ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ

(vovworld) - ​ໄລຍະ​ຜ່າ​ນມາ, ບັນດາງານ​ບຸນ​ປື້​ມ, ຖະໜົນ​ປື້​ມທີ່​ຈັດ​ຕັ້ງ​ເປັນ​ປະຈຳ ​ໄດ້​ແຜ່​ຂະຫຍາຍ​ວັດທະນະທຳ​ອ່ານ​ໃນ​ວົງ​ຄະນາ​ຍາດ. ວັນ​ທີ 21/4 ຖືກ​ຖື​ວ່າ​ ແມ່ນ​ວັນ​ອ່ານ​ປື້​ມປະຈຳ​ປີ, ​ແມ່ນ​ວັນ​ບຸນ​ຂອງ​ບັນດາ​ຜູ້​ນິຍົມ​ປື້​ມ. ບົດ​ຂຽນ “ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ​ອ່ານ​ໃນ​ວົງ​ຄະນາ​ຍາດ“ ຂອງ ຮົ່ງບັກ, ນັກ​ຂ່າວ​ ວິທະຍຸ​ກະຈາຍສຽງ ຫວຽດນາມ.

ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ - ảnh 1
ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ

        ​ເພື່ອ​ແນ​ໃສ່​ສ້າງ ​ແລະ ພັດທະນາ​ວັດທະນະທຳ​ອ່ານ​ໃນ​ວົງ​ຄະນາ​ຍາດ, ບົນ​ພື້ນຖານ​ຂຸດ​ຄົ້ນແຫຼ່ງພູມ​ປັນຍາ, ວັດທະນະທຳ​ຂອງ​ມະນຸດ ​ແລະ ຊາດ ຫວຽດນາມ​ ຢ່າງ​ບໍ່​ຢຸດ​ຢັ້ງ​ແລະມີ​ປະສິດທິ​ຜົນ​, ພ້ອມ​ທັງ​ຮັບ​ເອົາ​ພູມ​ປັນຍາທີ່​ຍອດ​ຍິ່ງຂອງ​ມວນ​ມະນຸດ​ໂດຍ​ມີ​ການຄັດ​ເລືອກ​. ລັດຖະບານ ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ​ວັດທະນະທຳ​ອ່ານ​ໃນ​ວົງ​ຄະນາ​ຍາດ, ພ້ອມ​ທັງ​ລະດົມ​ແຫຼ່ງກຳລັງ​ສັງຄົມ​ເຂົ້າ​ຮ່ວມ​ພັດທະນາ​ວັດທະນະທຳ​ອ່ານອີກ​ດ້ວຍ. ຄາດໝາຍ​ຂອງ​ແຜນ​ນະ​ໂຍບາຍ​ນີ້​ແມ່ນ​ສ້າງ ​ແລະ ພັດທະນາ​ຄວາມ​ຊິນ​ເຄີຍ, ຄວາມ​ຕ້ອງການ, ທັກ​ສະ ​ແລະ ຂະ​ບວນການ​ອ່ານ​ໃນ​ໝູ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໝູ່​ຊາວ​ໜຸ່ມ, ​ເຍົາວະ​ຊົນ, ນັກຮຽນ, ນັກ​ສຶກສາ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ປະຊາຊົນ​ຢູ່​ເຂດ​ຊົນນະບົດ, ​ເຂດ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ - ສັງຄົມ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ສູ້​ຊົນ​ເພື່ອ​ໃຫ້​ຊາວ​ ຫວຽດນາມ ​ແຕ່ລະຄົນ​ອ່ານ​ປື້​ມສະ​ເລ່ຍ​ໃຫ້​ໄດ້​ 4 ຫົວ/ປີ; ຈຳນວນ​ຜູ້​ເຂົ້າ​ອ່ານ ​ແລະ ນຳ​ໃຊ້​ຂໍ້​ມູນ​ຂ່າວຢູ່​ຫໍສະໝຸດ​ແມ່ນ 300 ລ້ານ​ເທື່ອ​ຄົນ/ປີ. ​ເພື່ອ​ປະຕິບັດ​ການ​ພັດທະນາ​ວັດທະນະທຳ​ອ່ານ​ໃນ​ວົງ​ຄະນາ​ຍາດ​ເປັນ​ຢ່າງ​ດີ, ທ່ານ​ນາງ ຫວູ​ເຢືອງຖູ໋ຍງ່າ, ຫົວໜ້າ​ກົມຫໍສະໝຸດ, ກະຊວງ ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ລະບົບ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ຊຸກຍູ້​ການ​ອ່ານ, ບໍ່​ພຽງ​ແຕ່​ມີ​ລັກສະນະໂຄສະນາທຳ​ມະ​ດາ​ເທົ່າ​ນັ້ນ, ຫາກ​ຍັງມີ​ການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ກໍ່​ສະ​ເໜີ​ມອບ​ລາງວັນ​ໃຫ້​ບັນດາ​ຜູ້​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ວັດທະນະທຳ​ອ່ານ ​ແລະ ຍູ້​ແຮງ​ການ​ຫັນ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ອ່ານ​ໃນ​ວົງ​ຄະນາ​ຍາດ ຂອງ​ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງເປັນ​ສັງຄົມ​ “.

ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ - ảnh 2
(ພາບປະກອບ)

        ​ແຕ່ລະ​ປີ, ​ໂຮງພິມ​ຈຳໜ່າຍ​​ໄວໜຸ່ມ, ​ໂຮງພິມ​ຈຳໜ່າຍ​ແມ່ຍິງ ​ແລະ ​ໂຮງພິມ​ຈຳໜ່າຍ ກິມດົ່ງ ​ໄດ້​ສົມທົບກັນ​ຈັດ​ຕັ້ງ​ງານ​ບຸນ​ປື້​ມລະດູບານ​ໃໝ່​ໃນ​ເດືອນ 3 ​ແລະ ງານ​ບຸນ​ປື້​ມລະດູ​ໃບ​ໄມ້​ຫຼົ່ນ​ໃນ​ເດືອນ 10, ​ເພື່ອ​ແນ​ໃສ່​ແນະນຳ​ເຖິງ​ເພື່ອນ​ຜູ້​ອ່ານ​ບັນດາ​ປື້​ມຫົວມ່ວນ, ຊຸດປື້​ມ​ໃໝ່. ງານ​ບຸນ​ວັດທະນະທຳ​ອ່ານ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ກວ້າງຂວາງ​ຢູ່​ຫຼາຍ​ແຫ່ງ, ອັນ​ໄດ້​ປະກອບສ່ວນ​ແຜ່​ຂະຫຍາຍ​ຄວາມ​ນິຍົມ​ປື້​ມ​ເຖິງ​ທຸກ​ຄົນ. ຕາມ​ທ່ານ ຫງວຽນ​ກຽມ, ຮອງ​ປະທານ​ສະມາຄົມ​ພິມ​ຈຳໜ່າຍ ຫວຽດນາມ ​ແລ້ວ, ບັນດາ​ງານ​ບຸນ​ປື້​ມ, ຖະໜົນ​ປື້​ມທີ່​ຈັດ​ຕັ້ງ​ປະຈຳ​ປີ ​ແມ່ນ​ເພື່ອ​ໃຫ້​ວົງ​ຄະນາ​ຍາດ​ສ້າງບັນດາການ​ເຄື່ອນ​ໄຫວ​​ອ່ານ​ປື້​ມຢ່າງ​ມີ​ປະ​ໂຫຍ​ດ.

        “ສຳລັບ​ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ພິມ​ຈຳໜ່າຍ​ກໍ່​ມີ​ຄວາມ​ປາຖະໜາວ່າ​ຍິ່ງ​ມີ​ງານ​ບຸນ​ປື້​ມຫຼາຍ​ເທົ່າ​​ໃດ​ກໍ່ຍິ່ງ​ດີ​ເທົ່າ​ນັ້ນ, ມັນ​ຊ່ວຍ​ໃຫ້​ພວກ​ເຮົາ​ລ້ຽງດູ​ຄວາມ​ເມົາ​ມົວ​, ຄວາມ​ຊິນ​ເຄີຍອ່ານ​ປື້​ມ​ໃນ​ຈຸດ​ເວລາ​ທີ່​ແຕກ​ຕ່າງ​ກັນ. ​ໂຮງພິມ​ຈຳໜ່າຍ​ແມ່ຍິງ, ​ໂຮງພິມ​ຈຳໜ່າຍ​ໄວ​ໜຸ່ມ, ​ໂຮງພິມ​ຈຳໜ່າຍ ກິມດົ່ງ ​ໄດ້​ພະຍາຍາມ​ສົມທົບ​ກັນ​ຈັດ​ຕັ້ງ​ປີ​ລະ​ສອງ​ເທື່ອ, ນັ້ນ​ແມ່ນ​ງານ​ບຸນ​ປື້​ມລະດູບານ​ໃໝ່, ​ແລະ ງານ​ບຸນ​ປື້​ມລະດູ​ໃບ​ໄມ້​ຫຼົ່ນ ຢູ່​ຫໍພິພິທະ​ພັນ​ແມ່ຍິງ​ທີ່ ຮ່າ​ໂນ້ຍ. ນີ້​ແມ່ນ​ວຽກ​ງານ​ທີ່​ດີ ​ແລະ ສາມາດ​ຖື​ວ່າ​ນີ້ແມ່ນ​ຂໍ້​ລິ​ເລີ່​ມຄຽງ​ຂ້າງ​ບັນດາ​ງານ​ບຸນ​ປື້​ມອື່ນໆ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ພ້ອມ​ກັບ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ຂື້ນ“.

        ​ໃນ​ຂອບ​ເຂດ​ງານ​ບຸນ​ປື້​ມ, ຖະໜົນ​ປື້​ມນັ້ນ, ມີ​ການ​ເຄື່ອນ​ໄຫວ​ອຸດົມສົມ​ບຸນ​ຫຼາຍ​ຢ່າງ​ທີ່ປະກອບສ່ວນ​ແຜ່​ຂະຫຍາຍ​ຄວາມ​ນິຍົມ​ປື້​ມ​ໄດ້​ຮັບ​ການຈັດ​ຕັ້ງ​ຄື: ງານ​ພົບ​ປະ​ແລກປ່ຽນ, ການ​ເຊັນ​ມອບ​ປື້​ມຂອງ​ນັກ​ປະພັນ​ໃຫ້​ແກ່​ຜູ້​ອ່ານ, ການ​ສຳ​ມະ​ນາ, ການ​ແລກປ່ຽນ​ກ່ຽວ​ກັບ​ຫົວ​ຂໍ້​ປື້​ມ… ທ່ານ ຫງວຽນ​ກວົກບາ​ວ, ຊາວ ຮ່າ​ໂນ້ຍ, ຖື​ວ່າ:

        “​ຂ້າພະ​ເຈົ້າ​ເຫັນວ່າ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຂອບ​ເຂດ​ງານ​ບຸນ​ປື້​ມ​ແມ່ນ​ມີ​ປະ​ໂຫຍ​ດທີ່​ສຸດ, ​ເພາະວ່າ​ຄວາມ​ຕ້ອງການ​ຊອກ​ອ່ານ​ປື້​ມຂອງ​ປະຊາຊົນ​ແມ່ນ​ສູງ​ທີ່​ສຸດ, ​ແຕ່​ບໍ່​ແມ່ນ​ວ່າ​ຜູ້​ໃດ​ກໍ່​ມີ​ເງື່ອນ​ໄຂ​ເລືອກ​​ໄດ້​ປື້​ມທີ່​ຕົນ​ນິຍົມ“.

ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ - ảnh 3
(ພາບປະກອບ)

        ຄຽງ​ຂ້າງ​ເລື່ອງ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວພັນ​ລະຫວ່າງ​ໂຮງພິມ​ຈຳໜ່າຍ​ກັບ​ຜູ້​ອ່ານ​ແລ້ວ, ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ກໍ່​ພວມ​ຕັ້ງໜ້າ​ສ້າງ​ບັນດາ​ຕູ້​ປື້​ມຄອບຄົວ​, ​ເຂດ​ອ່ານ​ປື້​ມຢູ່​ທ້ອງ​ຖີ່​ນຕ່າງໆ​ອີກ. ບັນດາ​ອຸປະກອນ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ​ພວມ​ກາຍ​ເປັນ​ຊ່ອງ​ໂຄສະນາ​ການ​ເຄື່ອນ​ໄຫວ​ຕ່າງໆ​ກ່ຽວ​ກັບ​ປື້​ມ​ເຖິງ​ວົງ​ຄະນາ​ຍາດ​ຢ່າງ​ມີ​ປະ​ໂຫຍ​ດ, ໄວ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາງ ຄຸກ​ທິຮວາ​ເຟື້ອງ, ຜູ້ອຳນວຍການ​ໂຮງພິມ​ຈຳໜ່າຍ​ແມ່ຍິງ, ​ໃຫ້​ຮູ້​ວ່າ:

        “ນອກຈາກ​ຊ່ອງ​ໂທລະພາບ, ສື່​ມວນ​ຊົນ​ແລ້ວ, ກາ​ນ​ນຳ​ໃຊ້​ບັນດາ​ຂໍ້​ມູນ​ໃນ​ເຄືອ​ຂ່າຍ​ສັງຄົມ​ກໍ່​ມີ​ປະສິດທິ​ຜົນ​ທີ່​ສຸດ. ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ສາມາດ​ພັດທະນາ​ວັດທະນະທຳ​ອ່ານ​​ໃນ​ວົງ​ຄະນາ​ຍາດ​ໄດ້​ດີ

ກ​ວ່າ“.

        ຢາກ​ພັດທະນາ​ພື້ນຖານ​ວັດທະນະທຳ​ອ່ານ ​ແມ່ນ​ຕ້ອງ​ພັດທະນາ​ການ ປະ​ພຶດ​, ຄຸນຄ່າ ​ແລະ ມາດຕະຖານ​ອ່ານ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ ​ແລະ ອົງການ​ຄຸ້ມ​ຄອງລັດ, ຂອງ​ປະຊາ​ຄົມ​ສັງຄົມ ​ແລະ ຂອງ​ແຕ່ລະຄົນ​ໃນ​ສັງຄົມ. ການ​ປະພຶດ, ຄຸນຄ່າ ​ແລະ ມາດຕະຖານ​ອ່ານ​ຂອງ​ແຕ່ລະຄົນ​ໃນ​ສັງຄົມ​ແມ່ນ​ຄວາມ​ຊິນ​ເຄີຍ​, ຄວາມ​ນິຍົມ ​ແລະ ທັກ​ສະອ່ານຂອງ​ເຂົາ​ເຈົ້າ. ນັ້ນ​ແມ່ນ​ພື້ນຖານ​ຂອງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ​, ປະຊາຊົນ​ມີຄວາມ​ຮູ້ສູງ, ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ ທັງ​ແມ່ນ​ການ​ທ້າ​ທາຍ​ຂອງ​ສັງຄົມ​ຍຸກ​ປະຈຸ​ບັນ. ການພັດທະນາ​ວັດທະນະທຳ​ອ່ານ ຫວຽດນາມ ​​ແມ່ນເພື່ອ​​ໃຫ້​ສັງຄົມ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ