ຂ່າວດີຂ່າວມ່ວນຈາກການເຄື່ອນໄຫວຂອງເວັບໄຊ book365.vn

(VOVWORLD) -“ສະມາຄົມປຶ້ມອອນລາຍຂຳ່ນັບຊົມເຊີຍວັນປຶ້ມຫວຽດນາມຄັ້ງທີ 8” ຖືກຈັດຕັ້ງໃນເວັບໄຊແຫ່ງຊາດ book365.vn ເມື່ອບໍ່ດົນມານີ້ໄດ້ສິ້ນສຸດລົງ. ຜົນສຳເລັດຂອງເວັບໄຊດັ່ງກ່າວ ແມ່ນບາດກ້າວທີ່ສຳຄັນເພື່ອນຳວັດທະນະທຳການອ່ານກໍ່ຄືບັນດາການເຄື່ອນໄຫວພິມຈຳໜ່າຍແລະ ສຳຜັດກັບຜູ້ອ່ານໄດ້ກ້າວເຂົ້າສູ່ທ່າອ່ຽງຫັນເປັນດີຈີຕອນນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າເທື່ອລະກ້າວ.
ຂ່າວດີຂ່າວມ່ວນຈາກການເຄື່ອນໄຫວຂອງເວັບໄຊ book365.vn - ảnh 1“ສະມາຄົມປຶ້ມອອນລາຍຂຳ່ນັບຊົມເຊີຍວັນປຶ້ມຫວຽດນາມຄັ້ງທີ 8” ຖືກຈັດຕັ້ງໃນເວັບໄຊແຫ່ງຊາດ book365.vn

 ສະມາຄົມປຶ້ມໄດ້ດຶງດູດການເຂົ້າຮ່ວມຂອງສຳນັກພິມທັງຢູ່ພາຍໃນແລະຕ່າງປະເທດເກືອບ 100 ຫົວໜ່ວຍອັນສະໜອງປຶ້ມກວ່າ 40.000 ຫົວໃຫ້ແກ່ຜູ້ອ່ານເພີ່ມຂຶ້ນທົບສາມເທົ່າເມື່ອທຽບໃສປີ 2020. ແລະກໍ່ໃນຮອບໜຶ່ງເດືອນຜ່ານມາໄດ້ມີຜູ້ອ່ານກວ່າ 5.900.00 ເທື່ອຄົນໄດ້ເປີດຕິດຕາມເວັບໄຊດັ່ງກ່າວເພີ່ມຂຶ້ນທົບສາມເທົ່າເມື່ອທຽບໃສ່ປີ 2020. ມີປຶ້ມອ່ານ 40.000 ຫົວໄດ້ຮັບໃຊ້ເພື່ອຜູ້ອ່ານແລະໄດ້ມີຫຼາຍກວ່າ 60% ຈຳນວນຜູ້ອ່ານໄດ້ຊື້ປຶ້ມຈາກບັນດາແຂວງນະຄອນທີ່ຫ່າງໄກ. ສະມາຄົມປຶ້ມອອນລາຍແຫ່ງຊາດໄດ້ຈັດເຫດການນັບ 10 ເຫດການອັນໄດ້ສ້າງບັນຍາກາດພົບປະແລກປ່ຽນຢ່າງເບີກບານມ່ວນຊື່ນດ້ວຍບັນດາຫົວເລື່ອງກ່ຽວກັບປຶ້ມອັນໄດ້ສ້າງຄວາມມ່ວນຊື່ນໃຫ້ແກ່ເພື່ອນຜູ້ອ່ານທັງຫຼາຍ. ທ່ານຫງວຽນງວຽນຫົວໜ້າກົມພິມຈຳໜ່າຍການພິມແລະການຈຳໜ່າຍກະຊວງຖະແຫຼງຂ່າວສື່ສານໄດ້ຢືນຢັນວ່າ:

 “ນີ້ແມ່ນເວັບໄຊສາມາດປຸກລະດົມກຳລັງຢ່າງຫຼວງຫຼາຍດ້ວຍຈຳນວນປຶ້ມຫຼາຍທີ່ສຸດ. ສຳນັກພິມ 54 ຫົວໜ່ວຍໄດ້ເຂົ້າຮ່ວມແລະໄດ້ລະດົມປຶ້ມ  15.000 ຫົວພ້ອມທັງຈັດຕັ້ງເຫດການຕ່າງໆນັບ 10 ເຫດການ. ນີ້ແມ່ນບັນດາທ່າໄດ້ປຽບເຊິ່ງການເຄື່ອນໄຫວສະໜອງປຶ້ມອ່ານທາງອອນລາຍບັນລຸໄດ້. ຍິ່ງໄປກວ່ານັ້ນຍ້ອນການນຳໃຊ້ເຕັກໂນໂລຊີໄດ້ສາມາດຫຼຸດຜ່ອນຄວາມແຕກໂຕນກັນ ກ່ຽວກັບການອ່ານປຶ້ມລະຫວ່າງບັນດາເຂດແຄວ້ນ ໂດຍຜ່ານບັນດາລາຍການອຸປະຖຳຂອງບັນດາຫົວໜ່ວຍ”.

ເປັນຄັ້ງທຳອິດທີ່ໄດ້ນຳໃຊ້ເຕັກໂນໂລຊີໃໝ່ ແລະທັນສະໄໝ,ສະມາຄົມປຶ້ມອອນລາຍແຫ່ງຊາດໄດ້ສະໜອງ 4 ລາຍໃນລະບົບດຽວ. ນັ້ນແມ່ນລາຍການປຶ້ມອ່ານທົ່ວໄປ, ປຶ້ມອີບຸກ, ລາຍການຕິດຕໍ່ພົວພັນດ້ານລິຂະສິດ, ລາຍການຂ່າວເຫດການແລະພາກແນະນຳໂດຍສັງເຂບ. ທ່ານຫງວຽນງວຽນ ກໍ່ໄດ້ຢືນຢັນວ່າ ສະມາຄົມປຶ້ມອອນລາຍແຫ່ງຊາດໄດ້ລື່ນກາຍບັນດາເປົ້າໝາຍທີ່ໄດ້ວາງອອກແລະນຳປຶ້ມອ່ານໄປທົ່ວທຸກແຫ່ງໃນປະເທດຊາດບໍ່ຈຳແນກເຂດແຄ້ວນບໍ່ຈຳແນກໄລຍະຫ່າງທາງດ້ານພູມີປະເທດແລະມຸ່ງໄປສູ້ເພື່ອນຜູ້ອ່ານຢູ່ເຂດຫ່າງໄກສອກຫຼີກ. ທ່ານຫງວຽນງວຽນ ໃຫ້ຮູ້ອີກວ່າ:

“ຍ້ອນມີການເຂົ້າຮ່ວມຂອງວິສາຫະກິດຫຼາຍແຫ່ງທີ່ໄດ້ໃຫ້ການອຸປະຖຳເພື່ອຊ່ວຍໜູນນຳປຶ້ມອ່ານໄປຍັງເຂດຫ່າງໄກສອກຫຼີກ, ດັ່ງນັ້ນຄວາມໝາຍທາງສັງຄົມຂອງສະມາຄົມປຶ້ມນັບມື້ນັບສະແດງໃຫ້ເຫັນແຈ້ງຫຼາຍກວ່າອີກ. ນີ້ແມ່ນການເຄື່ອນໄຫວທີ່ມີຄຸນປະໂຫຍດຢ່າງແທ້ຈິງເພື່ອໃຫ້ບັນດາຫົວໜ່ວຍກ້າວເຂົ້າສູ່ຂະບວນວິວັດຫັນເປັນດີຈີຕອນນີ້ແມ່ນສິ່ງທີ່ສຳຄັນທີ່ສຸດເພື່ອໃຫ້ພວກເຮົາພ້ອມກັນປະຕິບັດເປົ້າໝາຍລວມນັ້ນແມ່ນຫັນເປັນດີຈີຕອນເພື່ອການຄົງຕົວແລະຂະຫຍາຍຕົວ”.

ທ່ານເຈິ່ນຈີ໊ດາດຜູ້ອຳນວຍການບັນນາທິການໃຫຍ່ ສຳນັກພິມຖະແຫງຂ່າວແລະສື່ສານເຊິ່ງແມ່ນຫົວໜ່ວຍຄຸ້ມຄອງເວັບໄຊ book365.vn ໃຫ້ຮູ້ວ່າເວັບໄຊນີ້ໄດ້ນຳໃຊ້ສູນຄວບຄຸມດ້ານເຕັກນິກອັດຕະໂນມັດມີລະບົບສະສົມດ້ວຍສື່ສັງຄົມແລະນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເວັບໄຊໄດ້ສ້າງການເຄື່ອນໄຫວອອນລາຍທີ່ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງ ໃຫ້ແກ່ຜູ້ອ່ານ. ທ່ານກ່າວວ່າ:

 “ເວັບໄຊ book365.vn ເປັນຄັ້ງທຳອິດໄດ້ໃຊ້ເຕັກໂນໂລຊີ4.0 ທີ່ທັນສະໄໝດ້ວຍຫຼາຍຄຸນສົມບັດກະທົບຕອບ, ເຊື່ອມຕໍ່ກັນຮັບປະກັນຄວາມປອດໄພໃຫ້ແກ່ຜູ້ອ່ານນັບແສນຄົນເປີດຕິດຕາມໃນພາບດຽວ. ພວກຂ້າພະເຈົ້າກໍ່ມີເຄື່ອງມຢ່າງຄົບຖ້ວນເພື່ອສາມາດຈົດຕັ້ງການເຈລະຈາທາງອອນລາຍ”.

   ເມື່ອກ່ອນນີ້ ເວັບໄຊ book365.vn   ໄດ້ຮັບການສ້າງຂຶ້ນຕາມຮູບແບບຂອງເວັບໄຊພົວພັນແລກປ່ຽນການຄ້າເອເລັກໂຕນິກແລະໄດ້ມີການເຂົ້າຮ່ວມຂອງຮ້ານຄ້າກວ່າ 20 ຮ້ານນີ້ແມ່ນຊ່ອງແນະນຳຈຳໝ່າຍປຶ້ມນຳໃຫ້ແກ່ສຳນັກພິມ, ບໍລິສັດປຶ້ມອ່ານນຳເຄື່ອງໝາຍການຄ້າແລະລາຍໄດ້ໃຫ້ແກ່ບັນດາຫົວໜ່ວຍເປີດທິດກ້າວເດີນໃໝ່ໃນຂົງເຂດການຈຳໜ່າຍປຶ້ມ. ດ້ວຍຜົນສຳເລັດໃນເບືອງຕົນຂອງເວັບໄຊ book365.vn ໃນໄລຍະທີ່ຈະມາເຖິງຫົວໜ່ວຍເປັນເຈົ້າຂອງເວັບໄຊຈະມີແຜນການແລະຍຸດທະສາດລະອຽດ ມຸ່ງໄປສູ່ເປົ້າໝາຍນຳເວັບໄຊດັ່ງກ່າວກາຍເປັນທີ່ຮູ້ຈັກກັນດີ ແລະດຶງດູດຜູ້ອ່ານຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ