ຄວາມປະທັບໃຈໃນພາບພົດວັດທະນະທຳຫວຽດນາມປີ 2013

ຄວາມປະທັບໃຈໃນພາບພົດວັດທະນະທຳຫວຽດນາມປີ 2013 - ảnh 1
ລາຍການສະແດງສິລະປະເດີນກາຕາຍຕືພາກໃຕ້

   ສິລະປະເດີນກາຕາຍຕືພາກໃຕ້ໄດ້ຮັບການເຊີດຊູ ແມ່ນມໍລະດົກ​ວັດທະນະທຳ​ ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດ,ເປັນຄັ້ງທຳອິດທີ່ຫວຽດນາມ​ກາຍເປັນ ສະມາຊິກຂອງຄະນະກຳມາທິການ ມໍລະດົກໂລກຂອງຄະນະ​ກຳມະການວັດທະ ນະທຳ, ວິທະຍາສາດ ແລະ ສຶກສາ​ແຫ່ງສະຫະປະຊາຊາດ UNESCO, ສະຫຼຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ, ຈັດການ​ເຄື່ອນ​ໄຫວ​ສັບປະດາ​ມະຫາ​ສາມັກຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ພົວພັນ​ຮ່ວມມືດ້ານ​ວັດທະນະທຳ​ສິລະ​ປະ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ...ນັ້ນ​ແມ່ນ​ບັນດາ​ເຫດການ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດນາມ​ໃນ​ປີ 2013. ​ເຫດການ​ເຫຼົ້າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ທີ່​ມີຊີວິດ​ຊີ​ວາ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ​

    ​ເຫດການ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2013, ນັ້ນແມ່ນສິລະປະ ເດີນກາຕາຍຕືພາກ​ໃຕ້​ຫວຽດນາມໄດ້​ຮັບການ​ຮັບຮອງຈາກຄະນະ​ກຳມາທິການ ວັດທະນະທຳ, ວິທະຍາສາດ ແລະ ສຶກສາ​ແຫ່ງສະຫະປະຊາຊາດ UNESCO ​​ແມ່ນມໍລະດົກ​ວັດທະນະທຳ​ ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດ ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ UNESCO ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ ສ. ອາ​ແຊກ​ບາຍ​ຢານ ​ເມື່ອ​ວັນ​ທີ 5/12/2013. ​ເລື່ອງສິລະປະ ເດີນກາຕາຍຕືໄດ້​ຮັບການ​ຮັບຮອງຈາກ UNESCO ​​ແມ່ນມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂລກ​ໄດ້​ຕີ​ລາຄາ​ສູງ​ສຸດ​ກ່ຽວ​ກັບ​ດົນຕີ​ປະ​ເພດ​ນີ້​ຂອງ​ຫວຽດນາມ ​ແລະ ຍັງ​ເປັນ​ຢັ້ງຢືນ​ພະລັງ​ຊີວິດ​ຂອງ​ວັດທະນະ​ທຳ​ພື້ນ​ເມືອງ​ຫວຽດນາມ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະທຳສາກົນ. ​ເພື່ອ​ໄດ້​ຮັບ​ການຈັດ​ເຂົ້າ​ບັນຊີ​ລາຍ​ຊື່ ມໍລະດົກ​ວັດທະນະທຳ​ ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດນັ້ນ, ສິລະປະເດີນກາຕາຍຕືພາກ​ໃຕ້ ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ບັນດາມາດຖານ ຄື: ​ໄດ້​ຮັບ​ການ​ສືບທອດກັນ​ມາ​ຈາກ​ຄົນ​ລຸ່ນນີ້​ສູ່​ຄົນ​ລຸ່ນອື່ນ​ໂດຍ​ຜ່ານ​ການ​ສຶກສາ​ອົບຮົມ​ຢ່າງ​ເປັນ​ທາງການ ​ແລະ ບໍ່​ເປັນ​ທາງ​ການ​ຢູ່​ທົ່ວ 21 ​ແຂວງ​ທາງ​ພາກ​ໃຕ້; ​ໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ຜ່ານ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ກັບ​ບັນດາ​ເຜົ່າ​ທີ່​ແຕກ​ຕ່າງ​ກັນ, ສະ​ແດງ​ໃຫ້​ເຫັນ​ການ​ປອງ​ດອງ ​ແລະ ​ເຄົາລົບ​ນັບຖື​ຊຶ່ງ​ກັນ ​ແລະ ກັນລະຫວ່າງ​ບັນດາ​ເຜົ່າ. ທ່ານ ຫງວຽນ​ແທງ​ເຊີນ ຮອງ​ລັດຖະມົນ​ຕີການ​ຕ່າງປະ​ເທດ​ຫວຽດນາມ, ປະທານຄະນະ​ກຳມະການ UNESCO ຂອງ​ຫວຽດນາມ​ໃຫ້​ຂໍ້​ສັງ​​ເກດ​ວ່າ : 

  “ ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເບີກບານ​ມ່ວນ​ຊື່ນ​ສະ​ເພາະ​ຂອງ​ປະຊາຊົນ​ 21 ​ແຂວງ​ພາກ​ໃຕ້ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນຄວາມ​ເບີກບານ​ມ່ວນ​ຊື່ນຮ່ວມ​ຂອງ​ທົ່ວ​ປະ​ເທດ ​ແລະ ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ອີກ​ດ້ວຍ. ສິລະປະເດີນກາຕາຍຕື​ໄດ້​ຮັບ​ການ​ເຊີດ​ຊູ ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​​ເອົາ​ໃຈ​ໃສ່​ຕີ​ລາ​ຄາ​ຢ່່າງຖືກຕ້ອງສຳລັບຕົ້ນ​ກຳ​ເນີ​ດກໍ​ຄື​ການ​ແຜ່​ຂະຫຍາຍ, ຄຸນ​ປະ​ໂຫຍ​ດ ​ແລະ ບັນດາ​ບົດ​ດົນຕີ​ອະມະຕະ​ຂອງ ສິລະປະເດີນກາຕາຍຕື, ສຳລັບ​ບັນດາ​ນັກ​ສິລະ​ປີນ, ນັກ​ສິລະ​ປະກອນ, ນັກ​ດົນຕີ​ຊຶ່ງ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ມາ​ແຕ່​ດົນ​ນານ​ແລ້ວ ”

       ຫວຽດນາມໄດ້ກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກ ຊຶ່ງແມ່ນໜຶ່ງ ໃນບັນດາຄະນະກຳມາທິການທີ່ສຳຄັນກ່ວາໝູ່ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ​ແຫ່ງສະຫະປະຊາຊາດ UNESCO ແຕ່ວັນທີ 20/11/2013 ເປັນຕົ້ນໄປ. ເຫດການນີ້ໄດ້ເປັນການຢັ້ງຢືນ ອິດທິພົນຊື່ສຽງຂອງ ຫວຽດນາມ​ໃນ​ພາກ​ພື້ນ​ກໍຄື​ໃນ​ເວ​ທີ່​ສາກົນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ, ອະນຸລັກ ຮັກສາມໍລະດົກໂລກ. ກໍ​ເຊັ່ນ​ດຽວ​ກັນກັບ​ເລື່ອງ​ເຂົ້າ​ສະມາຊິກຂອງ​ອົງການ​ສາກົນ​ຕ່າງໆ, ​ເຫດການ ຫວຽດນາມກາຍເປັນສະມາຊິກຂອງຄະນະກຳມາທິການ ມໍລະດົກໂລກ ​ແມ່ນ​ສັນຍານ​ທີ່​ພາກພູມ​ໃຈ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຫວຽດນາມ​ໄດ້​ມີ​ສິດ​ປ່ອນ​ບັດ​ໃນ​ບັນດາ​ການ​ເລືອກ​ເຟັ້ນຄຸນຄ່າ​ວັດທະນະທຳ​ທົ່ວ​ໂລກ. ຫວຽດ ນາມ​ກໍ​ຍັງ​ມີ​ສຽງ​ເວົ້າຕື່ມ​ອີກ​ເພື່ອ​ຮັກສາ​ສີສັນ​ວັດທະນະທຳ ​ແລະ ​ເພື່ອ​ໃຫ້​ບັນດາ ຄຸນຄ່າ​ວັດທະນະທຳ​ຫວຽດນາມ​​ໄດ້​ຮັບບັນດາ​ນາມມະຍົດທີ່​ສູງ​ສົ່ງ​ໂດຍ UNESCO ຮັບຮອງ. ທ່ານ​ສາດສະດາຈານ​ໂງ​ດຶກ​ທິ້ງ ຜູ້​ຊ່ຽວຊານ​ຄົ້ນ​ຄ້ວາ​ວັດທະນະທຳ​ຫວຽດນາມ​ໃຫ້​ຮູ້​ວ່າ : 

    “ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ພວກ​ເຮົາ​ສື​ບຕໍ່​ມີ​ການສະ​ເໜີ​ໃຫ້​ຮັບຮອງ​ເປັນ​ມໍລະດົກ​ລະດັບ​ຊາດ ​ແລະ ສາກົນ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຈະ​ຄ່ອຍໆ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ໃຫ້​ສົມບູນ​ແບບ​ເທື່ອ​ລະ​ກ້າວ, ​ເພື່ອ​​ເຮັດ​ແນວ​ໃດໃຫ້ກົດໝາຍ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ.ເລື່ອງ   ຫວຽດນາມໄດ້ກາຍເປັນສະມາຊິກຂອງ ຄະນະກຳມາທິການ ມໍລະດົກໂລກ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ຫວຽດນາມ​ໄດ້​ປະຕິບັດ​ວຽກ​ງານ​ເປັນ​ຢ່າງ​ດີ ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ, ພວກ​ເຮົາ​ເປັນ​ສະມາຊິກ ​ແລະ ພວກ​ເຮົາ​ຈະ​ມີ​ສິດ​ປ່ອນ​ບັດ​ຢູ່​ໃນຄະນະ ກຳມາທິການມໍລະດົກໂລກ . ນີ້​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ, ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ​ເຫຼົ້າ​ນັ້ນ​ ”

     ກາງ​ເດືອນ 8/2013, ຢູ່​ຫວຽດນາມ​ໄດ້​ດຳ​ເນີນ​ເຫດການ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ, ນັ້ນ​ແມ່ນກອງ​ປະຊຸມສະຫຼຸບ 15 ປີ​(1998-2013)ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ” . ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໄດ້​ຕີ​ລາຄາ​​ໂດຍ​ລະອຽດ​ກ່ຽວ​ກັບພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໄດ້​ຕີ​ລາຄາ​​ໂດຍ​ລະອຽດ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ໃນ 10 ຂົງ​ເຂດ​ຄື : ກໍ່ສ້້າງ​ມະນຸດ​ຫວຽດນາມ​ໃນ​ໄລຍະ​ໃໝ່; ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ວັດທະ ນະທຳ; ພັດທະນາ​ພາລະກິດ​ວັດທະນະທຳ-ສິລະ​ປະ; ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ບັນດາ​ມໍລະດົກ​ວັດທະນະທຳ; ການພັດທະນາ​ພາລະກິດການ​ສຶກສາ-ບຳລຸງ​ສ້າງ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ; ພັດທະນາ​ຄຽງ​ຄູ່​ກັບ​ການ​ຄຸ້ມ​ຄອງ​ລະບົບ​ສື່​ມວນ​ຊົນ​ເຢັນ​ຢ່າງ​ດີ.....

ຄວາມປະທັບໃຈໃນພາບພົດວັດທະນະທຳຫວຽດນາມປີ 2013 - ảnh 2
ການແຂ່ງຂັນຊ່ວງເຮືອໃນຂອບເຂດງານບຸນ ອ໋ອກອອມບ໋ອກ

      ປີ 2013 ກໍ​ເປັນ​ຂີດ​ໝາຍວ່າ ​ເປັນ​ຄັ້ງ​ທຳ​ອິດ​ທີ່ຫວຽດນາມຈັດການ​ເຄື່ອນ​ໄຫວ​ສັບປະດາ​ມະຫາ​ສາມັກຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ. ສັບປະດານີ້​ລວມມີ​ການ​ເຄື່ອນ​ໄຫວ​ວັດ​ທະນະ​ທຳ​ຫຼາຍ​ຢ່າງ​ຄື : ງານ​ວາງສະ​ແດງ ມໍລະດົກ​ວັດທະນະທຳ ວ່າວພື້ນ​ເມືອງ​ຫວຽດນາມ, ການ​ວາດ​ພາບ​ເຖິງບັນຍາກາດຕະຫຼາດບົນໜ້ານ້ຳພາກໃຕ້ ແລະ ຕະຫຼາດເຂດພູສູງທາງ ທິດເໜືອ, ການຈັດບຸນແຂ່ງງົວ ໄບນຸ້ຍ, ງານບຸນ ອ໋ອກອອມບ໋ອກ....

       ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວວັດທະນະທຳສິລະປະສະເຫຼີມ ສະຫຼອງປີ​ຖ້ວນ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ສາກົນ. ບັນດາການ ເຄື່ອນໄຫວວັດທະນະທຳສິລະປະທີ​່ອຸດົມສົມບູນ​ນີ້​ໄດ້​ສ້າງ​ເປັນ​​ພາບພົດ​ວັດທະ ນະທຳ​ທີ່​ມີ​ຊີວິດ​ຊີວາ ​ແລະ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ .

ຕອບກັບ

ຂ່າວ/ບົດ​ອື່ນ