ການອອກແບບເສົາຫຼັກເມືອງ ຮ່າໂນ້ຍ - ສັນຍາລັກ ວັດທະນະທຳຂອງນະຄອນຫຼວງ

(VOVWORLD) -ສະມາຄົມວິຈິດສິນ ຫວຽດນາມ, ວາລະສານສະຖາປັດຕະຍະກຳ ແລະ ຄະນະກຳມະການປະຊາຊົນເມືອງ ຮວ່ານກ໊ຽມ - ຮ່າໂນ້ຍ ຫາກໍ່ຈັດການປະກວດອອກແບບເສົາຫຼັກເມືອງ ຮ່າໂນ້ຍ, ຜ່ານການປະກວດ, ຄະນະຈັດຕັ້ງມີຄວາມຫວັງຢາກສ້າງເສົາຫຼັກເມືອງ ຮ່າໂນ້ຍ ກາຍເປັນສັນຍາລັກວັດທະນະທຳ ຂອງນະຄອນຫຼວງ, ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຊົມໜອງ ຮວ່ານກ໊ຽມ - ຮ່າໂນ້ຍ
ການອອກແບບເສົາຫຼັກເມືອງ ຮ່າໂນ້ຍ - ສັນຍາລັກ ວັດທະນະທຳຂອງນະຄອນຫຼວງ - ảnh 1ພິທີມອບລາງວັນສຳລັບການປະກວດ ອອກແບບເສົາຫຼັກເມືອງ

ການປະກວດອອກແບບເສົາຫຼັກເມືອງ ຮ່າໂນ້ຍ ຖືກຈັດຕັ້ງຢ່າງກວ້າງຂວາງ ເຊິ່ງສະຫງວນໃຫ້ແກ່ບັນດາອົງການວິຊາຊີບ, ບັນດານັກປະຕິມາກຳ, ວິຈິດຕະກອນ, ສະຖາປານິກ, ນັກສຶກສາຂຶ້ນກັບຂະແໜງວັດທະນະທຳ ວິຈິດຕະກຳ ແລະ ສະຖາປັດຕະຍະກຳ. ພາຍຫຼັງໄດ້ປຸກລະດົມເປັນເວລາໜຶ່ງເດືອນຄື ນັບແຕ່ວັນທີ 3 ມິຖຸນາ ປີ 2020, ຄະນະຈັກຕັ້ງໄດ້ຮັບບົດເຂົ້າຮ່ວມການປະກວດ 105 ບົດ ຈາກບັນດາສ່ວນບຸກຄົນ, ຫົວໜ່ວຍ, ອົງການຈັດຕັ້ງຢູ່ພາຍໃນປະເທດ, ທ່ານ ຟ້າມຕ໊ວນລອງ ຮອງປະທານຄະນະກຳມະການປະຊາຊົນ ເມືອງ ຮວ່ານກ໊ຽມ ໃຫ້ຮູ້ວ່າ:

     “ໜອງ ຮວ່ານກ໊ຽມ ແມ່ນຫົວໃຈຂອງນະຄອນຫຼວງ ຮ່າໂນ້ຍ. ພວກຂ້າພະເຈົ້າໄດ້ຜັນຂະຫຍາຍໂຄງການ ເພື່ອສ້າງເຂດວັດທະນະທຳໜອງ ຮວ່ານກ໊ຽມ ໃຫ້ສົມບູນແບບ ສົມເປັນປູຊະນີຍະສະຖານລະດັບຊາດພິເສດ. ພວກເຮົາມີຄວາມຫວັງຢາກມີວິທີການດີທີ່ສຸດ ເໝາະສົມກັບທັດຊະນີຍະພາບ ຂອງບໍລິເວນໜອງ ຮວ່ານກ໊ຽມ”

     ຕາມການສະເໜີຂອງຄະນະຈັດຕັ້ງ, ສະຖານທີ່ຕັ້ງເສົາຫຼັກເມືອງ ແມ່ນມີສາມຈຸດຄື ສີ່ແຍກຖະໜົນ ດິງຕຽນຮວ່າງ - ຖະໜົນ ຮ່າງໃຄ; ແຄມໜອງ ຮວ່ານກ໊ຽມ; ເດີ່ນອະນຸສາວະລີເຈົ້າຊີວິດ ຫຼີຖາຍໂຕ໋. ສ່ວນຈຸດທີສີ່ໂດຍແມ່ນຜູ້ເຂົ້າຮ່ວມການປະກວດນຳສະເໜີ. ຈິດຕະກອນ ເລືອງຊວັນດວ່ານ ປະທານສະມາຄົມວິຈິດສິນ ຫວຽດນາມ ປະທານສະພາກວດສອບການປະກວດ ອອກແບບເສົາຫຼັກເມືອງ ຮ່າໂນ້ຍ ເນັ້ນໜັກວ່າ:

     “ໜອງ ຮວ່ານກ໊ຽມ ແມ່ນບໍລິເວນສັກສິດຂອງ ຮ່າໂນ້ຍ, ແມ່ນສະຖານທີ່ດູດດື່ມ ມີສີສັນວັດທະນະທຳເປັນຕົວແທນໃຫ້ແກ່ຊາວ ຮ່າໂນ້ຍ ທັງແມ່ນວັດທະນະທຳຂອງຊາວ ຫວຽດນາຄມ. ເພາະສະນັ້ນ ບໍ່ວ່າກິດຈະການໃດໆທີ່ປະຕິບັດຢູ່ອ້ອມແອ້ມໜອງ ຮວ່ານກ໊ຽມ ກໍ່ລ້ວນແຕ່ໄດ້ຮັບຄວາມສົນໃຈຈາກຊາວ ຮ່າໂນ້ຍ, ບັນດາຜູ້ຮັກຫອມວັດທະນະທຳ ຮ່າໂນ້ຍ. ການປະກວດ ແມ່ນຮຽກຮ້ອງໃຫ້ມີບັນດາແນວຄວາມຄິດອອກແບບ ຍາກທີ່ສຸດ,  ຂ້າພະເຈົ້າຖືວ່າ ຈາກແນວຄວາມຄິດ ຮອດຮູບພາບ ແລະ ສັນຍາລັກ ແມ່ນສາມປັດໄຈຕັດສິນຄວາມເປັນເອກະລັກ ໃຫ້ແກ່ເສົາຫຼັກເມືອງ ຮ່າໂນ້ຍ”.

     ກິດຈະການເສົາຫຼັກເມືອງ ຮ່າໂນ້ຍ ຂຶ້ນກັບໂຄງການກໍ່ສ້າງ, ບູລະນະກໍ່ສ້າງໜອງ ຮວ່ານກ໊ຽມ. ການອອກກແບບກິດຈະການ ທັງຕ້ອງຮັບປະກັນຄຸນປະໂຫຍດຂອງກິດຈະການ ທັງສາມາດແກ້ໄຂຄວາມກົມກຽວ ທາງດ້ານທັດຊະນີຍະພາບ ຢູ່ອ້ອມແອ້ມໜອງ ຮວ່ານກ໊ຽມ ສະແດງໃຫ້ເຫັນຄວາມໝາຍທາງດ້ານວັດທະນະທຳ ປະຫວັດສາດອັນເລິກເຊິ່ງ ຍືນຍົງຄົງຕົວກັບການເວລາ.      ທ່ານ ຈິ້ງຮວ່າງຕຸ່ງ     ຜູ້ອຳນວຍການຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງ ເມືອງ ຮວ່ານ ກ໊ຽມ ໃຫ້ຮູ້ວ່າ:

    “ເສົາຫຼັກເມືອງ ຮ່າໂນ້ຍ ແມ່ນກິດຈະການພິເສດ ສະແດງໃຫ້ເຫັນທີ່ຕັ້ງພູມສາດ, ມີລັກສະນະສັນຍາລັກສູງ, ທັງທັນສະໄໝ ທັງສະແດງໃຫ້ເຫັນສີສັນວັດທນະທຳ ປະຫວັດສາດ ທັງລອງ - ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ. ກິດຈະການແມ່ນຜະລິດຕະພັນສິລະປະກຳສາທາລະນະ ທີ່ກົມກຽວກັບທັດຊະນີຍະພາບໜອງ ຮວ່ານກ໊ຽມ ແລະ ທັງແມ່ນສະຖານທີ່ຂາດບໍ່ໄດ້ ໃນການເດີນທາງ ທ່ອງທ່ຽວ ຢ້ຽມຊົມ ຢູ່ນະຄອນຫຼວງ ຮ່າໂນ້ຍ”.

    ຕາມກົດລະບຽບຂອງການປະກວດ ອອກແບບເສົາຫຼັກເມືອງ ຮ່າໂນ້ຍ, ມີພຽງ ໜຶ່ງລາງວັນທີ 1, ໜຶ່ງລາງວັນທີ 2 ແລະ ໜຶ່ງລາງວັນທີ 3 ເທົ່ານັ້ນ. ແຕ່ພາຍຫຼັງເລືອກເຟັ້ນບັນດາລາງວັນຢ່າງເປັນທາງການແລ້ວ, ກໍ່ເຫັນວ່າມີຫຼາຍບົດເຂົ້າຮ່ວມການປະກວດມີຄຸນນະພາບດີ, ດັ່ງນັ້ນຄະນະຈັດຕັ້ງ ໄດ້ເລືອກເອົາສອງວິທີການມອບລາງວັນຊົມເຊີຍຕື່ມອີກ.  ອ້າຍ ຟ້າມຖາຍບິ່ງ ສະມາຊິກໃນກຸ່ມອອກແບບ ໄດ້ຮັບລາງວັນທີໜຶ່ງໃນການປະກວດ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າໄດ້ຕົກລົງນຳໃຊ້ວິທີການປະຕິມາກຳ ດ້ວຍແສງສະຫວ່າງ ເພາະວ່າມີພຽງແຕ່ແສງສະຫວ່າງ ຈຶ່ງເໝາະສົມທີ່ສຸດ ແລະ ນຳມາເຊິ່ງປະສິດທິຜົນ. ກິດຈະການເມື່ອໄດ້ຮັບການກໍ່ສ້າງຂຶ້ນເປັນຮູບປະທຳ ຈະແມ່ນສະຖານທີ່ທີ່ພົ້ນເດັ່ນ ແລະ ເປັນເອກະລັກ”.

      ໃນເດືອນ ຕຸລາ ທີ່ຈະມາເຖິງນີ້ ຊຶ່ງກົງກັບໂອກາດສະເຫຼີມສະຫຼອງ 1010 ປີ ແຫ່ງວັນ ທັງລອງ ຮ່າໂນ້ຍ, ນະຄອນຫຼວງ ຮ່າໂນ້ຍ ຈະຈັດງານວາງສະແດງບັນດາວິທີອອກແບບເສົາຫຼັກເມືອງ ຮ່າໂນ້ຍ ຢູ່ບໍລິເວນອ້ອມໜອງ ຮວ່ານກ໊ຽມ. ຜ່ານນັ້ນ ກໍ່ຮັບເອົາຄຳເຫັນປະກອບຂອງປະຊາຊົນ, ແຂກທ່ອງທ່ຽວ ເພື່ອເລືອກເຟັ້ນເອົາວິທີອອກແບບດີທີ່ສຸດ  ສຳລັບເສົາຫຼັກເມືອງໃນປີ 2020 ເພື່ອດຳເນີນການກໍ່ສ້າງໂດຍໄວ. ເມື່ອໄດ້ຮັບການກໍ່ສ້າງສຳເລັດ ເສົາຫຼັກເມືອງ ຮ່າໂນ້ຍ ຈະແມ່ນສະຖານທີ່ມີຄວາມປະທັບໃຈ ສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ. 

ຕອບກັບ

ຂ່າວ/ບົດ​ອື່ນ