ກາເຟປຶ້ມເປີດກວ້າງເຂດເຊື່ອມຕໍ່ພູມປັນຍາ

(VOVWORLD) -ກາເຟປຶ້ມ ເຊິ່ງແມ່ນຮູບແບບປະສານສົມທົບລະຫວ່າງຫໍສະໝຸດຊຸມຊົນໂດຍບໍ່ເກັບຄ່າ ແລະເຂດດື່ມກາເຟຮັບໃຊ້ຜູ້ອ່ານນັບມື້ນັບປາກົດມີຢູ່ຫຼາຍແຫ່ງໃນປະເທດຫວຽດນາມ. ຢູ່ບັນດາຮ້ານຂາຍກາເຟຄືດັ່ງກ່າວ, ບັນດາເຫດການສະເໜີໂຕ, ແນະນຳປຶ້ມອ່ານໃໝ່, ການໂອ້ລົມສົນທະນາກັບບັນດານັກປະພັນແລະຜູ້ອ່ານກໍ່ໄດ້ຖືກຈັດຂຶ້ນ
ກາເຟປຶ້ມເປີດກວ້າງເຂດເຊື່ອມຕໍ່ພູມປັນຍາ - ảnh 1ຫໍສະໝຸດຊຸມຊົນໂດຍບໍ່ເກັບຄ່າ ແລະເຂດດື່ມກາເຟຮັບໃຊ້ຜູ້ອ່ານ

     ຈຸດພິເສດຂອງລະບົບຮ້ານກາເຟສົມທົບກັບຫໍສະໝຸດນີ້ ແມ່ນການສົມທົບລະຫວ່າງບັນດາການເຄື່ອນໄຫວສ້າງເປັນລະບົບພັດທະນາວັດທະນະທຳການອ່ານ. ຫໍສະໝຸດຊຸມຊົນດ້ວຍປຶ້ມອ່ານຫຼາຍຫົວທີ່ມີເນື້ອໃນດູດດື່ມຖືກວາງໃນເຂດຂຽວຮັບໃຊ້ຄວາມຕ້ອງການພົບປະແລກປ່ຽນປະຊຸມເຊື່ອມຕໍ່ພູມປັນຍາຂອງຜູ້ອ່ານອັນໄດ້ສ້າງເຂດຢ່ອນອາລົມໃຫ້ແກ່ຜູ້ນິຍົມມັກອ່ານປຶ້ມມັກຊອກຫາຄວາມຮູ້ມາພົວພັນແລກປ່ຽນແລະອ່ານປຶ້ມໂດຍບໍ່ເສຍຄ່າພ້ອມກັບການດື່ມກາເຟທີ່ແຊບໆ ໃນທ່າມກາງບໍລິເວນທີສວຍງາມ. ນາງເຈິ່ນງອກທຽນແທັງຜູ້ອ່ານຢູ່ນະຄອນ ໂຮ່ຈີມິນເປີດເຜີຍວ່າ:

    “ສຳລັບບັນດາຮ້ານຂາຍປຶ້ມຄືເມື່ອກ່ອນນີ້ ຂ້າພະເຈົ້າເຫັນວ່າ ບໍ່ມີບ່ອນນັ່ງດື່ມກາເຟເຊັ່ນນີ້. ໄປຮ້ານຂາຍປຶ້ມເຮົາຕ້ອງການມີບ່ອນນັ່ງເພື່ອອ່ານເພື່ອຊອກຮູ້ລະອຽດກ່ອນທີ່ຈະຊື້ ເພາະວ່າເງິນຈຳນວນທີ່ເຮົາຊື້ປຶ້ມຫົວໜຶ່ງໃນປັດຈຸບັນກໍ່ບໍ່ແມ່ນໜ້ອຍ. ຮ້ານຂາຍປຶ້ມມີບ່ອນນັ່ງໃຫ້ແຂກຂ້າພະເຈົ້າກໍ່ມາຈະມາສະໜັບສະໜູນຍາວນານ”.

  ສ່ວນຫຼາຍ ຮ້ານກາເຟສົມທົບກັບຫໍສະໝຸດກໍ່ເຄີຍຕັ້ງຢູ່ບ່ອນສະຫງົບງຽບ ມີອາກາດດີຢູ່ຕາມບັນດາຕົວເມືອງໃຫຍ່ ຖືກອອກແບບທັນສະໄໝແລະສວຍງາມເພື່ອແນະນຳໃຫ້ຜູ້ອ່ານ.  ຢູ່ບັນດາຮ້ານກາເຟປຶ້ມໃຫຍ່ມີປຶ້ມນັບພັນຫົວກໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກບັນດາສະມາຄົມພິມຈຳໜ່າຍ ຫວຽດນາມບັນດານັກອຸປະຖຳແລະບັນດາຫົວໜ່ວຍຈັດຕັ້ງ. ນາງດັ້ງທິມົ້ງຕວ່ຽນເຈົ້າຂອງຮ້ານຂາຍປຶ້ມ ຫ໋າຍອານຢູ່ຖະໜົນຫງວຽນທິມິງຄາຍເມືອງໜຶ່ງ ນະຄອນໂຮຈີມິນໃຫ້ຮູ້ວ່າ:

   “ຮ້ານຂາຍປຶ້ມພວກຂ້າພະເຈົ້າພວມກ້າວໄປເຖິງເລື່ອງບໍ່ແມ່ນດຳເນີນທຸລະກິດຄ້າຂາຍປຶ້ມເທົ່ານັ້ນ ຫາກຍັງແມ່ນບ່ອນເຊີດຊູປຶ້ມແລະສ້າງວັດທະນະທຳການອ່ານໃຫ້ແກ່ທຸກໆຄົນເພື່ອໃຫ້ເຂົາເຈົ້າຮູ້ສຶກສະຫວາດສະເຫວີຍ ເມື່ອມານີ້ອ່ານປຶ້ມ”.

   ມີຮ້ານຂາຍປຶ້ມນ້ອຍໆ ທີ່ມີຊື່ວ່າ: “ຮ້ານຂາຍປຶ້ມແລະບັນດາເລື່ອງລາວຂອງນາງຟານງອກເຝິນຖືກຕັ້ງຢູ່ໃນຮ້ານກາເຟ ກໍຫງອດ ທີ່ເມືອງນິງກ່ຽວນະຄອນເກິນເທີ ກໍ່ເປັນທີ່ຮູ້ຈັກກັນດີຂອງບັນດາຜູ້ນິຍົມມັກອ່ານປຶ້ມເປັນຕົ້ນແມ່ນບັນດາໄວໜຸ່ມ. ເພື່ອໃຫ້ຮູບແບບດຳເນີນທຸລະກິດກ່ຽວກັບປຶ້ມທີ່ມີທິດກ້າວເດີນທີ່ໝັ້ນຄົງໜັກແໜ້ນ,ນາງຟານງອກເຝິນ ໄດ້ອອກແບບຢ່າງສວຍງາມເປັນເອກະລັກຕັ້ງຢູ່ໃກ້ບັນດາມະຫາວິທະຍາໄລ. ນາງຟານງອກເຝິນໃຫ້ຮູ້ວ່າ:

   “ເມື່ອເວົ້າເຖິງການອ່ານປຶ້ມທາງອອນລາຍນັ້ນ, ບັນດາເພື່ອນໜຸ່ມບໍ່ສາມາດຮູ້ສຶກໄດ້ເຖິງການອ່ານທີ່ມີຄວາມດູດດື່ມ, ເຮົາເປີດຮ້ານຂາຍປຶ້ມຄືແນວນີ້ ຫັວງວ່າບັນດາເພື່ອຈະມາຮ້ານຂອງເຮົາຈັບປຶ້ມໃນມືເພື່ອອ່ານໂດຍກົງ. ຍິ່ງກວ່ານັ້ນເຮົາກໍ່ມີເງື່ອນໄຂພຽງພໍເພື່ອແນະນຳໃຫ້ບັນດາເພື່ອນກ່ຽວກັບປຶ້ມຫົວໃດທີ່ມ່ວນທີ່ສຸດແລະໃຫ້ຄຳປຶກສາໃຫ້ເຂົາເຈົ້າອີກດ້ວຍ”.

   ໂດຍທົ່ວໄປແລ້ວບັນດາເພື່ອນໜຸ່ມຈະຊອກຫາບັນດາຮ້ານກາເຟທີ່ມີຄວາມຍເອກະລັກ,ຍ້ອນເຫດນັ້ນວັດທະນະທຳການອ່ານຈະແຜ່ກະຈາຍສູ່ໄວໜຸ່ມຢ່າງງ່າຍດາຍກວ່າ. ເພື່ອນເຢືອງຟ້າມຢຸຍຄາງ ນັກສຶກສາສັງກັດມະຫາວິທະຍາໄລການແພດການຢາເກິ່ນເທີໃຫ້ຮູ້ວ່າ:

  "ນ້ອງມັກທີ່ສຸດເມື່ອມີເຂດອ່ານປຶ້ມໃນຮ້ານກາເຟ ເພາະວ່າເຮົາໄດ້ຊອກຮູ້ຕົວຈິງບໍ່ພຽງແຕ່ໄດ້ດື່ມກາເຟຫຼືໂອ້ລົມກັບໝູ່ເພື່ອນຫາກຍັງໄດ້ມານີ້ອ່ານປຶ້ມອີກດ້ວຍ ຢູ່ນີ້ກໍ່ມີບັນຍາກາດມ່ວນຊື່ນກວ່າ”.

   ຮູບແບບກາເຟປຶ້ມໄດ້ສ້າງຄວາມງາມສ້າງເຂດວັດທະນະທຳໃໝ່ທີ່ສົດໃສທັງຊ່ວຍໃຫ້ຊຸມຊົນມີສະຖານທີ່ດື່ມກາເຟ ຮ່ຳຮຽນ ເຮັດວຽກ ຊອກຮູ້ວັດທະນະທຳ ທັງເປັນການສົ່ງເສີມໃຫ້ທຸກໆ ຄົນເມົາມົວກັບການອ່ານປຶ້ມແລະນຳຜູ້ອ່ານຍັບເຂົ້າໃກ້ກັບປຶ້ມຫຼາຍກວ່າອີກ. ດ້ວຍບັນດາຄຸນຄ່າທີ່ນຳມາໃຫ້ນັ້ນຮູບແບບນີ້ຄວນໄດ້ຮັບການສົ່ງເສີມຫຼາຍກວ່າອີກ ເປັນຕົ້ນແມ່ນໄລຍະປະເທດຊາດພວມສ້າງພັດທະນາວັດທະນະທຳການອ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ