ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ຈຸດວັດທະນະທຳໃນເມື່ອກ່ອນ ແລະ ປະຈຸບັນ


(vovworld)- ນະ​ຄອນ​ຫລວງ ຮ່າ​ໂນ້ຍ ມີ​ຊື່​ສຽງ​ດ້ວຍ​ຄຸ້ມຖະ​ຫ​ນົນເກົ່າ 36 ສາຍ​ທີ່​ຕິດ​ຕໍ່​ກັນ. ນັບ​ແຕ່​ສັດ​ຕະ​ວັດ​ທີ 15, ປະ​ຊາ​ຊົນ​ໄດ້​ພາ​ກັນ​ຫລັ່ງ​ໄຫລ​ມາ​ເຂດ​ດິນ​ ທັງ​ລອງ ຢ່າງ​ຫລວງ​ຫລາຍເພື່ອ​ທຳ​ມາຄ້າ​ຂາຍ ໄດ້​ສ້າງ​ເປັນ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ, ຖະ​ຫ​ນົນ​ອາ​ຊີບ ດ້ວຍ​ຊື່​ເອີ້ນ​ຂອງຖະ​ຫ​ນົນ​ແຕ່​ລະ​ສາຍ​ລ້ວນ​ແຕ່ເລີ່ມ​ຕົ້ນ​ດ້ວຍ​​ຄຳ​ວ່າ: “ຮ່າງ” ແມ່ນ​ຕິດ​ພັນ​ກັບ​ອາ​ຊີບ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ. ຜ່ານ​ໄລ​ຍະ​​ນັບຮ້ອຍ​ໆ​​ປີ, ຄຸ້ມ​ຖະ​ຫ​ນົນ​ເກົ່າ ຮ່າ​ໂນ້ຍ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ສະ​ເພາະ​ຊື່ງ​ແຫ່ງ​ອື່ນບໍ່​ມີ.

ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ຈຸດວັດທະນະທຳໃນເມື່ອກ່ອນ ແລະ ປະຈຸບັນ - ảnh 1
ຖະ​ຫນົນ​ເກົ່າ​ຢູ່​ຮ່າ​ໂນ້ຍ
ພາບ:internet

        ປີ 1010 ເຈົ້າ​ຊີ​ວິດ ຫລີ​ທາຍ​ໂຕ໋ ໄດ​້​ຕັດ​ສິນ​ຍ້າຍ​ເມືອງ​ຫລວງ​ຈາກ ຮ​ວາ​ລື (ແຂວງ​ນິງ​ບີງ) ມາ​ຕັ້ງ​ຢູ່ ດ້າຍ​ລາ ແລະ ຕັ້ງ​ຊື່​ໃຫ້​ເມືອງ​ຫລວງ​ໃຫມ່​ວ່າ ທັງ​ລອງ (ມັງກອນບິນ​ຂຶ້ນສູ່​ສະ​ຫວັນ). ເມືອງ​ຫລວງ​ທັງ​ລອງ​ໄລ​ຍະ​ນັ້ນ ຄຽງ​ຂ້າງ​ເຂດ ພະ​ລາດ​ຊະ​ວັງທີ່​ສະ​ຫງວນ​ໃຫ້​ແກ່​ເຈົ້າ​ຂຸນ​ມຸນ​ນາຍ​ນັ້ນ​ກໍ ຍັງ​ມີ 61 ຕາ​ແສງ​ຄຸ້ມ​ຄອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ. ນັກ​ປະ​ຫວັດ​ສາດ ຫງວຽນ​ກວາງງອກ ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ນັ້ນ ​ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນ​ຫລາຍ​ແຫ່ງ​ເຫັນ​ວ່າ ດິນ​ແດ​ນ​ແຫ່ງນີ້​ມີ​ຄວາມ​ສະ​ດວກ​ດ້ວຍລະ​ບົບເສັ້ນ​ທາງ​ຄົມ​ມະ​ນາ​ຄົມ, ເປັນ​​ເຂດ​ແລກ​ປ່ຽນ​ຄ້າ​ຂາຍສິ​ນ​ຄ້າ. ແຫ່ງນີ້ ມີ​ພົນ​ລະ​ເມືອງ​ຫລວງ​ຫລາຍ ແລະ ເສດ​ຖະ​ກິດ ພັດ​ທະ​ນາ. ສະ​ນັ້ນ ເຂົາ​ເຈົ້າ​ເລືອກ​ເຟັ້ນ​ແຫ່ງນີ້​ແມ່ນ​ບ່ອນ​ອາ​ໄສ ແລະ ຄ່ອຍໆ​ກາຍ​ເປັນ​ສູນ​ຄ້າ​ຂາຍ​ສິນ​ຄ້າ.”

        ໂດຍແມ່ນ​ເມືອງ​ຫລວງ​ຂອງ​ທົ່ວ​ປະ​ເທດ, ທັງ​ລອງ​ຮ່າ​ໂນ້ຍ​ປະ​ຈຸ​ບັນ ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ສິ່ງຍອດ​​ຍິ່ງ​ຂອງ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ, ຊ່າງ​ຫັດ​ຖະ​ກຳ​​ມີ​ສີ​ມື​ດີ ແລະ​ເກັ່ງ​ກ້າ​ອັ​ນ​ດັບ​ຫ​ນຶ່ງ​ໃນ​ທົ່ວ​ປະ​ເທດ. ບັນ​ດາ​ກຸ່ມ​ຊ່າງ​ຫັດ​ຖະ​ກຳ​ຈາກ​​ທ້ອງ​ຖິ່ນ​ຕ່າງໆໄດ້​ພາ​ກັນ​ມາ​ເຕົ້າ​ໂຮມ​ຢູ່​ເມືອງ​ຫລວງ ​ຄ່ອຍໆ​ສ້າງເປັນ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ, ນັ້ນ​ແມ່ນ ຖະ​ຫ​ນົນ​ເກົ່າ ຮ່າ​ໂນ້ຍ 36 ສາຍ. ມາ​ເມືອງ​ຫລວງ ສ້າງ​ອາ​ຊີບ, ແຕ່​ບັນ​ດາ​ຊ່າງ​ຫັດ​ຖະ​ກຳ​ຍັງ​ຄົງ​ຮັກ​ສາ​ການ​ພົວ​ພັນ​ຕິດ​ຕໍ່​ກັບ​ອາ​ຊີບ​ຫັດ​ຖະ​ກຳ​ຢູ່​ບ້ານ​ເກີດ​ເມືອງນອນ. ເຂົາ​ເຈົ້າ​ທຳ​ການ​ຜະ​ລິດ, ​ຄ້າຂາຍ​ສິນ​ຄ້າ, ຈັດ​ຕັ້ງ​ການ​ດຳ​ລົງ​ຊີ​ວິດ, ກໍ່​ສ້າງ​ເຮືອນ​ຊານ​ບ້ານ​ຊ່ອງ… ແຕ່​ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ການ​ດຳ​ເນີນ​ຊີ​ວິ​ດ​ດ້ານ​ຈິດ​ວິນ​ຍານ, ຈັດ​ຕັ້ງ​ງານ​ບຸນ​ຕ່າງໆ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ເຂດ​ບ້ານ​ນາ. ໄລ​ຍະ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ເຂົ້າ​ມາ​ຮຸກ​ຮານ ຫວຽດ​ນາມ, ການ​ວາງ​ແຜນ​ຜັງ​ເມືອງ ຮ່າ​ໂນ້ຍ ​ໄດ້ເລີ່ມ​ມີ​ການ​ປ່ຽ​ນ​ແປງ. ພິ​ເສດ ແມ່ນ​ບັນ​ດາ​ຄຸ້ມ​ຖະ​ຫ​ນົນ​ເກົ່າ, ຖະ​ຫ​ນົນ​ສາຍ​ຕ່າງໆ​ຖືກ​ສ້ອມ​ແປງ​ຄືນ​ໃຫມ່, ມີ​ລະ​ບົບ​ລະ​ບາຍ​ນ້ຳ, ມີ​​ທາງຍ່າງ, ​ເສັ້​ນ​ທາງຖືກ​ປູ​ຢ​າງ ແລະ ມີ​ລະ​ບົບ​ໄຟ​ເຍືອງ​ທາງ. ເຮືອນ​ຊານ​ຢູ່​ສອງ​ຟາກ​ທາງ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ດິນ​ຈີ່, ຫລັງ​ຄາ​ເຮືອນ​ມຸ້ງ​ດ້ວຍ​ດິ​ນ​ຂໍ. ຄຽງ​ຂ້າງ​ບັນ​ດາ​ຫລັງ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ ຍັງ​ມີ​ບັນ​ດາ​ຫລັງ​ເຮືອນ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ​ແລະ ປະ​ດັບ​ປະ​ດາ​ຕາມ​ແບບເອີ​ລົບ. ພາ​ຍ​ຫລັງ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຮັບ​ການ​ປົດ​ປ່ອຍ ເມື່ອ​ປີ 1954, ເຮືອນ​ຮ້ານ​ໃນ​ຄຸ້ມ​ຖະ​ຫ​ນົນ​ເກົ່າ ສ່ວນ​ຫລາຍ​ແມ່ນ​​ໄດ້ນຳ​ໃຊ້​ເພື່ອ​ເປັນ​ບ່ອນ​ພັກ​ອາ​ໄສ. ປີ 1986, ໂດຍ​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ລັດກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະ​ຫລາດ, ເປີດກວ້າງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ສົ່ງ​ເສີມ​ປະ​ຊາ​ຊົນ​ເປີດກວ້າງ, ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ​ຂາຍ, ຄຸ້ມ​ຖະ​ຫ​ນົນ​ເກົ່າ​ຄ່ອຍໆ​ໄດ້​ຮັບ​ການ​ຟື້ນ​ຟູ​ພັດ​ທະ​ນາ ແລະ ຄັບ​ຄາ​ຫ​ນາ​ແຫ​ນ້ນກວ່າ​ເກົ່າ. ​ຢູ່ຄຸ້ມ​ຖະ​ຫ​ນົນ​ເກົ່າ ຢູ່ ເມືອງ ຮ​່​ວານ​ກຽມ ປະ​ຈຸ​ບັນ, ໃນ ຖະ​ຫ​ນົນ 76 ສາຍ ມີ 46 ສາຍ​ແມ່ນ​ເລີ່ມ​ຕົ້ນ​​ດ້ວຍ​ຄຳ​ວ່າ “ຮ່າງ” ແລະ ເຖິງວ່າ​ມີ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ບໍ​ລິ​ການ​ອາ​ຊີບ​ຫັດ​ຖະ​ກຳ ແລະ ສິນ​ຄ້າ​ກໍ​ຕາມ, ​ແຕ່ບັນ​ດາ​ຖະ​ຫ​ນົນ​​ເກົ່າ​ນັ້ນ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​​ດ້​ານປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ. ທ່ານ ເຈີນ​ຫວຽດ​ແອງ, ຮອງ​ຫົວ​ຫ​ນ້າ​ຄະ​ນະ​ຄຸ້ມ​ຄອງ​ຖະ​ຫ​ນົນ​ເກົ່າ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ​ກ່ຽວ​ກັບ​ວັດ​ຖຸ​ມີ​ຮູບ​ຮ່າງ ຍັງ​ຄົງ​ຮັກ​ສາ​ບາງກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​, ເປັນ​ຕົ້ນ​ແມ່ນ​ເຄືອ​ຂ່າຍ​ທາງ​ຄົມ​ມະ​ນາ​ຄົມ ແລະ ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ​ກ່ຽວ​ຂ້ອງ​ເຖິງ​ຄຸ້ມ​ຖະ​ຫ​ນົນ​ເກົ່າ. ສ່ວນ​ວັດຖຸບໍ່​ມີ​ຮູບ​ຮ່າງ​ແມ່ນ​ມີ​ຫລາຍສິ່ງ​ຫລາຍ​ຢ່າງ. ທີ​ຫ​ນຶ່ງ ນັ້ນ​ແມ່ນ​ບັນ​ດາ​ຄຸ້ມ​ຖະ​ຫ​ນົນ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ, ທີ​ສອງ ແມ່ນ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ ຂອງ​ປະ​ຊາ​ຊົນ​ໃນ​ຄຸ້ມ​ຖະ​ຫ​ນົນ​ເກົ່າ. ນີ້​ແມ່ນ​ບັນ​ດາ​ຄຸນ​ຄ່າ​ສຳ​ຄັນ​ທີ່​ສຸດ.”

ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ຈຸດວັດທະນະທຳໃນເມື່ອກ່ອນ ແລະ ປະຈຸບັນ - ảnh 2
ຖະ​ຫນົນ ຮ່າງ​ກາຍ(ຂາຍ​ແພ​ໄຫມ)
ພາບ:internet

        ເມື່ອ​​ຍ່າງເລາະ​ຫລິ້ນ​ຢູ່​ູ​ຄຸ​້ມ​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ, ພຽງ​ແຕ່​ອ່ານ​ຊື່​ຂອງ​ຖະ​ຫ​ນົນ​ ທ່ານ​ກໍ​ສາ​ມາດ​ຮູ້​ໄດ້​ວ່າ ຖະ​ຫ​ນົນ​ສາຍນີ້​ມີ​ອາ​ຊີບ​ໃດ ຕົວ​ຢ່າງ​ຄື: ຮ່າງ​ບາກ(ເງິນ) ​ໝາຍ​ເຖິງ​ອາ​ຊີບຕີ​ເງິນ​ຄຳ, ຖະ​ຫ​ນົນ ຮ່າງ​ດົງ(ທອງ)ໝາຍ​ເຖິງ​ອາ​ຊີບ​ຫລໍ່​ທອງ, ຖະ​ຫ​ນົນ​ຮ່າງ​ທຽກ ໝາຍ​ເຖິງ​ອາ​ຊີບ​ຕີ​ເຫລັກ ມີ​ມາ​ກ່ອນນີ້​ນັບ​ຮ້ອຍໆ​ປີ.

ສຽງ​ປະ​ກອບ.

        ເມື່ອ​ໄປ​ຢ້ຽມ​ຢາມ​ບັນ​ດາ​ຖະ​ຫ​ນົນ​ເກົ່າ​ ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຍັງ​ພົບ​ເຫັນ​ບັນ​ດາ​ກິດ​ຈະ​ກຳ​ບູ​ຮານ​ຄື ວັດ​ວາ​ອາ​ຮາມ, ຫໍ​ບູ​ຊາ, ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ໝູ່​ບ້ານ​ອາ​ຊີບ. ຢູ່​ທີ່ນີ້​ເຄີຍ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວິນ​ຍານ​ຄື: ພິ​ທີ​ບູ​ຊາ​ຜູ້ກໍ່​ຕັ້ງ​ອາ​ຊີບ​ຫັດ​ຖະ​ກຳ, ບັນ​ດາ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ຢູ່​ຖະ​ຫ​ນົນ​ອາ​ຊີບ. ໃນ​ຄຸ້ມ​ຖະ​ຫ​ນົນ​ເກົ່າ ປະ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ຫລາຍ​ຮູບ​ການ​ດຳ​ເນີນ​ຊີ​ວິດ​ການ​ເຫລື້ອມ​ໃສ, ວັດ​ທະ​ນະ​ທຳ, ສິ​ລະ​ປະ​ພື້ນ​ເມືອງ​ຄື: ຂັບ​ແຈ່ວ, ​ຂັບ​ເຈົ່າ​ວັນ… ສິ່ງ​ທີ່​ດູດ​ດື່ມກວ່າ​ໝູ່​ສຳ​ລັບ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ​ໄດ້​ເຫັນ​ປະ​ຈັກ​ຕາ​ວິ​ຖີ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ, ສ່ອງ​ແສງ​ເຖິງ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ຮີດ​ຄອງ​ປະ​ເພ​ນີ​, ຄວາມ​ຊີນ​ເຄີຍ​ໃນ​ການ​ດຳ​ເນີນ​ຊີ​ວິດຂອງປະ​ຊາ​ຊົນ​ຢູ່​ຄຸ້ມ​ຖະ​ຫ​ນົນ​ເກົ່າ. ທ່ານ ວີງ, ຜູ້​ອາ​ຍຸ​ສູງ​ຢູ່​ຖະ​ຫ​ນົນ ຮ່າງ​ໄຢ່​ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຊາວ​ຮ່າ​ໂນ້ຍ ມັກ​ຄວາມ​ສະ​ຫງົບ​ສຸກ, ​ມີຄວາມ​ຮັກ​ແພງ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ. ສະ​ນັ້ນ ຈຶ່ງ​ສ້າງ​ເປັນ​ຖະ​ຫ​ນົນ​ອາ​ຊີບ​ທີ່​ຕິດ​ຕໍ່​ກັນ. ແຕ່​ລະ​ເຊົ້າ ເມື່ອ​ເປີດ​ປະ​ຕູ ໄດ້​ເຫັນ​​ພໍ່​ແມ່​ພີ່​ນ້ອງ​ເພື່ອນ​ບ້ານໃກ້​ຄຽງ​ແລ້ວ. ເມື່ອ​​ຄອບ​ຄົວ​ໃດ​ໃນ​ບ້ານ​ມີວຽກ​ງານ​​ສຳ​ຄັນໃດ​ຫ​ນຶ່ງ, ບັນ​ດາ​ຄອບ​ຄົວ​ໃນ​ຖະ​ຫ​ນົນ​ລ້ວນ​ແຕ່​ມາ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ. ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ຄຸ້ມ​ຖະ​ຫ​ນົນ​ເກົ່າ ຍັງ​ຄົງ​ຮັກ​ສາ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ບ້ານ​ນາ.”

ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ຈຸດວັດທະນະທຳໃນເມື່ອກ່ອນ ແລະ ປະຈຸບັນ - ảnh 3
ຖະ​ຫນົນ​ຮ່າງ​ບາກ (ຕີ​ເງິ​ນ​ຄຳ)
ພາບ:dantri

        ປະ​ຈຸ​ບັນ ມີ​ຖະ​ຫ​ນົນ​ເກົ່າ​ຫລາຍ​ສາຍ​ໄດ້​ຫັນ​ໄປ​ສູ່​ການ​ດຳ​ເນີນ​ທຸ​ລະ​ກິດ​ສິນ​ຄ້າ​ປະ​ເພດ​ໃຫມ່​ແລ້ວ ແຕ່​ວິ​ຖີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຍັງ​ຮັກ​ສາ​ໄວ້​ຄ​ື​ເກົ່າ. ຄຸ້ມ​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ, ສິ​ລະ​ປະ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເທົ່າ​ນັ້ນ ຫາກ​ຍັງ​ຮັກ​ສາ​ບັນ​ດາ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ການ​ດຳ​ລົງ​ຊ​ີ​ວິດ​​ຢູ່​ເມືອງ​ຫລວງທັງ​ລອງ​ໃນ​ເມື່ອ​ກ່ອນ. ໃນ​ນັ້ນ ພົ້ນ​ເດັ່ນ​ຂຶ້ນ ແມ່ນ​ດ້ານ​ວັດ​ທະ​ນະ​ທຳ ດ້ວຍ​ບັນ​ດາ​ຮູບ​ການ​ດຳ​ເນີນ​ຊີ​ວິດ ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ເປັນ​ຄຸນ​ຄ່າ, ຈຸດ​ວັດ​ທະ​ນະ​ທຳ​ທີ​່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຄຸ້ມ​ຖະ​ຫ​ນົນ​ເກົ່າ ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ