ຄຸນຄ່າວັດທະນະທຳມະນຸດຂອງບັນດາຈົດໝາຍໃນໄລຍະສົງຄາມ

(VOVWORLD) -ບັນດາຈົດໝາຍຂຽນດ້ວຍເຈ້ຍບາງໆ ດ້ວຍແຖວຕົວໜັງສືຂຽນແບບຟ້າວຟັ່ງແມ່ນຮູບພາບທີ່ລື້ງເຄີຍຂອງນັບລ້ານຄອບຄົວຫວຽດນາມໃນຕະຫຼອດຊຸມປີໃນການຕໍ່ສູ້ເພື່ອ ທ້ອນໂຮມປະເທດຊາດເປັນເອກະພາບແລະປົກປັກຮັກສາເອກະລາດເສລີພາບຂອງຊາດ. ຜ່ານຈົດໝາຍເຫຼົ່ານັ້ນອາລົມຈິດຄວາມຮັກແພງຄວາມໃນໃຈແລະ  ອຸດົມການປະຕິວັດຂອງກອງທັບແລະປະຊາຊົນໄດ້ຖືກຝາກຝັງແບບລຽບງ່າຍຊື່ສັດແລະເຕັມໄປດ້ວຍຄວາມຮັກແພງແຕ່ກໍ່ສະແດງໃຫ້ເຫັນເຈດຈຳນົງຕໍ່ສູ້ແຮງກ້າຂອງບັນດານັກຮົບຢູ່ແນວໜ້າ. ຈົດໝາຍເຫຼົ່ານັ້ນໄດ້ນຳມາຊຶ່ງຄວາມຮູ້ສຶກພິເສດໃນຊຸມວັນເດືອນກໍລະກົດເມື່ອທົ່ວປະເທດມຸ່ງໄປສູ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຄຸນຄ່າວັດທະນະທຳມະນຸດຂອງບັນດາຈົດໝາຍໃນໄລຍະສົງຄາມ - ảnh 1ບັນດາຈົດໝາຍໃນໄລຍະສົງຄາມ

      ແຕ່ລະໜ້າຂອງຈົດໝາຍດ້ວຍບັນດາຄວາມໃນໃຈຂອງບັນດາຜູ້ເປັນອ້າຍເປັນພໍ່ ເປັນຜົວເປັນເມຍເປັນລູກເປັນອາຈານເປັນເພື່ອນທີ່ມີຕໍ່ບັນດາຜູ້ຮັກແພງຂອງຕົນ ໄດ້ຖືກບັນທຶກໄວ້ຜ່ານຈົດໝາຍໃນຈຸດເວລາພັກຜ່ອນບົນເສັ້ນທາງເຄື່ອນທັບຫຼືໃນຈຸດເວລາມິດງຽບໃນການປຸກໂຈມຕີ. ທ່ານພັນເອກດັ້ງເວືອງຮຶງໃຫ້ຮູ້ວ່າ:

       “ບັນດາຈົດໝາຍໃນຄາວນັ້ນມີຄວາມແຕກຕ່າງກັບປັດຈຸບັນ. ຈົດໝາຍກໍ່ຖືກຂຽນດ້ວຍເຈ້ຍຫຼາຍຊະນິດຂຽນດ້ວຍປາກກາຫຼືບິກເພາະວ່າໃນໄລຍະສົງຄາມຄາວນັ້ນຢູ່ ຫວຽດນາມແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ໃນໄລຍະນັ້ນພາຫະນະຕິດຕໍ່ ສື່ສານສ່ວນຫຼາຍແມ່ນໃຊ້ຈົດໝາຍ. ຈົດໝາຍຈາກແນວຫຼັງອອກສູ່ແນວໜ້າກ່ອນອື່ນໝົດກໍ່ແມ່ນພາຫະນະພົວພັນແລກປ່ຽນອາລົມຈິດຄວາມໃນໃຈຂອງສ່ວນບຸກຄົນປັດຈຸບັນກໍ່ມີບາງຄົນຍັງຊຸກເຊື່ອງຍ້ອນແມ່ນເລື່ອງສ່ວນຕົວແຕ່ໃນໄລຍະເວລານັ້ນກໍ່ແມ່ນຊັບສິນລວມດັ່ງນັ້ນເມື່ອນັກຮົບຢູ່ສະໜາມຮົບຂຽນຈົດໝາຍຝາກເຖິງຄອບຄົວກໍ່ມີທຸກໆຄົນໃນເຂດຊຸມຊົນພັດປ່ຽນກັນອ່ານ. ກົງກັນຂ້າມເມື່ອທະຫານຢູ່ສະໜາມຮົບໄດ້ຮັບຈົດໝາຍຈາກເມຍຈາກຄົນຮັກນັ້ນ ກໍ່ທັງໝູ່ທະຫານອ່ານນຳກັນ”.

       ຈົດໝາຍທີ່ສົ່ງມາຈາກສະໜາມຮົບສ່ວນຫຼາຍກໍ່ລົງເລິກເຖິງການສູ້ຮົບມີຈົດໝາຍບາງສະບັບກໍ່ເລົ່າເຖິງການຕີສັດຕູກວາດລ້າງ, ການຍິງລົດຖັງ, ກ່ຽວກັບຊຸມເດືອນປີນອນຢູ່ຂຸມໃຕ້ດິນ,ກ່ຽວກັບຄວາມເສຍສະຫຼະຂອງເພື່ອນຮ່ວມກົມກອງ... ພັນເອກດັ້ງເວືອງຮຶງຖືວ່າ:

      “ຈົດໝາຍນັ້ນບໍ່ແມ່ນຈົດໝາຍສ່ວນຕົວອີກແລ້ວແຕ່ມັນມີບົດບາດປຽບເໝືອນໃບຂ່າວຍິ່ງກວ່ານັ້ນກໍ່ປຽບເໝືອນໜັງສືພິມສະບັບໜຶ່ງຍົກຕົວຢ່າງຄືເລົ່າເລື່ອງກ່ຽວກັບໝູ່ບ້ານຫຼືເລົ່າເລື່ອງກ່ຽວກັບສະໝາມຮົບ. ແລະເປັນຂ່າວທີ່ສຳຄັນທີ່ສຸດເມື່ອຜູ້ຢູ່ເຮືອນໄດ້ຮັບຈົດໝາຍກໍ່ສາມາດຮູ້ໂລດວ່າຍາດຕິພີ່ນ້ອງຂອງຕົນຢູ່ສະໜາມຮົບຍັງແຂງແຮງຢູ່ ເຖິງວ່າຈົດໝາຍໄດ້ຮັບພາຍຫຼັງຫົກເດືອນຫຼືມີຈົດໝາຍກໍ່ຕ້ອງລໍຖ້າແຕ່ໜຶ່ງຫາສອງປີຈຶ່ງສາມາດຮັບໄດ້”.

      ບັນດາຈົດໝາຍໄດ້ສະແດງຄວາມຮັກແພງຄວາມໃນໃຈທີ່ສະຫງວນໃຫ້ແກ່ຄົນຮັກໃຫ້ແກ່ເມຍໃຫ້ແກ່ຜົວຫຼືໃຫ້ແກ່ພໍ່ແມ່ ຍາມໃດກໍ່ມີຄວາມຮັກບ້ານເກິດເມືອງນອນປະເທດຊາດຍາມໃດກໍ່ມີສະຕິຄວາມຮັບຜິດຊອບຕໍ່ວຽກງານແລະໜ້າທີ່ໃນການມອບໝາຍ. ສົງຄາມໄດ້ຜ່ານພົ້ນໄປແຕ່ດົນນານແລ້ວກໍ່ຕາມແຕ່ນາງເລທິກີມຢຸງຍັງຈື່ດີບັນດາແຖວຕົວໜັງສືທີ່ຄົນຮັກຂອງນາງນັກຮົບໜຸ່ມຟ້າມຊວານຊິງໄດ້ຝາກມາກ່ອນນີ້ກວ່າ 50 ປີ. ນາງຢຸງແບ່ງປັນວ່າ:

      “ຄາວນັ້ນໄດ້ຮັບຈົດໝາຍສະບັບໜຶ່ງເຮົາກໍ່ດີໃຈທີ່ສຸດເພາະວ່າຢູ່ສະໜາມຮົບບາງຄັ້ງຝາກມາຕ້ອງລໍຖ້າສາມສີ່ເດືອນຈຶ່ງສາມາດຮັບໄດ້. ເມື່ອອ່ານຈົດໝາຍເຫັນວ່າຄົນຮັກຂອງຕົນມີຄວາມປອດໄພຍັງແຂງແຮງກໍ່ດີໃຈທີ່ສຸດ.ສ່ວນເຮົາຂຽນຈົດໝາຍຝາກໃຫ້ຄົນຮັກກໍ່ສະແດງການສະໜັບສະໜູນການເດີນທາງອອກສູ່ສະໜາມຮົບຍ້ອນອຸດົມການປະຕິວັດ ການຕໍ່ສູ້ເພື່ອປະເທດຊາດ”.

     ບັນດາຜູ້ຂຽນຈົດໝາຍໃນໄລຍະສົງຄາມມາຮອດປັດຈຸບັນໄດ້ເສຍຊີວິດເກືອບໝົດແລ້ວ. ໃນນັ້ນຫຼາຍຄົນໄດ້ເປັນນັກຮົບເສຍສະຫຼະຊີວິດເພື່ອຊາດ. ເພາະສະນັ້ນບັນດາຈົດໝາຍໃນຄາວນັ້ນປັດຈຸບັນໄດ້ກາຍເປັນວັດຖຸອັນລ້ຳຄ່າສຳລັບບັນດາຜູ້ທີ່ຍັງຮັກສາໄວ້ ກາຍເປັນມໍລະດົກຍ້ອນມັນໄດ້ບັນທຶກບັນດາອະນຸສອນຂອງບັນດາໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ