ຄວາມປະທັບໃຈຕໍ່ງານບຸນດອກບານ


   ​ຍາມ​ເດືອນ 3 , ຢູ່ດ້ຽນບຽນແມ່ນຍາມທີ່ເຕັມໄປດ້ວຍດອກບານຂາວພວມ ບານສະພັ່ງ. ແລະ ດອກບານໄດ້ຮັບຖືວ່າແມ່ນສັນຍາລັກດ້ານວັດທະນະທຳ, ຈິດວິນຍານ​ຂອງ​ເຂດ​ດິນ ​ແລະ ຊາວ​ແຂວງດ້ຽນບຽນ. ດ້ຽນບຽນ ​ແມ່ນ​ສະຖານ​ທີ່​ຕິດ​ພັນ​ກັບ​ໄຊຊະນະດ້ຽນບຽນ​ຝູ ທີ່​ລືຊາ​ຜາກົດ ​ແລະ ປະຈຸ​ບັນ​ພວມ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ, ວັດທະນະທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ “ ງານ​ບຸນດອກບານ​ເອ້​ຄວາມ​ງາມ” ​ແມ່ນ​ການ​ເຄື່ອນ​ໄຫວ​ຄັ້ງ​ທຳ​ອິດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ ໄຊຊະນະ ດ້ຽນບຽນ​ຝູ, ຖືກ​ຈັດ​ຂຶ້ນ​ກົງ​ກັບ​ຈຸດ​ເວລາ​ເປີດ​ບັ້ນ​ຮົບດ້ຽນບຽນ​ຝູກ່ອນ​ນີ້ ຄື​ວັນ​ທີ 13/3.

ຄວາມປະທັບໃຈຕໍ່ງານບຸນດອກບານ - ảnh 1
ນາງ​ສາວ​ເຜົ່າ​ຜູ້​ໄທ​ເພີ່ມ​ຄວາມ​ສະ​ເໜ່ດ້ວຍຊຸດອາພອນປະຈຳເຜົ່າ ແລະ ດອກບານຖືກເໜັບເທິງຫົວ   (ພາບ : baodienbien)

    ​ໃນ​ຊຸມ​ມື້​ນີ້, ບັນຍາກາດ​ຢູ່​ດ້ຽນບຽນ​ຍິ່ງ​ຟົດ​ຟື້ນ ​ແລະ ​ເພີ່ມ​ຄວາມ​ສວຍ​ງາມ​ດ້ວຍດອກບານຂາວພວມ ບານສະພັ່ງຢູ່​ແຄມ​ທາງ​ສາຍ​ຕ່າງໆ ມັນ​ປຽບ​ເໝືອນ​ຂອງຂວັນ​ໂດຍ​ທຳ​ມະ​ຊາດ​​ບັນດານ​ໃຫ້​ເຂດ​ດິນ​ແຫ່ງ​ປະຫວັດ​ສາດ​ນີ້. ຄື​ດັ່ງ​ຄຳ​ໝາຍ​ໝັ້ນ, ​ເມື່ອ​ຮອດ​ໂອກາດ​ນີ້, ປະຊາຊົນ​ເຂດ​ທົງ​ພຽງ​ພັດ​ພາກັນ​ກັບ​ເມືອດ້ຽນບຽນ​ເພື່ອ​​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ຄຶກຄື້ນ​ມ່ວນ​ຊື່ນ​ດ້ວຍ​ສຽງ​ແຄນ, ສຽງ​ຂັບ​ຮ້ອງ​ຂອງ​ຊາວ​ທ້ອງ​ຖິ່ນ​ໃນງານ​ບຸນດອກບານ ຊຶ່ງ​ແມ່ນ​ເຫດການ​ນອນ​ໃນ​ຂອບ​ເຂດ​ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ດ້ຽນບຽນ 2014 .

             ​ໂດຍ​ເຊື່ອມ​ຕົວ​ເຂົ້າ​ກັບ​ຂະ​ບວນຄົນ​ເຂົ້າ​ຮ່ວມ​ງານ​ບຸນ, ນາງ​ຫຼໍ່​ທິຟອງ​ພ້ອມ​ກັບ​ເພື່ອນ 2-3 ຄົນ​ພວມ​ແຕ່ງ​ຕົວ​ໃຫ້​ສວຍ​ງາມ​ດ້ວຍ​ຊຸດ​ອາພອນ​ປະຈຳ​ເຜົ່າ ​ແລະ ຊ່ວຍ​ກັນ​ເໜັບ​ດອກ​ບານ​ໃສ່​ຜົມ. ນາງ​ຫຼໍ່​ທິຟອງ ​ໃຫ້​ຮູ້​ວ່າ : 

    “ເໜັບ​ດອກ​ບານ​ໃສ່​ຜົມ ກໍ​ເພື່ອ​ເຮັດ​ໃຫ້​ພວກ​ນາງ​ສາວ​ເຜົ່າ​ຜູ້​ໄທ​ເພີ່ມ​ຄວາມ​ສະ​ເໜ່ຫຼາຍ​ຂຶ້ນ. ​ໂດຍ​ທົ່ວ​ໄປ​ແລ້ວ​, ​ໃນ​ຊຸມ​ມື້​ງານ​ບຸນ​ຫຼື​ຍາມ​ບຸນ​ເຕັດ, ພວກ​ນ້ອງ​ມັກ ເໜັບ​ດອກ​ບານ​ໃສ່​ຜົມ. ສຳລັບ​ພວກ​ນ້ອງ​ແລ້ວ, ນີ້​ແມ່ນ​ວັນ​ພິ​ເສດ​ເພາະວ່າ ​ແມ່ນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນໄຊຊະນະດ້ຽນບຽນ​ຝູ ”

            ມາ​ຢ້ຽມຢາມ​ດ້ຽນບຽນ​ໃນ​ຍາມ​ຈັດ​ງານ​ບຸນ, ​ແຂກ​ທີ່​ມາ​ຈາກ​ສາລະ​ທິດ ຍັງ​ມີ​ໂອກາດ​ໄດ້​ເຊື່ອມ​ຕົວ​ເຂົ້າກັບສຽງ​ຂັບ​ກ້ຽວ​ຂອງ​ຊາວ​ເຜົ່າ​ມົ້ງ, ວາດ​ຟ້ອນ​​ແຊຂອງ​ພວກ​ນາງ​ສາວ​ເຜົ່າ​ຜູ້​ໄທ, ພ້ອມທັງ​ໄດ້​ໂຮ່ຮ້ອງ​ລະດົມ​ກຳລັງ​ໃຈ​ໃຫ້​ແກ່​ພວກ​ອ້າຍ​ບາ​ວຊາວ​ເຜົ່າ​ມົ້ງ, ​ເຜົ່າ​ຮ່າ​ຍີ ຊຶ່ງ​ພວມ​ແຂ່ງຂັນ​ດຶງ​ເຊືອກ, ​ໂຍນ​ໝາກ​ຄອນ....

  ທ້າວ​ສົມ​ຕຸ້ຍ, ນັກ​ສຶກສາລາ​ວ ພວມ​ຮ່ຳຮຽນ​ຢູ່​ດ້ຽນບຽນ​ໃຫ້​ຮູ້​ວ່າ : 

    “ ນ້ອງ​ດີ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ມາ​ຮຽນ​ຢູ່​ຫວຽດນາມ, ນ້ອງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກິລາ. ​ໃນ​ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ດ້ຽນບຽນ, ນ້ອງ​ເຫັນ​ວ່າ ບັນດາ​ເຜົ່າ​ໃນ​ແຂວງ​ດ້ຽນບຽນ​ມີ​ນ້ຳ​ໃຈ​ສາມັກຄີ, ນ້ອງ​​ມີ​ໂອກາດ​ໄດ້​ແລກປ່ຽນ​ກັບ​ເຜົ່າ​ຕ່າງໆ​ຄື ​ເຜົ່າ​ມົ້ງ, ຂະມຸ, ຢ້າວ...ນ້ອງ​ຍັງ​ຕ້ອງ​ຊອກ​ຮູ້​ຫຼາຍ​ກ່ວາ​ອີກ​ກ່ຽວ​ກັບ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ບັນດາ​ເຜົ່າ​ຢູ່​ຫວຽດນາມ ”

ຄວາມປະທັບໃຈຕໍ່ງານບຸນດອກບານ - ảnh 2
ນ້ອງສາວເຜົ່າມົ້ງແກວ່ງໝາກປາວ

     ​ແກວ່​ງໝາກປາວ ຊຶ່ງ​ແມ່ນ​ການ​ລະ​ຫຼິ້ນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງ ທີ່​ສາມາດ​ດຶງ​ດູດ​ຜູ້​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນາງ ​ເຫຼົ່າ​ທິຢິ້ງ ຊາວ​ເຜົ່າ​ມົ້ງ ຢູ່​ເມືອງ​ຕວນຢ້າວ ​ໃຫ້​ຮູ້​ວ່າ ​: 

  “ ພວກ​ນ້ອງ​ໄດ້​ກະກຽມ​ໃຫ້ການ​ແຂ່ງຂັນ​ແກວ່ງ​ໝາກ​ປາວ ນັບແຕ່​ເວລາ​ກ່ອນ​ທີ່​ຈະ​ຮອດ​ບຸນ​ເຕັດ. ພວກ​ນ້ອງ​ກະກຽມຊຸດອາພອນ, ຕ້ອງ​ຫຍິບ​ໝາກ​ປາວ​ໃຫ້​ງາມ. ນ້ອງ​ເຫັນ​ວ່າ ງານ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ ​ແມ່ນ​ເພື່ອ​ໃຫ້​ເມືອງ​ອື່ນໆ​ມາພົບ​ປະ​ແລກປ່ຽນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສີສັນ​ວັດທະນະທຳ. ມາ​ນີ້​ກໍ​ເພື່ອ​ຊ່ວຍ​ໃຫ້​ຕົນ​ເອງ ຮັກສາ​ ​ສີສັນ​ຂອງ​ຕົນ​ໄວ້ໄດ້”

    ງານ​ບຸນດອກບານ ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ເຜົ່າ​ອ້າຍ​ນ້ອງ​ໃນ​ແຂວງ​ດ້ຽນບຽນ​ສະ​ແດງ​ສີມື​ໃນ​ການ​ປຸ່ງ​​ແຕ່ງອາຫານ​ເຍື່ອງ​ຕ່າງໆ.​ໃນ​ນັ້ນ, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທ​ຄື : ປິ້ງ​ປາ, ຊິ້ນ​ຄວາຍ​ແຫ້ງ, ​ເຂົ້າໜຽວ...ພິ​ເສດ​​ແມ່ນ​​ເຍື່ອງອາຫານ ຕຳ​​ດອກ​ບານ ຂອງ​ພວກ​ນາງ​ສາວ​ເຜົ່າ​ຜູ້​ໄທຢູ່​ບ້ານ​ໜອງ​ຈືດ ນະຄອນ​ດຽ້ນບຽນ ອັນ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ຄວາມ​ປະຫຼາດ​ໃຈ. ນາງ​ຫຼໍ່​ທິມິ​ງ ຊາວເຜົ່າ​ຜູ້​ໄທ​ເວົ້າ​ວ່າ : 

   “ ດອກ​ບານ​ແລ້ວ, ກິນ​ຈະ​ແຊບ​ກ່ວາ​ເວລາ​ຍັງ​ເປັນ​ໜໍ່​ເພາະ​ມີ​ລົດ​ຝາດ. ​ເຮົາ​ສາມາດ​ກິນ​​ທັງ​ກີບ, ກ້າ ​ແລະ ທັງ​ດອກ​ໄດ້​ໝົດ. ເຍື່ອງອາຫານນີ້​ແມ່ນ​ແຊບ​ຫຼາຍ. ​ເມື່ອ​ເຮັດ ຕຳ​​ດອກ​ບານ ​ແມ່ນ​ຕ້ອງ​ໃສ່​ໝາກ​ເຜັດ, ​ເກື​ອ, ​ແປ້ງ​ນົວ ​ແລະ ຜັກຫອມ​ຕື່ມ​ອີກ ”

           ຮອດ​ຍາມ​ຄຳ​ຄືນ, ທົ່ວ​ສະໜາມ​ຫຼວງ​ທີ່​ນະຄອນ​ດ້ຽນບຽນ​ພັດ​ຄຶກຄື້ນ​ມ່ວນ​ຊື່ນ​ດ້ວຍ​ສຽງ​ດົນຕີ, ສຽງ​ຂັບ​ຮ້ອງ​ດັ່ງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ. ​ພວກ​ນາງ​ສາວ​ເຜົ່າ​ຜູ້​ໄທ​ໄດ້​ເລີ່​ມ​ເມົາມົວ​ກັບ​ວາດ​ຟ້ອນ​ແຊ​ອັນ​ເປັນ​ປະ​ເພ​ນີ. ຮອບ​ຟ້ອນ​ແຊ​ກໍ​ຍິ່ງກ້ວາງ ອອກ, ອັນ​ໄດ້​ເປັນ​ການ​ຮັດ​ແໜ້ນ​ຕື່ມ​ລະຫວ່າງປະຊາຊົນ​ເຂດ​ທົງພຽງ​ກັບ​ເຂດ​ພູດ​ອຍ. ​ແລະ ຮອດ​ຍາມ​ເລີກລາ​ຈາກ​ ດ້ຽນບຽນ, ​ແຂກ​ທັງຫຼາຍ​ກໍ​ຄິດ​ຮອດ​ຄິດ​ເຖິງ​ດ້ຽນບຽນ​ທີ່​ລືຊາ​ຜາກົດ​ໃນ​ທົ່ວ​ໂລກ​ກ່ອນ​ນີ້ 60 ປີ ​ແລະ ດຽ້ນບຽນ​ທີ່​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ ​ແລະ ສວຍ​ສົດ​ງົດ​ງາມ​ດ້ວຍ​ສີສັນ​ຂອງ​ດອກ​ບານ .

ຕອບກັບ

ຂ່າວ/ບົດ​ອື່ນ