(vovworld) - ວັດທະນະທຳຄ້ອງ ໄຕງວຽນ, ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ, ພວມໄດ້ຮັບການອະນຸລັກຮັກສາ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ. ໃນນັ້ນການສະແດງສິລະປະທີ່ເປັນເອກະລັກສະເພາະນີ້ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ, ບໍ່ພຽງແຕ່ແມ່ນການໂຄສະນາ, ສືບທອດ ແລະ ຮັກສາຄຸນຄ່າວັດທະນະທຳພິເສດສະເພາະຂອງເຂດ ໄຕງວຽນ ເທົ່ານັ້ນ, ຫາກຍັງປະກອບສ່ວນ ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ປະຊາຄົມບັນດາເຜົ່າໃນເຂດ ໄຕງວຽນ ອີກດ້ວຍ.
ການສະແດງຄ້ອງຂອງເຜົ່າ ໄຕງວຽນ
ພາບ ອິນເຕີແນດ
ນອກຈາກການອະນຸລັກຮັກສາສິລະປະເດີມ, ຕິດພັນກັບວັດທະນະທຳຂອງປະຊາຄົມແລ້ວ, ການສະແດງຄ້ອງ ໄຕງວຽນ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ພວມກາຍເປັນການເຄື່ອນໄຫວວັດທະນະທຳທີ່ນຳມາເຊິ່ງມູນຄ່າດ້ານເສດຖະກິດ, ປະກອບສ່ວນແກ້ໄຂວຽກເຮັດງານທຳ ແລະ ຍົກສູງລະດັບຄອງຊີບຂອງຊາວເຜົ່າ ໄຕງວຽນ. ນັບແຕ່ປີ 2009 ມາຮອດປະຈຸບັນ, ແຂວງ ເລິມດົ່ງ ໄດ້ຈັດບັນດາໜ່ວຍ, ກອງສະແດງຄ້ອງອາຊີບ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ທ່ານນາງ ຫງວຽນທິງວຽນ, ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ເລິມດົ່ງ, ໃຫ້ຮູ້ວ່າ:
”ແຕ່ລະມື້, ໃນເຂດທ່ອງທ່ຽວຢູ່ໂນນພູ ໂມ້ງເມີ Ma – ra – gui… ພວກເຮົາເຄີຍຈັດຕັ້ງການເຄື່ອນໄຫວວັດທະນະທຳຄ້ອງ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ຢູ່ຂ້າງກອງໄຟ, ໃນເຂດພູຜາປ່າໄມ້, ນັກທ່ອງທ່ຽວສາມາດໄດ້ຮັບຊົມການເຄື່ອນໄຫວວັດທະນະທຳຄ້ອງທັງໝົດຂອງຊາວເຜົ່າ ໄຕງວຽນ. ປະຈຸບັນ, ພວກເຮົາໄດ້ສ້າງຕັ້ງກອງສະແດງຄ້ອງ11 ກອງ, ແຕ່ລະກອງມີນັກສະແດງແຕ່ 4 ເຖິງ 50 ຄົນ, ສິ່ງດັ່ງກ່າວໄດ້ປະກອບສ່ວນແກ້ໄຂວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ຊາວເຜົ່າຢູ່ທີ່ນີ້”.
ເຖິງຢ່າງໃດກໍ່ຕາມ, ບັນດາກອງສະແດງຄ້ອງຮັບໃຊ້ນັກທ່ອງທ່ຽວດ້ວຍຈຸດໝາຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັ້ນ, ຍ້ອນຜົນປະໂຫຍດທາງດ້ານເສດຖະກິດ ອາດຈະເຮັດໃຫ້ຄູນຄ່າເດີມຂອງວັດທະນະທຳຄ້ອງ ໄຕງວຽນ ຖືກສູນຫາຍໄປ. ທ່ານນາງ ລິງງາ ນຽກກະດາມ, ນັກຄົ້ນຄ້ວາວັດທະນະທຳເຜົ່າ ໄຕງວຽນ, ຖືວ່າ ບັນດານັກຄຸ້ມຄອງວັດທະນະທຳມີບົດບາດສຳຄັນ ໃນການອະນຸລັກຮັກສາວັດທະນະທຳພື້ນເມືອງເວົ້າລວມ, ວັດທະນະທຳຄ້ອງເວົ້າສະເພາະ ຜ່ານການເຄື່ອນໄຫວສະແດງຮັບໃຊ້ນັກທ່ອງທ່ຽວ:
”ຄວາມຈິງແລ້ວ, ບັນຫານີ້ແມ່ນຍາກຫຼາຍ, ມີຫຼາຍກອງ ບໍ່ພຽງແຕ່ສະແດງດົນຕີພື້ນເມືອງຂອງເຜົ່າຕົນເທົ່ານັ້ນ, ຫາກຍັງປະສົມກັບດົນຕີທີ່ທັນສະໄໝອີກດ້ວຍ. ດັ່ງນັ້ນ, ຢາກແກ່ງແຍ້ງ, ດຶງດູດແຂກຢ່າງໂປ່ງໄສ, ທັງອະນຸລັກຮັກສາວັດທະນະທຳເຜົ່າໄວ້ໄດ້, ຂະແໜງວັດທະນະທຳຕ້ອງມີການໄຈ້ແຍກ, ກຳນົດທິດໃຫ້ບັນດາກອງສະແດງຄ້ອງເຫຼົ່ານັ້ນ. ເພາະວ່າ, ບາງເທື່ອເຂົາເຈົ້າກໍ່ບໍ່ຮູ້ໄດ້ວ່າເຮັດຄືແນວນັ້ນແມ່ນບໍ່ຖືກຕ້ອງ, ເຂົາເຈົ້າພຽງແຕ່ຄິດຕ້ອງເຮັດແນວໃດເພື່ອສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວເທົ່ານັ້ນ”.
ການສະແດງຄ້ອງຂອງເຜົ່າ ໄຕງວຽນ
ພາບ ອິນເຕີແນດ
ທ່ານນາງ ຫງວຽນທິງວຽນ, ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ເລິມດົ່ງ, ຖືວ່າ, ການສົມທົບລະຫວ່າງວັດທະນະທຳເຜົ່າກັບຄວາມຕ້ອງການຂອງນັກທ່ອງທ່ຽວ, ອາດຈະເຮັດໃຫ້ວັດທະນະທຳພື້ນເມືອງຂອງທ້ອງຖີ່ນສູນຫາຍໄປ. ແຕ່ຂະແໜງວັດທະນະທຳ ເລິມດົ່ງ ໄດ້ເປັນເຈົ້າການແກ້ໄຂບັນຫານີ້. ທ່ານນາງ ຫງວຽນທິງວຽນ, ໃຫ້ຮູ້ວ່າ:
”ກ່ຽວກັບການຄຸ້ມຄອງລັດ, ພວກຂ້າພະເຈົ້າຕ້ອງມີການກະທົບ ແລະ ກຳນົດທິດ. ບັນດາກອງສະແດງຄ້ອງນີ້ຢາກເຄື່ອນໄຫວ ຕ້ອງມີໜັງສືອະນຸຍາດຂອງພວກຂ້າພະເຈົ້າ, ແຕ່ລະປີພວກຂ້າພະເຈົ້າຕ້ອງກວດກາຕີລາຄາ ກ່ຽວກັບເນື້ອໃນລາຍການສະແດງເພື່ອຮັບປະກັນອະນຸລັກຮັກສາວັດທະນະທຳຄ້ອງໄວ້”
ກອງສິລະປະສະແດງຄ້ອງຮັບໃຊ້ການທ່ອງທ່ຽວ
ພາບ ອິນເຕີແນດ
ສ່ວນບັນດານັກຄົ້ນຄ້ວາວັດທະນະທຳກໍ່ຖືວ່າ, ບັນດາກອງສິລະປະຮັບໃຊ້ການທ່ອງທ່ຽວ ແມ່ນກອງສະແດງດົນຕີຄ້ອງ, ຫາກບໍ່ແມ່ນສະແດງວັດທະນະທຳຄ້ອງ ໄຕງວຽນ. ເວລາສະແດງ, ບັນດານັກສິນລະປິນນຳໃຊ້ຄ້ອງຄືດັ່ງເຄື່ອງດົນຕີ. ດຮ. ຮ່ວາງເຊີນ, ຮອງຫົວໜ້າສະຖາບັນສິລະປະວັດທະນະທຳຫວຽດນາມ, ແບ່ງປັນວ່າ:
”ດ່າລາດມີກອງສະແດງຄ້ອງນັບພັນກອງ ທີ່ພວມເຄື່ອນໄຫວຢ່າງຖືກຕ້ອງຕາມພິທີການທີ່ເປັນມູນເຊື້ອຂອງເຂົາເຈົ້າ. ມີ 11 ກອງໄດ້ສະແດງຕາມຮູບການສົມທົບລະຫວ່າງດົນຕີເຜົ່າກັບດົນຕີທີ່ທັນສະໄໝ, ດ້ວຍຈຳນວນໜ້ອຍຄືແນວນັ້ນ, ມັນຈະບໍ່ສົ່ງຜົນສະທ້ອນເຖິງວັດທະນະທຳຄ້ອງຂອງດ່າລາດ, ເລິມດົ່ງເວົ້າສະເພາະ ແລະ ເຂດ ໄຕງວຽນເວົ້າລວມ”
ອາດເຫັນໄດ້ວ່າ, ການສະແດງຄ້ອງຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວແມ່ນການເຄື່ອນໄຫວທີ່ມີປະໂຫຍດ, ປະກອບສ່ວນພໍສົມຄວນເຂົ້າໃນວຽກງານອະນຸລັກຮັກສາຄູນຄ້າວັດທະນະທຳຄ້ອງ ໄຕງວຽນ. ຍ້ອນມີການຄຸ້ມຄອງ, ກຳນົດທິດຢ່າງຖືກຕ້ອງຂອງບັນດາອົງການຄຸ້ມຄອງ, ບົນພື້ນຖານທັງອະນຸລັກຮັກສາ, ທັງພັດທະນາມໍລະດົກວັດທະນະທຳ, ບັນດາໜ່ວຍ, ກອງສະແດງຄ້ອງທີ່ຮັບໃຊ້ນັກທ່ອງທ່ຽວຢູ່ ເລິມດົ່ງ, ພວມຕັ້ງໜ້າປະກອບສ່ວນພ້ອມກັບນັບຮ້ອຍໝູ່ບ້ານຢູ່ເຂດພູພຽງດິນແດງ, ຮັກສາວັດທະນະທຳຄ້ອງ ໄຕງວຽນ ໃຫ້ໄດ້.