ຂັບຊວານ - ມໍລະດົກວັດທະນະທຳ ບໍ່ມີຮູບຮ່າງຂອງໂລກ

     ຂັບຊວານ - ມໍລະດົກວັດທະນະທຳ ບໍ່ມີຮູບຮ່າງຂອງໂລກ - ảnh 1

    ຂັບ​ຊວານແມ່ນ​ປະ​ເພດ​ສິ​ລະ​ປະພື້ນ​ເມື​ອງ​ຂອງ​ແຂວງ​ ຟູ​ເທາະ ທີ່​ດຶງ​ດູດ​ຜູ້ຟັງຍ້ອນສຽງຂັບ ຮ້ອງທີ່ອ່ອນຊອນ, ​​ແລະ ວາ​ດຟ້ອນລຽບ​ງ່າຍ ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ UNESCO ວ່າ​ແມ່ນ ມໍລະດົກ​ວັດທະນະທຳ​​ຄວນ​ໄດ້​ຮັບ​ການ​ຮັກສາ​ດ່ວນ​ຂອງ​ມວນ​ມະນຸດ​ເມື່ອວັນ​ທີ 25 ພະຈິກ​ທີ່​ຜ່ານ​ມາ. ສິ່ງ​ນີ້​ເປັນ​ການ​ຢັ້ງຢືນ​ອີກ​ຄັ້ງ​ໜຶ່ງ​ເຖິງ​ຄວາມ​ເປັນ​ເອກະລັກ​ສະ​ເພາະ ​ຂອງ​ສິ​ລະ​ປະ​ປະ​ເພດ​ນີ້​ທີ່​ມີ​ຕໍ່​ມວນ​ມະນຸດກໍ່​ຄື​ການວາງ​ອອກ​ບັນຫາ​ຢ່າງ​ຮີບ​ດ່ວນ ​ໃນ​ການ​ອະນຸລັກ​ຮັກສາ​ມໍລະດົກ​ຂັບຊວານ​ໃນ​ອະນາຄົດ.
     ພົ້ນ​ເດັ່ນ​ຂຶ້ນ​ກ່ວາ​ໝູ່​ໃນ​ຈຳນວນ​ສຳເນົາເອກະສານ 23 ຊຸດທີ່ຍືນສະເໜີຕໍ່ ອົງການ UNESCO ເພື່ອພິຈາລະນາຮັບຮູ້ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຄວນ​ໄດ້​ຮັບ​ການ​ຮັກສາ​ດ່ວນ​ໃນວາລະປະຊຸມຄັ້ງນີ້, ຂັບ​ຊວານຂອງແຂວງ ຟູເທາະ ໄດ້ຮັບການຕີລາຄາວ່າ ແມ່ນມີຄວາມສົມບູນແບບທີ່ສຸດ, ສາມາດ ຕອບສະໜອງ ທຸກໆມາດຖານໂດຍບັງຄັບເພື່ອໃຫ້ UNESCO ພິຈາລະນາຮັບຮູ້. ຂັບ​ຊວານທັງມີຄຸນຄ່າທາງດ້ານສິລະປະ, ທັງສະແດງໃຫ້ເຫັນສີສັນຂອງ ວົງຄະນະຍາດ, ພ້ອມກັນນັ້ນ ທາງຝ່າຍຫວຽດນາມຍັງສາມາດຍົກອອກ ບັນດາ ມາດຕະການລະອຽດ​ເພື່ອ​ອະນຸລັກ​ຮັກສາ​ຟື້ນ​ຟູ​ຂັບ​ຊວານ. ລັດຖະບານ​ຫວຽດນາມ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຊີ້​ນຳ​ບໍລິຫານ​ວຽກ​ງານ​ອະນຸລັກ​ຮັກສາ. ຊຸດ​ສຳ​ເນົາ​ເອກະ ສານ​ໄດ້​ພິສູດ​ໃຫ​້ເຫັນການສະ​ໜັບສະ​ໜູນ​ຂອງ​ທາງ​ທ້ອງ​ຖິ່ນ​ໃນ​ການ​ອະນຸລັກ ສິ​ລະ​ປະ​ຂັບ​ຊວານ ​ແລະ ສະ​ເໜີ​ຮັບ​ຮູ້​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ໂລກ. ຢູ່​ປະ​ເທດ​ຫວຽດນາມ, ຂັບ​ຊວານ​ໄດ້​ຖືກ​ຈັດ​ເຂົ້າ​​ໃນ​ບັນຊີ​ລາຍ​ຊື່​ຄົ້ນ​ຄ້ວາ ​ແລະ ອະນຸລັກ​ຮັກສາ​ຂອງ​ສະ​ຖາ​ບັນ​ດົນຕີ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັດທະນະທຳ ​ແລະ​ ສິ​ລະ​ປະ​ທີ່​ຂຶ້ນ​ກັບ​ກະຊວງ​ວັດທະນະທຳ​ກິລາ ​ແລະ ການທ່ອງ ທ່ຽວ, ກໍ່​ຄື​ຖືກ​ຈັດ​ເຂົ້າມີ​ໃນ​ລະບົບ​ຄົ້ນ​ຄ້ວາ ​ແລະ ອະນຸລັກ​ຮັກສາ​ຂອງ​ແຂວງ​ຟູ​ເທາະ​ແຕ່​ຫຼາຍ​ປີ​ມາ​ນີ້.    ຂັບ​ຊວານ ​ແມ່ນ​ປະ​ເພດສິ​ລະ​ປະ​ ເປັນ​ເອກະລັກ​ສະ​ເພາະຂອງ​ເຂດ​ດິນ​ແຫ່ງ ບັນພະບຸລຸດ​ເຈົ້າ​ຊີວິດ​ຮຸ່ງ​ຊຶ່ງ​ໄດ້​ຮັບ​ການສະ​ແດງ​ໃນ​ຕະຫຼອດ​ໄລຍະ​ແຫ່ງ​ປະຫວັດ ສາດ​ແຫ່ງ​ການ​ສ້າງຕັ້ງ ​ແລະ ປົກ​ປັກ​ຮັກ​ສາປະ​ເທດ​ຊາດ​ຂອງ​ຊາດ​ຫວຽດນາມ. ຕາມ​ນັກ​ຄົ້ນ​ຄ້ວາ ດັ້ງ​ແຫ່ງ​ລວາ​ນ ອາ​ດີດ​ຮອງ​ຫົວໜ້າ​ສະ​ຖາ​ບັນ​ດົນຕີ​ຫວຽດນາມ​ແລ້ວ, ຂັບ​ຊວານ ຍັງ​ຖືກ​ເອີ້ນ​ວ່າ ​ຂັບ​ຮ້ອງ​ຢູ່​ເດີນ​ສາລາ, ​ແມ່ນ​ຮູບ​ແບບ​ສີ​ລະ​ປະ​ຫຼາຍ​ປັດ​ໃຈ​, ​ປະກອບ​ດ້ວຍ​ດົນຕີ, ຂັບ​ຮ້ອງ, ຟ້ອນ......ຊຶ່ງ​ເຄີຍ​ຖືກ​ສະ​ແດງ​ໃນ​​ໂອກາດ​ຈັດງານບຸນຂອງ​ໝູ່​ບ້ານ​ໃນ​​ຕົ້ນລະດູບານ​ໃໝ່​. ​ເມື່ອ​ທຽບ​ໃສ່​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ​ຕ່າງໆ​ຂອງ​ຫວຽດນາມ​ນັ້ນ, ຂັບ​ຊວານ ​ໃນ​ປະ​ຈຸ​ບັນ​ຍັງ​ສາມາດ​ຮັກສາ​ບັນດາ​ຮ່ອງຮອຍ​ດ້ານ​ດົນຕີ​ຫຼາຍ​ສົມຄວນ ​ແລະ ກໍ່​ແມ່ນ​ປະ​ເພດ​ດົນຕີ​ທີ່​ມີ​ລັກສະນະ​ອາຊີບ​ຂອງ​ຊາວ​ຫວຽດນາມ. ທ່ານ​ສາດສະດາຈານ ​ໂຕ​ຫງອກ​ແທງ ປະທານ​ສະມາຄົມສິ​ລະ​ປະ​ວັນນະຄະດີ​ພື້ນ​ເມືອງ ຫວຽດນາມໃຫ້ຮູ້​ວ່າ :    “ ​ເມື່ອ​ເວົ້າ​ເຖິງ​ຈຸດ​ພິ​ເສດສະ​ເພາະ​ຂອງ ຂັບ​ຊວານ ກໍ່​ເຫັນ​ວ່າ ມັນ​ມີ​ຫຼາຍ​ຄຸນຄ່າ​ທີ່​ແຕກ​ຕ່າງ​ກັນ, ​ເຊັ່ນ ຄຸນຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ, ດົນຕີ, ສິ​ລະ​ປະການ​ຟ້ອນ ......ມັນ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ ມໍລະດົກ​ວັດທະນະທຳ​ບໍ່ຫຼາຍ​ທີ່​ຂ້າພະ​ເຈົ້າ​ຢາກ​ຢັ້ງຢືນ​ວ່າ ມັນ​ໄດ້​ກຳ​ເນີ​ດຂຶ້ນ​ ນັບ​ຕັ້ງ​ແຕ່​ປະ​ເທດ​ຫວຽດນາມ​ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ”
   ຂັບ​ຊວານ​ແມ່ນ​ປະ​ເພດ​ສິ​ລະ​ປະ​ຖືກ​ສະ​ແດງ​​ເພື່ອຖະຫວາຍ​ຕໍ່​ເທວະ​ດາ​ຟ້າ​ແຖນ ຊຶ່ງ​​ພາວະນາ​​ໃຫ້​ເທວະ​ດາ​ຟ້າ​ແຖນ​ໃຫ້​ຄວາມ​ຊວ່ຍ​ເຫຼືອ​ແກ່​ຊາວບ້ານ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພຸ​ນສຸກ. ການສະ​ແດງ ຂັບ​ຊວານ ລວມມີສອງ​ຂັ້ນ​ຕອນ​ຄື: ການ​ຂັບ​ຮ້ອງ​ໃນ​ຂັ້ນ​ຕອນຈັດ​ພິທີ, ​ແລະ​ການ​ຂັບ​ຮ້ອງ​ໃນຂັ້ນ​ຕອນ​ຈັດ​ບຸນ. ສິ​ລະ​ປະ ຂັບ​ຊວານ ຖືກ​ຈັດ​ເປັນ​ກອງ, ​ແຕ່​ລະ​ກອງ​ປະ​ກອບ​ດ້ວຍ​ສະມາຊິກ ​ແຕ່ 15 ຫາ 20 ຄົນ. ຮອດ​ຍາມ​ຈັດ​ງານ​ບຸນ, ທຸກ​ກອງ​ສະ​ແດງ ຂັບ​ຊວານ ກໍ່​ລ້ວນ​ແຕ່​ໄປສະ​ແດງ​ຢູ່​ທົ່ວ​ທຸກ​ແຫ່ງ, ມີ​ບາງ​ກອງ​ໄປ​ຮອດສອງ​ສາມ​ເດືອນ​ຈຶ່ງກັບ​ມາ. ຊຸດ​ອາພອນ​ຂອງ​ຜູ້​ສະ​ແດງ ຂັບ​ຊວານ ​ໃນ​ເມື່ອ​ກ່ອນ​ແມ່ນ​ລະອຽດ​ທີ່​ສຸດ​ຍ້ອນ​ວ່າ ຂັບ​ຊວານ​ຖືກ​ສະ​ແດງ​ໃນ​ພະລາດ​ຊະ​ວັງສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ. ທ່ານ ຫງວຽນ​ຫງອກ​ ບາ​ວ ນັກສະ​ແດງ​ ຂັບ​ຊວານ ​ໃຫ້​ຮູ້​ວ່າ :
  “ຂ້າພະ​ເຈົ້າ​ໄປສະ​ແດງ​ ຂັບ​ຊວານ ນັບ​ແຕ່​ຄາວ​ມີ​ອາຍຸ 14 ປີ. ສ່ວນ​ຫຼາຍ​ໄປ​ຮັບ​ໃຊ້​ຢູ່​ຕາມ​ສາລາ, ວັດວາອາ​ຮາມ​ຂອງ​ທ້ອງ​ຖິ່ນ ​ແລະ​ໃນ​ທຸກໆ​ປີ​ໃດ, ຂ້າພະ​ເຈົ້າ​ກໍ່​ໄດ້​ໄປ​ຮັບ​ໃຊ້​ຢູ່​ວິຫານ​ຮຸ່ງ. ສອງ​ສາມ​ປີ​ມາ​ນີ້, ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ, ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຟື້ນ​ຟູ​ສິ​ລະ​ປະປະ​ເພ​ດ​ນີ້. ຕ້ອງ​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ພັກ ​ແລະ ລັດ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ວົງ​ຄະນະ​ຍາດ​ສັງຄົມ, ​ແນ່ນອນ​ຈະ​ໄດ້​ຮັບ​ຜົນສຳ​ເລັດ. ທັງ​ນີ້​ກໍ່​ເປັນ​ການ​ຮັກສາ​ສີສັນ​ວັດທະນະທຳ 4000 ປີ​ແຫ່ງ​ປະຫວັດສາດ”  
  ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ ຂັບ​ຊວານ​ໄດ້​ຖືກ​ສະ​ແດງ​​ໃນ​ງານ​ບຸນ​ວິຫານ​ຮຸ່ງ ​ແລະ ​ໃນ​ງານ​ບຸນ​ຕ່າງໆ​ຢູ່​ແຂວງ ຟູ​ເທາະ​ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ປະຊາຊົນກໍ່ຕາມ, ​ແຕ່​ສິ​ລະ​ປະຂັບ​ຊວານ ພວມ​ຢືນ​ຢູ່​ຕໍ່ໜ້າ​ໄພ​ຖືກ​ສູນຫາຍ​​ໄປ​ຍ້ອນ​ບໍ່​ໄດ້​ຮັບ​ການຖ່າຍ​ທອດ​ໃຫ້​ລຸ້ນຕໍ່​ໄປ. ປະຈຸ​ບັນ​ຢູ່​ແຂວງ ຟູ​ເທາະ ຍັງ​ເຫຼືອ​ນັກສະ​ແດງ ຂັບ​ຊວານ ພຽງ 69 ຄົນ​ເທົ່າ​ນັ້ນ, ​ໃນ​ຈຳນວນ​ນີ້ ມີ 31 ຄົນ​ໃນ​ເກັ່ນ​ອາຍຸ ​ແຕ່ 80 ຫາ 104 ປີ ​ແລະ ມີ​ພຽງ 8 ຄົນ ມີຄວາ​ມສາມາດ​ຖ່າຍ​ທອດ​ໄດ້. ກ່ຽວກັບວຽກງານອະນຸລັກ​ຮັກສາ​ສິ​ລະ​ປະຂັບ​ຊວານ, ນັກ​ວິຈານ​ດົນຕີ ຫງວຽນ​ທິມິນ​ເຈົາ ​ໃຫ້​ຮູ້​ວ່າ :
    “ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ໂຄສະນາ​ໃຫ້​ໄວ​ໜຸ່ມ​ຮັບ​ຮູ້​ຄວາມ​ສຳຄັນ​ຂອງສິ​ລະ​ປະ ຂັບ​ຊວານ, ​ເປັນ​ຕົ້ນ​ແມ່ນ​ພວກ​ນັກຮຽນ​ຕ້ອງ​ແມ່ນ​ຜູ້​ສະ​ແດງ. ​ແລ້ວ​ກໍ່​ຮອດ​ພວກ​ພໍ່​ເຖົ້າ​ແມ່​ເຖົ້າ​ເຂົ້າ​ຮ່ວມ​ການສະ​ແດງ, ພວກ​ເພິ່ນ​ສ່ວນ​ຫຼາຍ​ໃນ​ເກັ່ນ​ອາຍຸ 90-100 ປີ, ​ແຕ່​ເມື່ອ ຮອດຮອບ​ພໍ່​ເຖົ້າ​ແມ່​ເຖົ້າຂັບ​ຮ້ອງ ​ແມ່ນ​ແຕກ​ຕ່າງກັນ​ຫຼາຍ, ​ເບິ່ງ​ຄື​ວ່າ ອະນຸສອນຄາວ​ໄວໜຸ່ມ​ພວມ​ກັບຕ່າວ​ຄືນ​ມາ” 
    ທ່ານຮ່ວາງເຢິນໝາກ ປະທານຄະນະກຳມະການປະຊາຊົນແຂວງ ຟູເທາະ ໃຫ້ຮູ້ວ່າ ປະຈຸບັນທາງແຂວງ ພວມປະຕິບັດບັນດາມາດຕະການເພື່ອແນໃສ່ ອະນຸລັກຮັກສາ ​ແລະ​ ພັດທະນາ​ມໍລະດົກ​ອັນ​ລ້ຳ​ຄ່າ​ນີ້​ຄື: ​ໂຄສະ​ນາ​ແນ​ະນຳ​ຄຸນຄ່າ​ຂອງ​ຂັບ​ຊວານ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ດຳ​ເນີນ​ການຖ່າຍ​ທອດ ສິ​ລະ​ປະ​ຂັບ​ຊວານ​ໃຫ້​ໄວ​ໜຸ່ມ, ຕັ້ງໜ້າ​ບູລະນະປະຕິສັງຂອນ​ສາລາ ວັດວາອາ​ຮາມ..... ຕາມ​ສາດສະດາ​ຈານດອກ​ເຕີ ​ໂຕຫງອກ​ແທງ​ແລ້ວ, ຄວນ​ມີ​ນະ​ໂຍບາຍ ສົ່ງ​ເສີມ​ບັນດາ​ໂຮງຮຽນ​ມັດທະຍົມ ນຳ​ສີ​ລະ​ປະ​ຂັບ​ຊວານ​ເຂົ້າ​ໃນ​ຫຼັກສູດ​ການ​ສອນ ​ແລະ ມອບ​ນາມມະຍົດ​ທີ່​ດີ​ເດັ່ນ​ໃຫ້​ແກ່​ບັນດາ​ນັກສະ​ແດງ​ຂັບ​ຊວານ. ຫວັງ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ, ວົງ​ຄະນະ​ຍາດ, ​ໃນ​ອະນາຄົດ​ອັນ​ໄກ້ໆ​ນີ້, ຂັບ​ຊວານ​ຂອງ​ແຂວງ ຟູ​ເທາະ ຈະ​ຟື້ນ​ຕົວ​ຄືນ.                              
                                                                                                                              ວິ້ງຟອງ

 

                                                                 

ຕອບກັບ

ຂ່າວ/ບົດ​ອື່ນ