບັນດາ​ບົດ​ປະພັນ​ຍາວ​ຖືກ​ເລົ່າ​ຂານສືບ​ທອດ​ກັນ​ມາ​ຈາກ​ຫຼາຍ​ເສັ່ນ​ຄົນ. ນັ້ນ​ແມ່ນ​ບົດ​ປະພັນ​ວັນນະຄະດີ ​ໄຕ​ງວຽນ.

      ​ໃນ​ປະຫວັດສາດ​ວັນນະຄະດີຂອງ​ມວນ​ມະນຸດ ​ໄດ້​ປະກົດ​ມີ​ບັນດາ​ບົດ​ປະພັນ​ວັນນະຄະດີ​ດ້ວຍ​ຮູບ​ການ​ບົດ​ເພງ​ວິລະ​ຊົນ ​ແລະ ຖືກ​ຈົດ​ກາຍ​ເປັນ​ປຶ້ມ​ຄື ບົດ​ປະພັນ Iliade, Odyssée ຂອງ​ເກຼັກ ຫຼື​ບົດ​ປະພັນ Mahabrahat , Ramayana ຂອງ​ອິນ​ເດຍ. ບົດ​ປະພັນ​ເຫຼົ່າ​ນີ້​ເຄີຍ​ຖືກ​ສະ​ແດງ​ດ້ວຍ​ຮູບ​ການ​ເປັນ​ບົດ​ເພງ ​ແລະ ບົດ​ກະວີ. ກ່ອນ​ນີ້​ກ່ວາ 70 ປີ, ມີ​ນັກຮຽນ​ຮູ້​ຊາວ​ຝະລັ່ງ​ບາງ​ຄົນ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຄົ້ນ​ພົບ, ​ເກັບ​ຮັກສາ ​ແລະ ປະກາດ​​ບົດ​ປະພັນ​ວັນນະຄະດີ ດາມ​ຊານ​ຂອງ​ຊາວ ເຜົ່າ​ເອ​ເດຢູ່​ໄຕ​ງວຽນ​ປະ​ເທດ​ຫວຽດນາມ. ​ໄລຍະ​ຕໍ່​ມາ, ພວກ​ເຮົາ​ຍັງຄົ້ນ​ພົບ ​ແລະ ​ເກັບ​ຮັກສາ​ບົດ​ປະພັນ​ວັນນະຄະດີ​ຂອງ​ຊາວ​ເຜົ່າ ບາ​ນາ, ຢາຣາຍ, ​ເມີ​ນົງ..... ​ບົດ​ປະພັນ​ວັນນະຄະດີ​ໄຕ​ງວຽນ​ແມ່ນ​ສາງ​ວັນນະຄະດີ​ປະຫວັດສາດ​ມະຫາສານ​ກ່ຽວ​ກັບ​ຂະ​ບວນວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ຂອງ​ປະຫວັດສາດ​ສັງຄົມ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ເຂດ​ໄຕ​ງວຽນ. ​ໃນ​ບັນດາ​ບົດ​ປະພັນ​ວັນນະຄະດີ​ນັ້ນ, ​ແມ່ນ​ມີ​ປະຫວັດ​ຄວາມ​ເປັນ​ຮູບ​ປະ​ທຳຂອງຟ້າດິນ, ມະນຸດ ມີ​ປັດ​ໄຈ​ເທບ​ນິຍາຍ, ກໍ​ຄື​ຂະ​ບວນວິວັດ, ສ່ອງ​ແສງ​ຮີດຄອງ​ປະ​ເພນີຂອງ​ບັນດາ​ເຜົ່າ​ເຂດ​ໄຕ​ງວຽນ, ສ້າງ​ເປັນ​ຮູບ​ພາບ​ສັງ​ລວມທີ່​ມີ​ຊີວິດ​ຊີວາ. ​ໃນ​ນັ້ນ​ມີ​ບັນດາ​ບົດ​ປະພັນ​ຍາວ, ບົດເພງ ຍາວທີ່​ມີ​ຊື່​ສຽງ​ຄື “ ດາມ​ຊານ”, “ຄິງຢູ່” ຂອງ​ຊາວ​ເຜົ່າ​ເອ​ເດ, ​ບົດ​ປະພັນ​ “ ຢຳ​ນອຍ ” , “ຊິງ​ຈອນ”, “ ຊິງ​ເຈີ​ຍຽບ” ຂອງ​ຊາວ​ເຜົ່າ​ບາ​ນາ ​ແລະ ອື່ນໆ. ​ເນື້ອ​ໃນຂອງ​ບັນດາ​ບົດ​ປະພັນ​ວັນນະຄະດີ​ໄຕ​ງວຽນ ​ແມ່ນ​ເຄີຍ​ເວົ້າ​ເຖິງວິລະ​ກຳ​ຂອງ​ບັນ​ດາ​ນັກ​ວິລະ​ຊົນ​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ສຸກ​ຂອງ​ໝູ່​ບ້ານ, ຕ້ານ​ຄືນ​ອິດທິກຳ​ລັງທີ່ມືດ​ມົນ. ຜ່ານ​ການ​ເລົ​່າ ​ແລະ ສະ​ແດງ, ຜູ້ຄົນ​ທັງຫຼາຍ​ອາດ​ຈະ​ຮູ້ສຶກ​ໄດ້​ເຖິງ​ສຽງ​ກັງວານ, ສີສັນ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ໄຕ​ງວຽນ.

   ສຳລັບ​ການ​ສະ​ແດງຂັບ, ​ເລົ່າ​ບົດ​ປະພັນ​ວັນນະຄະດີ​ໄຕ​ງວຽນ​ນັ້ນ, ​ແມ່ນ​ອຸດົມ​ສົມບູນ ​ແລະ ຫຼາຍ​ຮູ​ບຫຼາຍ​ແບບ. ບັນດາ​ນັກສິລະ​ປິນ​ເຄີຍຂັບ, ​ເລົ່າ​ບົດ​ປະພັນ​ວັນນະຄະດີ​ໃນ​ໂອກາດ​ງານ​ບຸ​ນ ຫຼື​ເມື່ອ​ໝູ່​ບ້ານ​ມີ​ເຫດການ​ພິ​ເສດ. ຢູ່​ອ້ອມ​ແອ້ມ​ກອງ​ໄຟ, ບັນດາ​ນັກ​ສິລະ​ປິນເລົ່າ​ເລື່ອງ​ລາວ​ຕ່າງໆ​ທີ່​ໄດ້​ເຂົ້າ​ສູ່​ປະຫວັດສາດ​ຂອງ​ລະບອບ​ມານ​ດາ ຫຼື​ແບ່ງປັນ, ສະ​ແດງ​ຄວາມ​ໃນ​ໃຈ​ໃນ​ຊີວິດ​ປະຈຳ​ວັນ. ດ້ວຍ​ແບບ​ວິທີ​ເລົ່າ​ເລື່ອງ​ເຊັ່ນ​ນັ້ນ, ນັກ​ສິລະ​ປິ​ນອາດ​ຈະ​ນັ່ງ​ເລົ່າຕະຫຼອດ​ຄືນ, ​ແຕ່​ສະຖານ​ທີ່ຂັບ, ​ເລົ່າ ຕ້ອງ​ແມ່ນ​ບ່ອນສຸພາບ​ຮຽບຮ້ອຍ ​ແລະ ບັນດາ​ຜູ້​ຟັງ​ຕ້ອງ​ມິດ​ງຽບ​ຢ່າງ​ເດັດຂາດ.

      ​ບົດ​ປະພັນ​ວັນນະຄະດີ​ໄຕ​ງວຽນ ​ແມ່ນ​ຄົງ​ຕົວ​ດ້ວຍ​ການ​ເລົ່າ​ຂານ​ປາກ​ຕໍ່​ຕໍ່ປາກ ​ແລະ ສ່ວນ​ຫຼາຍ​ມີ​ຕົ້ນ​ກຳ​ເນີດ​ພື້ນ​ເມືອງ, ບັນດາ​ບົດ​ປະພັນ​ວັນນະຄະດີ​ເຄີຍ​ຖືກ​ເລົ່າ​ໃນ 2 – 3 ຄືນ, ​ແຕ່​ກໍ​ຍັງມີ​ບາງ​ບົດ​ປະພັນ​ຕ້ອງ​ເລົ່າ​ແກ່ຍາວ​ເຖິງ 4 – 5 ວັນ​ຄືນ. ​ບົດ​ປະພັນ​ວັນນະຄະດີຖືກ ຂັບ, ​ເລົ່າ​ແບບ​ມີ​ຈັ່ງ​ຫວະ ​ແລະ ມັນ​ຂຶ້ນ​ກັບ​ແຫຼ່ງອາລົມຂອງ​ຜູ້​ເລົ່າ ທີ່​ບາງ​ຕອນ​ຂຶ້ນ, ລົງ​ທີ່​ແຕກ​ຕ່າງ​ກັນ, ​ແທດ​ເໝາະ​ກັບ​​ເນື້ອ​ໃນ​ຂອງ​ເລື່ອງ​ລາວ. ບາງ​ຄັ້ງ ​ໃນ​ເວລາ​ສະ​ແດງ, ຜູ້​ເລົ່າ​ອາດ​ຈະ​ຂັບ ປະສົມ​ກັບ​ການເລົ່າ ​ແລະ ​ສົນທະ​ນາຊຶ່ງ​ເຮັດ​ຄື​ພວມ​ສະ​ແດງ​ບົນ​ເວທີ. ​ໂດຍ​ຜ່ານ​ການສະ​ແດງ, ​ບົດ​ປະພັນ​ວັນນະຄະດີຍັງ​ແມ່ນ​ບັນດາເລື່ອງ​ລາວທີ່​ມີ​ລັກສະນະ​ເພີ່ນ​ຈິດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ຄູ່​ບາ​ວສາວ​ດ້ວຍ​ສັບ​ພາສາ ​ແລະ ຮູບ​ພາບ​ງາມ, ພ້ອມ​ທັງ​ສ່ອງ​ແສງ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ການ​ສົມລົດ ​ແລະ ສັງຄົມ​​ເກົ່າ, ຈາກ​ນັ້ນ​ຜູ້​ຟັງ​ສາມາດ​ວາດ​ພາບ​ໄດ້​ເຖິງຕົ້ນ​ກຳ​ເນີ​ດ, ຮີດຄອງ​ປະ​ເພນີ, ຈຸດ​ພິ​ເສດສະ​ເພາະ​ທາງ​ດ້ານ​ວັດທະນະທຳ​ຊົນ​ເຜົ່າ​ຄື ອາຫານ​ການ​ກິນ, ຊຸດ​ອາພອນ, ດົ​ນຕີ....ລຸງ Y wơn ນັກ​ຄົ້ນ​ຄ້ວາ​ບົດ​ປະພັນ​ວັນນະຄະດີ​ເວົ້າ​ກ່ຽວ​ກັບ​ບົດ​ປະພັນ​ ດາມ​ຊານ ຂອງ​ຊາວ​ເຜົ່າ​ເອ​ເດ​ວ່າ :

    “​ ບົດ​ປະພັນ​​ເວົ້າ​ເຖິງ​ທ້າວ ດາມ​ຊານ ມີ​ເມຍ​ເປັນ​ຜູ້​ໃຈດີ, ​ເປັນ​ຄົນ​ທີ່​ດຸ​ໝັ້ນ​ຂະຫຍັນ​ພຽນ​ໃນ​ວຽກບ້ານ​ການ​ເຮືອນ. ​ໃນ​ບົດ​ປະພັນ​ວັນນະຄະດີ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຄວາມ​ງາມ, ຄວາມ​ມີ​ສະ​ເໜ່ຂອງ​ນາງ​ຊຶ່ງ​​ໄດ້​ເຮັດ​ໃຫ້​ຜູ້​ບ່າ​ວທັງຫຼາຍ​ມີ​ຄວາມ​ສົນ​ໃຈ ”

ການຂັບ ແລະ ເລົ່າບົດປະພັນວັນນະຄະດີ ໄຕງວຽນ - ảnh 2
ມີຫຼາຍບົດ​ປະພັນ​ວັນນະຄະດີໄດ້ຮັບການພິມຈຳໜ່າຍເປັນປືຶ້ມ

   ດ້ວຍຈຳນວນ​ບົດ​ປະພັນ​ວັນນະຄະດີທີ່ໄດ້ຮັບການເກັບຮັກສາເຖິງນັບຮ້ອຍບົດ, ບັນດາ​ບົດ​ປະພັນ​ວັນນະຄະດີ ໄຕງວຽນ ແມ່ນ “ ພົງສາວະດານ” ກ່ຽວກັບຊີວິດ ວັດທະນະທຳ ແລະ ຈິດໃຈຂອງບັນດາເຜົ່າເຂດ ໄຕງວຽນ ຂອງຫວຽດນາມ. ແຕ່ໃນປະຈຸບັນ, ບັນດາ​ຜູ້​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ​ເຖິງ​ບົດ​ປະພັນ​ວັນນະຄະດີ ​ແລະ ບັນດາ​ສິລະ​ປິນຂັບ ​ແລະ ​ເລົ່າ​ບົດ​ປະພັນ​ວັນນະຄະດີ​ນັ້ນ ນັບ​ມື້​ນັບ​ຫຼຸດ​ໜ້ອຍ​ຖອຍ​ລົງ. ​ໂດຍ​ນອນ​ໃນ​ຈຸດໝາຍ​ສ້າງ​ພື້ນຖານວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດທະນະທຳ​ບັນດາ​ເຜົ່າ​ນັ້ນ, ລັດ​ຫວຽດນາມ​ໄດ້​ມີ​ແຜນ​ນະ​ໂຍບາຍ​ເກັບ​ຮັກສາ, ​ແປ​ພາສາ ​ແລະ ​ແນະນຳ​ບົດ​ປະພັນ​ວັນນະຄະດີ​ໄຕ​ງວຽນ​ໃຫ້​ແກ່​ບັນດາ​ເຜົ່າ​ອ້າຍ​ນ້ອງ ​ແລະ ປະ​ເທດ​ຕ່າງໆ​ໃນ​ໂລກ. ​ໃນ 10 ປີ​ມາ​ນີ້, ດ້ວຍ​ຍອດ​ຄ່າ​ໃຊ້​ຈາ​ຍ ກ່ວາ 20 ຕື້​ດົງ, ຂະ​ແໜງວັດ​ທະນະ​ທຳຫວຽດນາມ​ໄດ້​ເກັບ​ຮັກສາ​ບົດ​ປະພັນ​ວັນນະຄະດີ​ນັບ​ຮ້ອຍ​ບົດ, ພ້ອມ​ກັນ​ນັ້ນ ກໍ​ເປີດ​ຊຸດ​ຮຽນ​ເລົ່າ​ບົດ​ປະພັນ​​ໃຫ້​ໄວ​ໜຸ່​ມ, ​ແລະ ນຳ​ເຂົ້າ​ຫຼັກສູດ​ສິດສອນ​ໃນ​ໂຮງຮຽນ.......ພ້ອມ​ກັບ​ວັດທະນະທຳ​ຄ້ອງ​ໄຕ​ງວຽນ​ທີ່​ຮັບ​ການ​ຮັບຮອງ​ນັ້ນ, ປະຈຸ​ບັນ​, ບົດ​ປະພັນ​ວັນນະຄະດີ​ໄຕ​ງວຽນ​ພວມ​ຢູ່​ໃນ​ໄລຍະ​ສ້າງ​ສຳ​ເນົາ​ເອກະສານ​ເພື່ອ​ຍື່ນສະ​ເໜີ​ຕໍ່ອົງການ UNESCO ຮັບຮອງ​ເປັນ​ມໍລະດົກ​ວັດທະນະ​ທຳ​ບໍ່​ມີ​ຮູບຮ່າງ ​ແລະ ​ເລົ່າ​ຂານ​ສືບ​ທອດກັນ​ມາ​ຂອງ​ມວນ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ