ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມພາບສະເກັດບັນດາກິດຈະກຳໃນສະໄໝ ຝລັ່ງ

(VOVWORLD) -      ປຶ້ມອາບຸກສອງພາສາຫວຽດນາມ - ອັງກິດທີ່ມີຊື່ວ່າ “ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມພາບສະເກັດບັນດາກິດຈະກຳໃນສະໄໝຝລັ່ງ” ຫາກໍ່ຖືກວິນບຸກເຊິ່ງແມ່ນເຄື່ອງໝາຍຂອງປຶ້ມສຳລັບເດັກຂອງສຳນັກພິມກີມດົ່ງໄດ້ສະເໜີຕໍ່ຜູ້ອ່ານກ່ຽວກັບ ປຶ້ມເຊິ່ງແມ່ນຜະລິດຕະພັນຂອງການແຕ້ມສະເກັດເຂດຕົວເມືອງຮ່າໂນ້ຍຂອງກຸ່ມນັກປະພັນ, ຈິດຕະກອນໄດ້ຮັບລາງວັນ “ບຸ່ຍຊວັນຝາຍ - ເພື່ອຄວາມຮັກຮ່າໂນ້ຍ” ປີ 2019 ແລະແມ່ນສິ່ງພິມຖືກພິມຈຳໜ່າຍພ້ອມກັບປຶ້ມອາບຸກຄຸ້ມຖະໜົນເກົ່າຮ່າໂນ້ຍ - ແຕ້ມພາບສະເກັດ ແລະ ຫວນຄືນຫຼັງໄດ້ຖືກວິນບຸກພິມຈຳໜ່າຍປີ 2019.
ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມພາບສະເກັດບັນດາກິດຈະກຳໃນສະໄໝ ຝລັ່ງ - ảnh 1ປຶ້ມ “ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມສະເກັດບັນດາກິດຈະກຳໃນສະໄໝ ຝລັ່ງ” 

 

  ປຶ້ມ “ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມສະເກັດບັນດາກິດຈະກຳໃນສະໄໝ ຝລັ່ງ” ໄດ້ຮວບຮວມຮູບແຕ້ມເກືອບ 150 ແຜ່ນທີ່ພັນລະນາຢ່າງເປັນເອກະລັກດ້ວຍບັນດາວັດຖຸທີ່ແຕກຕ່າງກັນຂອງບັນດານັກປະພັນ ຈິດຕະກອນ ນັກສະຖາປະນິກທີ່ຮ່ວມຄວາມຮັກອັນລົ້ນເຫຼືອກັບຮ່າໂນ້ຍ. ບໍ່ພຽງແຕ່ເຊັ່ນນັ້ນ, ປຶ້ມຫົວດັ່ງກ່າວຍັງບັນທຶກບັນດາກິດຈະກຳຄົ້ນຄວ້າຊອກຮູ້ຂອງບັນດາສາດສະດາຈານ ປອ, ນັກສະຖາປະນິກ ແລະ ບັນດາຜູ້ຊ່ຽວຊານ, ນັກຮຽນຮູ້ແຖວໜ້າຂອງຫວຽດນາມ ກ່ຽວກັບໄລຍະປະຫວັດສາດແຫ່ງການສ້າງຕັ້ງແລະຂະຫຍາຍຕົວຂອງຮ່າໂນ້ຍ ແລະຕິດພັນກັບບັນດາກິດຈະກຳໃນສະໄໝ ຝລັ່ງ. ຮ່າໂນ້ຍກໍ່ແມ່ນນະຄອນຫຼວງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແຕ່ພັດມີສີສັນຂອງຝ່າຍຕາເວັນຕົກ ທີ່ເປັນເອກະລັກ ແມ່ນການປະສົບປະສານຢ່າງກົມກຽວ, ລະອຽດອ່ອນຂອງສອງພື້ນຖານວັດທະນະທຳຝ່າຍຕາເວັນອອກ - ຝ່າຍຕາເວັນຕົກ. ທ້າຍສະຕະວັດທີ XIX ເມື່ອເຂົ້າມານະຄອນນ້ອຍໆຂອງປະເທດຫວຽດນາມ, ຊາວຝລັ່ງດ້ວຍແຜນການຫັນພາກພື້ນອາຊີຕາເວັນອອກໄກເປັນຫົວເມືອງຂຶ້ນ ໄດ້ຕັດສິນໃຈສ້າງຮ່າໂນ້ຍກາຍເປັນເມືອງເອກຂອງອິນດູຈີນ.

      ດ້ວຍຄວາມມັກໃຫຍ່ໃຝ່ສູງຂອງຊາວຝລັ່ງ , ຮ່າໂນ້ຍໄດ້ຮັບການສ້າງສາໃນໄລຍະກວ່າເຄິ່ງສະຕະວັດໃຫ້ກາຍເປັນຕົວເມືອງແບບຝລັ່ງດ້ວຍບັນດາເສັ້ນທາງຊື່ ບັນດາທາງຫຼວງຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕົ້ນໄມ້,ບັນດາກິດຈະກຳສາທາລະນະທີ່ໃຫຍ່ໂຕຄື : ໂຮງລະຄອນໃຫຍ່, ໂບດໃຫຍ່, ທຳນຽບຜູ້ວ່າການອິນດູຈີນ, ສານ, ທະນາຄານ, ມະຫາວິທະຍາໄລ, ສວນດອກໄມ້ ແລະບັນດາເຮືອນວິນລາ.

       ຢູ່ຮ່າໂນ້ຍຍັງມີເຮືອນວິນລາແບບ ຝລັ່ງ  1.000 ກວ່າຫຼັງຍັງເກັບຮັກສາບັນດາຮູບພາບຕົວເມືອງໃນສະໄໝກ່ອນ. ຖ້າຫາກວ່າຢູ່ເຮືອນວິນລາໃຫຍ່ເລກທີ 8 ຖະໜົນເຈິນເກິ່ມເຄີຍແມ່ນເຮືອນວິນລາຂອງເຈົ້າເສນາ ໃນສະໄໝລາດຊະວົງຫງວຽນຢູ່ພາກເໜືອນັ້ນ, ເຮືອນວິນລາໃຫຍ່ທີ່ສຸດຢູ່ ຮ່າໂນ້ຍເລກທີ 65 ຖະຫນົນ ຫງວຽນຖາຍຫອກ ພັດແມ່ນແຫ່ງລ້ຽງດູຖັນແຖວນັກປະພັນວັນນະຄະດີ ສິລະປິນເຄື່ອນໄຫວໃນຂົງເຂດສິລິປະໃນສະພາບການທີ່ຫຍຸ້ງຍາກແລະລຳບາກທີ່ສຸດ.

      ແຕ່ເຖິງຢ່າງໃດກໍ່ຕາມ ເມື່ອກ້າວເຂົ້າສູ່ສະຕະວັດທີ XX  ຮ່າໂນ້ຍໄດ້ມີການຫັນປ່ຽນຢ່າງແຂງແຮງເຊິ່ງໄດ້ປ່ຽນແປງຈາກ   ເຂດຕົວເມືອງແບບ ຝລັ່ງຢູ່ເຂດອາຊີຕາເວັນອອກໄກໃຫ້ກາຍເປັນຕົວເມືອງເຂດອາຊີຕາເວັນອອກໄກຕາມແບບ ຝລັ່ງ. ການປ່ຽນແປງດັ່ງກ່າວໄດ້ສ້າງຂີດໝາຍແລະວັດທະນະທຳທ້ອງຖິ່ນສະເພາະຂອງຮ່າໂນ້ຍ ເຮັດໃຫ້ ຮ່າໂນ້ຍກາຍເປັນຕົວເມືອງມີລັກສະນະສາກົນ ແລະທັນສະໄໝ.

     ໃນທຸກວັນນີ້ ມີບັນດາກິດຈະກຳສະຖາປັດຕະຍາກຳແບບ ຝລັ່ງຍັງຄົງຕົວ ແລະ ກາຍເປັນມໍລະດົກວັດທະນະທຳຂອງຮ່າໂນ້ຍຄື ໂຮງລະຄອນໃຫຍ່, ໂບດໃຫຍ່, ສະຖານີລົດໄຟຮ່າໂນ້ຍ, ມະຫາວິທະຍາໄລສັງລວມ, ຫໍພິພິທະພັນປະຫວັດສາດ,ຄຸກຮວ່າຫຼໍ່, ຂົວລອງບຽນ, ທະນາຄານແຫ່ງລັດ… ແຕ່ລະກິດຈະກຳກໍ່ມີເລື່ອງລາວສະເພາະຄົງຕົວພ້ອມກັບປະຫວັດສາດໃນແຕ່ລະໄລຍະພັດທະນາຂອງຕົວເມືອງ.

     ບັນດາຮູບແຕ້ມສະເກັດໃນປຶ້ມຫົວນີ້ ລ້ວນແຕ່ແມ່ນມູມມອງທີ່ເຕັມໄປດ້ວຍຄວາມຮັກແພງຂອງບັນດາຜູ້ຮັກຫອມ ຮ່າໂນ້ຍ. ພິເສດກວ່ານັ້ນປຶ້ມກໍ່ຍັງມີພາກສະເພາະຮວບຮວມຮູບພາບກ່ຽວກັບຄວາມປະທັບໃຈກ່ຽວກັບເຮືອນຝລັ່ງທີ່ເກົ່າແກ່ໃນສາຍຕາຂອງບັນດາສະມາຊິກໄວເດັກຂອງກຸ່ມນັກແຕ້ມສະເກັດຕົວເມືອງຮ່າໂນ້ຍ. ສະມາຊິກທີ່ມີອາຍຸຕ່ຳກວ່າໝູ່ພຽງ 6 ປີເທົ່ານັ້ນ  ແຕ່ຮູບແຕ້ມຂອງນ້ອງໄດ້ບັນທຶກຮູບພາບຂອງເຮືອນວິນລາ ຝລັ່ງທີ່ເຕັມໄປດ້ວຍສີສັນແລະມີລັກສະນະຕົວຈິງ.

        ປຶ້ມອາບຸກ “ຄວາມປະທັບໃຈຮ່າໂນ້ຍ - ຈາກການແຕ້ມພາບສະເກັດບັນດາກິດຈະກຳໃນສະໄໝຝລັ່ງ” ມີຄວາມໜາ 200 ໜ້າ, ດ້ວຍໜ້າປົກແຂງຖືກພິມສີ 100% ແລະຖືກແຕ່ງເປັນສອງພາສາຫວຽດນາມແລະອັງກິດ ແນໃສ່ຮັບໃຊ້ຜູ້ອ່ານຫວຽດນາມແລະສາກົນທີ່ມີຄວາມຫວັງຢາກຊອກຮູ້ກ່ຽວກັບສ່ວນໜຶ່ງໃນປະຫວັດສາດແຫ່ງການພັດທະນາຂອງຕົວເມືອງຢູ່ພາກພື້ນອາຊີຕາເວັນອອກນີ້. ປຶ້ມຫົວນີ້ໄດ້ຖືກຈຳໜ່າຍໃນທົ່ວປະເທດໃນເດືອນຕຸລາປີ 2020

ຕອບກັບ

ຂ່າວ/ບົດ​ອື່ນ