ຂັບເດີນກາຕາຍຕື໋ ແມ່ນສິ່ງທີ່ຕິດພັນກັບຊີວິດ ຂອງນັກສິລະປະການດີເລີດ ຮວ່າງຫວູ

(VOVWORLD) -ເມື່ອເຕື້ອງເຖິງບັນດາຜູ້ຖ່າຍທອດອາຊີບ ຂັບເດີນກາຕາຍຕື໋ ຢູ່ແຂວງ ກຽນຢາງ, ບໍ່ວ່າຜູ້ໃດ ກໍ່ລ້ວນຮູ້ຈັກຊື່ສຽງຂອງນັກສິລະປະການ ຮວ່າງຫວູ. ກວ່າ 30 ປີ ທີ່ໄດ້ຕິດພັນກັບສິລະປະປະເພດນີ້, ທ່ານໄດ້ຖ່າຍທອດໃຫ້ບໍ່ໍຈັກວ່າເທົ່າໃດລຸ້ນຄົນ, ພ້ອມກັນນັ້ນກໍ່ມີບັນດາບົດປະພັນຄົ້ນຄວ້າທິດສະດີ ກ່ຽວກັບເນື້ອໃນຂອງຂັບເດີນກາຕາຍຕື໋ ທີ່ລົງພິມໃນວາລະສານຕ່າງໆ
 ຂັບເດີນກາຕາຍຕື໋ ແມ່ນສິ່ງທີ່ຕິດພັນກັບຊີວິດ  ຂອງນັກສິລະປະການດີເລີດ ຮວ່າງຫວູ - ảnh 1 ນັກສິລະປະການ ຮວ່າງຫວູ

ນັກສິລະປະການ ຮວ່າງຫວູ ເກີດປີ 1958 ຢູ່ຕາແສງ ໝີຮຶງ ເມືອງ ແທັກຝູ ແຂວງ ເບ໊ນແຈ. ຄອບຄົວຂອງທ່ານມີມູນເຊື້ອປະກອບອາຊີບຂັບເດີນກາຕາຍຕື໋ ມາແຕ່ດົນນານ, ພໍ່ປູ່ແມ່ຍ່າ ແລະ ພໍ່ຂອງທ່ານກໍ່ເຮັດວຽກໃນຄະນະສິລະປະກອນເມືອງ, ດັ່ງນັ້ນແຕ່ຄາວຍັງນ້ອຍ ທ່ານກໍ່ໄດ້ເດີນຕາມສິລະປະປະເພດນີ້. ຮອດປີ 1973 ທ່ານໄດ້ຮຽນຕາມນັກສິລະປະການ ບຸ່ຍເຕິ໊ນກ໊ວຍ ເຊິ່ງແມ່ນຜູ້ທັງປະດິດຄິດແຕ່ງ, ທັງນຳໃຊ້ເຄື່ອງດົນຕີປະເພດຕ່າງໆໄດ້ດີ. ພາຍຫຼັງໄດ້ຮຽນຂັບເດີນກາຕາຍຕື໋ ນຳອ້າຍຄູທີ່ມີຊື່ສຽງເປັນເວລາສອງປີນັ້ນ, ຮວ່າງຫວູ ໄດ້ກາຍເປັນນັກເສບດົນຕີ ຂອງຄະນະສິປະກອນຕາແສງ ແທັກຟອງ ເມືອງ  ແທັກຝູ ແຂວງ ເບ໊ນແຈ. ເຖິງປີ 1979 ທ່ານໄດ້ຍົກຍ້າຍມາເຮັດວຽກຢູ່ແຂວງ ກຽນຢາງ, ຊ່ວງເວລານີ້ຂະບວນການຂັບເດີນກາຕາຍຕື໋ ຂອງແຂວງຖືກຈຳກັດ, ດັ່ງນັ້ນທ່ານໄດ້ຊອກຫາມາຮ່ວມຊີວິດພ້ອມກັບກອງສິລະປະຕ່າງໆ. ຮອດປີ 2011, ດ້ວຍຄວາມຕັດສິນໃຈເຕົ້າໂຮມບັນດາຜູ້ຊົມຊອບສິລະປະຄືຕົນເອງ,  ພັດໄດ້ຮັບການສະໜັບສະໜູນ ຈາກສະມາຄົມວັນນະຄະດີສິລະປະແຂວງ ກຽນຢາງ, ທ່ານໄດ້ສ້າງຕັ້ງສະໂມສອນຂັບເດີນກາຕາຍຕື໋ ຟູ່ຊາ ກຽນຢາງ, ເຊິ່ງລວມມີນັກສິລະປະການທີ່ມີຊື່ສຽງຄື ຮວ່າງຖັງ, ແທັ່ງດັ້ງ, ຫຼີງວນ, ຫິ໊ວເຫງຍ… ສະໂມສອນຂອງທ່ານ ຕົ້ນຕໍແມ່ນສຸມໃສ່ຄົ້ນຄວ້າ ແລະ ຂັບຮ້ອງເດີນກາຕາຍຕື໋ ແລະ ໄດ້ຮັບລາງວັນສູງຫຼາຍລາງວັນ ໃນງານປະກວດຂັບເດີນກາຕາຍຕື໋ ຄັ້ງຕ່າງໆ. ນັກສິລະປະການດີເລີດ ຮວ່າງຫວູ ໄດ້ເວົ້າວ່າ:

     “ໃນວິວັດການເຄື່ອນໄຫວນັ້ນ, ແນ່ນອນວ່າກໍ່ມີການສຳຜັດໄດ້ຫຼາຍຢ່າງ. ການພົວພັນແລກປ່ຽນກັບໝູ່ເພື່ອນ, ບັນດາຜູ້ໃກ້ຊິດສະໜິດສະໜົມຢູ່ຫຼາຍແຫ່ງ, ເຮົາກໍ່ສາມາດຖອດຖອນໄດ້ຫຼາຍບົດຮຽນທີ່ດີ. ສິລະປະປະເພດນີ້ ພວກເຮົາຍິ່ງລົງເລິກເທົ່າໃດ, ຄວາມເມົາມົວຂອງພວກເຮົາກໍ່ຍິ່ງເລິກເຊິ່ງເທົ່ານັ້ນ. ມີຄວາມເມົາມົວຈຶ່ງມີຄວາມສຸມຈິດສຸມໃຈ. ປີ 2003 ສະໂມສອນ ຟູ່ຊາ ໄດ້ກາຍເປັນຫົວໜ່ວຍ ຂຶ້ນກັບພະແນກສິລະປະວັນນະຄະດີ ວິທະຍຸກະຈາຍສຽງ - ໂທລະພາບແຂວງ ກຽນຢາງ”.

     ບໍ່ພຽງແຕ່ຢຸດຢູ່ໃນວຽກງານຮັບໃຊ້ປະຊາຊົນທາງດ້ານສິລະປະຂັບເດີນກາຕາຍຕື໋, ປີ 2012 ສະໂມສອນ ຟູ່ຊາ ໄດ້ສົມທົບກັບໂຮງຮຽນວິຊາການທາງດ້ານວັດທະນະທຳແຂວງ ກຽນຢາງ, ມະຫາວິທະຍາໄລເວທີສະແດງຮູບເງົາ ນະຄອນໂຮ່ຈີມິນ ເປີດຊຸດຮຽນຂັບເດີນກາຕາຍຕື໋, ຂັບກ່າຍເລືອງ. ໄລ່ຮອດປັດຈຸບັນ, ທ່ານໄດ້ສອນໃຫ້ນັກຮຽນກວ່າ 50 ຄົນ. ນັກສິລະປະການ ຮວິ່ງທິຖຸຍກວຽນ ລູກສິດຂອງນັກສິລະປະການດີເລີດ ຮວ່າງຫວູ ແບ່ງປັນວ່າ:

      “ຈາກສິ່ງທີ່ເຮົາບໍ່ຮູ້ຫຍັງ, ມາຮອດປັດຈຸບັນ ເຮົາສາມາດຂັບຮ້ອງໄດ້ເຊັ່ນນັ້ນ ກໍ່ເຮັດໃຫ້ເຮົາມີຄວາມພາກພູມໃຈ ແລະ ຍິ່ງເມົາມົວກັບອາຊີບຂັບເດີນກາຕາຍຕື໋ . ເຮົາຍິ່ງມີຄວາມຫວັງໃຫ້ຂະຫຍາຍຕົວ, ຍິ່ງມີຄວາມຫວັງ ພະຍາຍາມຮ່ຳຮຽນໃຫ້ເກັ່ງກວ່າ, ດັ່ງນັ້ນຄວາມຕັດສິນໃຈແມ່ນຢູ່ໃນລະດັບສູງສຸດ”. 

      ປີ 2018 ນັກສິລະປະການດີເລີດ ຮວ່າງຫວູ ໄດ້ກາຍເປັນຫົວໜ້າສະໂມສອນຂັບເດີນກາຕາຍຕື໋ແຂວງ ກຽນຢາງ ເຊິ່ງແມ່ນແຫ່ງໄດ້ເຕົ້າໂຮມ ບັນດາສະໂມສອນຂັບເດີນກາຕາຍຕື໋ ຢູ່ຕາມເມືອງ, ຕາແສງໃນບໍລິເວນແຂວງ. ຕາມທ່ານ ຫງວຽນທ້ຽນເກິ໋ນ ຮອງຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ກຽນຢາງ ແລ້ວ, ນັກສິລະປະການດີເລີດ ຮວ່າງຫວູ ມີຄຸນງາມຄວາມດີໃນການຖ່າຍທອດອາຊີບໃຫ້ແກ່ບັນດາຜູ້ທີ່ມີຄວາມນິຍົມຊົມຊອບຂັບເດີນກາຕາຍຕື໋ ແລະ ທ່ານໄດ້ມີການປະພັນຫຼາຍບົດເພງໃໝ່ ເພື່ອນຳສິລະປະປະເພດນີ້ຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າ. ທ່ານ ຫງວຽນທ້ຽນເກິ໋ນ ໃຫ້ຮູ້ວ່າ:

    “ອາດຈະເວົ້າໄດ້ວ່າ ສອງສາມປີມານີ້, ທ່ານ ຮວ່າງຫວູ ໄດ້ປະພັນຫຼາຍບົດເພງໃໝ່ ໃຫ້ແກ່ສິລະປະເດີນກາຕາຍຕື໋. ເພງເຫຼົ່ານັ້ນໄດ້ຖືກນຳມາວາງສະແດງ ໃນບັນດາງານປະກວດ, ງານສະແດງຕ່າງໆ ອັນໄດ້ປະກອບສ່ວນປຸກລຸກຂະບວນການ ຂັບລຳທຳເພງພື້ນເມືອງ ເວົ້າລວມ ແລະ ຂັບເດີນກາຕາຍຕື໋ ເວົ້າສະເພາະ”

     ດ້ວຍບັນດາການອຸທິດ ສ່ວນໃຫ້ແກ່ປະເພດສິລະປະນີ້ ພ້ອມກັບຈັນຍາບັນໃນການປະກອບອາຊີບ, ນັກສິລະປະການດີເລີດ ຮວ່າງຫວູ ໄດ້ຮັບຄວາມເຄົາລົບນັບຖືຈາກບັນດາເພື່ອນຮ່ວມອາຊີບ ແລະ ໄວໜຸ່ມ ແລະ ເຂົາເຈົ້າໄດ້ຮ່ວມແຮງຮ່ວມໃຈ ພ້ອມກັບທ່ານ ເພື່ອອະນຸລັກຂະຫຫຍາຍປະເພດສິລະປະຂັບເດີນກາຕາຍຕື໋ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ