ຄວາມງາມຂອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຜ່ານງານບຸນອາຊີບຕີເງິນຄຳ ປີ 2013

ຄວາມງາມຂອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຜ່ານງານບຸນອາຊີບຕີເງິນຄຳ ປີ 2013 - ảnh 1
ລາຍການຕີກອງໃນພິທີໄຂງານບຸນ
(ພາບ:vanhoadoisong.com)

    ກຸງທັງ​ລອງ​ເມື່ອ​ກ່ອນ​ນີ້ ​ແລະ ນະຄອນຫຼວງຮ່າ​ໂນ້ຍ​ໃນ​ປະຈຸ​ບັນ ມີ​ຊື່​ສຽງ​ໄປ​ດ້ວຍ​ຄຸ້ມ​ຖະໜົນ​ເກົ່າ ຊຶ່ງປະກອບດ້ວຍຖະໜົນ 36 ສາຍ ແລະ ແຕ່ລະສາຍ ຕິດພັນກັບ​ອາຊີບ​ຫັດ​ຖະກຳ​ໃດ​ໜຶ່ງ. ຜ່ານ​ຫຼາຍ​ພັນ​ປີ, ບັນດາ​ອາຊີບ​ຫັດ​ຖະກຳ ທີ່​ມີ​ມາ​ແຕ່​ດົນ​ນານ ຍັງ​ຄົງ​ຕົວ​ໃນຄຸ້ມ​ຖະໜົນ​ເກົ່າ ​ແລະ ສາມາດ​ຮັກສາ​ບັນດາ​ຄຸນຄ່າດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ. ທ້າຍ​ເດືອນ 3 ທີ່​ຜ່ານ​ມາ, ງານ​ບຸນ​ອາຊີບ​ຕີ​ເງິນ​ຄຳ ປີ 2013 ທີ່ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ສາລາ ກິມ​ເງິ​ນ ທີ່​ຖະໜົນ ຮ່າງ​ບາກ ອັນ​ໄດ້​ປະກອບສ່ວນຟື້ນຟູ​ຄວາມ​ງາມດ້ານ​ວັດທະນະທຳ​ຢູ່​ຖະໜົນອາຊີບ​ຫັດຖະກຳ​ບັນ​ດິນ​ແດນ ທັງ​ລອງ-ຮ່າ​ໂນ້ຍ.         ​

       ກ່ວາ 10 ສະຕະວັດ​ໄດ້​ຜ່ານ​ພົ້ນ​ໄປ, ​ໂສມ​ໜ້າ​ຂອງຄຸ້ມ​ຖະໜົນ​ອາຊີບ​ຫັດ​ຖະກຳ 36 ສາຍຂອງ​ກຸ່ງທັງ​ລອງ​ເມື່ອ​ກ່ອນ​ນີ້, ປະຈຸ​ບັນ​ໄດ້​ປ່ຽນ​ແປງ​ຫຼາຍ​ແລ້ວ. ​ແຕ່​ທຸກ​ວັນ​ນີ້, ​ເມື່ອ​ມາ​ທັດສະນະ​ສຶກສາ​ຢູ່ ຄຸ້ມ​ຖະໜົນ​ເກົ່ານັ້ນ, ຍັງ​ຄົງ​ເຫັນ​ຮອ່ງຮອຍ, ຮູບ​ພາບ​ຂອງ​ບັນດາ​ຖະໜົນອາຊີບ​ຫັດ​ຖະກຳ​ເມື່ອ​ກ່ອນ​ນີ້. ພິ​ເສດ​ຖະໜົນ ຮ່າງ​ບາກ ດ້ວຍ​ອາຊີບ​ຕີ​ເງິນ​ຄຳນັ້ນ, ຍັງ​ຄົງ​ແມ່ນ​ແຫ່ງ​ທີ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄ້າຂາຍ​ທີ່​ຟົດ​ຟື້ນ​ທີ່​ສຸດ​ທີ່​ຮ່າ​ໂນ້ຍ. ​ເພື່ອ​ເສີມ​ຂະຫຍາຍ​ອາຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ໃນ​ທ້າຍ​ເດືອນ 3 ທີ່​ຜ່ານ​ມາ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວານ​ກ້ຽມ, ຮ່າ​ໂນ​້ຍ​ໄດ້​ໄຂ ງານ​ບຸນ​ອາຊີບ​ຕີ​ເງິນ​ຄຳ ປີ 2013 ​ເພື່ອ​ແນ​​ໃສ່​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຕໍ່​ຜູ້​ສ້າງ​ບັນດາ​ອາຊີບຢູ່ ຄຸ້ມ​ຖະໜົນ​ເກົ່າ. ນີ້​ກໍ​ແມ່ນ​ເຫດການ​ຂ່ຳນັບ​ຊົມ​ເຊີຍ​ເຫດການ​ປູຊະນີຍະສະຖານສາລາ ກິ​ມເງິນ ​ໄດ້​ຮັບ​ໃບ​ຢັ້ງຢືນປູຊະນີຍະສະຖານລະດັບ​ຊາດ. ທີ່ງານ​ບຸນ​ອາຊີບ​ຕີ​ເງິນ​ຄຳ ປີ 2003, ບັນດາ​ຜະລິດ​ຕະພັນ​ຈາກ​ການ​ຕີ​ເງິນ​ຄຳ​ທີ່​ດີ​ເດັ່ນ​ຂອງ​ຖະໜົນ​ອາຊີບ ​ໄດ້​ຮັບ​ການ​ແນະນຳ​ຈາກ​ພວກ​ ນັກ​ສິລະ​ປະການ, ນາຍ​ຊ່າງ​ຄື ຊຸດ​ເງິນ​ຫຼຽນ​ເກົ່າ​ຜ່ານ​ໄລຍະ​ຕ່າງໆ, ​ເຄື່ອງ​ເອ້​ຢ້ອງ​ເຮັດ​ດ້ວຍ​ເງິນ​ຄຳ​ທີ່​ລະອຽດອ່ອນ. ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ ຍົງ​ມີ​ໂອກາດ​ໄດ້​ທັດສະນະ​ສຶກສາ, ຊອກ​ຮູ້​ກ່ຽວ​ກັບ​ດ້ານ​ສິລະ​ປະກຳ, ອາຊີບ​ຕີ​ເງິນ​ຄຳ, ​ໄດ້​ເຫັນ​ປະຈັກ​ຕາ​ພວກ​ ນັກ​ສິລະ​ປະການ, ນາຍ​ຊ່າງ​ຜູ້ທີ່​ມີ​ສີມື​ດີ ສະ​ແດງ​ການ​ຕີ​ເງິນ​ຄຳຢູ່​ຂອບ​ທາງ. ​ເຂົ້າ​ຮ່ວມ​ ງານ​ບຸນ​ອາຊີບ​ຕີ​ເງິນ​ຄຳ ປີ 2013 , ມີ ນັກ​ສິລະ​ປະການ, ນາຍ​ຊ່່າງຜູ້​ມີ​ສີມ​ືດີຫຼາຍ​ຄົນທີ່​ຜູກພັນ​ກັບ​ອາຊີບ ລ້ວນແຕ່ຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈ ຕໍ່ຄວາມເອົາໃຈໃສ່ຂອງອຳນາດ ການປົກຄອງຂັ້ນຕ່າງໆ ໃນການຈັດເຫດການນີ້ ເພື່ອແນໃສ່ເສີມຂະຫຍາຍ ອາຊີບທີ່ມີມາແຕ່ດົນນານໃນໄລຍະປະຈຸບັນ.  ທ່ານ​ຝ້າ​ມຕ້ວນຫຽບ, ສະມາຊິກ​ສະມາຄົມອາຊີບ​ຕີ​ເງິນ​ຄຳ​ເມືອງ ຮ່ວານ​ກ້ຽມ ​ແບ່ງປັນ​ວ່າ :

   “ ​ໂດຍ​ແມ່ນ​ນັກ​ສິລະ​ປະການ​ຕີ​ເງິນ​ຄຳ, ມື້​ນີ້​ໄດ້​ເຂົ້າ​ຮ່ວມງານ​ບຸນ​ອາຊີບ​ຕີ​ເງິນ​ຄຳ, ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຖ່າຍ​ທອດ​ອາຊີບ​ຂອງ​ປູ​ຍ່າຕາ​ຍາຍ​ໃຫ້​ແກ່​ເສ່ັນ​ລູກ​ເສ່ັນ​ຫຼານ, ຕ້ອງຮັ​ກສາ​ໄວ້​ເພື່ອ​ໃຫ້​ອາຊີບ​ຂອງ​ປູ​ຍ່າ​ຕາ​ຍາຍ​ບໍ່​ຖືກ​ສູນຫາຍ​ໄປ ”

ຄວາມງາມຂອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຜ່ານງານບຸນອາຊີບຕີເງິນຄຳ ປີ 2013 - ảnh 2
ເຄື່ອງເອ້ຢ້ອງຖືກຕີດ້ວຍເງິນຄຳທີ່ນຳມາວາງສະແດງ
(ພາບ:vanhoadoisong.com)

      ຢູ່​ທີ່​ສາລາ​ກິມ​ເງິນ ທີ່​ເຮືອນ​ເລກທີ 42 ຖະໜົນ​ຮ່າງ​ບາກ ຊຶ່ງ​ແມ່ນ​ແຫ່ງ​ບູຊາຜູ້​ສ້າງ​ອາຊີບ​ຕີ​ເງິນ​ຄຳ, ​ໃນ​ໂອກາດ​ຈັດ​ງານ​ບຸນ, ຍັງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ເຊີດ​ຊູ​ອາຊີບ​ຫັດຖະກຳ. ນັ້ນ​ແມ່ນ​ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ໂດຍ​ບັນດານັກ​ສິລະ​ປະການ, ນາຍ​ຊ່າງ​ຜູ້​ມີ​ສີມື​ດີ​ໃນ​ຖະໜົນ​ຮ່າງ​ບາກ​ທີ່​ກຳ​ເນີ​ດຂຶ້ນ​ຢູ່​ບ້ານ​ດິ້ງ​ກົງ(ຮ່າ​ໂນ້ຍ), ບ້ານ​ເຈົາ​ເຄ, ດ້າຍ​ບ້າຍ ( ບັກ​ນິງ) ​ເປັນ​ຜູ້​ຕີ. ນອກຈາກ​ບັນດາ​ຜະລິດ​ຕະພັນ​ຈາກ​ການ​ຕີ​ເງິນ​ຄຳ​ແລ້ວ, ຍັງ​ມີ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ຂັດ​ມັນສິລະ​ປະກຳຂອງ​ໝູ່​ບ້ານ ຫ້າ​ທ້າຍ, ຈ່າງ​ເຊີນ ​ແລະ ອື່ນໆ. ຢູ່​ແຫ່ງ​ນີ້, ຍັງ​ຈັດ​ໃຫ້​ມີ​ງານ​ວາງສະ​ແດງ​ແນະນຳ​ປູຊະນີຍະສະຖານສາລາ ກິ​ມເງິນ ​ຊຶ່ງໄດ້​ຮັບ​ໃບ​ຢັ້ງຢືນປູຊະນີຍະສະຖານລະດັບ​ຊາດ. ສາລາ ກິມ​ເງິນ ​ໄດ້​ຮັບ​ການ​ກໍ່​ສ້າງ​ໃນ​​ໄລຍະສຸດ​ທ້າຍ​ຂອງ ສະ​ໄໝລາດ​ຊະ​ວົງ​ເລ ( ຄື​ທ້າຍ​ສະຕະວັດ​ທີ 15 ຫາ ຕົ້ນ​ສະຕະວັດ​ທີ 15 ) ​ເພື່ອ​ບູຊາ​ທ່ານ​ ​ແບກ​ເງະ ຜູ້​ສ້າງ​ບັນດາ​ອາຊີບ​ໃນຄຸ້ມ​ຖະໜົນ​ເກົ່າ. ທ່ານ ວູ້​ແມ້ງ​ຫາຍ ປະທານ​ສະມາຄົມນັກ​ສິລະ​ປະການ, ນາຍ​ຊ່າງ​ຜູ້​ມີ​ສີມື​ດີ ທັງ​ເປັນ​ປະທານ​ສະມາຄົມ​ອາຊີບ​ຕີ​ເງິນ​ຄຳຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ :

    “  ສາລາ ກິມ​ເງິນ ບູຊາຜູ້​ສ້າງ​ບັນດາ​ອາຊີບ ​ທ່ານ​ ​ແບກ​ເງະ ຊຶ່ງ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ຜູ້​ສ້າງ​ບັນດາອາຊີບຫັດຖະກຳ​ຢູ່​ນະຄອນຫຼວງ ທີ່​ມີ​ມາ​ແຕ່​ສະຕະວັດ​ທີ 18. ມີ ນັກ​ສິລະ​ປະການ, ນາຍ​ຊ່າງ​ຜູ້​ທີ່​ມີ​ສີມື​ດີ​ຫຼາຍ​ລຸ່ນຄົນ ​ໄດ້​ມາ​ເຮັດ​ວຽກ​ຢູ່​ນີ້ ​ແລະ ​ໄດ້​ກໍ່​ຕັ້ງ​ສາລາ​ແຫ່ງ​ນີ້​ເພື່ອ​ ບູຊາຜູ້​ສ້າງ​ອາຊີບຂອງ​ຕົນ. ສາລາ​ໄດ້​ຮັບ​​ໃບ​ຢັ້ງຢືນ​ແມ່ນ ປູຊະນີຍະສະຖານປະຫວັດສາດ​ວັດທະນະທຳ, ອັນ​ໄດ້​ປະກອບສ່ວນ​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຂອງ​ຮ່າ​ໂນ້ຍ​ເວົ້າ​ລວມ ​ແລະ ສາລາ​ກິມ​ເງິນ​ເວົ້າ​ສະ​ເພາະ. ​ເຫດການ​ນີ້ ຍັງ​ເປັນ​ການ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫ​ວຮັກ​ສາ ​ແລະ ພັດທະນາ​ອາຊີບ, ​ເຮັດ​ໃຫ້​ພໍ່​ແມ່​ພີ​ນ້ອງ​ຜູ້​ປະກອບ ອາຊີບ​ຕີ​ເງິນ​ຄຳ​ເວົ້າ​ສະ​ເພາະ ​ແລະ ຊາວ​ນະຄອນຫຼວງ​ເວົ້າ​ລວມ ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ, ທັງ​ເປັນ​ການ​ປະກອບ​ສ່ວນຢັ້ງຢືນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ປະກອບ​ອາຊີບ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເຊີດ​ຊູ ​ແລະ ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ຂອງ ​ຫຼາຍ​ຄົນ ”

      ງານ​ບຸນ​ອາຊີບ​ຕີ​ເງິນ​ຄຳ ປີ 2013 ຢູ່​ຖະໜົນ​ຮ່າງ​ບາກ ​ໄດ້​ປະກອບສ່ວນ​ເຊີດ​ຊູ ອາຊີບ​ຕີ​ເງິນ​ຄຳທີ່​ມີ​ມາ​ແຕ່​ດົນ​ນານ. ບັນດາ​ການ​ເຄື່ອນ​ໄຫວ​ທີ່​ງານ​ບຸນ ຍັງ​ປະກອບສ່ວນ​ເພີ່ມ​ທະວີ​ການ​ໂຄສະນາ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມຄຸ້ມ​ຖະໜົນ​ເກົ່າ ຮ່າ​ໂນ້ຍ ນັບ​ມື້​ນັບ​ຫຼາຍ​ຂຶ້ນ .

  

ຕອບກັບ

ຂ່າວ/ບົດ​ອື່ນ