“ຂັບກ່ຽວທັງເລື່ອງ” ໄດ້ວາດພາບເຖິງການ ຂັບກ່ຽວ ໃນອະດີດ

(VOVWORLD) -ພາຍຫຼັງທີໄດ້ຝັກໃຝ່ ແລະ ປະຕິບັດມາເປັນເວລາໜຶ່ງປີ,  ໂຄງການ “ຂັບກ່ຽວທັງເລື່ອງ” ໂດຍນັກສິລະປິນ ນັກຄົ້ນຄວ້າດົນຕີ ຫງວຽນກວາງລອງ ເປັນຜູ້ລິເລີ່ມໄດ້ສຳເລັດ ແລະ ໄດ້ສະເໜີຕົວຕໍ່ສັງຄົມ ຜ່ານສື່ສັງຄົມ ຢູທູບ ຂັບລຳທຳເພງ ແລະ ດົນຕີພື້ນເມືອງ ໂດຍລາວເອງເປັນຜູ້ສ້າງຕັ້ງຂຶ້ນ. ດ້ວຍການໃຊ້ເວລາປະມານ 10 ຊົ່ວໂມງ ບັນດານັກສິລະປິນສາມາດປະຕິບັດໂຄງການໄດ້ສຳເລັດ ອັນໄດ້ນຳຮູບການປະດິດຄິດສ້າງ ຂັບກ່ຽວທີ່ເປັນເອກະລັກຂອງປູ່ຍ່າຕາຍາຍ ກັບຄືນສູ່ຊີວິດຕົວຈິງ
“ຂັບກ່ຽວທັງເລື່ອງ” ໄດ້ວາດພາບເຖິງການ ຂັບກ່ຽວ ໃນອະດີດ - ảnh 1ບັນດານັກສິລະປີນ ແລະ ນັກຄົ້ນຄ້ວາ ແລກປ່ຽນກ່ຽວກັບຂັບກ່ຽວ

     ຂັບກ່ຽວທັງເລື່ອງ ແມ່ນໂຄງການທີ່ເຊີດຊູວິທີຂັບທີ່ເປັນເອກະລັກ ຕິດພັນກັບບົດປະພັນວັນນະຄະດີທີ່ໂດດເດັ່ນ “ເລື່ອງ ກ່ຽວ” ຂອງນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ. ແຕ່ປາງກ່ອນຂັບ ກ່ຽວ ໄດ້ມີຂຶ້ນຢູ່ທົ່ວທຸກແຫ່ງ ຜ່ານການຂັບທີ່ລື້ງເຄີຍປູ່ຍ່າຕາຍາຍພໍ່ແມ່ ເຖິງວ່າມ່ວນຊື່ນ ຫຼື ໂສກເສົ້າກໍ່ຕາມໃນເວລາກ່ອມລູກຫຼານ ຫຼື ບອກສອນເດັກນ້ອຍ ຫຼື ເວົ້າງ່າຍໆ ແມ່ນມີເວລາຢ່ອນອາລົມ ພາຍຫຼັງເຮັດວຽດດ້ວຍຄວາມອິດເມື່ອຍໃນເວລາມື້ໜຶ່ງ. ໃນທຸກວັນນີ້ ຂັບກ່ຽວ ຍັງຄົງຕົວໃນບັນດາປະເພດສິລະປະພື້ນເມືອງຄື ຂັບແຈ່ວ, ຂັບກ່າຈູ່, ຂັບສຳ... ແຕ່ກໍ່ບໍ່ມີຜູ້ນິຍົມຍ້ອນວ່າມີພຽງແຕ່ບົດປະພັນດຽວ. ຍ້ອນເຫດນັ້ນ ຂັບກ່ຽວ ໄດ້ຖືກສູນຫາຍໄປ ແລະ ບໍ່ໄດ້ຖືກເຕື້ອງເຖິງໃນຊີວິດທາງດ້ານຈິດໃຈ ເຖິງວ່າໄດ້ກຳເນີດຂຶ້ນດ້ວຍວິທີການຂັບເປັນເອກະລັກສະເພາະ ທີ່ສະຫງວນໃຫ້ແກ່ເລື່ອງ ກ່ຽວ. ນັກສິລະປິນ ນັກຄົ້ນຄວ້າດົນຕີ ຫງວຽນກວາງລອງ ຖືວ່າ:

        “ຈາກບົດປະພັນວັນນະຄະດີ ເລື່ອງ ກ່ຽວ ກໍ່ໄດ້ກຳເນີດວິທີຂັບທີ່ເປັນເອກະລັກສະເພາະ ເພື່ອຮັບໃຊ້  ແລະ ປະກອບສ່ວນແຜ່ກະຈາຍເລື່ອງ ກ່ຽວໃນອະດີດຕະການ.  ໃນມໍ່ໆມານີ້ ຍັງຄົງຕົວ ໃນບັນດາປະເພດສິລະປະ ແຕ່ຈຸດເລີ່ມກຳເນີດຂຶ້ນ ເພື່ອຕິດພັນກັບເລື່ອງ ກ່ຽວ, ຊ່ວຍເລື່ອງກ່ຽວແຜ່ກະຈາຍໃນຊີວິດຕົວຈິງ. ໂຄງການນີ້ ນອກຈາກການຂັບກອນທັງເລື່ອງ ເປັນຄັ້ງທຳອິດນັ້ນ ກໍ່ຍັງຟື້ນຟູວິທີຂັບກ່ຽວ ທີ່ຕິດພັນກັບເລື່ອງ ກ່ຽວ”.

      “ຂັບກ່ຽວທັງເລື່ອງ” ໄດ້ຖືກກຳນົດວ່າ ແມ່ນກິດຈະກຳອັນໃຫຍ່ຫຼວງທີ່ສຸດ. ຢາກປະຕິບັດໄດ້ຄວນມີການເຂົ້າຮ່ວມຂອງ ບັນດານັກສິລະປິນທີີ່ມີຄວາມເກັ່ງກ້າສາມາດ. ແຕ່ໂຊກດີໂຄງການໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງບັນດານັກສິລະປິນທີ່ມີຊື່ສຽງ. ນັກສິລະປິນປະຊາຊົນ ຖຸຍເງິນ ແບ່ງປັນວ່າ:

      “ເລື່ອງ ກ່ຽວ ຂອງ ຫງວຽນຢູ ແມ່ນບົດປະພັນໃຫຍ່, ຂ້າພະເຈົ້າຄິດວ່ານີ້ແມ່ນວິນຍານຂອງ ຫວຽດນາມ. ຍ້ອນເຫດນີ້ເອງ ຂ້າພະເຈົ້າໄດ້ຮັບປາກ ເຂົ້າຮ່ວມການປະຕິບັດໂຄງການ ເຖິງວ່າພວກນ້ອງຍັງໜຸ່ມແໜ້ນ ແຕ່ມີຄວາມນິຍົມຊົມຊອບ ສິລະປະພື້ນເມືອງ”.

      ທັງໝົດ 3.254 ຄຳກອນ ໃນບົດປະພັນວັນນະຄະດີເລື່ອງ ກ່ຽວ ຖືກແບ່ງເປັນ 12 ພາກຕາມເນື້ອໃນຂອງເລືອງ ແຕ່ລະພາກໃຊ້ເວລາແຕ 30 ນາທີ ຫາ 100 ນາທີ. ທັງໝົດໂຄງການຂັບກ່ຽວທັງເລື່ອງໃຊ້ເວລາ 561 ນາທີເທົ່າກັບປະມານ 10 ຊົ່ວໂມງ. ດ້ວຍຮູບການຈຳໜ່າຍທາງອອນລາຍ ຜ່ານສື່ສັງຄົມ ຢູທູບ ຂັບລຳທຳເພງ ແລະ ດົນຕີພື້ນເມືອງ, ມວນຊົນສາມາດໄດ້ຊົມຢ່າງງ່າຍດາຍ ກ່ຽວກັບບົດປະພັນວັນນະຄະດີທີ່ໂດດເດັ່ນຄື ເລື່ອງກ່ຽວ.

      “ປີນີ້ນ່າສາວມີອາຍຸກວ່າ 60 ປີແລ້ວ ແຕ່ເມື່ອໄດ້ຮັບຟັງບັນດານັກສິລະປິນຂັບກອນເຊັ່ນນີ້ ກໍ່ໄດ້ວາດພາບເຖິງເລື່ອງກ່ຽວ ແຕ່ປາງກ່ອນ; ນ່າສາວ ຮູ້ສຶກມ່ວນທີ່ສຸດ. ສຳລັບສັງຄົມໃນປັດຈຸບັນ ໄດ້ມີຄວາມກ້າວໜ້າ ສີວິໄລຫຼາຍຂຶ້ນແລ້ວ ແຕ່ຍັງຄົງຕ້ອງຫວນຄືນເລື່ອງ ກ່ຽວ ແຕ່ປາງກ່ອນ ຕ້ອງວາດພາບຄືນເພື່ອໃຫ້ໄວໜຸ່ມຮູ້ຈັກເຖິງເລື່ອງກ່ຽວເມື່ອກ່ອນນີ້ຄືແນວໃດ”.

      “ເມື່ອກ່ອນນີ້ເຮົາຮູ້ຈັກເລື່ອງກ່ຽວ ຕົ້ນຕໍແມ່ນຜ່ານປຶ້ມອ່ານເທົ່ານັ້ນ ແຕ່ເມື່ອໄດ້ຟັງເລື່ອງກ່ຽວຜ່ານການຂັບກອນທາງສື່ສັງຄົມ ຢູທູບ ເຮົາຮູ້ສຶກວ່າມ່ວນຫຼາຍ. ແຕ່ເທບບັນທຶກສຽງນີ້ໃຊ້ເວລາຫຼາຍທີ່ສຸດ ດັ່ງນັ້ນຍາກທີ່ຈະຟັງໄດ້ໝົດ”.

       ມາຮອດປັດຈຸບັນການຂັບກ່ຽວທັງເລືອງ ແມ່ນໂຄງການທຳອິດແລະ ມີພຽງໂຄງການດຽວແນະນຳກ່ຽວກັບເລື່ອງກ່ຽວ ຕາມແບບຂັບກ່ຽວ, ຮູບການຕິດພັນກັບວັນນະຄະດີທີ່ໂດດເດັ່ນຂອງວັນນະຄະດີ ຫວຽດນາມ.      ການວາດພາບເຖິງວິທີຂັບກ່ຽວບໍ່ພຽງແຕ່ສາມາດອະນຸລັກຮັກສາຄຸນຄ່າວັດທະນະທຳພື້ນເມືອງ ຂອງ ຫວຽດນາມເທົ່ານັ້ນ ຫາກຍັງຊ່ວຍມວນຊົນຮູ້ສຶກໄດ້ເຖິງຄຸນຄ່າຂອງເລື່ອງ ກ່ຽວ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ