ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ - ມໍລະດົກວັດທະນະທຳ ບໍ່ເປັນວັດຖຸຂອງຊາດ ຫວຽດນາມ

(VOVWORLD) -ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ຮັບການເຊີດຊູຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເມື່ອປີ 2012. ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ຮັບການຕີລາຄາວ່າ ແມ່ນມີທີ່ຕັ້ງສຳຄັນພິເສດໃນຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ, ມີພະລັງຊິວິດອັນແຮງກ້າ ແລະ ຍາວນານ, ນັບມື້ນັບແຜ່ຂະຫຍາຍຢ່າງແຂງແຮງ ແລະ ກາຍເປັນສີສັນວັດທະນະທຳເປັນເອກະລັກຂອງຊາດ ຫວຽດນາມ
ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ - ມໍລະດົກວັດທະນະທຳ ບໍ່ເປັນວັດຖຸຂອງຊາດ ຫວຽດນາມ - ảnh 1 ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ

ຕາມບັນດານັກຄົ້ນຄວ້າແລ້ວ ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ແມ່ນວັດທະນະທຳການເຫຼື້ອມໃສບູຊາບັນພະບູລຸດຂອງຊາດ ຫວຽດນາມ, ສະແດງໃຫ້ເຫັນສິນລະທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”. ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ແມ່ນການເຕົ້າໂຮມວັດທະນະທຳທາງດ້ານຈິດວິນຍານ ແມ່ນສັນຍາລັກທາງດ້ານຈິດໃຈ ມະຫາສາມັກຄີທັງຊາດ. ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ບໍ່ພຽງແຕ່ແມ່ນສາຍສຳພັນລະຫວ່າງອະດີດຕະການກັບປັດຈຸບັນ ແລະ ອະນາຄົດເທົ່ານັ້ນ ຫາກຍັງແມ່ນສາຍສຳພັນຢ່າງໜັກແໜ້ນ ລະຫວ່າງມະນຸດດ້ວຍກັນ, ລະຫວ່າງປະຊາຄົມບັນດາເຜົ່າໃນຊີວິດຕົວຈິງ. ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ແລະ ງານບຸນວິຫານ ຮຸ່ງ (ແຂວງ ຝູເຖາະ) ໄດ້ສະແດງໃຫ້ເຫັນຄວາມຜູກພັນຂອງວົງຄະນາຍາດຊາວ ຫວຽດນາມ, ດ້ວຍເລື່ອງປາກຕໍ່ປາກເລົ່າຂານກັນມາ ກ່ຽວກັບພະບິດາ ລາກລອງກວນ ແລະ  ພະແມ່ ເອົາເກີ, ຊາດ ຫວຽດນາມ ກໍ່ໄດ້ມີກົກເຄົ້າເຫງົ້າກໍອັນດຽວກັນ, ຮ່ວມສາຍເລືອດ ລາກຮົ່ງ. ສາດສະດາຈານ ຫວຽນຈີເບ່ນ ສັງກັດສະພາມໍລະດົກແຫ່ງຊາດ ຢືນຢັນວ່າ:

    “ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ແມ່ນການເຫຼື້ອມໃສມີທີ່ຕັ້ງບົດບາດສຳຄັນພິເສດໃນແນວຄິດຈິດໃຈ ແລະ ໃນຊີວິດສັງຄົມຂອງຊາວຫວຽດນາມ. ບັນດາສະໄໝລາດຊະວົງຕ່າງໆ ໃນປະຫວັດສາດກໍ່ລ້ວນແຕ່ເອົາໃຈໃສ່ເຖິງການໄຫວ້ບູຊາເຈົ້າຊີວິດ ຮຸ່ງ.  ອາດຈະເວົ້າໄດ້ວ່າ ນີ້ແມ່ນການເຫຼືອມໃສທີ່ມີພະລັງຊີວິດ ແມ່ນບ່ອນອີງຂອງຊາດ ແລະ ວົງຄະນາຍາດ, ແມ່ນສາຍສຳພັນເພື່ອສ້າງຄວາມສາມັກຄີແຫ່ງຊາດ”.

         ບັນດານັກຄົ້ນຄວ້າກໍ່ໄດ້ຕີລາຄາວ່າ ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງມີບັນດາຄຸນຄ່າທາງດ້ານຄຸນສົມບັດອັນສູງສົ່ງ. ກ່ອນອື່ນໝົດ ການບູຊາບັນດາເຈົ້າຊີວິດຮຸ່ງ ແລະ ບັນດານັກວິລະຊົນທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນສະແດງໃຫ້ເຫັນຄວາມກະຕັນຍູ, ຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖືຕໍ່ຄຸນງາມຄວາມດີຂອງບັນພະບູລຸດ. ແມ່ນພື້ນຖານເພື່ອຄວາມສ້າງຄວາມມາດຕາປານີ ຄວາມຮັກແພງມະນຸດ ແລະ ລັກສະນະວົງຄະນາຍາດ. ໂດຍມີສະຕິຄວາມຮັບຮູ້ກ່ຽວກັບບັນພະບູລຸດ ແລະ ບັນດາເຈົ້າຊີວິດ ຮຸ່ງ, ກ່ຽວກັບບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ນຳມາເຊິ່ງຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງ ໃນວົງຄະນາຍາດສັງຄົມ ອັນໄດ້ຕັກເຕືອນໃຫ້ມະນຸດ ຈົ່ງກະທຳຕາມມາດຖານຄຸນສົມບັດ ແລະ ປັບປຸງຄວາມເຊື່ອໝັ້ນຕໍ່ການຊ່ວຍເຫຼືອ, ປົກປິດ  ແລະ ຄວາມຫວັງຂອງບັນພະບູລຸດ ແລະ ບັນດາເຈົ້າຊີວິດ ຮຸ່ງ. ພ້ອມກັນນັ້ນ, ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ກໍ່ຍັງມີຄຸນຄ່າກ່ຽວກັບນ້ຳໃຈຮັກຊາດ, ຈາກນັ້ນກໍ່ສ້າງໃຫ້ມີນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ມີສະຕິຄວາມຮັບຮູ້ກ່ຽວກັບເອກະລາດ ເປັນເຈົ້າຕົນເອງ. ທ່ານ ປອ ປະຫວັດສາດ ເຈິ່ນວັນຮຸ່ງ ສັງກັດມະຫາວິທະຍາໄລ ຮຸ່ງເວືອງ ແຂວງ ຝູເຖາະ ໃຫ້ຂໍ້ສັງເກດວ່າ:

    “ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ຮັບການເຊີດຊູຈາກໂລກ ຍ້ອນບັນດາຄຸນຄ່າອັນໃຫຍ່ຫຼວງທີ່ສຸດ. ຄຸນຄ່າທຳອິດແມ່ນຄວາມສາມັກຄີທົ່ວປວງຊົນທັງຊາດ, ສາຍສຳພັນໃນວົງຄະນາຍາດ, ຄຸນຄ່າທີສອງແມ່ນຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ທີ່ມີມານັບພັນປີຂອງຊາດ ຫວຽດນາມ. ຄຸນຄ່າທີສາມ ແມ່ນກົກເຄົ້າເຫງົ້າກໍຂອງຊາດ. ຄຸນຄ່າເຫຼົ່ານີ້ກໍ່ແມ່ນເອກະຜົນວັດທະນະທຳຂອງຊາດ ຫວຽດນາມ, ແມ່ນພື້ນຖານເພື່ອປະຕິບັດມະຫາສາມັກຄີທົ່ວປວງຊົນທັງຊາດ”.

      ຕາມຂໍ້ມູນຂອງກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ປັດຈຸບັນໃນທົ່ວປະເທດມີປູຊະນີຍະສະຖານບູຊາເຈົ້າຊີວິດ ຮຸ່ງ ຫຼາຍກວ່າ 1.400 ແຫ່ງ. ສະເພາະຢູ່ແຂວງ ຝູເຖາະ ມີເຖິງ 345 ແຫ່ງ ຕິດພັນກັບການເຫຼື້ອມໃສ, ໃນນັ້ນສຳຄັນທີ່ສຸດ ແມ່ນເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ. ນອກຈາກນັ້ນ, ວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ໄດ້ກໍ່ສ້າງວິຫານບູຊາເຈົ້າຊີວິດ ຮຸ່ງ ຢູ່ຫຼາຍປະເທດຄື ອາເມລີກາ, ການາດາ, ລາວ…

        ໂດຍໄດ້ກາຍເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ, ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ເປັນການສົ່ງເສີມຄວາມຮັບຮູ້ຂອງປະຊາຄົມບັນດາປະເທດໃນໂລກ ກ່ຽວກັບຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ, ກ່ຽວກັບທ່າທີ່ເຄົາລົບວັດທະນະທຳຫຼາກຫຼາຍສີສັນ.

ຕອບກັບ

ຂ່າວ/ບົດ​ອື່ນ