ການສ້າງຄວາມຮັກວັດທະນະທຳພື້ນເມືອງ ຢູ່ໂຮງຮຽນແຫ່ງໜຶ່ງຢູ່ເຂດຊົນເຜົ່າສ່ວນໜ້ອຍ.

(VOVWORLD) - ການສຶກສາອົບຮົມທາງດ້ານທັກສະໃຫ້ແກ່ນັກຮຽນ ໂດຍຜ່ານເລື່ອງໃຫ້ພວກນ້ອງນັກຮຽນແອບຕີຄ້ອງ, ຊອກຮູ້ເກັບກຳ ແລະ ອະທິບາຍແນະນຳ ກ່ຽວກັບວັດທະນະທຳໃນເວລາເຄົາລົບທຸງຊາດ ຍາມຕົ້ນອາທິດ. ນີ້ແມ່ນວິທີ ເຊິ່ງໂຮງຮຽນມັດທະຍົມຕອນຕົ້ນ ອີໂງງນີເອກະດຳ ຢູ່ເມືອງ ກືມືກາ ແຂວງ ດັກລັກ ພວມປະຕິບັດ ເພື່ອສ້າງຄວາມຮັກທາງດ້ານວັດທະນະທຳໃຫ້ແກ່ພວກນ້ອງນັກຮຽນ. 
ການສ້າງຄວາມຮັກວັດທະນະທຳພື້ນເມືອງ ຢູ່ໂຮງຮຽນແຫ່ງໜຶ່ງຢູ່ເຂດຊົນເຜົ່າສ່ວນໜ້ອຍ. - ảnh 1ພວກນ້ອງນັກຮຽນແອບຕີຄ້ອງ

     ໃນເວລາພັກຜ່ອນໃນລະຫວ່າງຊົ່ວໂມງຮຽນ ຫຼື ໃນຊຸມມື້ທ້າຍອາທິດ, ຢູ່ບໍລິເວນ ໂຮງຮຽນມັດທະຍົມຕອນຕົ້ນ ເອໂງງນີເອກະດຳ ຢູ່ເທດສະບານ ອີອາປົກ ເມືອງ ກືມືກາ ແຂວງ ດັກລັກ ພັດໄດ້ດັງກ້ອງກັງວານດ້ວຍສຽງຄ້ອງໄມ້ໄຜ່ ທີ່ຄຶກຄື້ນມ່ວນຊື່ນ. ເກືອບສອງປີທີ່ຜ່ານມາ ສຽງຄ້ອງໄມ້ໄຜ່ໄດ້ກາຍເປັນສຽງດົນຕີທີ່ລຶ້ງເຄີຍສຳລັບພວກນ້ອງນັກຮຽນ. ນ້ອງ ນີອາຣົງ ຮຽນຫ້ອງ ມໍ2 ເປັນສະມາຊິກກອງຄ້ອງແບ່ງປັນວ່າ:

“ນ້ອງກໍ່ຢາກເຂົ້າຮ່ວມການຕີຄ້ອງ ເພາະວ່ານີ້ແມ່ນວັດທະນະທຳຂອງຊາວເຜົ່າ ເອເດ, ດັ່ງນັ້ນນ້ອງກໍ່ຢາກອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳພື້ນເມືອງ. ໃນໄລຍະເຂົ້າຮ່ວມກັບພວກເພື່ອນໃນໂຮງຮຽນ, ໃນຫ້ອງຮຽນ, ນ້ອງຮູ້ສຶກເບີກບານໃຈທີ່ສຸດ ນ້ອງມັກຫຼາຍ. ນັບແຕ່ເວລາຮຽນຫ້ອງ ມໍ1 ມາຮອດປັດຈຸບັນ ນ້ອງສາມາດຕີຄ້ອງໄດ້ສອງບົດແລ້ວ ນ້ອງຫວັງວ່າເວລາໃຫຍ່ຂຶ້ນ ສາມາດກາຍເປັນຄູສອນ ເພື່ອສືບຕໍ່ສອນນັກຮຽນຮູ້ຈັກຕີຄ້ອງ”.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ສົກຮຽນກ່ອນນີ້, ກອງຄ້ອງໄມ້ໄຜ່ຂອງໂຮງຮຽນມັດທະຍົມຕົນຕົ້ນ ເອໂງງນີເອກະດຳ ມີນັກຮຽນ 12 ຄົນທັງຍິງ ແລະ ຊາຍ. ນີ້ແມ່ນພວກນ້ອງນັກຮຽນທີ່ມີຄວາມຊົມຊອບ ແລະ ມີພອນສະຫວັນໃນການຕີ
ຄ້ອງ.  ນ້ອງ ແທັງເງິນ ຮຽນຫ້ອງ ມໍ2 ເປີດເຜີຍວ່າ:

 “ນ້ອງແມ່ນຊາວເຜົ່າ ກິ່ງ ແຕ່ເຫັນວ່າຊາວເຜົ່າ ເອເດ ກໍ່ມີຈຸດຄວາມງາມທາງດ້ານວັດທະນະທຳຂອງຕົນ. ດັ່ງນັ້ນນ້ອງກໍ່ໄດ້ເຂົ້າຮ່ວມຝຶກແອບ, ໃນເວລາຝຶກແອບນ້ອງຮູ້ສຶກມີຄວາມມ່ວນຊື່ນທີ່ສຸດ ຍ້ອນວ່າໄດ້ຝຶກແອບກັບເພື່ອນຊາວເຜົ່າ ເອເດ. ພວກນ້ອງກໍ່ໄດ້ແອບຕີຄ້ອງນັບແຕ່ເວລາຮຽນຫ້ອງ ມໍ1 ມາຮອດປັດຈຸບັນ. ຮອດວັນເສົາ ໃນແຕ່ລະອາທິດພວກນ້ອງກໍ່ໄດ້ຊັກຊວນກັນໄປສາລາບ້ານ ເພື່ອແອບຕີຄ້ອງ ນອກຈາກນັ້ນກໍ່ຍັງມີເພື່ອນຫຼາຍຄົນມານີ້ອ່ານປຶ້ມ”.

 ພ້ອມກັບການຮັກສາການເຄື່ອນໄຫວຂອງກອງຄ້ອງ, ໂຮງຮຽນມັດທະຍົມຕອນຕົ້ນ ເອໂງງນີເອກະດຳ ຍັງຈັດບັນດາການປະກວດທີ່ກ່ຽວຂ້ອງເຖິງການອະນຸລັກຮັກສາວັດທະນະທຳພື້ນເມືອງ. ນາງ ຫງວຽນທິຖຸຍງອກ ຄູສອນຮັບຜິດຊອບກອງຄ້ອງແບ່ງປັນວ່າ:

 “ທີໜຶ່ງ ແມ່ນທາງດ້ານສິລະປະວັນນະຄະດີ ຫຼື ການດຳລົງຊີວິດລວມໝູ່. ການຈັດຕັ້ງວັນມູນເຊື້ອ, ພວກນ້ອງທຸກໆຄົນຕ່າງກໍ່ນຸ່ງຊຸດອາພອນປະຈຳເຜົ່າ ເອເດ, ພ້ອມກັນອອກເດີ່ນໂຮງຮຽນ ແອບວາດຟ້ອນ ຊວາງ, ພວກນ້ອງກໍ່ມີຄວາມເບີກບານໃຈທີ່ສຸດ. ປັດຈຸບັນທາງໂຮງຮຽນກໍ່ໄດ້ມີເຮືອນຮ້ານ, ກອງຄ້ອງ ດັ່ງນັ້ນ ພວກນ້ອງກໍ່ເພີ່ມຄວາມເອກອ້າງທະນົງໃຈ ແລະ ມີຄວາມເຊື່ອໝັ້ນດ້ວຍຕົນເອງ”.

ໃນສົກຮຽນນີ້, ໂຮງຮຽນມັດທະຍົມຕອນຕົ້ນ ເອໂງງນີເອກະດຳ ລວມມີ 11 ຫ້ອງ ດ້ວຍຈຳນວນນັກຮຽນ 322 ຄົນ ໃນນັ້ນ 95% ແມ່ນນັກຮຽນຊາວເຜົ່າ ເອເດ. ໃນຂອບເຂດຂອງໂຮງຮຽນ ກໍ່ໄດ້ປຸກສ້າງເຮືອນມູນເຊື້ອ - ຫໍສະໝຸດ ຕາມສະຖາປັດຕະຍາກຳສາລາບ້ານຂອງຊາວເຜົ່າ ເອເດ ແລະ ໄດ້ຮັບການກໍ່ສ້າງສຳເລັດ ໃນເດືອນ ສິງຫາ ປີກາຍນີ້. ໃນນັ້ນກໍ່ໄດ້ວາງສະແດງຮູບພາບບັນດາການເຄື່ອນໄຫວຂອງໂຮງຮຽນ ຜ່ານໄລຍະຕ່າງໆ, ບັນດາວັດຖຸພັນກ່ຽວກັບວັດທະນະທຳພື້ນເມືອງຂອງຊາວເຜົ່າ ເອເດ ພ້ອມກັນນັ້ນກໍ່ມີຕູ້ປຶ້ມດ້ວຍຫົວເລື່ອງຕ່າງໆ ເພື່ອຮັບໃຊ້ພວກນ້ອງນັກຮຽນ. ອ້າຍຄູ ຮວ່າງລອງດ້ຽນ ຫົວໜ້າອຳນວຍການໂຮງຮຽນ ໃຫ້ຮູ້ວ່າ:

 “ໃນໄລຍະທີ່ຈະມາເຖິງ ທາງໂຮງຮຽນຈະປະກາດໃຊ້ ແຜນການສືບຕໍ່ຮັກສາບັນດາການເຄື່ອນໄຫວຂອງໂຮງຮຽນ. ພິເສດແມ່ນການເຄື່ອນໄຫວສຶກສາອົບຮົມທາງດ້ານທັກສະ ຕິດພັນກັບວັດທະນະທຳພື້ນເມືອງ ຂອງປະຊາຊົນບັນດາເຜົ່າຢູ່ກັບທີ່ ຍົກຕົວຢ່າງຄື ຮັກສາກອງຄ້ອງ ແລະ ຂະຫຍາຍບັນດາການເຄື່ອນໄຫວອື່ນໆ ຄືເຂົ້າຮ່ວມງານປະກວດ, ຊອກຮູ້, ບັນລະຍາຍແນະນຳບັນດາຜະລິດຕະພັນວັດທະນະທຳຂອງຊາວເຜົ່າ ເອເດ”

 ການສຶກສາອົບຮົມທາງດ້ານທັກສະ ການດຳລົງຊີວິດຕິດພັນກັບການຊອກຮູ້ ຮັກສາວັດທະນະທຳພື້ນເມືອງ ກໍ່ແມ່ນວິທີດີທີ່ສຸດ ຂອງໂຮງຮຽນມັດທະຍົມຕອນຕົ້ນ ເອໂງງນີເອກະດຳ. ການເຄື່ອນໄຫວເຫຼົ່ານີ້ ບໍ່ພຽງແຕ່ສ້າງບັນຍາກາດເພື່ອໃຫ້ນັກຮຽນລະຫຼິ້ນ ຊອກຮູ້ຕົວຈິງ ພາຍຫຼັງບັນດາຊົ່ວໂມງຮຽນທີ່ອິດເມື່ອຍເທົ່ານັ້ນ ຫາກຍັງປະກອບສ່ວນລໍ່ລ້ຽງສ້າງຄວາມຮັກທາງດ້ານວັດທະນະທຳພື້ນເມືອງໃຫ້ແກ່ພວກນ້ອງນັກຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ