ການຫຼິ້ນດອກແດນໂຟດີໃນຊຸມມື້ບຸນເຕັດຫວຽດນາມ

ການຫຼິ້ນດອກແດນໂຟດີໃນຊຸມມື້ບຸນເຕັດຫວຽດນາມ - ảnh 1
ການຫຼິ້ນດອກ​ແດນ​ໂຟດີໄດ້ກາຍເປັນປະເພນີໃນຍາມບຸນເຕັດວຽນມາ

​   ເມື່ອ​ລະດູບານໃໝ່ວຽນມາໃນແຕ່ລະປີ, ພ້ອມກັບດອກຄາຍ, ດອກເໝີຍທີ່ ພວມບານ​ສະພັ່ງ​ນັ້ນ,ຄວາມ​ງາມ​ແບບ​ມີ​ສະ​ເໜ່ຂອງ​ບັນດາ​ໂຖ​ດອກ​ແດນ​ໂຟດີຍິ່​ງ​ ເຮັດ​ໃຫ້​ບັນຍາກາດຍາມ​ລະດູບານ​ໃໝ່​ເພີ່ມ​ຄວາມ​ຄຶກຄື້ນ​ມ່ວນ​ຊື່ນ​ຫຼາຍ​ຂຶ້ນ. ຄວາມ​ງາມ​ແບບ​ສຸພາບ​ຮຽບຮ້ອຍ ບວກ​ກັບ​ກິ່ນ​ຫອມ​ຫວນ ກຸ້ມ​ໄປ​ທົ່ວ​ທຸກ​ແຫ່ງ​ຂອງ ດອກ​ແດນ​ໂຟດີ ​ໄດ້​ດຶງ​ດູດ​ໃຈ​ຜູ້​ນິຍົມ​ຫຼິ້ນ​ດອກ​ໄມ້​ທັງຫຼາຍ.

      ​   ແຕ່ລະ​ປີ, ​ເມື່ອ​ຮອດ​ຍາມບຸນ​ເຕັດ ໝາຍ​ເຖິງ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດ ນາມ, ​ເມື່ອ​ອາກາດ​ໜາວ​ຈັດ​ຖືກ​ທົດ​ແທນ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ​ຍາມ​ຕົ້ນ​ລະດູບານ​ໃໝ່​ນັ້ນ, ກໍ​ແມ່ນ​ຊວງ​​ເວລາ​​ທີ່​ບັນດາ​ຜູ້​ນິຍົມ​ຫຼິ້ນດອກ​ແດນ​ໂຟດີຢູ່​ຮ່າ​ໂນ້ຍ ພ້ອມກັນ​​ເລີ່​ມຫຼິ້ນ​ດອກ​ໄມ້​ເພື່ອ​ປະດັບ​ປະດາ​ໃນ​ເຮືອນ​ຂອງ​ຕົນ. ບັນດາ​ຫົວດອກ​ແດນ​ໂຟດີ ​ໄດ້ຖືກ​ເອົາ​ໄປ​ແຊ​ນ້ຳ​ເພື່ອ​ຟື້ນ​ຟູ​ຄວາມ​ສົດ​ຊື່ນ ​ແລະ ຕຶງ​ຂຶ້ນ. ຫຼັງ​ຈາກ​ນັ້ນ, ຫົວດອກ​ແດນ​ໂຟດີ ຖືກ​ຕັດ​ສອຍ​ດ້ວຍ​ສີມື​ອັນ​ຄ່ອງ​ແຄ້ວ​ຕາມ​ຄວາມ​ປານີດ​ຂອງ​ຜູ້​ຫຼິ້ນ​ດອກ​ໄມ້. ນີ້​ແມ່ນ​ຂັ້ນ​ຕອນ​ຫຍຸ່ງຍາກ ​ແລະ ສັບສົນ​ກ່ວາ​ໝູ່ ​ເພາະວ່າ​ມີ​ຄວາມ​ເລີ່ນ​​ເລີ້​ໜ້ອຍ​ໜຶ່ງ, ຫົວດອກ​ແດນ​ໂຟດີ​ຈະ​ຖືກ​ສູນ​ເສຍ​ຄວາມ​ງາມ, ຕ້ອງ​ປະ​ຖິ້ມ. ພາຍຫຼັງ​ຖືກ​ຕັດ​ສອຍ​ໃນ​ແຕ່ລະ​ເທື່ອ, ຫົວດອກ​ແດນ​ໂຟດີ ຖືກ​ເຊັດດ້ວຍ​ນ້ຳຫຼາຍ​ເທື່ອ​ໃຫ້​ສະອາດ. ຫົວດອກ​ແດນ​ໂຟດີ ນັບ​ແຕ່​ເວລາ​ອອກ​ໜໍ່ ປົ່ງ​ຮາກ ຈົນ​ຮອດ​ເວລາ​ກາຍ​ເປັນ​ດອກ​ໄມ້ ​ແມ່ນ​ຕ້ອງ​ຜ່ານ​ການ​ຕັດ​ສອຍ​ຢ່າງ​ລະອຽດ​ລະ​ອໍເປັນ 3-4 ຄັ້ງ. ​ໂດຍ​ແມ່ນ​ດອກ​ໄມ້​ຊະນິດ​ມັກ​ເຕີບ​ໂຕ​ຢູ່​ບ່ອນ​ສະອາດ, ດັ່ງ​ນັ້ນດອກ​ແດນ​ໂຟດີ ຕ້ອງ​ຖືກ​ວາງ​ຢູ່​ບ່ອນ​ມີ​ອາກາດ​ປອດ​ໂປ່​ງ, ​ແຕ່​ລະ​ມື້​ຕ້ອງ​ປ່ຽນ​ນ້ຳ ​ແລະ ຕ້ອງ​ລ້າງ​ສ່ວນ​ຮາກ​ໃຫ້​ສະອາດ​ເພື່ອ​ກັນ​ເນົ່າ​ເໝັນ. ຜູ້​ຫຼິ້ນດອກ​ແດນ​ໂຟດີ ຕ້ອງມີ​ວິທີ​ບົວລະບັດຮັກສາ​ເປັນ​ພິ​ເສດ​ໃນ​ໄລຍະ​ອອກ​ໜໍ່ ປົ່ງຮາກ. ຖ​້າຫາກ​ວ່າ ຫົວດອກ​ແດນ​ໂຟດີ ປົ່ງ​ຮາກ​ຊ້າ ​ແມ່ນ​ຕ້ອງ​ນຳ​ໄປ​ຝັງ​ຊາຍ​ຊຸມ​ປຽກ. ສຳລັບ​ຊາຍ ກໍ​ຕ້ອງ​ຕ່ອງ ​ແລະ ລ້າງ​ໃຫ້​ສະອາດ. ກ່ອນ​ທີ່​ຈະ​ຝັງ​ດອກ​ແດນ​ໂຟດີ​ໃສ່​ຊາຍ ​ແມ່ນ​ຕ້ອງ​ຫຸ້ມຫໍ່ສ່ວນ​ຫົວ​ຂອງ​ມັນດ້ວຍ​ແພຝ້າຍ​ທີ່​ສະອາດ ​ເພື່ອ​ກັນ​ການຕິດ​ເຊື້ອ ​ທີ່​ພາ​ໃຫ້ຮາກ​ເນົ່າ​ເໝັນ. ລຸງ ຫງວຽນ​ຫວຽດຢຸ້ງ ຜູ້​ມີ​ປະສົບ​ການ​ເປັນ​ເວລາ​ດົນ​ນານ​ໃນອາຊີບ​ຕັດ​ສອຍ​ຫົວດອກ​ແດນ​ໂຟດີ ທີ່ໝູ່​ບ້ານ ງີຕາມ ​ໃຫ້​ຮູ້​ວ່າ :

    “ ​ເພື່ອ​ຕັດ​ສອຍ​ຫົວດອກ​ແດນ​ໂຟດີ​ໃຫ້​ງາມ, ກໍ​ມີ​ຫຼາຍ​ຂັ້ນ​ຕອນ. ​ເມື່ອຕັດ​ສອຍ, ຈຳ​ເປັນ​ຕ້ອງ​ມີ​ມິດ​ສະ​ເພາະ​ເພື່ອ ຕັດ​ສອຍ​ຕາມ​ແບບ​ພວກ​ຜູ້​ເຖົ້າ ຜູ້​ແກ່​ເມື່ອ​ກ່ອນ, ຕ້ອງ​ເຮັດ​ແນວ​ໃດ​​ເພື່ອ​​ໃຫ້​ໃບ​ຕ້ອງ​ສັ້ນ, ສ່ວນ​ດອກ​ຕ້ອງ​ສູງ​ກ່ວາ. ນີ້​ຈຶ່ງ​ແມ່ນ​ຫົວ ດອກ​ແດນ​ໂຟດີ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການຕັດ​ສອຍຕາມ​ແບບ​ຂອງ​ຊາວ​ຮ່າ​ໂນ້ຍ​​ເມື່ອ​ກ່ອນ​ນີ້. ສິ່ງ​ທີ່​ສຳຄັນ​ໃນ​ການຕັດ​ສອຍ ​ແມ່ນ​ບໍ່​ໄດ້​ແຕະຕ້ອງ​ສ່ວນ​ໃບ​ ​ແລະ ດອກ ​ແລະ ບໍ່​ໃຫ້​ນ້ຳ​ເປື້ອນຕິດ​ໃສ່ຢ່າງ​ເດັດຂາດ. ​ເມື່ອ​ຫົວດອກ​ແດນ​ໂຟດີ ຄ່ອຍໆ​ເຕີບ​ໂຕ ​ແມ່ນ​ຕ້ອງຕັດ​ສອຍມື້​ລະ​ໜ້ອຍ , ບໍ່​ປະ​ໃຫ້​ມັນ​ເຕີບ​ໂຕ​ແບບ​ທຳ​ມະ​ຊາດ ”

    ດອກ​ແດນ​ໂຟດີ ​ແມ່ນ​ໜຶ່ງ​ໃນ​ບັນດາຊະນິດ​ດອກໄມ້​ທີ່​ບານ​​ໄວ​ກ່ວາ​ໝູ່​ຍາມ​ລະດູບານ​ໃໝ່ ມັນ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ໂຊກລາບ, ຄວາມ​ຈະ​ເລີ​ນ ​ແລະ ຄວາມ​ມີອາຍຸ​ໝັ້ນ​ຂວັນ​ຍືນ, ດັ່ງ​ນັ້ນ, ດອກ​ແດນ​ໂຟດີຕ້ອງ​ໄດ້​ຮັບ​ການ​ບົວລະບັດ​ຮັກສາ ຢ່າງລະອຽດ​ທີ່​ສຸດ​ເພື່ອ​ໃຫ້​ມັນ​ບານ​ກົງ​ກັບ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ຫວັງມີ​ແດ່ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈົບງາມ​ໃນ​ປີ​​ໃໝ່. ຖ້າ​ໃນ​ຍາມ​ອາກາດ​ໜາວ​ເກີນ​ໄປ, ດອກ​ຈະ​ບານ​ຊ້າ, ຜູ້​ຫຼິ້ນ​ດອກ​ໄມ້ອາດ​ຈະ​ໃຊ້​ນ້ຳ​ອຸ່ນ​ຖອກ​ໃສ່, ຫຼື​ຈະ​ວາງ​ໃນ​ຫ້ອງ​ອັດ​ປະຕູ​ເພື່ອ​ກະ​ຕຸ້ນ​ໃຫ້​ດອກ​ບານ​ໄວ​ກ່ວາ. ​ໃນ​ກໍລະນີ​ອາກາດ​ຮ້ອນ, ຊຸມ​ປຽກ​ນັ້ນ, ກີບດອກ​ຕ້ອງ​ທາ​ດ້ວຍ​ໄຂ່​​ໄກ່​ຂາວຫຼື​ນ້ຳ​ຢ່າງ​ໝາກ​ຮຸງ​ເພື່ອ​ກັນ​ບານ ​ແລະ ຮັກສາ​ກິນ​ຫອມ​ຢູ່​ທາງ​ໃນ.

    ຢາກ​ມີ​ໂຖດອກ​ແດນ​ໂຟດີທີ່​ງາມ​ຕາ, ຜູ້​ຫຼິ້ນ​ດອກ​ໄມ້ຕ້ອງຕັດ​ສອຍ​ແນວ​ໃດ​ເພື່ອ​ໃຫ້​ໃບ​ມີ​ຄວາມ​ສູງ​ພໍ​ດີ ​ແລະ ຂຽວງາມ, ມີ​ໃບ​ຕ້ອງ​ປົ່ງ​ຂຶ້ນ​ສູງ ​ແຕ່​ຕ້ອງ​ມີ​ໃບ​ຍ່ອນ​ລົງ​ຢ່າງ​ກົມ​ກຽວ​ເພື່ອ​ສ້າງ​ຄວາມ​ປານີ​ດສູງ. ລຸງ ຫງວຽນ​ຫວຽດຢຸ້ງ ​ໃຫ້​ຮູ້​ອີກ​ວ່າ :

   “ ​​ໂຖດອກ​ແດນ​ໂຟດີ​ທີ່​ງາມ ​ແມ່ນ​ຕ້ອງ​ມີ​ຮາກ​ຍາວ, ຂາວ ​ແລະ ສະອາດ. ​ໃບ​ຕ້ອງ​ສານ​ເຂົ້າກັນ, ​ໃບ​ຕ້ອງ​ປົ່ງ​ຂຶ້ນ​ສູງ​ກ່ວາດ​ອກ ຈຶ່ງງາມ. ​ໂຖດອກ​ແດນ​ໂຟດີ ​ແມ່ນ​ຕ້ອງ​ທັງ​ໃບ, ທັງ​ດອກ ​ແລະ ຮາກ, ​ແຕ່​ຕົ້ນຕໍ​ແມ່ນ​ຮາກ ​ແລະ ດອກ. ສຳລັບ​ກິນ​ຫອມ​ຫວນ​ຂອງດອກ​ແດນ​ໂຟດີນັ້ນ, ​ແມ່ນ​ບໍ່​ມີດ​ອກ​ໄມ້​ຊະນິດ​ໃດ​ສາມາດ​ປຽບທຽບ​ໄດ້, ​ໂດຍ​ສະເພາະເມື່ອມັນບານໃນຊຸມມື້ບຸນເຕັດຍາມຕົ້ນລະດູບານ ໃໝ່ ”

    ນາງ​ລານ ຜູ້​ຂາຍດອກ​ແດນ​ໂຟດີ​ຢູ່​ຖະໜົນ ຮ່ວາງ​ຮວາ​ຖາມ-ຮ່າ​ໂນ້ຍ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ :

     “ ​ໃນ​ຊຸມ​ມື້ບຸນ​ເຕັດ, ທຸກໆ​ຄົນ​ມັກ​ຫຼິ້ນດອກ​ແດນ​ໂຟດີ, ​ເກືອບ​ຄື​ວ່າ ທຸກໆ​ຄອບຄົວ​ໃດ​ກໍ​ຫຼິ້ນ​, ເພາະວ່າດອກ​ແດນ​ໂຟດີ​ຫອມ​ທີ່​ສຸດ. ​ເມື່ອ​ຫຼິ້ນດອກ​ແດນ​ໂຟດີ, ຜູ້​ຫຼິ້ນ​ຕ້ອງ​ປ່ຽນ​ນ້ຳ​ໃນ​ແຕ່​ລະ​ມື້, ​ເມື່ອ​ເຫັນ​ນ້ຳ​ຂຸ່ນ ​ແມ່ນ​ຕ້ອງ​ປ່ຽນ​ໂລດ. ປີ​ໃດ​ກໍ​ເຊັ່ນດຽວ​ກັນ, ດອກ​ແດນ​ໂຟດີ ​ໄດ້​ຂາຍ​ດີ້​ດີ ”

     ລະດູບານ​ໃໝ່​ພວມ​ວຽນມາ​ສູ່​ທຸກໆ​ຄອບຄົວ, ​ເມື່ອ​ແທນ​ບູຊາ​ບັນພະບຸລຸດ​ໄດ້​ຖືກ​ປະດັບ​ປະດາ, ວາງ​ໝາກ​ໄມ້, ​ເຄື່ອງ​ຂອງ​ບູຊາ​ຢ່າງ​ສວຍ​ງາມ, ​ໂຖດອກ​ແດນ​ໂຟດີຖືກ​ວາງ​ເທິງ​ແທ່ນ​ບູຊາ​ບັນພະບຸລຸດ​ໃນ​ມື້ ວັນ​ທີ 30 ບຸນ​ເຕັດ. ​ແລ້ວ​ກໍ​ຮອດ​ວັນ​ທີ 1 ບຸນ​ເຕັດ ຊຶ່ງ​ແມ່ນ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ໃໝ່, ​ໂຖດອກ​ແດນ​ໂຟດີ​ທີ່ ວາງ​ເທິງ​ແທ່ນ​ບູຊາ​ບັນພະບຸລຸດ ຈະ​ຖືກ​ນຳ​ເອົາ​ລົງ​ເພື່ອ​ວາງ​ຢູ່​ຫ້ອງ​ຮັບ​ແຂກ ​ເພື​ອ່​ໃຫ້​ເຈົ້າ​ຂອງ​ເຮືອນ ​ແລະ ​ແຂກ​ຮັບ​ຊົມ​ຄວາມ​ງາມ​ແບບ​ມີ​ສະ​ເໜ່ຂອງ ດອກ​ແດນ​ໂຟດີ. ​ໃນ​ບັນຍາກາດ​ທີ່​ອົບ​ອຸ່ນ ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ຄອບ​ຄົວ​ໃນ​ຊຸມ​ມື້​ຕົ້ນ​ລະດູ ບານ​​ໃໝ່, ກີ​ນຫອມ​ຫວນ​ຂອງດອກ​ແດນ​ໂຟດີໄດ້ປະສານກົມກືນກັບຄວັນ ທູບຫອມສົ່ງ​ໄປ​ທົ່ວ, ອັນ​ໄດ້​ສ້າງ​ບັນຍາກາດ​ພິ​ເສດ​ໃນ​ບຸນປີ​ໃໝ່​ປະຈຳ​ຊາດ. ນາງ ຫງວຽນທູຮ່ຽນ ຢູ່ຖະໜົນ ດັ້ງຕ້ຽນດົງ-ຮ່າໂນ້ຍ ເປີດເຜີຍວ່າ :

   “ດອກ​ແດນ​ໂຟດີຖືກປູກໃນຊຸມມື້ບຸນເຕັດ ແມ່ນໄດ້ນຳມາເຊິ່ງຄວາມໂຊກດີ. ຂ້າພະເຈົ້າມັກຫຼິ້ນ ດອກ​ແດນ​ໂຟດີໃນຊຸມມື້ບຸນເຕັດ, ຍ້ອນວ່າພຽງແຕ່ໃນຊຸມມື້ ບຸນເຕັດຈຶ່ງ​ມີ. ຂ້າພະ​ເຈົ້າ​ເຄີຍ​ໄປ​ຕະຫຼາດ​ດອກ​ໄມ້​ເພື່ອ​ຊອກ​ຊື້​ຫົວດອກ​ແດນ​ໂຟດີມາ​ປູກ​ເອງ , ທັງ​ນີ້​ກໍ​ເພື່ອ​ຫວັງ​ວ່າ​ໃນ​ໂອກາດ​ບຸນ​ເຕັດ​ຫົວດອກ​ແດນ​ໂຟດີ​ຈະ​ອອກດອກ ຊຶ່ງ​ຈະ​ນຳ​ຄວາມ​ໂຊກ​ດີ​ມາສູ່​ຄອບຄົວ​ໃນ​ປີ​ໃໝ່ ”

    ນັບ​ແຕ່​ໃດໆ​ມາ, ດອກ​ໄມ້​ຍັງ​ຄົງ​ຖືກ​ຖື​ວ່າ​ແມ່ນ​ສານ​ຂອງ​ຈິດ​ວິນ​ຍານ ​ແລະ ​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ງາມ. ​ເຖິງ​ວ່າການ​ຫຼິ້ນດອກ​ແດນ​ໂຟດີ​ແມ່ນຕ້ອງ​ໃຊ້​ເວລາ ​ແລະ ຕ້ອງ​ມີ​ຄວາມ​ລະອຽດ​ລະ​ອໍ​ກໍ​ຕາມ, ​ແຕ່​ມັນ​ກໍ​ໄດ້​ກາຍ​ເປັນ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ຮ່າ​ໂນ້ຍ. ການ​ຫຼິ້ນ ດອກ​ແດນ​ໂຟດີໃນຊຸມມື້ບຸນເຕັດ ​ແມ່ນ​ປຽບ​ເໝືອນ​ວິທີ​ຫວນ​ຄືນ​ອະດີດຕະການ ​ແລະ ຮັກສາ​ຈຸດ​ວັດທະນະທຳ​ທີ່​ສູງ​ສົ່ງ​ໃນ​ຈິດ​ວິນ​ຍານ​ຂອງ​ແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ