ການປ່ຽນແປງໃຫມ່- ຄວາມໄຝ່ຝັນໄດ້ປະກົດຜົນເປັນຈິງ

ການປ່ຽນແປງໃຫມ່- ຄວາມໄຝ່ຝັນໄດ້ປະກົດຜົນເປັນຈິງ - ảnh 1
ປຶ້ມ​ໄດ້​ນຳ​ມາ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ

(vovworld)- ຫວຽດ​ນາມ ຈາກ​ປະ​ເທດ​ຜະ​ລິດກະ​ສິ​ກຳ​ຫລ້າ​ຫລັງ, ອຶດ​ຫິວ​ທຸກ​ຍາກ ແລະ ຜ່ານ​ຜ່າ​ໄລ​ຍ​ະ​ສົງ​ຄາມ ມາ​ເປັນ​ເວ​ລາ​ເກືອບ 30 ປີ, ​ໄດ້ກາຍ​ເປັນ​ປະ​ເທດ​ຂະ​ຫຍັນ​ຂັນ​ເຄື່ອນ, ພັດ​ທະ​ນາ, ບັນ​ລຸ​ໄດ້​ຜົນ​ງານສຳ​ຄັນ​ຫລາຍ​ຢ່າງໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ ພິ​ເສດ​ແມ່ນ ດ້ານເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ ສັງ​ຄົມ​. ເລື່ອງ​ລາວ​ມະ​ຫັດ​ສະ​ຈັນ​ນີ້​​ໄດ​້ເລີ່ມ​ຕົ້ນ​ແຕ່​ປີ 1986 ດ້ວຍ​ຊື່​ເອ​ີ້ນ​ວ່າ “ປ່ຽນ​​ແປງໃຫມ່”. ເພື່ອ​ເຮັດ​ໃຫ້​ຜູ້​ຊົມ​ຫວນ​ຄືນ​ເຖິງ​​ປະ​ຫວັດ​ສາດ ແລະ ມີ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ບັນ​ຍາ​ກາດ​ປ່​ຽນ​ແປງໃຫມ່​ພ້ອມ​ກັບ​ບັນ​ດາ​ຄຸນ​ຄ່າ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຫໍ​ພິ​ພິດ​ທະ​ພັນ​ປ​ະ​ຫວັດ​ສາດ​ໄດ້​ວາງ​ສະ​ແດງ​ຫົວ​ເລື່ອງ “ປ່ຽນ​​ແປງໃຫມ່ - ​ເສັ້ນ​ທາງ​ແຫ່ງຄວາມ​ໄຝ່​ຝັນ”.

        ໃນ​ບໍ​ລິ​ເວນ​ງານ​ວາງ​ສະ​ແດງ​ທີ່​ມີ​ເນື້ອ​ທີ່ 200 ຕາ​ແມັດ, ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ, ສຽງ​ເວົ້າ, ເລື່ອງ​ລາວ​ຂອງ​ບັນ​ດາ​ນັກ​ການ​ເມືອງ, ນັກ​ຄົ້ນ​ຄ້​ວາ ແລະ ປະ​ຊາ​ຊົນ, ​ຊື່ງ​ແມ່ນຜູ້​ມີ​ຈິດ​ໃຈ​ປ່ຽນ​​ແປງໃຫມ່​ໄດ້​ຮັບ​ການ​ວາດ​ພາບ​ເຖິງ​ເພື່ອແນ​ໃສ່​ປະ​ກອບ​ສ່ວນ​ປຸກ​ລຸກ ຈິດ​ໃຈທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປ່ຽນ​ແປງໃຫມ່​ໃນ​ປະ​ຊາ​ຊົນ​ຫວຽດ​ນາມ ແຕ່​ລະ​ຄົນ ເພື່ອ​​ໃຫ້ອະ​ນາ​ຄົດ​ອັນ​​ດີ​ງາມ​ກວ່າ. ງານ​ວາງ​ສະ​ແດງ “ປ່ຽນ​ແປງ​ໃຫມ່ - ​ເສັ້ນ​ທາງ​ແຫ່ງ​​ຄວາມ​ໄຝ່​ຝັນ​” ພວມ​ໄດ້​ຮັບ​ການ​ແນະ​ນຳ​ຢູ່​ຫໍ​ພິ​ພິ​ທ​ະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ບໍ່​ພຽງ​ແຕ່​​​ນຳ​ມາ​ໃຫ້​ສາ​ທາ​ລະ​ນະ​ຊົນ​ບັນ​ດາ​ຄຸນ​ຄ່າ​ຂອງ​​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ໃຫມ່​ໃນ​ວິ​ທີ​ການເຮັດ ແລະ ຄວາມ​​ນຶກຄິດ​ຂອງ​ພະ​ນັກ​ງານ​ພາ​ລະ​ກອນ​​ຢູ່ຫໍ​ພິ​ພິດ​ທະ​ພັນ​ອີກ​ດ້ວຍ. ​ຕາມທ່ານ​ນາງ ຟ້າມ​ທິ​ມາຍ​ຖູຍ, ຫົວ​ຫນ້າ​ພະ​ແນກ​ສຶກ​ສາ ແລະ ມະ​ຫາ​ຊົນ​ ສັງ​ກັດ ຫໍ​ພິ​ພິ​ທະ​ພັນ ປະ​ຫວັດ​ສາດ​ແຫ່ງ​ຊາດ ແລ້ວ, ແນວ​ຄວາມ​ຄິດ​ເພື່ອ​​ປະ​ຕິ​ບັດ​ງານ​ວາງສະ​ແດງແມ່ນ​ມີ​ມາ​ແຕ່​ປີ 2015. ຫລັງ​ຈາກນັ້ນ, ໂດຍ​ໄດ້​ຮັບການ​ໃຫ້​ຄ​ຳ​ປຶກ​ສາຈາກ ສາດ​ສະ​ດາ​ຈານ Graeme – Were, ຄູ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ Queensland ປ​ະ​ເທດ ອົດ​ສະ​ຕາ​ລີ . ​ງານ​ວາງ​ສະ​ແດ​ງ​ຄັ້ງນີ້ ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ບັນ​ດາ​ນັກ​ການ​ເມືອງ, ນັກ​ຄົ້ນ​ຄ້​ວາ ແລະ ປະ​ຊາ​ຊົນ​ຜ່ານ​ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ, ຄວາມ​ຊົງ​ຈຳ​ຂອງ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ສາ​ທາ​ລະ​ນະ​ຊົນ ມີ​ຄວາມ​ເຂົ້າ​ໃຈ​​ສ່ວນ​ໃ​ດ​ສ່ວນ​ຫນຶ່ງ​ຂອງ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ.

        “ງານ​ວາງ​ສະ​ແດງບໍ່​ສາ​ມາດ​​​ສະ​ແດງ​ໃຫ້​ເຫັນຜົນ​ງານ​ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ​ຢ່າງ​ຄົບ​ຖ້​ວນ​ໄດ້ ຍ້ອນ​ວ່ານັ້ນ​ແມ່ນບັນ​ຫາ​ໃຫຍ່ຊື່ງ​ຫ້ອງວາງ​ສະ​ແດງ​ທີ່​ມີ​ເນື້ອ​ທີ່ພຽງ 200 ຕາ​ແມັດ​​ນີ້ ບໍ່​ສາ​ມາດ​ປະ​ຕ​ິ​ບັດ​ໄດ້. ຈຸດ​ປະ​ສົງ​ແມ່ນ​ມ​ຸ້ງ​ໄປ​ເຖິງ​ຜູ້​ທີ່​ມີ​ອາ​ຍຸ​ແຕ່ 40 ປີ, ​​ຂຶ້ນ​ໄປຊື່ງ​ແມ່ນ​ຜູ້ທີ່​​ເຄີຍຜ່ານ​ໄລ​ຍະ​ເກື້ອ​ກູນ ໄດ້​ເຫັນ​ປະ​ຈັກ​ຕາ​ໄລ​ຍະ​ປະ​ເທດ​ຊາດ​ຫັນ​ປ່ຽນ​ຈາກ​ໄລ​ຍະ​ເກື້ອ​ກູນ​ມາ​ເປັນ​ໄລ​ຍະ​ປ່ຽນ​​ແປງໃຫມ່. ງານ​ວາງ​ສະ​ແດງ​ກໍ​ຢາກ​ແນະ​ນຳ​ໃຫ້​ບັນ​ດາ​ເພື່ອນ​ຫນຸ່ມ ຊື່ງ​ແມ່ນ​ຜູ້​ທີ່​ໄດ້​​ກຳ​ເນີດ​ໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່.”

ການປ່ຽນແປງໃຫມ່- ຄວາມໄຝ່ຝັນໄດ້ປະກົດຜົນເປັນຈິງ - ảnh 2
logo ຂອ​ງ​ງານ​ວາງ​ສະ​ແດງ


        “ການ​ປ່ຽນ​ແປງ​ໃຫມ່​ເພື່ອ​ກ້າວ​ຂຶ້ນ” ແມ່ນ​ຫນຶ່ງ​ໃນ 2 ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ງານ​ວາງ​ສະ​ແດງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ໄດ້​​ເວົ້າ​ວ່າ: “​ຈົ່ງ​ກອບກ​ູ້​ເອົາ​ຕົນ​ ກ່ອນ​ທີ່​ຟ​້າ​ແຖນຊ່ວ​ຍກູ້​ກອບເອົາ​ຊີ​ວິດ​​ຂອງ​ເຮົາ”. ງານ​ວາງ​ສະ​ແດງ​ໄດ້​​​ແນະ​ນຳ​ຮູບ​ພາບທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ລົງໄປ​ຢ້ຽມ​ຢາມ​ທົ່ງ​ນາ​ພ້ອມ​ກັບ​ຊາວ​ກະ​ສິ​ກຳ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ບັນ​ຍາ​ກາດ​ປ່ຽນ​ແປງໃຫມ່​ໃນ​ໄລ​ຍະ​ນັ້ນ ແມ່​ນ​ຮີບ​ດ່ວນ ແລະ ຕັ້ງ​ຫນ້າ​ຄື​ແນວ​ໃດ. ​ເບິ່ງ​ຄື​ວ່າ ປະ​ຊາ​ຊົນ ແລະ ການ​ນຳ ພວມ​ພ້ອມ​ກັນ​​ລົງ​ມືປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຢ່າງບໍ່​ຢຸດບໍ່​ເຊົາ ແລະ ບໍ່​ມີ​ຊ່ອງ​ຫວ່າງ. ຫໍ​ພິ​ພິ​ທະ​ພັນ​ໄດ້​ຍົກ​ອອກ​ບັນ​ດາ​ຄຳ​ສັບ​ທີ່​ວ່າ “ປ່ຽນ​ແປງ​ໃຫມ່, ເຊື່ອມ​ໂຍງ, ເຕີບ​ໂຕ ແລະ ກຳ​ລັງ​ແຮງ” ເພື່ອ​ໃຫ້​ຜູ້​ຊົມ​ວາດ​ພາບ​ໄດ້​ງ່າຍ​ກ່​ວາກ່ຽວ​ກັບ​ການ​ປ່ຽນ​​ແປງໃຫມ່. ປ່ຽນ​​ແປງໃຫມ່ ໄດ້​ສ້າງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ແກ່​ຫວຽດ​ນາມ. ໃນ​ການ​ເຊື່ອມ​ໂຍງ, ປ່ຽນ​​ແປງໃຫມ່​ໄດ້​ເຮັດ​ໃຫ້​ສັງ​ຄົມ, ຊາວ​ຫວຽດ​ນາມ ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ກວ່າ ພ້ອມ​ທັງ​ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພ​ື່ອພັດ​ທະ​ນາ, ການ​ເຕີບ​ໂຕ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ນາງ ມາຍ​ຖູຍ ໃຫ້​ຮູ້​ວ່າ:

        “ການ​ປ່ຽນ​ແປງໃຫມ່ບໍ່​ພຽງ​ແຕ່​ເຮັດ​ໃຫ້​ໂສມ​ຫນ້າ​ຂອງ​ປະ​ເທດ​ຊາດ​ມີ​ການ​ປ່ຽນ​ແປງ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ການ​ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ຈາກ​ການບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ຊີ​ວິດທາງ​ດ້ານ​ຈິດ​ໃຈ​ແລະ ວັດ​ທະ​ນະ​ທຳ ອີກ​ດ້ວຍ. ນັ້ນ​ແມ່ນ​ກຳ​ລັງ​ແຮງ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ກ້າວ​ຂຶ້ນ​ຕາມ​ເສັ້ນ​ທາງ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ສີ​ວິ​ໄລ.”

        ບັນ​ດາ​ວັດ​ຖຸ​ພັນ​ໃນ​ງານ​ວາງ​ສະ​ແດງ​ລ້ວນ​ແຕ່​ໄດ້​ຮັບ​ການ​ສະ​ສົມ ແລະ ເກັບ​ຮັກ​ສາໄວ້​ຢູ່​ຫໍ​ພິ​ທະ​ພັນ​ໃນ​ຫລາຍ​ປີ​ຜ່ານ​ມາ, ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ວັດ​ຖຸ​ພັນ​ໂດຍ​ປະ​ຊາ​ຊົນ​ມອບ​ໃຫ້. ສະ​ນັ້ນ ຄຸນ​ຄ່າ​​ງານ​ວາງ​ສະ​ແດງ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​​ມີ​ຄວາມຮູ້​ສຶກ​ສະ​ຫນິດ​ສະ​ຫນົມທີ່​ສຸດ. ເຂົາ​ເຈົ້າ​ເອງ​ໄດ້​ຮັບ​ຊົມ​ໂດຍ​ກົງ ແລະ ໄດ້​ຮັບ​ຟັງ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ​​ກັນຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ເອື້ອຍ ຫງວຽນ​ທິ​ດີ້ງ, ພະ​ນັກ​ງານ​ຫໍ​ພິ​ພິ​ທະ​ພັນ​ໃຫ້​ຮູ້​ວ່າ:

        “ເມື່ອ​ເຂົ້າ​ຮ່ວມ​ພ້ອມ​ກັບ​ຫນ່ວຍ​ງານ​ຮັບ​ຜິດ​ຊອບ​​ເນື້ອ​ໃນ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ບັນ​ຫາຕື່ມ​ອີກ​. ເມື່ອ​ໄປ​ສຳ​ພາດ​ບັນ​ດາ​ນັກ​ການ​ເມືອງ, ປະ​ຊາ​ຊົນ ລ້ວນ​ແຕ່​ໄດ້​ຮັບ​ຄຳ​ແບ່ງ​ປັນ ແລະ ຄວາມ​ຮູ້​ສຶກ​ຈາກ​ພວກ​ເພີ່ນ​ກ່ຽວ​ກັບ​ໄລ​ຍະ​ນັ້ນ ເຮັດ​ໃຫ້​ຕົນ​ເອງ​ຍິ່ງ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຢ່າງກ່ຽວ​ກັບ​ໄລ​ຍະ​ປ່ຽນ​ແປງ​ໃຫມ່. ຍາ​ມ​ໃດ​ຂ້າ​ພະ​ເຈົ້າ​ ​ກໍ​ຮູ້​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ຜູ້​ຊອກ​ຫາ​ເສັ້ນ​ທາງ​ກ້າວ​ຂຶ້ນ​ຂອງ​ປະ​ເທດ​ຊາດ. ຍ້ອນ​ມີ​ບັນ​ດາ​ຜູ້ກ​້າ​ຄິດ​ກ້າ​ທຳ​ຄື​ແນວນັ້ນ ຈຶ່ງ​ມີ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ ເພື່ອ​ໃຫ້​ ພວກ​ເຮົາ​ມ​ີ​ຊີ​ວິດ​​ຢູ່​ຄື​ໃນ​ປະ​ຈຸ​ບັນ​ນີ້​ຍ້ອນ, ​ມີຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​​ຂອງບັນ​ດາ​ຜູ້​ຄົນ​ເຫລົ່າ​ນັ້​ນ.”

        ພິ​ເສດ ​ໃນ​ງານ​ວາງ​ສະ​ແດງ​ໄດ້​ສະ​ຫງວນ​ເຂດ​ຫນຶ່ງ​​ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ສາ​ມາດ​ ແບ່ງ​ປັນ​ບັນ​ດາ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ໄລ​ຍະ​ປ່ຽນ​ແປງ​ໃຫມ່ ດ້ວຍ​ຄຳ​ຖາມ “ປ່ຽນແປງ​ໃຫມ່​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ພວກ​ເພື່ອນ​​ມີ​ການ​ປ່ຽນ​ແປງຄື​ແນວ​ໃດ”. ນີ້​ແມ່ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຫໍ​ພິ​ພິ​ທະ​ພັນ ແລະ ສາ​ທາ​ລະ​ນະ​ຊົນ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ພະ​ນັກ​ງານ​ຢູ່​ຫໍ​ພິ​ພິ​ທະ​ພັນ​ໄດ້​ຮັບ​ຟັງ​ທັດ​ສະ​ນະ​ຂອງ​ສາ​ທາ​ລະ​ນະ​ຊົນ. ງານ​ວາງ​ສະ​ແດງ “ປ່ຽນ​​ແປງໃຫມ່ - ວິ​ວັດທະ​ນາ​ການ​ຂອງ​ບັນ​ດາ​ຄວາມ​ໄຝ່​ຝັນ” ປາດ​ຖະ​ຫນາ​ຢາກ​ຊ່ວຍ​ໃຫ້​ສາ​ທາ​ລະ​ນະ​ຊົນ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໄລ​ຍະ​ປະ​ຫວັດ​ສາດ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ກ່​ວາ. ນີ້​​ພຽງ​ແຕ່ແມ່ນ​ເປີດ​ສາກ​ການວາງ​ສະ​ແດງ “ປ່ຽນ​​ແປງໃຫມ່ - ວິ​ວັດ​​ທະ​ນາ​ການ​ຂອງ​ບັນ​ດາ​ຄວາມ​ໄຝ່​ຝັນ”. ງານ​ວາງ​ສະ​ແດງ​ຈະ​​ແກ່​ຍາວ​ໄປ​ຈົນ​ໝົດ​ປີ 2016 ເພື່ອ​ສືບ​ຕໍ່​ຮຽກ​ຮ້ອງ​ປະ​ຊາ​ຊົນ​ປະ​ກອບ​ວັດ​ຖຸ​ພັນ, ເອ​ກະ​ສານ ເພື່ອ​ກ້າວ​ໄປ​ເຖິງ​ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ, ຊື່ງ​ແມ່ນ​ຮາກ​ຖານ​ຢູ່​ສວນ​ສາ​ທາ​ລະ​ນະ ສັນ​ຕິ​ພາບ ດ້ວຍ​ຂ​ອບ​ຂະ​ຫນາດ​ໃຫຍ່ກວ່າ, ມີ​ວັດ​ຖຸ​ພັນ​ຫລາຍກວ່າ ແລະ ມີ​ເລື່ອງ​ລາວ​​ທີ່​ມີ​ຄວາມ​ໝາຍຫຼາຍ​ເລື່ອງກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ