ຂີດໝາຍ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ, ພາກເໜືອ”ທີ່ນະຄອນຫຼວງຮ່າໂນ້ຍ”

(VOVWORLD) -    ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ ຊຶ່ງແມ່ນເຂດທາງທິດຕາເວັນອອກສ່ຽງເໜືອຂອງພາກເໜືອແລະນະຄອນຫຼວງຮ່າໂນ້ຍປີ 2022 ຫາກໍ່ຖືກຈັດຂຶ້ນຢູ່ບໍລິເວນໜອງ ຮວ່ານກ໊ຽມໃຈກາງນະຄອນຫຼວງຮ່າໂນ້ຍ. ເຫດການນີ້ ໄດ້ສ້າງໂອກາດເພື່ອໃຫ້ 6 ແຂວງເຂດຫວຽດບັກ ລວມມີຮ່າຢາງ, ຕວຽນກວາງ, ຖາຍງວຽນ, ບັກກ້ານ, ກາວບັ່ງ, ລ້າງເຊີນແລະນະຄອນຫຼວງຮ່າໂນ້ຍເຊື່ອມຕໍ່ກັນເພື່ອພັດທະນາການທ່ອງທ່ຽວພ້ອມທັງໂຄສະນາສີສັນວັດທະນະທຳທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນເຖິງແຂກທ່ອງທ່ຽວທັງຢູ່ພາຍໃນແລະສາກົນ.
ຂີດໝາຍ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ, ພາກເໜືອ”ທີ່ນະຄອນຫຼວງຮ່າໂນ້ຍ” - ảnh 1ເຂດວັດທະນະທຳແຂວງຮ່າຢາງ

     ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ, ພາກເໜືອແລະນະຄອນຫຼວງ ຮ່າໂນ້ຍແມ່ນເຫດການເປີດສາກໃຫ້ແກ່ບັນດາເຫດການທີ່ຂຶ້ນກັບລາຍການທ່ອງທ່ຽວ“ຜ່ານເຂດມໍລະດົກຫວຽດບັກພາກເໜືອ”ຖືກຈັດຂຶ້ນໃນແຕ່ລະປີ. ປີນີ້ລາຍການຖືກຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍໂດຍແມ່ນ ແຂວງ ຮ່າຢາງແມ່ນຫົວໜ່ວຍທີ່ເປັນຫົວໜ້າກຸ້ມຮັບຜິດຊອບ.ທ່ານຫງວຽນຮົ່ງຫ໋າຍ ຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງຮ່າຢາງໃຫ້ຮູ້ວ່າ:

   “ການຈັດຕັ້ງສັບປະດາວັດທະນະທຳທ່ອງທ່ຽວຢູ່ ຮ່າໂນ້ຍໄດ້ສະແດງໃຫ້ເຫັນແຈ້ງວ່າຮ່າຢາງແລະບັນດາແຂວງໄດ້ມີການຮ່ວມມືນຳກັນມາເປັນເວລາຫຼາຍປີ. ນີ້ເປັນຄັ້ງທຳອິດທີ່ໄດ້ຈັດຕັ້ງເຫດການຢູ່ ຮ່າໂນ້ຍ. ຄວາມຫວັງຂອງບັນດາແຂວງແມ່ນຮ່ວມສຳພັນເຊື່ອມຕໍ່ກັນ ເຮັດໄດ້ເຊັ່ນນັ້ນກໍ່ມີປະສິດທິຜົນເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ 6 ແຂວງເຂດຫວຽດບັກ,ພາກເໜືອແລະນະຄອນຫຼວງຮ່າໂນ້ຍນັບມື້ນັບຫຼາຍຂຶ້ນ”.

   ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ,ພາກເໜືອ ແລະ ນະຄອນຫຼວງຮ່າໂນ້ຍ ດ້ວຍບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນຄື ເຂດແນະນຳມໍລະດົກວັດທະນະທຳ, ສິນພິເສດສະເພາະຢູ່ບໍລິເວນເຮືອນ 8 ແຈ; ແນະນຳຮູບແບບສະຖານທີ່ມໍລະດົກທີ່ເປັນຕົວແທນຂອງບັນດາແຂວງນະຄອນ ຢູ່ຕາມຂອບທາງທີ່ຖະໜົນດິງຕຽນຮວ່າງ, ການວາງສະແດງຮູບຖ່າຍແນະນຳກ່ຽວກັບວັດທະນະທຳທ່ອງທ່ຽວຢູ່ບັນດາແຂວງ ເຂດຫວຽດບັກ,ພາກເໜືອໃນບໍລະເວນສວນສາທາລະນະ - ອະນຸສາວະລີ ຫຼີຖາຍໂຕ໋; ງານວາງສະແດງຮູບຖ່າຍກ່ຽວກັບທິວທັດຂອງບັນດາເຂດມໍລະດົກ ຫວຽດບັກ,ພາກເໜືອ... ມາແຫ່ງນີ້ ມວນຊົນແລະແຂກທ່ອງທ່ຽວຍັງມີໂອກາດໄດ້ຊີມລົດຊາດເຍື່ອງອາຫານຕ່າງໆ ໄດ້ຮັບຊົມການສະແດງສິລະປະຟ້ອນລຳທຳເພງຂອງພໍ່ແມ່ພີ່ນ້ອງຂອງບັນດາແຂວງ ເຂດຫວຽດບັກ,ພາກເໜືອ. ນ້ອງຟ້າມເທືອງຮວ່ຽນ ແລະ ນ້ອງຫງວຽນມິງທູ ຢູ່ນະຄອນຫຼວງຮ່າໂນ້ຍເປີດເຜີຍວ່າ:

   “ນ້ອງເຫັນວ່າການເຄື່ອນໄຫວຢູ່ນີ້ ແມ່ນຄຶກຄື້ນມ່ວນຊື່ນທີ່ສຸດ, ກ່ຽວກັບສີສັນວັດທະນະທຳກໍ່ຄືຊາວເຂດຫວຽດບັກ,ພາກເໜືອແມ່ນມີຫຼາຍຮູບຫຼາຍສີ.   ແນ່ນອນວ່າໃນໄລຍະທີ່ຈະມາເຖິງນ້ອງກໍ່ຈະມີແຜນການໄປທ່ອງທ່ຽວຢູ່ ເຂດຫວຽດບັກ,ພາກເໜືອເພື່ອຢ້ຽມຊົມທັດສະນະສຶກສາຕົວຈິງ”.

 “ນ້ອງເຫັນວ່າວັດທະນະທຳ ເຂດຫວຽດບັກ, ພາກເໜືອແມ່ນມີຫຼາຍຮູບຫຼາຍສີແລະຊາວພາກເໜືອກໍ່ມີບັນດາອາຊີບຫັດຖະກຳພວມສືບທອດກັນມາໃຫ້ຄົນລຸ້ນຫຼັງ. ໃນໄລຍະທີ່ຈະມາເຖິງນ້ອງກໍ່ຢາກໄປທ່ອງທ່ຽວຢູ່ເຂດຫວຽດບັກ,ພາກເໜືອເພື່ອຢ້ຽມຊົມທິວທັດທຳມະຊາດກໍ່ຄືຊີວິດປະຈຳວັນຂອງຊາວທ້ອງຖິ່ນ”.

 ເຂົ້າຮ່ວມລາຍການ ແຂວງຕວຽນກວາງມີຄວາມພົ້ນເດັ່ນຂຶ້ນ ດ້ວຍເຂດວາງສະແດງແນະນຳບັນດາຜະລິດຕະພັນ OCOP; ແຂວງຖາຍງວຽນກໍ່ມີເຂດແນະນຳຊາຊະນິດຕ່າງໆ ແລະ ບັນດາຂັ້ນຕອນຜະລິດປຸງແຕ່ງຊາ; ແຂວງບັກກ້ານກໍ່ດຶງດູດແຂກທ່ອງທ່ຽວດ້ວຍເຂດແນະນຳວັດທະນະທຳພື້ນເມືອງແລະສະຖານທີ່ທ່ອງທ່ຽວ. ເຂດວັດທະນະທຳແຂວງຮ່າຢາງກໍ່ໄດ້ຈັດຕັ້ງການສະແດງແນະນຳອາຊີບຫັດຖະກຳແນະນຳເຍື່ອງອາຫານ ຖັງໂກ໊ຂອງຊາວເຜົ່າມົ້ງ, ແນະນຳບັນດາຜະລິດຕະພັນ OCOP ທີ່ເປັນເອກະລັກຄືນ້ຳເຜິງ, ຊາຊານຕວຽດ. ບັນດາແຂວງ ເຂດຫວຽດບັກ,ພາກເໜືອທີ່ເຂົ້າຮ່ວມສັບປະດາວັດທະນະທຳປີນີ້ກໍ່ມານະພະຍາຍາມໂຄສະນາແນະນຳຜະລິດຕະພັນການທ່ອງທ່ຽວແລະບັນດາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນ. ທ່ານນາງຫງວຽນແທັງເຕິມ ຜູ້ອຳນວຍການສະຫະກອນ ເຕິມຮວ່າ ສະມາຊິກຂອງສະຫະສະມາຄົມທ່ອງທ່ຽວແຂວງກາວບັ່ງໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ມີແຜ່ນໂຄສະນາ ໃບບິວໂຄສະນາ. ໃນໃບບິວໂຄສະນາຂອງພວກຂ້າພະເຈົ້າກໍ່ແນະນຳບັນດາເລື່ອງລາວທ່ອງທ່ຽວແລະແນະນຳດ້ານພູມສາດ. ພວກຂ້າພະເຈົ້າກໍ່ມີສະຖານທີ່ຕ່າງໆຄືຖ້ຳປາກປໍ໊, ຫ້ວຍເລນິນຫຼືນ້ຳຕົກຕາດບ໋ານຢົກ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງພວກຂ້າພະເຈົ້າໃນປັດຈຸບັນ”. 

ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງ ເຂດຫວຽດບັກ,ພາກເໜືອ ແລະ ນະຄອນຫຼວງຮ່າໂນ້ຍປີ 2022 ໄດ້ປະກອບສ່ວນແນະນຳຮູບພາບພູຜາປ່າໄມ້ຊາວເຂດຫວຽດບັກ, ພາກເໜືອໃຫ້ແກ່ແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກ. ພາຍຫຼັງສັບປະດາບັນດາການເຄື່ອນໄຫວຂອງລາຍການທ່ອງທ່ຽວ “ຜ່ານບັນດາເຂດມໍລະດົກ ຫວຽດບັກ,ພາກເໜືອ” ຈະສືບຕໍ່ຈັດຂຶ້ນໃນເດືອນກໍລະກົດ ປີ 2022 ຢູ່ແຂວງຮ່າຢາງພ້ອມກັບບັນດາເຫດການຕອບສະໜອງຢູ່ບັນດາແຂວງພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ