ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງປູຊະນີຍະສະຖານຢູ່ຫວຽດນາມ

ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງປູຊະນີຍະສະຖານຢູ່ຫວຽດນາມ - ảnh 1
ຍັງມີປູຊະນີຍະສະຖານຫຼາຍແຫ່ງຄວນບຸລະນະປະຕິສັງຂອນ
(ພາບ : baomoi)



ປະຈຸ​ບັນ, ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດກັບວັດທະນະທຳ​​ເວົ້າ​ລວມ ​ແລະ ລະຫວ່າງ​ການ​ອະນຸລັກ​ຮັກສາກັບ​ການ​ພັດທະນາ​ເວົ້າ​ສະ​ເພາະ​ໃຫ້​ດີ​ເທົ່າ​ທີ່​່ຄວນພວມ​ແມ່ນ​ບັນຫາ​ທີ່​ມີ​ລັກສະນະທົ່ວໂລກ, ໄດ້ຮັບຄວາມສົນໃຈຈາກ ທຸກໆປະເທດໃນໂລກ, ພິເສດແມ່ນສຳລັບບັນດາປະເທດພວມພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ,ໃນນັ້ນມີຫວຽດນາມ. ໃນສະພາບການດັ່ງກ່າວ, ບັນດາ ນັກຄຸ້ມຄອງ, ບັນດາຜູ້ຊ່ຽວຊານດ້ານວັດທະນະທຳຫວຽດນາມພວມມານະ ພະຍາຍາມຊອກຫາວິທີອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງປູຊະນີ ຍະສະຖານປະຫວັດສາດວັດທະນະທຳທີ່​ມີ​ຄຸນຄ່ານັບໝື່ນແຫ່ງຢູ່ຫວຽດນາມ.

   ໄລ່ຮອດເດືອນ 8 ປີ 2010, ຫວຽດນາມມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳ 4 ໝື່ນແຫ່ງ, ໃນນັ້ນມີກ່ວາ 3000ແຫ່ງຖືກຈັດອັນດັບປູຊະນີ ຍະສະຖານລະດັບຊາດ ແລະ ກ່ວາ 5000ແຫ່ງຖືກຈັດອັນດັບປູຊະນີຍະສະຖານ ລະດັບ​ແຂວງ. ຄວາມ​ອຸດົມສົມບູນ​ກ່ຽວ​ກັບປະ​ເພດປູຊະນີຍະສະຖານ ກໍ​ຄືປະຫວັດ​ຄວາມ​ເປັນ​ມາ​ດ້ານ​ວັດທະນະທຳ​ມາ​ແຕ່​ດົນ​ນານ ​ແລະ ມີ​ການ​ສືບ ທອດຂອງ​ບັນດາປູຊະນີ ຍະສະຖານນີ້ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ທີ່​ມີ​ຕໍ່​ລຸ່ນຄົນ​ໃນ​ອະນາຄົດ. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ຊາວ​ຫວຽດນາມລຸ່ນຄົນ​ຕ່າງໆ​ໄດ້​ສຸມ​ເຫື່ອ​ແຮງ​ເພື່ອ​ອະນຸລັກ​ຮັກສາ, ບູລະນະ​ປະຕິສັງຂອນປູຊະນີຍະສະຖານນັບ​ໝື່ນ​ແຫ່ງ. ​ແຕ່​ໃນ​ປະຈຸ​ບັນ, ມີຈຳນວນປູຊະນີຍະສະຖານບໍ່​ໜ້ອຍ​ທີ່​ມີ​ມາ​ແຕ່ 200-300 ປີ ພວມ​ຖືກ​ຊຸດ​ໂຊມ​ເປ​ເພ​ຢ່າງ​ໜັກ​ຍ້ອນ​ຜົນ​ສະທ້ອນ​ຈາກ​ການ​ເວລາ, ສົງຄາມ, ການ​ກະທົບ​ຈາກ​ມະນຸດ, ຄວນ​ໄດ້​ຮັບ​ການບຸລະນະ​ປະຕິສັງຂອນ​ໃນ​ທັນທີ. ​ແຕ່​ການບຸລະນະ​ປະຕິສັງຂອນປູຊະນີຍະສະຖານທີ່​ຖືກ​ເປ​ເພ​ນັ້ນ, ຈຳ​ເປັນ​ຕ້ອງ​ຮັກສາ​ວິນ​ຍາ​ນຂອງປູຊະນີຍະສະຖານ​ເຫຼົ່າ​ນັ້ນ​ໃຫ້​ໄດ້. ກ່ຽວ​ກັບ​ສິ່ງນີ້, ທ່ານ ຫງວຽນ​ຢ້ວານ​ຕວນ ຫົວໜ້າ​ຄະນະຄຸ້ມຄອງປູຊະນີຍະສະຖານ-ທິວ​ທັດ​ທຳ​ມະ​ຊາດ ຮ່າ​ໂນ້ຍ ​ຖື​ວ່າ:

   “ ຕາ​ມຂ້າພະ​ເຈົ້າ​​ແລ້ວ, ​ເມື່ຶອປູຊະນີຍະສະຖານ​ແຫ່ງ​ໜຶ່ງ​ຖືກ​ເພພັງ​ແລ້ວ, ​ເຮົາ​ບໍ່​ສາມາດ​ທົດ​ແທນດ້ວຍ​ວັດຖຸ​ໃໝ່​ໄດ້. ສຳລັບ​ດ້ານ​ຄຸນຄ່າ​ທີ່​ບໍ່​ອາດ​ປ່ຽນ​ແປງ​ນັ້ນ, ​ແມ່ນ​ບໍ່​ຕ້ອງ​ປ່ຽນ​ແປງ​ທາງ​ດ້ານ​ຮູບ​ຮ່າງ​, ສະຖາປັດຕະຍະກຳ, ຂອບ​ຂະໜາດ ​ແລະທີ່​ຕັ້ງ​ຂອງປູຊະນີຍະສະຖານ​ແຫ່ງ​ນັ້ນ. ​ແຕ່​ສຳລັບ​ສ່ວນ​ນ້ອຍໆ​ຄື​ກ້ອນ​ດິນ​ຈີ່ຖືກ​ແຕກ​ແລ້ວ ​ແມ່ນ​ຕ້ອງ​ທົດ​ແທນ​ດ້ວຍ​ກ້ອນ​ດິນ​ຈີ່​ອື່ນ​ໂດຍ​ມີ​ຮູບ​ແບບ​ຄ້າຍຄື​ກັນ. ສ່ວນ​ວັດຖຸ​ຕ່າງໆ​ທີ່​ເຮົາ​ບໍ່​ສາມາດ​ຮັກສາ​ໄວ້​ອີກນັ້ນ, ກໍ​ຕ້ອງ​ປ່ຽນແທນ”

   ປູຊະນີຍະສະຖານປະຫວັດສາດ ວັດທະນະທຳ​​ຈຳນວນເກືອບທັງ​ໝົດລ້ວນ​ແຕ່​ຖື​ກນຳ​ເຂົ້າ​ການ​ຂຸດ​ຄົ້ນ​ຮັບ​ໃຊ້​ການທ່ອງທ່ຽວ​ເພື່ອ​ມີ​ແຫຼ່ງທຶນ​ດຳ​ເນີນ​ການບຸລະນະ​ປະຕິສັງຂອນ, ຍົກ​ລະດັບ, ອະນຸລັກ​ຮັກສາ. ​ແຕ່​ສິ່ງ​ສຳຄັນ​ກ່ວາ​ໝູ່​ແມ່ນ​ເພື່ອ​ໂຄສະ​ນາ, ​ແນະນຳ​ຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ຈິດ​ໃຈ​ຂອງປູຊະນີ ຍະສະຖານ​​ໃຫ້​ແກ່​ແຂກ​ທ່ອງ​ທ່ຽງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮັບ​ຊາບ. ທ່ານ ດັ້ງ​ງອກ​ກິມ ຜູ້ອຳນວຍການ​ສູນ​ເຄື່ອນ​ໄຫວ​ວັດທະນະທຳ​ວິທະຍາສາດ ວັນ​ມ້ຽວ ກວກ​ຕືຢ້າມ ຖື​ວ່າ ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງປູຊະນີ ຍະສະຖານ ຍາມ​ໃດ​ກໍ​ຕ້ອງ​ໄປ​ຄ່ຽງຄູ່​ນຳ​ກັນ. ທ່ານ​ກ່າວ​ວ່າ:

    “ ນອກຈາກ​ບັນດາ​ໜ້າ​ທີ່​ຕ້ອງເຮັດ​ເປັນ​ປະຈຳ ​ແລະ ຕໍ່​ເນື່ອງ​ໃນ​ແຕ່​ລະ​ວັນ​ຄື ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ, ​ແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມ​ຊົມ, ທັດສະນະ​ສຶກສາ​ຢູ່​ເຂດ​ປູຊະນີຍະສະຖານ, ຈັດ​ຕັ້ງ​​ໂຄສະນາ, ​ແນະນຳ​ກ່ຽວ​ກັບ​ຄຸນຄ່າ​ຂອງ​ປູຊະນີຍະສະ ຖານວັດທະນະທຳ, ວິທະຍາສາດ​ຢູ່ ວັນ​ມ້ຽວ ກວກ​ຕືຢ້າມ ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ພວກ​ຂ້າພະ​ເຈົ້າ​ຍັງ​ປະຕິບັດ​ວຽກ​ງານ​ອະນຸລັກ​ຮັກສາ, ບຸລະນະ​ປະຕິສັງຂອນ​ປູຊະນີຍະສະຖານ, ທັງ​ເປ​ັນການ​ກັນ​ສະພາບ​ຊຸດ​ໂຊມ, ທັງ​ເຊີດ​ຊູ ​ຄວາມ​ງາມ, ພິ​ເສດ​ແມ່​ນການລົງທຶນ​ບຸລະນະ​ທັດສະນີ​ຍະ​ພາບ, ສິ່ງ​ແວດ​ລ້ອມ, ບົວລະບັດ​ຮັກສາ​ສວນ​ຕົ້ນ​ໄມ້​ໃບ​ຫຍ້າ​ໃນ​ບໍລິ​ເວນ​ຂອງ​ເຂດ​ປູຊະນີຍະສະຖານ  ”

    ອາດ​ຈະ​ຢືນຢັນວ່າ ການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາປູຊະນີຍະສະ ຖານປະຫວັດສາດ ວັດທະນະທຳ ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຂອງ​ບັນດາ​ນັກຄຸ້ມ​ຄອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ວົງ​ຄະນະ​ຍາດ​ອີກ​ດ້ວຍ. ສິ່ງ​ທີ່​ສຳຄັນ​ແມ່ນ​ພົນລະ​ເມືອງແຕ່ລະຄົນຕ້ອງ​ມີ​ສະຕິ​ ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງປູຊະນີຍະສະ ຖານ​ເຫຼົ່ານັ້ນ. ທ່ານ​ດອກ​ເຕີ ຝ້າ​ມກ໋ວກ​ກວນ ຜູ້ອຳນວຍການ​ຫໍພິພິຕະພັນ​ປະຫວັດສາດຖື​ວ່າ :

   “ປູຊະນີຍະສະຖານຂອງ​ບໍ່​ວ່າ​ປະ​ເທດ​ໃດ ​ແລະ ຕາມ​ການ​ກຳນົດ​ທິດ​ຂອງ ອົງການ UNESCO ​ແມ່ນ​ຕ້ອງ​ມອບ​ໃຫ້​ວົງ​ຄະນະ​ຍາດ ​ແລະ ວົງ​ຄະນະ​ຍາດ​ເສີມ​ຂະຫຍາຍປູຊະນີຍະສະຖານ​ເຫຼົ່າ​ນັ້ນ​ໃຫ້​ຖືກຕ້ອງ. ​ແຕ່​ມີ​ສະພາບ​ເປັນ​ຈິງອັນ​ໜຶ່ງ​​ໃນປະຈຸ​ບັນ, ນັ້ນ​ແມ່ນ ປູຊະນີຍະສະຖານ​ເຫຼົ່າ​ນັ້ນ​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ຈາກ​ວົງ​ຄະນະ​ຍາດ, ​ແຕ່​ໃນ​ວຽກ​ງານ​ບຸລະນະປະຕິສັງຂອນກໍ​ຄື​ວຽກ​ງານ​ເສີມ​ຂະ ຫຍາຍ​ຄຸນຄ່າ​ຂອງ​ມັນ​ກໍ​ຍັງ​ມີຄວາມ​ຈຳກັດ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາປູຊະນີຍະສະຖານທີ່​ກ່ຽວຂ້ອງ​ເຖິງ​ງານ​ບຸນ. ຂ້າພະ​ເຈົ້າ​ຄິດ​ວ່າ ຖ້າ​ຫາກ​ມີ​ການ​ຄຸ້ມ​ຄອງ​ຢ່າງ​ໃກ້ຊິດ ​ແລະ ມີ​ບັນດາ​ການກ​ຳນົດທິດ, ຊີ້​ນຳ​ເປັນ​ຢ່າງ​ດີ​ນັ້ນ, ພວກ​ເຮົາ​ກໍ​ຈະ​ສາມາດ​ແກ້​ໄຂ​ສະພາບ​ການ​ນີ້​ໄດ້ ”

    ​ໂດຍ​​ເປັນ​ເອກະ​ພາບ​ກັບທັດສະນະດັ່ງກ່າວ, ທ່າ​ນນາງ ຫງວຽນ​ທິມິນ​ຫຼີ ຮອງ​ຫົວໜ້າ​ກົມ​ມໍລະດົກ-ກະຊວງ​ວັດທະນະທຳ-ກິລາ ​ແລະ​ ທ່ອງ​ທ່ຽວຫວຽດນາມຖື​ວ່າ ການ ​ແນະນຳ​ໃຫ້​ວົງ​ຄະນະ​ຍາດ​ມີ​ທ່າທີການ​ປະພຶດຢ່າງ​ແທດ​ເໝາະ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ.

    “ ​ເຮັດ​ໄດ້​ເຊັ່ນ​ນັ້ນ, ຈະ​ເປັນ​ການ​ຮັບປະກັນ​ວ່າ ຖ້າ​ຫາກ​ປະຊາຊົນ​ມອບ​ສິດ​ໃຫ້​ແກ່​ຄົນ​ລຸ່ນຫຼັງ​ນັ້ນ, ບັນດາ​ປັດ​ໃຈ​ພື້ນຖານ​ຂອງ ປູຊະນີຍະສະຖານ​ວັດທະນະທຳ​ຍັງ​ຄົງຕົວ​ຢູ່. ສຳລັບ​ບັນຫາ​ນີ້, ຂ້າພະ​ເຈົ້າ​ບໍ່​ເວົ້າ​ເຖິງ​ສິ່ງ​ທີ່​ເປັນ​ພື້ນຖານ, ນັ້ນ​​ແມ່ນ​ການ​ອະນຸລັກ​ຮັກສາ​ແບບ​ຕາຍ​ຕົວ, ໝາຍ​ຄວາມ​ວ່າ ຄົນ​ລຸ່ນຫຼັງ​ຕ້ອງ​ເຮັດ​ຄ້າຍຄື​ກັບຄົນ​ລຸ່ນກ່ອນ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຄົນ​ລຸ່ນຫຼັງ​ຕ້ອງ​ມີ​ຫົວຄິດປະດິດ​ສ້າງ, ​ແຕ່​ຕ້​ອງຮັບປະກັນ​ຫົວຄິດ​ປະດິດ​ສ້າງ​ເຫຼົ່ານັ້ນ​​ແມ່ນອີງ​ບົນພື້ນຖານ​ສືບ​ທອດ​ສິ່ງ​ເກົ່າ ​ແລະ ມັນ​ແມ່ນ​ຫົວຄິດ​ປະດິດ​ສ້າງ​ຢ່າງ​ແທ້​ຈິງ, ຫາກ​ບໍ່​ແມ່ນ​ການລອກ​ແບບ ”

    ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ການ​ອະນຸລັກ​ຮັກສາປູຊະນີຍະສະຖານ, ມໍລະດົກ​ວັດທະນະທຳ​ຍາມ​ໃດ​ກໍ່​ຄວນ​ມີ​ການ​ກຳນົດ​ທິດ, ຄຸ້ມ​ຄອງ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ລະບົບ​ຈາກ​ຂັ້ນ​ລັດ​ລົງ​ສູ່​ບັນດາ​ຫົວໜ່ວຍ​ວິຊາ​ສະ​ເພາະ ​ແລະ ວົງ​ຄະນະ​ຍາດ​ສັງຄົມ. ການ​ອະນຸລັກ​ຮັກສາປູຊະນີຍະສະຖານວັດທະນະທຳ ​ໃນ​ຂະ​ບວນວິວັດ​ພັດທະນາ ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ຫົວຄິດ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​​ໄຫວ​ພິບ​ໃນ​ການ​ນຳ​ໃຊ້​ບັນດາ​ຫຼັກການ​ວິທະຍາສາດ​ເພື່ອ​ເລືອກ​ເຟັ້ນ​ເອົາ​ວິທີ​ແກ້​ໄຂ​ທີ່ເໝາະ​ສົມ​ໃຫ້​ແກ່ ປູຊະນີຍະສະຖານ​ແຕ່ລະ​ແຫ່ງຢ່າງ​ລະອຽດ. ຈຸດໝາຍຂອງບັນດານັກຄຸ້ມຄອງ ແລະ ບັນດາຜຸູ້ຊ່ຽວຊານດ້ານວັດທະນະທຳຢູ່ ຫວຽດນາມວາງອອກໃນປະຈຸບັນ, ນັ້ນແມ່ນສືບຕໍ່ຜູກຮັດການ​ອະນຸລັກ​ຮັກສາ ແລະ ເສີມຂະຫຍາຍປູຊະນີຍະສະຖານກັບການດຳລົງຊີວິດຍຸກປະຈຸບັນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການພົວພັນ ແລກປ່ຽນດ້ານວັດທະນະທຳໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ