ການຫຼິ້ນນັ່ງດຶງເຊືອກຢູ່ວິຫານ ເຈິນຫວູ, ຮ່າໂນ້ຍ, ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ

(VOVWORLD) -ເມື່ອບໍ່ດົນມານີ້, ພິທີ ແລະ ການຫຼິ້ນນັ່ງດຶງເຊືອກພື້ນເມືອງຢູ່ວິຫານ ເຈິນຫວູ ໃນຕາແສງ ແທັກບ່ານ, ເມືອງ ລອງບຽນ ຮ່າໂນ້ຍ ໄດ້ຮັບໃບຢັ້ງຢືນຈາກ UNESCO ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ການຫຼິ້ນນັ່ງດຶງເຊືອກຢູ່ວິຫານ ເຈິນຫວູ ແມ່ນສິລະປະການສະແດງແບບພື້ນເມືອງ ທີ່ເປັນເອກະລັກ ເຊິ່ງໄດ້ຮັບການຮັກສາມາແຕ່ດົນນານຈາກປະຊາຊົນຢູ່ແຫ່ງນີ້. ການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກນີ້ ຍັງຄົງໄດ້ຮັບການຟື້ນຟູໃນແຕ່ລະປີ ເນື່ອງໃນໂອກາດວັນບຸນວິຫານ ເຈິນຫວູ ເມື່ອວັນທີ 3 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເພື່ອສະແດງຄວາມເຄົາລົບນັບຖືຂອງປະຊາຊົນທີ່ມີຕໍ່ພະອໍລະຫັນ ເຈິນຫວູ ພ້ອມທັງສ່ອງແສງເຖິງຄວາມໃຝ່ຝັນ ແລະ ຄວາມຄາດຫວັງຂອງປະຊາຊົນ ແມ່ນຢາກໃຫ້ມີຊີວິດທີ່ສະຫງົບສຸກ
ການຫຼິ້ນນັ່ງດຶງເຊືອກຢູ່ວິຫານ ເຈິນຫວູ,  ຮ່າໂນ້ຍ, ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ - ảnh 1 ການຫຼິ້ນນັ່ງດຶງເຊືອກ

ການຫຼິ້ນນັ່ງດຶງເຊືອກແມ່ນຖືກຈັດຂຶ້ນບົນພື້ນດິນ ແລະ ນຳໃຊ້ເຊືອກທີ່ເຮັດດ້ວຍຫວາຍທູນ ດ້ວຍຄວາມຍາວປະມານ 25 - 30 ແມັດ, ເຊືອກນີ້ກໍ່ແມ່ນເຊືອກໃຫຍ່ມີເສັ້ນຜ່າສູນກາງ 5 ຊັງຕີແມັດ. ນອກຈາກເຊືອກທີ່ເຮັດດ້ວຍຫວາຍທູນແລ້ວ, ການຫຼິ້ນນັ່ງດຶງເຊືອກຢູ່ຕາແສງ ແທັກບ່ານ ກໍ່ຍັງມີຈຸດພິເສດອີກອັນໜຶ່ງ ນັ້ນແມ່ນມີເສົາເຮັດດ້ວຍໄມ້ກະຈະຖືກທາສີແດງ ແລະ ຝັງຕີນເສົາລົງດິນໃຫ້ແໜ້ນ. ຢູ່ລຳເສົາກໍ່ຖືກເຈາະຮູໜຶ່ງສູງຊ່ຳຫົວເຂົ່າຂອງຜູ້ໃຫຍ່ ເພື່ອເອົາເຊືອກສອດ ຜ່ານ.  ກ່ອນທີ່ຈະດຳເນີນງານບຸນຊາວບ້ານ ງອກຈີ່ ກໍ່ໄດ້ກະກຽມຄັດເລືອກນັກແຂ່ງຂັນດຶງເຊືອກ. ມາດຕະຖານທຳອິດເພື່ອຄັດເລືອກນັ້ນ ແມ່ນຄອບຄົວຕ້ອງດຳລົງຊີວິດຢູ່ໃນບ້ານຜ່ານ 5 ລຸ້ນຄົນຂຶ້ນໄປ ແລະ ມີແບບແຜນການດຳລົງຊີວິດທີ່ດີ. ຢູ່ບ້ານ ງອກຈີ່ ກໍ່ມີສາມຄຸ້ມບ້ານເຊັ່ນ ຄຸ້ມເດື່ອງ, ຄຸ້ມເດ່ຍ ແລະ ຄຸ້ມເຈິ. ແຕ່ລະຄຸ້ມກໍ່ແຕ່ງຕັ້ງທິມໜຶ່ງເພື່ອເປັນຕົວແທນ. ຮອດວັນບຸນຂອງໝູ່ບ້ານ, ບັນດາຄຸ້ມບ້ານກໍ່ໄດ້ທຳພິທີຖວາຍເຄື່ອງຂອງບູຊາຂຶ້ນຕໍ່ພະອໍລະຫັນທີ່ວິຫານ ເຈິນຫວູ, ແລ້ວກໍ່ເຂົ້າສູ່ການແຂ່ງຂັນກິລາດຶງເຊືອກ. ແຕ່ລະທິມກິລາດຶງເຊືອກກໍ່ປະກອບດ້ວຍ 15 - 20 ຄົນ  ແລະ ມີຫົວໜ້າທິມຄົນໜຶ່ງ. ລຸງ ໂງກວາງຂາຍ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານວິຫານ ເຈິນຫວູ ຕາແສງ ແທັກບ່ານ ເມືອງ ລອງບຽນ ຮ່າໂນ້ຍ ໃຫ້ຮູ້ວ່າ:

    “ແຕ່ລະທິມເຂົ້າຮ່ວມການຫຼິ້ນນັ່ງດຶງເຊືອກກໍ່ອີງໃສ່ໃນແຕ່ລະປີ ໂດຍຄະນະຈັດຕັ້ງກຳນົດ ອາດຈະແມ່ນ 15 ຄົນ, 17 ຄົນ, 19 ຄົນ ຫຼື 20 ຄົນກໍ່ຕາມ. ແຕ່ປີນີ້ພວກຂ້າພະເຈົ້າກໍ່ໄດ້ເລືອກເອົາ 19 ຄົນໃນທິມໜຶ່ງ. ຄັດເລືອກເອົາຄົນໂດຍແຕ່ລະຄຸ້ມບ້ານຄັດເລືອກນັ້ນ, ແມ່ນບັນດາຊາຍໜຸ່ມອາຍຸແຕ່ 18 ຫາ 35 ປີ ເຊິ່ງແມ່ນຜູ້ມີສຸຂະພາບແຂງແຮງ, ມີຄຸນສົມບັດດີ ແລະ ໄດ້ຮັບຄວາມຮັກແພງຈາກຊາວບ້ານ”.

      ກ່ອນທີ່ເຂົ້າຮ່ວມການຫຼິ້ນດຶງເຊືອກ, ເຊືອກຖືກມັດໃຫ້ແໜ້ນໃສ່ຮູເສົາ. ພາຍຫຼັງທີ່ມີສັນຍານຄຳສັ່ງຈຶ່ງແກ້ອອກ. ຊາຍໜຸ່ມທີ່ເຂົ້າຮ່ວມການຫຼິ້ນດຶງເຊືອກກໍ່ນັ່ງແບບຂາຢຽດຂາຫົດ. ນັກກິລາດຶງເຊືອກແຕ່ລະຄົນໃນທິມກໍ່ນັ່ງສະຫຼັບກັນເປັນລຳດັບ, ຜູ້ງວາກໜ້າໃສ່ເບື້ອງນີ້, ຄົນງວາກໜ້າໃສ່ເບື້ອງອື່ນຂອງເຊືອກ. ສ່ວນແຂນເບື້ອງໜຶ່ງກໍ່ຢຽດ ແລະ ອີກເບື້ອງໜຶ່ງຫົດຕໍ່ໜ້າເອິກ, ແລ້ວເຊືອກກໍ່ຖືກໜີບໃຫ້ແໜ້ນດ້ວຍຂີ້ແຮ້ຂອງນັກດຶງເຊືອກ. ທ້າວ ຟ້າມຢຸຍດົງ ຢູ່ຄຸ້ມເດື່ອງ ຕາແສງ ແທັກບ່ານ ເມືອງ ລອງບຽນ ຮ່າໂນ້ຍ ໃຫ້ຮູ້ວ່າ:

    “ສິ່ງທີ່ມ່ວນໃນການຫຼິ້ນນັ່ງດຶງເຊືອກແມ່ນພວກເຮົາອາດຈະໃຊ້ຄວາມແຮງຂອງຂາ ເພື່ອຢັນລົງດິນ ແລະ ໃຊ້ຄວາມແຮງຂອງສັນຫຼັງເພື່ອຈັບເຊືອກ. ພ້ອມກັນນັ້ນ ຄວາມແຮງຂອງແຂນພຽງແຕ່ນຳໃຊ້ເພື່ອຈັບເຊືອກໃຫ້ແໜ້ນ. ຫາກບໍ່ແມ່ນໃຊ້ແຮງດຶງຂອງແຂນ, ຕ້ອງໃຊ້ແຮງດຶງຂອງທັງຮ່າງກາຍຄືກ້າມສັນຫຼັງ ແລະ ກ້າມບ່າ”.

      ພາຍຫຼັງທີ່ມີສັນຍານຄຳສັ່ງດ້ວຍສຽງກອງ 3 ບາດ, ສອງຫົວໜ້າທິມໄດ້ໂບກທຸງ ແລະ ໂຮຮ້ອງ “ອີອາ, ດຶງ” ເພື່ອໃຫ້ສອງຝ່າຍເລີ່ມແຂ່ງຂັນດຶງເຊືອກ. ລຸງ  ຫງວຽນງອກມາຍ ຫົວໜ້າທິມດຶງເຊືອກຢູ່ຕາແສງ ແທັກບ່ານ ເມືອງ ລອງບຽນ ຮ່າໂນ້ຍ ແບ່ງປັນວ່າ:

    “ຢູ່ແຫ່ງອື່ນໆ, ເຂົາເຈົ້າຫຼິ້ນກິລາດຶງເຊືອກ ສ່ວນຫຼາຍແມ່ນຢືນດຶງ, ທິມທີ່ມີສຸຂະພາບແຂງແຮງກໍ່ຈະສາມາດເອົາໄຊຊະນະ, ສ່ວນການຫຼິ້ນນັ່ງດຶງເຊືອກຢູ່ທີ່ນີ້ກໍ່ມີເສົາ, ພ້ອມກັບນັ່ງດຶງເຊືອກ, ດັ່ງນັ້ນທິມທີ່ອ່ອນເພຍກວ່າກໍສາມາດຕ້ານຢັນຄືນໄດ້  ຍ້ອນວ່າເຂົາເຈົ້າສາມາດຈັບເຊືອກ ໂດຍອີງໃສ່ເສົາ. ນີ້ແມ່ນກິລາປະເພດໜຶ່ງຂອງລວມໝູ່, ຕ້ອງຮ່ວມແຮງຮ່ວມໃຈ”.

      ພິທີ ແລະ ການຫຼິ້ນນັ່ງດຶງເຊືອກໄດ້ຮັບການຮັກສາຈາກຊາວ ແທັກບ່ານ ໃນຕະຫຼອດຊຸມປີທີ່ຜ່ານມາ. ທັງວົງຄະນາຍາດໄດ້ເຂົ້າຮ່ວມໂດຍສະໝັກໃຈ ບໍ່ສະແຫວງຫາຜົນປະໂຫຍດ ຫຼື ຕ້ອງເອົາຊະນະຢ່າງເດັດຂາດ. ດ້ານອື່ນ, ການຫຼິ້ນນັ່ງດຶງເຊືອກ ກໍ່ເຊັ່ນດຽວກັນກັບພິທີຕ່າງໆ ແລະ ປະເພນີອື່ນໆຂອງໝູ່ບ້ານ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຄວາມສາມັກຄີ ໃນວົງຄະນາຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ