ການສະແດງດົນຕີປະສານສຽງຢູ່ຂອບທາງ ຊຶ່ງແມ່ນການເຄື່ອນໄຫວວັດທະນະທຳໃໝ່ຢູ່ ຮ່າໂນ້ຍ

 ການສະແດງດົນຕີປະສານສຽງຢູ່ຂອບທາງ ຊຶ່ງແມ່ນການເຄື່ອນໄຫວວັດທະນະທຳໃໝ່ຢູ່ ຮ່າໂນ້ຍ - ảnh 1
( ພາບ: http://www.qdnd.vn )

  “ Luala concert  ” ​ແມ່ນ​ລາຍການ​ສະ​ແດງ​ດົນຕີ​ປະສານ​ສຽງ​ ປະ​ເພດ ກະ​ລາດ​ຊິກ ຫາ​ກໍ​ຖືກ​ສະ​ແດງ​ຕໍ່​ມ່ວນ​ຊົນ​ຊາວ ຮ່າ​ໂນ້ຍ ​ໃນ​ວັນ​ທີ 11 ພະຈິກ ປີ 2011. ນີ້​ແມ່ນ​ໝາກຜົນ​ ຂອງ​ການ​ປະສານ​ສົມທົບ​ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ ລະຫວ່າງ LUALAFashion, ສຳນັກ​ຜະລິດຈຳໜ່າຍດົນຕີ ​ແລະ ​ວົງ​ດົນຕີ​ປະສານ​ສຽງ​ຫວຽດ ນາມ. “  Luala concert ” ຖືກ​ສະ​ແດງ​ຢູ່​ຂອບ​ທາງ ໜ້າ​ປະຕູ​ ສຳນັກ​ພິມຈຳໜ່າຍ ດົນຕີເຮືອນ​ເລກທີ 61 ຖະໜົນຫຼີທ້າຍ​ໂຕຊຶ່ງ​ແມ່ນ​ຈຸດ​ໃຈກາງ​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ​ ແມ່ນ​ບ່ອນ​ຖືກ​ອ້ອມ​ຮອບ​ດ້ວຍບັນດາ​ກຸ່ມ​ສະຖາປັດຕະຍະກຳ​ຂອງ​ຝະລັ່ງ​ທີ່​ເກົ່າ​ແກ່​ພິ​ເສດ​ຂອງ ຮ່າ​ໂນ້ຍ. ນີ້​ແມ່ນບ່ອນ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ສະ​ແດງ​ລາຍການ​ດົນຕີ​ປະສານ​ສຽງ​ໃນ​ທ້າຍ​ອາທິດ​ໂດຍ ​ບໍ່​ເກັບ​ຄ່າ​ເພື່ອ​ຮັບ​ໃຊ້​ຊາວ​ທ້ອງ​ຖິ່ນ​ກໍ່​ຄື​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ເມື່ອ​ມີ​ໂອກາດ​ ມາ​ຢ້ຽມ​ຢາມຮ່າ​ໂນ້ຍ. ຢູ່​ສະຖານ​ທີ​ສະ​ແດງ​ແຫ່ງນີ້, ບໍ່​ມີ​ເວທີ​ສະ​ແດງ, ບໍ່​ມີ​ຜູ້​ບັນຊາວົງ​ດົນຕີ ​ແລະ​ບັນດາ​ຜູ້​ເສບ​ເຄື່ອງ​ດົນ​ກໍ່​ບໍ່​ນຸ່ງ​ຊຸດ​ເຄື່ອງ​ແບບ. ສີ​ລະ​ປິນ ນັກ​ເສບ​ເຄື່ອງ​ດົນຕີ 20 ຄົນ ​ເອົາ​ຕັ່ງ​ມາ​ນັ່ງ​ບົນ​ຂອບ​ທາງ ​ແລ​ະ ​ຫຼິ້ນ​ດົນຕີ ​ໃຕ້​ແສງ​ແດດ ສາຍ​ລົມ​ຍາມ​ລະດູ​ໃບ​ໄມ້​ຫຼົ່ນ ພັດ​ໂຊ​ຍ​ມາ​ຄ່ອຍໆ. ​ໃນ​ເວລາ​ສະ​ແດງ​​ເຂົາ​ເຈົ້າ​ກໍ່​ນຸ່ງ​ຖື​ແບບ​ລຽບ​ງາ​ຍທີ່​ສຸດ, ​ແຕ່​ບົດ​ດົນຕີ​ທີ່​ເຂົາ​ເຈົ້າ​ເສບ ​ແມ່ນ​ບັນດາ​ບົດ​ດົນຕີ​ປະສານ​ສຽງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ ຂອງ Jonhann Strauss, ຂອງ MoZart, Vivaldi, Tchaykovksy ພ້ອມ​ກັບ​ບັນດາ​ບົດ​ດົນຕີ​ອະມະຕະ ຂອງ Bach, Greig …..ບົດ​ດົນຕີ​ເຫຼົ່າ​ນັ້ນ ​ໄດ້​ດັງ​ກ້ອງ​ກັງວານ ​ໃນ​ທ່າມກາງ​ສຽງ​ບີບ​ແກ​ຂອງ​ລົດ, ສຽງ​ເວົ້າສຽງ​ຫົວ​ຂອງ​ບັນດາ​ຜູ້​ຄົນ​ພວມ​ຍ່າງ​ໄປ​ມາ​ບົນ​ທ້ອງ​ຖະໜົນ. ບັນດາ​ຜູ້​ມາ​ຊົມ​ເບິ່ງ​ຕ່າງ​ກໍ່​ເວົ້າວ່າ ການສະ​ແດງ​ດົນຕີ​ຢູ່​ນີ້ ກໍ່​ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ການສະ​ແດງ​ໃນ​ໂຮງ​ລະຄອນ.

  ການ​ປະກົດ​ຕົວ​ຂອງ​ບັນດາ​​ສີລະ​ປິນ ນັກ​ເສບ​ເຄື່ອງ​ຕີ ​ໃນ​ລາຍການ​ສະ​ແດງ​ດົນຕີ​ປະສານ​ສຽງ “  Luala concert ” 2011 ​ໄດ້​ເຮັດ​ໃຫ້ບັນຍາກາດ​ຍາມ​ຕອນ​ບາຍ​ໃນ​ມື້​ທ້າຍ​ອາທິດຢູ່​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ເພີ່ມ​ຄວາມ​ເພິ່ນ​ຈິດ ​ແລະ​ເປັນ​ໜ້າ​ຈັບ​ໃຈອີ​ຫຼີ. ສຽງ​ດົນຕີ​ຈັ່ງ​ຫວະ​ຂຶ້ນ​​ລົງ​ບາດ​ສູງ​ບາດ​ຕ່ຳ ອອນຊອນ​, ໄດ້​​ເປັນ​ການ​ດຶງ​ດູດ​ການ​ມາ​ຊົມ​ຂອງ​ແຂກ​ຄົນ​ທັງຫຼາຍ. ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ ມາຊົມ, ​ແລ້ວ​ກໍ່​ຖ່າຍຮູບ. ອ້າຍ ​ໂຕ​ກວກຮ້ຽນ ຊາວ​ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ “ບັນຍາ ກາດ​ຍາມ​ລະດູ​ໃບ​ໄມ້​ຫຼົ່ນ ​ແມ່ນ​ງາມ​ຫຼາຍ, ​​ແລະ​ທັງມີ​ການສະ​ແດງ​ດົນຕີ​ປະສານ​ສຽງ​ຢູ່​ກາງ​ແຈ້ງ​ແບບ​ນີ້ ກໍ່​ຍິງ​ເຮັດ​ໃຫ້​ຮ່າ​ໂນ້ຍ​ງາມກ່ວາ​ອີກ. ຂ້າພະ​ເຈົ້າ​ມັກ​ຫຼາຍ, ​ແຕ່​ເປັນ​ໜ້າ​ເສຍດາຍ ບໍ່​ໄດ້​ເອົາ​ເຄື່ອງ ຄາ​ເມຣາ ມາ​ ​ເພື່ອຖ່າຍ​ທຳການສະ​ແດງ​ນີ້, ​ແນ່ນອນ​ວ່າ ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ມາ​ຊົມ​ອີກ​ຫຼາຍ​ເທື່ອ   ”

  ຕາມ​ແຜນການ​ແລ້ວ, ລາຍການ “  Luala concert ” ຖືກ​ດຳ​ເນີນ​ໃນ​ທຸກໆວັນ​ເສົາ​ ​ແລະ​ ວັນ​ອາທິດ​ ຂອງ​ເດືອນ​ພະຈິກ ​ແລະ ທັນ​ວາ. ຕາມ​ທ່ານ ​ໂດ໋ງອກມິ​ງ ຜູ້​ຕ່າງ​ໜ້າ​ຂອງ​ເຄື່ອງໝາຍ Lualu ​ແລ້ວ, ກ່ອນ​ນີ້​ເມື່ອ​ຢາກ​ຮັບ​ຟັງສຽງ​ດົນຕີ​ປະສານ​ສຽງ, ຜູ້​ຟັງ ກໍ່​ຕ້ອງ​​ໄປ​ໂຮງ​ລະຄອນ, ຕ້ອງ​ນຸຸ່ງຖື​ແບບ​ສຸພາບ, ​ແຕ່​ເມື່ອ​ມີ​ການສະ​ແດງ​ດົນຕີ​ປະສານ​ສຽງ​ຢູ່​ ຂອບ​ທາງ​ນັ້ນ, ​ໃຜໆກໍ່​ສາມາດ​ຮັບ​ຊົມ​ໄດ້​ຢ່າ​ງສະດວກ​ສະບາຍ. ​ເພາະສະ​ນັ້ນ, ບັນດາ​ຜູ້​ຈັດ​ລາຍການ ຢາກ​ສ້າງ​ບັນຍາ ກາດ​ແບບ​ທຳ​ມະ​ຊາດ ທັງ​ມີ​ການ​ອຸທິດ​ສ່ວນ​ຂອງ​ບັນດາ​ສີ​ລະ​ປິ​ນ ທັງ​ເປັນ​ວິທີ​ເພື່ອ​ໃຫ້​ມ່ວນ​ຊົນ​ເຂົ້າ​ເຖິງ​ດ້ານ​ດົນຕີ​ປະສານ​ສຽງຫຼາຍ​ຂຶ້ນ. ທ່ານ ​ໂດ໋ງອກມິ​ງ​ໃຫ້​ຮູ້​ວ່າ: “ ​ແນວ​ຄວາມ​ຄິດ​ທີ່​ພວກ​ຂ້າພະ​ເຈົ້າ​ຍົກ​ອອກ​ມາ​ນັ້ນ ບໍ່​ພຽງ​ແຕ່ສະ​ແດງ​ດົນຕີ ກະລາດຊິກ ຕາມ​ບັນດາ​ມາດຕະຖານ​ທຳ​ມະ​ດາ ​ໃນ​ໂຮງ​ລະຄອນ ​ແລະ ບັນລຸ​ມາດຕະຖານ​ດ້ານ​ການ​ສຽງ​ຢ່າງ​ຄົບ​ຖ້ວນ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ແນວ​ໃດ​ຈະ​ສາ ມາດຮັບ​ໃຊ້​​ມ່ວນ​ຊົນ​​ໄດ້ຢ່າງງ່າຍດາຍ, ​ເພື່ອ​ໃຫ້​ທຸກໆ​ຄົນກໍ່​ສາມາດ​ຮັບ​ຊົມ​ການ ສະ​ແດງດົນຕີ ກະ​ລາດ​ຊິກ​ໄດ້​ຢ່າງ ສະດວກ​ສະບາຍ   ”

    ​ເພື່ອ​ຕອບ​ສະໜອງ​ ​ແລະ​ ຊົມ​ເຊີຍ​ແນວ​ຄວາມ​ຄິດ ນຳ​ດົນຕີ ກະ​ລາດ​ຊິກມາສູ່​ມ່ວນ​ຊົນ, ນັກ​ດົນຕີ ​ເຈີ​ນ​ແມ້ງ​ຮຸ່ງ ​ແລະ ນັກ​ເສບ ວີ​ໂອ​ລົງ ຊວນ​ຮຸຍ ພ້ອມ​ກັບ​ບັນດາ​ນັກ​ເສບ​ຂອງ​ວົງ​ດົນຕີ​ປະສານ​ສຽງ​ຫວຽດນາມ, ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ທຳ​ການສະ​ແດງ​ລາຍການ​ທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ. ​ໃນ​​ການສະ​ແດງ​ດົນຕີ​ປະສານ​ສຽງຢູ່​ຂອບ​ທາງ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ຜູ້​ມາ​ຊົມກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ​ແລະ ຢືນ​ຊົມ​ເປັນ​ລະບຽບ​ຮຽບຮ້ອຍ. ຄວາມ​ງາມ​ດ້ານ​ການ​ສຽງ ​ໄດ້​​ເປັນ​ການບັນ​ເທົ່າ​ບັນຍາກາດ​ເນືອງ​ນັນ​ອຶກ​ກະ​ທຶກ ຢູ່​ຕາມ​ທ້ອງ​ຖະໜົນ. ການສະ​ແດງ​ດົນຕີ​ປະສານ​ສຽງຢູ່​ຂອບ​ທາງ ​ໄດ້​ປະກອບສ່ວນ​ສ້າງ​ໃຫ້​ມີ​ຄຸ້ມ​ຖະໜົນ​ແຫ່ງ ​ອະລິ ຍະ​ທຳ ​ແລະ ການ​ເຄື່ອນ​ໄຫວ​ວັດທະນະທຳ​ໃໝ່​ນີ້ ຈະ​ເຮັດ​ໃຫ້ ຮ່າ​ໂນ້ຍ ມີ​ຄວາມ​ດູດ​ດື່ມ​ກ່ວາໃນ​ສາຍຕາ​ຂອງ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ​ ແລະ​ ຕ່າງປະ​ເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ