ສົ່ງເສີມສິລະປະຂັບແທນພິນຕິ໊ງ ໃຫ້ດັງກ້ອງກັງວານຢູ່ເຂດ ເຕິຍງວຽນ ຕະຫຼອດໄປ

(VOVWORLD) -ສິລະປະຂັບແທນພິນຕິ້ງ ພວມນັບມື້ນັບແຜ່ຂະຫຍາຍຢູ່ແຂວງ ດັກລັກ ແລະ ທັງເຂດ ເຕິຍງວຽນ ຂະນະທີີ່ມີສະໂມສອນຫຼາຍແຫ່ງ ໄດ້ຮັບການສ້າງຕັ້ງຂຶ້ນ ພ້ອມທັງມີບັນດາການເຄື່ອນໄຫວສະແດງຖືກຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆ. ງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024  ຖືກຈັດຂຶ້ນໃນເດືອນມີນາທີ່ຜ່ານມາ ອັນໄດ້ດຶງດູດກອງສິລະປະ 14 ກອງທີ່ມາຈາກແຂວງ ດັກນົງ, ເລິມດົ່ງ ແລະ  ດັກລັກເຂົ້າຮ່ວມ
ສົ່ງເສີມສິລະປະຂັບແທນພິນຕິ໊ງ ໃຫ້ດັງກ້ອງກັງວານຢູ່ເຂດ ເຕິຍງວຽນ ຕະຫຼອດໄປ - ảnh 1ລາຍການສິລະປະຂັບແທນພິນຕິ໊ງ

ທີ່ງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024 ນີ້ ບັນດາກອງສິລະປະໃນບໍລິເວນບັນດາແຂວງເຂດເຕິຍງວຽນ ໄດ້ທຳການສະແດງເກືອບ 70 ລາຍການ ດ້ວຍບັນດາທຳນອງເພງຂັບແທນພິນຕິ໊ງ ທີ່ມີເນື້ອໃນຍ້ອງຍໍສັນລະເສີນປະເທດຊາດ ບ້ານເກີດເມືອງນອນຄວາມຮັກຄູ່ບ່າວສາວ, ແບບຢ່າງວຽກດີຄົນເດັ່ນ; ສ່ອງແສງການດຳເນີນຊີວິດ, ອອກແຮງງານທຳການຜະລິດ; ບັນດາລາຍການສະແດງ ແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ. ນາງ ລວັນທິມາຍ ຫົວໜ້າສະໂມສອນຂັບແທນພິນຕິ໊ງ ນະຄອນ ບວນມາຖ້ວດ ເປີດເຜີຍວ່າ:

       “ພວກຂ້າພະເຈົ້າໄດ້ກະກຽມນັບເປັນເດືອນ ໃນເບື້ອງຕົ້ນແມ່ນຝຶກແອບຕາມກຸ່ມ. ເມື່ອຝຶກອແອບແລ້ວກໍ່ພົບປະກັນອາທິດລະສາມເທື່ອ ເພື່ອປັບປຸງ ແລະ ປຶກສາຫາລືກ່ຽວກັບບົດເພງໃດທີ່ແທດເໝາະ ເພື່ອປັບປຸງໃຫ້ຖືກຕ້ອງເພື່ອກະກຽມໃຫ້ແກ່ລາຍການສະແດງ”.

      ຢູ່ແຂວງ ເລິມດົ່ງ ແຫ່ງທີ່ມີຊາວເຜົ່າໄຕ່, ເຜົ່ານຸ່ງ ດຳລົງຊີວິດຢ່າງຫຼວງຫຼາຍ, ສິລະປະຂັບແທນພິນຕີ໊ງ ໄດ້ຂະຫຫຍາຍຕົວນັບແຕ່ຫຼາຍປີມານີ້. ນາງ ຮວ່າງທິກີມ ຮອງຫົວໜ້າສະໂມສອນຂັບແທນພິນຕີ໊ງ ຕາແສງ ເຕິນແທັງ ເມືອງ ເລິມຮ່າ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ ແລະ ເຫັນວ່າລາຍການໃດກໍ່ມ່ວນທີ່ສຸດ ມີຄວາມໝາຍຫຼາຍຢ່າງ. ຂ້າພະເຈົ້າຢາກພົບປະແລກປ່ຽນ ແລະ ຮຽນຮູ້ໂອ້ລົມນຳກັນ. ພວກເອື້ອຍນ້ອງແມ່ຍິງກໍ່ເມົາມົວກັບສິລະປະຂັບແທນພິນຕິ໊ງ ແລະ ເມື່ອໄປສະແດງກໍ່ຊັກຊວນກັນ”.

      ຄວາມປະທັບໃຈໃນງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງປີນີ້ ແມ່ນມີການປາກົດຕົວຂອງນັກສະແດງໄວເດັກ. ຫຼານ ເຢືອງບ໋າວເຈົາ ອາຍຸ 9 ປີຢູ່ນະຄອນ ບວມມາຖ້ວດ ແມ່ນໜຶ່ງໃນຈຳນວນນັກສະແດງໄວເດັກສອງຄົນ ຂອງກອງສິລະປະ ບວນມາຖ້ວດ ເລົ່າສູ່ຟັງວ່າ:

     “ຫຼານກໍ່ຊົມຊອບສິລະປະຂັບແທນ ດັ່ງນັ້ນຫຼານຈຶ່ງຮຽນ. ແມ່ຍ່າຂອງຫຼານກໍ່ສອນວິທີດີດພິນຕິ໊ງໃຫ້. ບັນດາບົດເພງຂັບແທນໄດ້ສ້າງຄວາມມ່ວນຊື່ນໃຫ້ແກ່ຫຼານ. ຫຼານຊົມຊອບການສະແດງ ເພື່ອໃຫ້ທຸກໆຄົນໄດ້ຮັບຊົມບົດເພງຂັບແທນຂອງເຜົ່າຕົນ”.

     ເມື່ອສິ້ນສຸດງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024, ລາງວັນທີໜຶ່ງທົ່ວຄະນະແມ່ນ ໄດ້ແກ່ສະໂມສອນຂັບແທນພິນຕີ໊ງ ນະຄອນບວນມາຖ້ວດ, ລາງວັນທີສອງໄດ້ແກ່ສະໂມສອນຂັບແທນພິນຕິ໊ງ ຕາແສງ ເຫງຍຝູ ແລະ ສະໂມສອນຂັບແທນພິນຕິ໊ງ ເມືອງ ເລິມຮ່າ ແຂວງ ເລິມດົ່ງ; ລາງວັນທີສາມ ໄດ້ແກ່ສະໂມສອນຂັບແທນພິນຕິ໊ງ ຕາແສງ ອີອາປຸດ, ສະໂມສອນຂັບແທນພິນຕີ໊ງ ບັງລັງຕີມ ຕາແສງ ນາມດົງແຂວງ ດັກນົງ ແລະ ສະໂມສອນຂັບແທນພິນຕິ໊ງ ຕາແສງ ເຕິນຮວ່າ ເມືອງ ເວີນໂດນ.

        ເຖິງວ່າໄດ້ມີການປະສານກັບດົນຕີທັນສະໄໝກໍ່ຕາມ ແຕ່ຂັບແທນພິນຕິ໊ງ ສາມາດວາດພາບໄດ້ເຖິງບັນຍາກາດຂອງສິລະປະຂັບແທນເມື່ອກ່ອນນີ້. ທ່ານ ນາງ ຟ້າມທິຫ໋າຍບິ່ງ ຮອງຫົວໜ້າຄະນະຈັດຕັ້ງງານມະໂຫລານ ໃຫ້ຮູ້ວ່າ:

       “ບັນດາຫົວໜ່ວຍທີ່ເຂົ້າຮ່ວມໂດຍຫຼາຍຮູບການສະແດງ ແລະ ມີເນື້ອໃນອຸດົມສົມບູນ. ພວກຂ້າພະເຈົ້າຫວັງວ່າ ຈາກງານມະໂຫລານປີນີ້, ພໍ່ແມ່ພີ້ນ້ອງບັນດາຜົ່າ ໄຕ່, ນຸ່ງ, ຜູ້ໄທ ໃນບໍລິເວນນະຄອນບວນມາຖ້ວດ ກໍ່ຈະອະນຸລັກຮັກສາສີສັນວັດທະນະທຳຂອງເຜົ່າຕົນ ຕິດພັນກັບການພັດທະນາການທ່ອງທ່ຽວເພື່ອສ້າງ ແຫຼ່ງລາຍຮັບໃຫ້ແກ່ຄອບຄົວ ແລະ ທ້ອງຖິ່ນ”.

     ງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024 ພ້ອມກັບບັນດາການເຄື່ອນໄຫວສະແດງສິລະປະຢູ່ທ້ອງງຖິ່ນຕ່າງໆໃນເຂດ ເຕິຍງວຽນ ກໍ່ແມ່ນໂອກາດເພື່ອໃຫ້ຊາວເຜົ່າໄຕ່, ເຜົ່ານຸ່ງ ໃນແຂວງ ດັກລັກ ເວົ້າສະເພາະ ແລະ ເຂດ ເຕິຍງວຽນ ເວົ້າລວມ ສືບຕໍ່ໂຄສະນາກ່ຽວກັບມໍລະດົກວັດທະນະທຳຂອງເຜົ່າຕົນ. ຜ່ານນັ້ນປະກອບສ່ວນຍົກສູງງຄຸນນະພາບທາງດ້ານສິລະປະກໍ່ຄືການສົ່ງເສີມສິລະປະຂັບແທນພິນຕີ໊ງ ເພື່ອໃຫ້ຖັນແຖວສືບທອດຈະສືບຕໍ່ຮັກສາ ແລະເສີມຂະຫຍາຍປະເພດສິລະປະທີ່ເປັນເອກະລັກນີ້ ໃຫ້ແກ່ຄົນລຸ້ນຫຼັງ ເຮັດໃຫ້ພາບພົດທາງດ້ານວັດທະນະທຳຢູ່ເຂດ ເຕິຍງວຽນ ເພີ່ມຄວາມຫຼາຍຮູບຫຼາຍສີຍິ່ງໆຂຶ້ນ

ຕອບກັບ

ຂ່າວ/ບົດ​ອື່ນ