ການເຊື່ອມໂຍງເຂົ້າກັບສາກົນຂອງວັດທະນະທຳຫວຽດນາມ

ການເຊື່ອມໂຍງເຂົ້າກັບສາກົນຂອງວັດທະນະທຳຫວຽດນາມ - ảnh 1
ບັນຫາການເຊື່ອມໂຍງເຂົ້າກັບສາກົນຂອງວັດທະນະທຳຫວຽດນາມ​ໄດ້​ນຳ​ມາ​ປຶກສາ​ຫາລື​ຢູ່​ການສຳ​ມະ​ນາສາ​ກົນ​ຫວຽດນາມ​ວິທະຍາ​ຄັ້ງ​ທີ່ 4
(ພາບ: baomoi.com)


“ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ” . ນີ້ແມ່ນຄຳປະໂຫຍກເຄີຍຖືກເວົ້າເຖິງ. ໂດຍນອນໃນທ່າອຽງ ດັ່ງກ່າວ, ວັດທະນະທຳຫວຽດນາມກໍພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະທຳໂລກເທື່ອລະກ້າວ. ວັດທະນະທຳຫວຽດນາມປ່ຽນແປງຄື ແນວໃດ, ​ເຊື່ອມ​ໂຍງ​ຄື​ແນວ​ໃດ ກໍ​ແມ່ນ​ບັນຫາ​ທີ່​ບັນດາ​ນັກ​ຄົ້ນ​ຄ້ວາ​ຫວຽດນາມ​ວິທະຍາທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວັດທະນະທຳ​​ໄດ້​ນຳ​ມາ​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຫວຽດນາມ​ວິທະຍາ​ຄັ້ງ​ທີ່ 4 ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ເມື່ອ​ບໍ່​ດົນ​ມານີ້. ​

    ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວັດທະນະທຳ, ​ເປັນ​ຕົ້ນ​ແມ່ນ​ວັດທະນະທຳ​ໃນ​ໄລຍະເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ທ່ານ​ສາດສະດາຈານ, ດຣ ຝ້າ​ມດຶກ​ເຢືອງ ຫົວໜ້າ​ສະຖາ​ປັນ​ຄົ້ນ​ຄ້ວາ​ວັດທະນະທຳ​ຝ່າ​ຍຕາ​ເວັນ​ອອກ ຖື​ວ່າ :

       “ ​ເມື່ອ​ກ່ອນ​ນີ້, ຢູ່​ຫວຽດນາມ, ​ໃນ​ຕະຫຼອດ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ, ວັດທະນະທຳ​ຍັງ​ຄົງ​ນຳ​ໜ້າ ​ເພາະວ່າວັດທະນະທຳ​ຕັດສິນ​ໃຫ້​ຊາວ​ຫວຽດນາມ​ປົກ​ປັກ​ຮັກສາ​ປະ​ເທດ​ເພື່ອ​ສ້າງສາປະ​ເທດ​ຊາດ. ​ໃນ​ວັນ​ນີ້, ພວກ​ເຮົາ​ໄດ້​ເຂົ້າ​ສູ່​ການ​ພັດທະນາ​ແບບ​ທັນ​ສະ​ໄໝ, ​ແຕ່ວັດທະນະທຳຍັງ​ຄົງ​ສວມ​ບົກ​ບາດ​ເປັນ​ພື້ນຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ການ​ພັດທະນາ. ​ເມື່ອ​ສ້າງສາ​ປະ​ເທດ​ຊາດ​ດ້ວຍ​ວິທະຍາ ສາດ-​ເຕັກ​ໂນ​ໂລ​ຢີ ​ແລະ ກົນ​ໄກ​ການ​ຕະຫຼາດ​ນັ້ນ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່ສຸດ​ຂີດ​ເຖິງ​ທີ່​ຕັ້ງ​ບົດບາດ​ຂອງວັດທະນະທຳ. ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຂ້າພະ​ເຈົ້າ​ຄິດ​ວ່າ​ບົດບາດ​ຂອງວັດທະນະທຳທັງ​ແມ່ນ​ກຳລັງ​ຊຸກຍູ້, ທັງ​ແມ່ນ​ສິ່ງ​ດັດ​ປັບ​ອັນ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ ”

    54 ຊົນ​ເຜົ່າ​ອ້າຍ​ນ້ອງ​ຢູ່​ປະ​ເທດ​ຫວຽດນາມ​ໄດ້​ນຳ​ມາ​ເຊິ່ງຄວາມ​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ສີກ່ຽວ​ກັບ​ວັດທະນະທຳ​ໃຫ້​ແກ່​ຊາດ​ຕົນ. ​ແຕ່​ລະ​ຊົນ​ເຜົ່າ, ​ແຕ່ລະ​ເຂດ​ແຄ້ວ​ນ ກໍ​ມີ​ຈຸດ​ວັດທະນະທຳສະ​ເພາະ​ຂອງ​ໃຜ​ຂອງ​ມັນ. ຍ້ອນ​ເຫດ​ນີ້​ເອງ ​ໄດ້​ສ້າງ​ເປັນຄວາມ​ດູດ​ດື່ມ​ຂອງວັດທະນະທຳ​ຫວຽດນາມ​ສຳລັບ​ບັນດານັກ​ຄົ້ນ​ຄ້ວາ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ. ທ່ານ​ດຣ Lukas Parker ອາຈານ​ສັງກັດ​ມະຫາ​ວິທະຍາ​ໄລ​ສາກົນ RMIT ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ :

   “ ຂ້າພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​ເອົາ​ຫົວ​ເລື່ອງ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບຸນ​ເຕັດ​ຫວຽດນາມ, ​ເພາະວ່າ​ເມື່ອ​ຫາ​ກໍ​ມາ​ຮອດ​ປະ​ເທດ​ຂອງ​ພວກ​ເພື່ອນ, ຂ້າພະ​ເຈົ້າ​ໄດ້​ເຊື່ອ​ໝັ້ນ​ວ່າ ຜ່ານ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບຸນ​ເຕັດ​ຫວຽດນາມ, ຂ້າພະ​ເຈົ້າ​ສາມາດ​ຊອກ​ຮູ້​ໄດ້​ຫຼາຍ​ແງ່​ມຸມທີ່​ແຕກ​ຕ່າງ​ກັນ​ຂອງວັດທະນະທຳ ​ແລະ ສັງຄົມ​ຫວຽດນາມ. ສຳລັບ ບຸນ​ເຕັດ, ​ແມ່ນ​ມີ​ຫຼາຍ​ບັນ​ຫາ​ເມື່ອ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ມັນ, ພວກ​ເພື່ອນ​ອາດ​ຈະ​ເປີດ​ກ້ວາງ​ອອກ​ສູ່​ຂົງ​ເຂດ​ອື່ນໆ​ໃນ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ຫວຽດນາມ”

    ອາດ​​ເວົ້າໄດ້​ວ່າ ປະມານ 10 ປີ​ມາ​ນີ້, ຈຳນວນມໍລະດົກວັດທະນະທຳ​ຫວຽດນາມ, ນັບ​ທັງມໍລະດົກວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ ມໍລະດົກວັດທະ ນະທຳ​ບໍ່ມີ​ຮູບ​ຮ່າງທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ​ໄດ້​ເພີ່ມ​ຂຶ້ນ​ເຊັ່ນ​ : ດົນຕີ​ໃນ​ພະລາດ​ຊະ​ວັງ​ເຫ້ວ, ຄ້ອງ​​ໄຕ​ງວຽນ, ຂັບ​ກາ​ຈູ..... ​ແລະ ​ໃນ​ທ້າຍ​ປີ 2011 ທີ່​ຜ່ານ​ມາ, ສິລະ​ປ​ະຂັບ​ຊວານ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງການ UNESCO ວ່າ​ແມ່ນ ມໍລະດົກວັດທະນະທຳ​ບໍ່ມີ​ຮູບ​ຮ່າງຄວນ​ໄດ້​ຮັບ​ການ​ຮັກສາ​ດ່ວນ. ທ່ານ​ຮອງສາດສະດາຈານ, ດຣ ​ເລ​ຮົ່ງຫຼີ ຫົວໜ້າ​ສະຖາ​ປັນ​ຄົ້ນ​ຄ້ວາ​ວັດທະນະທຳ​ຖື​ວ່າ :

   “ ​ເມື່ອບັນດາ​ຄຸນຄ່າວັດທະນະທຳ​ມີ​ຮູບ​ຮ່າງກໍ​ຄືວັດທະນະທຳ​ບໍ່ມີ​ຮູບ​ຮ່າງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ​ນັ້ນ, ​ແມ່ນ​ຈະ​ເປັນ​ທີ່​ຮູ້ຈັກ​ກັນ​ດີກ່ວາ​ເກົ່າ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ໃນ​​ໂລກ, ​ເຂົາ​ເຈົ້າ​ຊອກ​ຮູ້​ຄຸນຄ່າວັດທະນະທຳຫວຽດນາມຫຼາຍ​ກ່ວາ, ບັນດາ​ວົງ​ຄະນະ​ຍາດ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຫຼາຍ​ກ່ວາ​ເມ​ື່ອຄຸນຄ່າວັດທະ ນະທຳຂອງ​ທ້ອງ​ຖິ່ນ​ຕົນ​ໄດ້​ມີ​ຊື່​ສຽງ. ນັ້ນ​ແມ່ນ​ຈຸດ​ທີ່​ຕັ້ງ​ໜ້າ. ຈາກ​ນັ້ນ, ​ເຂົາ​ເຈົ້າຈະ​ມີ​ສະຕິ​ປົກ​ປັກ​ຮັກສາ​ຫຼາຍ​ກ່ວາ​ເພື່ອ​ມັນ​ຂະຫຍາຍຕົວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ນີ້​ກໍ​ແມ່ນ​ຈຸດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງວັດທະນະທຳຫວຽດນາມ​ໃນ​ຂະ​ບວນວິວັດ​ຫັນ​ເປັນ​​ໂລກາ​ພິວັດ ”

       ສ່ວນທ່ານ​ນາງ​ຮອງສາດສະດາຈານ, ດຣ Natalia Kraevskaia ສັງກັດ ​ສະຖາ​ປັນ​ຄົ້ນ​ຄ້ວາ​ວັດທະນະທຳ​ຝ່າຍຕາ​ເວັນ​ອອກ ມົດ​ສະ​ກູ-ລັດ​ເຊຍ ຊຶ່ງ​ແມ່ນ​ຜູ້​ໄດ້​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ຂອງ​ສິລະ​ປະຍຸກ​ປະຈຸ​ບັນ​ຫວຽດນາມ​ເວົ້າ​ວສະ​ເພາະ ​ແລະ ວັດທະນະທຳຫວຽດນາມ​ເວົ້າ​ລວມ ​ໄດ້​ແບ່ງປັນ​ທັດສະນະ​ວ່າ :

    “ ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກກ່ຽວ​ກັບ​ສິ່ງ​ໜຶ່ງ​ວ່າການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ແມ່ນສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ເປັນ​ໄປ ​ແລະ ສຳລັບການ​ເຊື່ອມ​ໂຍງ​ນີ້, ຂ້າພະ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ທັດສະນະ​ພວກ​ເຮົາ​ຕ້ອງ​ການ​ເຊື່ອມ​ໂຍງ​ຢ່າງ​​ເລິກ​ເຊິ່ງ, ກ້ວາງ​ຂວາງ. ສະ​ເພາະ​ກ່ຽວ​ກັບ​ບັນຫາ​ວັດທະນະທຳ, ພວກ​ເຮົາ​ຕ້ອງ​ຮັກສາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ໄດ້. ​ເວົ້າ​ເຊັ່ນ​ນັ້ນ ບໍ່​ໝາຍ​ຄວາ​ມວ່າ ພວກ​ເຮົາ​ປິດ​ປະຕູ​ໄວ້, ຫາກ​ຍັງ​ຄົງ​ຕ້ອງ​ເປີດ​ປະຕູ ​ແລະ ສຳຜັດ​ກັບ​ບັນດາ​ພື້ນຖານວັດທະນະທຳ, ​ແຕ່​ຕ້ອງ​ຮັກສາ​ສີສັນ​ສະ​ເພາະ​ຂອງ​ຕົນ​ ”

     ​ໃນ​ຊຸມ​ປີ​ມໍ່ໆມາ​ນີ້, ວັດທະນະທຳຫວຽດນາມ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ວັດທະນະທຳ​ລວມຂອງ​ໂລກຢ່າງ​ແຂງ​ແຮງ​. ສິ່ງ​ນີ້​ໄດ້​ສະ​ແດງ​ອອກ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ວັດທະນະທຳ, ບັນດາ​ເຫດການ​ແນະນຳ​ວັດທະນະທຳ​ຫວຽດນາມ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນອກຈາກ​ເລື່ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະ​ທຳສາກົນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ​ນັ້ນ, ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ໄປ​ພ້ອມ ​ແລະ ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ສຳລັບວັດທະນະທຳຫວຽດນາມນັ້ນ​ແມ່ນ​ເມື່ອເຊື່ອມ​ໂຍງ​ເຂົ້າ​ກັບ ວັດທະນະທຳ​ສາກົນ ຈຳ​ເປັນຕ້ອງ​ຮັກສາ​ສີສັນ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ