ການບູຊາຜູ້ສ້າງອາຊີບ - ຈຸດວັດທະນະທຳຄຸ້ມຖະໜົນເກົ່າຮ່າໂນ້ຍ

ການບູຊາຜູ້ສ້າງອາຊີບ - ຈຸດວັດທະນະທຳຄຸ້ມຖະໜົນເກົ່າຮ່າໂນ້ຍ - ảnh 1
ຄຸ້ມ​ຖະໜົນ​ເກົ່າ​​ຮ່າ​ໂນ້ຍ (ພາບ: vanhoadoisong)

ຄຸ້ມ​ຖະໜົນ​ເກົ່າ​​ຮ່າ​ໂນ້ຍ​ແມ່ນ​ປະກອບ​ດ້ວຍ 36 ສາຍ ​ແລະ ຊື່​ຂອງຖະໜົນ​ແຕ່​ລະສາຍ​ແມ່ນ​ຖືກ​ເລີ່​ມຕົ້ນດ້ວຍ​ຄຳ​ວ່າ “ ຮ່າງ​ ” ​ເພື່ອ​ຊີ້​ບອກ​ເຖິງຂະແໜງອາຊີບ ຫັດຖະກຳ ຫຼືຄ້າຂາຍ​ສິນຄ້າ​ສະ​ເພາະ​ປະ​ເພດ​ໃດ​ໜຶ່ງຊຶ່ງ​ໄດ້​ມີ​ມາ​ແຕ່​ສະ​ໄໝ​ກຸ່ງທັງ​ລອງ-ຮ່າ​ໂນ້ຍຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຕາມ​ການ​ເວລາ, ຖະໜົນ​ສາຍ​ຕ່າງໆ​ໃນ​ຄຸ້ມ​ຖະໜົນ​ເກົ່າ​ໄດ້​ຫັນ​ມາ​ປະກອບ​ອາຊີບ​ອື່ນໆ, ​ແຕ່​ຍັງ​ຄົງ​ຮັກສາ​ບັນດາ​ປູຊະນີຍະສະຖານ ວິຫານ, ສາລາບູຊາ​ຜູ້​ສ້າງອາຊີບເມື່ອກ່ອນ​ນີ້ ຊຶ່ງ​ໃນ​ທຸກ​ວັນ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ວິນ​ຍານ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ​

    ຜ່ານ​ໄລຍະ​ປະຫວັດສາດ​ນັບ​ຮ້ອຍ​ປີ, ກຸ່ງ​ເກົ່າ​ທັງ​ລອງ - ຮ່າ​ໂນ້ຍ​ໃນ​ປະຈຸ​ບັນ ​ແມ່ນ​ເຂດ​ດິນ​ເຕົ້າ​ໂຮມ​ບັນດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ບັນດາ​ນາຍຊ່າງ​ຫັດຖະກຳ​ທີ່​ມີ​ຝີມືດີ​ຈາກ​ທຸກ​ແຫ່ງ​ຫົນ​ໄດ້​ຫຼັ່ງ​ໄຫຼ​ມາ​ຕັ້ງ​ຖິ່ນ​ຖານ, ທຳ​ມາ​ຫາ​ກິນ, ​ເຂົາ​ເຈົ້າ​ໄດ້​ສ້າງ​ຕັ້ງ​ບັນດາ​ໝູ່ບ້ານອາຊີບ, ຖະໜົ​ນອາຊີບ, ​ເປີດ​ຮ້ານ​ຄ້າ​ຂາຍ​ເຄື່ອງ ​ແລະ ນັບ​ແຕ່​ນັ້ນ ​ໄດ້​ຄ່ອຍໆ​ກາຍ​ເປັນ​ຄຸ້ມ​ຖະໜົນ​ເກົ່າ 36 ສາຍ. ຜ່ານ​ຫຼາຍ​ສະຕະວັດ​, ພວກນາຍຊ່າງ​ຫັດຖະກຳຈາກ​ເຂດ​ບ້ານ​ນາ ບໍ່​ພຽງ​ແຕ່​ໄດ້​ນຳ​ວິຊາຊີບມາ​ປະກອບ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ເອົາ​ເຕັກນິກ​ການ​ຜະລິດ​ມາ​ອີກ​ດ້ວຍ. ນັບ​ແຕ່​ນັ້ນ​ເປັນຕົ້ນມາ, ບັນດາ​ຖະໜົນ​ອາຊີບ​ຫັດ​ຖະຫຳ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ ​ແລະ ຊື່​ຂອງຖະໜົນ​ແຕ່​ລະສາຍ​ລ້ວນ​ແຕ່​ຖືກ​ເລີ່​ມຕົ້ນດ້ວຍ​ຄຳ​ວ່າ “ ຮ່າງ​ ”. ມາ​ຮອດ​ປະຈຸ​ບັນ, ​ເຖິງ​ແມ່ນ​ວ່າ​ໄດ້​ຜ່ານ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ກໍ​ຕາມ, ​ແຕ່​ຖະໜົບສາຍ​ຕ່າງໆ​ຍັງ​ຄົງ​ສາມາດ​ຮັກສາ​ອາຊີບ​ຫັດຖະ​ກຳ​ທີ່​ມີ​ມາ​ແຕ່​ດົນານ, ຄື​ຖະໜົນ ຮ່າງມ້າ ຂາຍ​ເຄື່ອງຮັບ​ໃຊ້​ການ​ບູຊາ, ຖະໜົນ ຮ່າງ​ທຽກ ປະກອບ​ອາ​ຊີບ​ຕີ​ຊືນ, ຖະໜົນ ຮ່າງ​ດົງ ປະກອບ​ອາຊີບ ຫຼໍ່​ທອງ​ແດງ, ຖະໜົນ ຮ່າງບາກ ປະກອບ​ອາຊີບຕີ​ເງິນ, ຄຳ ​ແລະ ອື່ນໆ. ​

ການບູຊາຜູ້ສ້າງອາຊີບ - ຈຸດວັດທະນະທຳຄຸ້ມຖະໜົນເກົ່າຮ່າໂນ້ຍ - ảnh 2
ສາ​ລາ​ ກິມ​ເງິນ ຢູ່​ເຮືອນ​ເລກ​ທີ່ 42 ຖະໜົນ ຮ່າງ​ບາກ


ປະຈຸ​ບັນ, ​ໃນຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ຍັງ​ຮັກສາປູຊະນີຍະສະຖານ ວິຫານ, ສາລານັບ​ສິບ​ແຫ່ງ​ບູຊາ​ຜູ້​ສ້າງອາຊີບ. ຢູ່​ທາງ​ຮ່ອມ ອຽນ​ທ້າຍ​ໃນ​ບໍລິ​ເວນ​ຖະໜົນ ຮ່າງກາຍ ຍັງ​ຄົງ​ຮັກສາ​ສາລາ ຕູ້​ດິງທິ ບູຊາ​ຜູ້​ສ້າງ​ອາຊີບ​ຫັດຖະກຳ​ຖັກ​ແສ່ວ Le Cong Hanh ຊຶ່ງ​ກຳ​ເນີ​ດຂຶ້ນ​ຢູ່ບ້ານ ກວ໋ດດົ້ງ, ​ເມືອງ ​ເທື່ອ​ງຕິ້ນ, ຊານ​ນະຄອນ​ຮ່າ​ໂນ້ຍ. ​ແມ່ຕູ້ Do Thi Ngat ​ເຮັດ​ວຽກ​ຢູ່ ສາລາ ຕູ້​ດິງທິ ​ໃຫ້​ຮູ້​ວ່າ :

   “ ​ເມື່ອ​ກ່ອນ​ນີ້, ພວກ​ນາຍ​ຊ່າງ​ຢູ່ບ້ານ ກວ໋ດດົ້ງ, ​ເມືອງ ​ເທື່ອ​ງຕິ້ນມາ​ນີ້​ເປີດ​ຮ້ານ​ຂາຍ​ເຄື່ອງ, ດັ່ງ​ນັ້ນ​ຈຶ່ງ​ມີສາລາ ຕູ້​ດິງທິ ​ເພື່ອບູຊາ​ຜູ້​ສ້າງ​ອາຊີບ​ຫັດຖະກຳ​ຖັກ​ແສ່ວ. ພວກ​ພໍ່ຄ້າ​ຊາວ​ຂາຍ​ຢູ່​ຖະໜົນ ຮ່າງ​ຈົ້ງ ​ເຄີຍ​ມາ​ນີ້​ຊື້​ເຄື່ອງ​​ເມືອ​ຂາຍ​ຕໍ່. ກ່ອນ​ນີ້, ພວກເຂົາເຈົ້າໄດ້ກໍ່ຕັ້ງສາລາຂຶ້ນ ເພື່ອໃຫ້ບັນດານາຍຊ່າງຖັກແສ່ວມານີ້ທຳພິທີ ບູຊາ​ຜູ້​ສ້າງ​ອາຊີບ​. ສ່ວນ​ຢູ່​ບ້ານ​ນາ, ​ເຂົາ​ເຈົ້າ​ກໍ​ຍັງ​ຄົງ​ບູຊາ ຜູ້​ສ້າງ​ອາຊີບຢູ່​ຫັ້ນ ”

ການບູຊາຜູ້ສ້າງອາຊີບ - ຈຸດວັດທະນະທຳຄຸ້ມຖະໜົນເກົ່າຮ່າໂນ້ຍ - ảnh 3
ຖະໜົນ ຮ່າງ​ບາກ ປະກອບອາຊີບຕີເງິນ, ຄຳ (ພາບ: vanhoadoisong)

  
​ໃນຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍນັ້ນ, ມີ​ຖະໜົນ ຮ່າງ​ບາກ ຍັງຄົງ​ແມ່ນ​ຖະໜົນ​ທີ່​ຮັ່ງມີ, ມີ​ຄົນ​ມາ​ຊື້​ຂາຍ​ຢ່າງ​ໜາ​ແໜ້ນ​ທີ່​ສຸດ ດ້ວຍ​ອາຊີບຕີເງິນ, ຄຳໄດ້ຮັບການ ຮັກສາ​ໄວ້​ຈົນ​ຮອດ​ວັນ​ນີ້. ກ່ອນ​ນີ້, ຖະໜົນ ຮ່າງ​ບາກ ​ແມ່ນ​ແຫ່ງ​ເຕົ້າ​ໂຮມຂອງ ​ບັນດາ​ນາຍ​ຊ່າງ​ຕີ​ເງິນ, ຄຳ​ທີ່​ມີ​ສີມື​ດີຊຶ່ງ​ມາ​ຈາກ​ໝູ່​ບ້ານ​ອາຊີບ ​ເຈົາ​ເຄ, ​ເມືອງ​ບີ​ງຢາງ, ​ແຂວງ​ຫາຍ​ເຢືອງ ຫຼື ໝູ່​ບ້ານ​ອາຊີບ ດົງ​ເຊີມ, ​ເມືອງ ກ໋ຽນ​ເຊືອງ, ​ແຂວງ​ ທ້າຍ​ບິງ ​ແລະ ໝູ່​ບ້ານ​ດິ້ງ​ກົງ, ​ເມືອງ​​ແທງ​ຈີ-ຮ່າ​ໂນ້ຍ. ພວກ​ເຂົາ​ເຈົ້າ​ມາ​ນີ້ ຕັ້ງ​ຖິ່ນ​ຖານ, ປະກອບ​ອາຊີບ ທຳ​ມາ​ຫາ​ກິນ ​ແລະ ​ໄດ້​ພ້ອມ​ກັນ​ປຸກ​ສ້າງສາ​ລາ​ເພື່ອ​ບູຊາ​ຜູ້​ສ້າງ​ອາຊີບ​ຕີ​ເງິນ​ຄຳຢູ່​ເຮືອນ​ເລກ​ທີ່ 42 ຖະໜົນ ຮ່າງ​ບາກ. ນາງ Nguyen Thi Nga ​ເຈົ້າ​ຂອງ​ຮ້ານ​ຄ້າ​ແຫ່ງ​ໜຶ່ງຢູ່​ຖະໜົນ​ຮ່າງບາກ ​ໃຫ້​ຮູ້​ວ່າ :

   “ ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ເປີດ​ຮ້ານ​ນີ້​ແຕ່​ດົນ​ນານ​ແລ້ວ, ​ໂດຍ​ສືບ​ທອດ​ອາຊີບ​ຈາກ​ພໍ່​ແມ່. ບ້ານ​ເກີດ​ຂອງ​ພວກ​ເພິ່ນ​ຢູ່ ​ເຈົາ​ເຄ, ​ແຂວງ​ຮຶງອຽນ ຊຶ່ງ​ແມ່ນ​ແຫ່ງ​​ກຳ​ເນີ​ດອາຊີບ​ຕີ​ເງິນ, ຄຳ. ປີ​ໃດ​ຄອບຄົວ​ຂ້າພະ​ເຈົ້າ​ກໍ​ກັບ​ເມືອ​ບ້ານ​ເກີດ​ເຂົ້າ​ຮ່ວມ​ພິທີ ບູຊາຜູ້​ສ້າງ​ອາຊີບ ”

   ​ໃນ​ມື້​ໄຫວ້​ບູຊາຜູ້​ສ້າງ​ອາຊີບ, ຢູ່​ຕາມ​ວິຫານ, ສາລາບູຊາຜູ້​ສ້າງ​ອາຊີບນັ້ນ, ​ໄດ້ທຳພິທີກຳຕ່າງໆເພື່ອແນໃສ່ເຊີດຊູ, ອາໄລຫາເຖິງຜູ້​ສ້າງ​ອາຊີບ, ພ້ອມທັງມີ ລາຍການສະແດງລະຄອນວາດ​ພາບ​ເຖິງ​ການ​ສ້າງ​ຕັ້ງ​ໝູ່​ບ້ານ​ອາຊີບ, ມີ​ພິທີ​ແຫ່​ວໍ, ການ​ສະ​ແດງ​ສິລະ​ປະ, ການລະ​ຫຼິ້ນ​ຕ່າງໆ. ​ເພື່ອ​ແນ​ໃສ່​ຮັກສາ​ບັນດາມໍລະດົກ​ວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​ ກໍ​ຄື​ຍົກ​ສູງ​ຄຸນຄ່າ​ອາຊີບ​ຫັດຖະ​ຫຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ຄະນະ​ຄຸ້ມ​ຄອງ​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ໄດ້ ​ແລະ ພວມ​ລົງທຶນ​ເພື່ອ​ບູລະນະ​ປະຕິສັງຂອນ​ບາງ​ກິດຈະກຳປູຊະນີຍະສະຖານທີ່ເປັນຕົວແທນໃນ ຄຸ້ມ​ຖະໜົນ​ເກົ່າ. ທ່ານ Pham Tan Long ຫົວໜ້້າ​ຄະນະ​ຄຸ້ມ​ຄອງປູຊະນີຍະ ສະຖານຄຸ້ມ​ຖະໜົນ​ເກົ່າຮ່າ​ໂນ້ຍ ​ໃຫ້ຮູ້​ວ່າ :

   “ ​ໂດຍ​ຜ່ານ​ບັນດາ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ, ຄຸ້ມ​ຖະໜົນ​ເກົ່າຮ່າ​ໂນ້ຍມີ​ຄວາມ​ແຕກ​ຕ່າງ​ກັບ ຄຸ້ມ​ຖະໜົນ​ອື່ນໆ​ຢູ່​ບ່ອນ​ວ່າ ບັນດາ​ຄອບຄົວ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ໃນ​ບັນດາ​ເຂດປູຊະນີຍະສະຖານ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າຈະ​ເລັ່ງ​ໃສ່​ການ ບູລະນະ​ປະຕິສັງຂອນ, ບຸກ​ເບີກ​ພື້ນ​ທີ່, ຍົກຍ້າຍ​ບັນດາ​ຄອບຄົວ​ອອກ​ຈາກ​ເຂດ ປູຊະນີຍະສະຖານ. ພວກ​ຂ້າພະ​ເຈົ້າ​ໄດ້​​ເຮັດສຳ​ເລັດ ການບູລະນະ​ປະຕິສັງຂອນສາລາ ກິມ​ເງິນ ຢູ່​ຖະໜົນ ຮ່າງ​ບາກ ​ແລະ ​ເຮື່ອ​ນ​ເກົ່າ ​ເລກ​ທີ່ 28 ຖະໜົນ ຮ່າງ​ບວມ ”

   ມາ​ຮອດ​ປະຈຸ​ບັນ, ມີປູຊະນີຍະສະຖານວິຫານ, ສາລາບູຊາຜູ້​ສ້າງ​ອາຊີບ​ຫຼາຍ​ແຫ່ງທີ່​ຮ່າ​ໂນ້ຍ ຍັ​ງຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ສືບ​ທອດ​ຜ່ານລຸ່ນຄົນ​ຕ່າງໆ, ອັນ​ໄດ້​ກາຍ​ເປັນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຄຸ້ມ​ຖະໜົນ​ເກົ່າຮ່າ​ໂນ້ຍ. ນີ້​ບໍ່​ພຽງ​ແຕ່​​ແມ່ນ​ບັນດາປູຊະນີຍະສະຖານ ປະຫວັດສາດ​ທີ່​ປະ​ເສີດ​ເລີດ​ລ້ຳ, ​ເປັນ​ຂີດ​ໝາຍກ່ຽວ​ກັບ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ຂອງ​ບັນດາ​ອາຊີບ​ຫັດຖະກຳ​ຂອງ​ກຸງ​ເກົ​່າທັງ​ລອງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ວັດທະນະທຳ​ໃນ​ວິທີ​ການ​ປະພຶດ​ຂອງ​ຊາວ​ຮ່າ​​ໂນ້ຍຜູ້​ມີ​ຄວາມ​ດຸ​ໝັ້ນອອກ​ແຮງງານ, ຮູ້ຈັກ​ເຄົາລົບ​ອະດີດຕະການ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ມູນ​ເຊື້ອ​ປະຫວັດສາດ​ຂອງ​ນະຄອນຫຼວງ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີ​ອີ​ກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ