ຄວາມລຽບງ່າຍຂອງພົນເອກ ວໍ້ງວຽນຢາບຜ່ານສາຍຕາຂອງນັກຖ່າຍຮູບເຈີນຮົ່ງ

     ພາຍຫຼັງ​ທີ່​ທ່ານ​ພົນ​ເອກ ວໍ້​ງວຽນ​ຢາບ ເຖິງ​ແກ່​ມໍ​ລະ​ນະ​ກຳ​ມາ​ເປັນ​ເວ​ລາ 2 ປີ (4/10/2013-4/10/2015) , ນັກ​ຂ່າວ, ນັກ​ຖ່າຍ​ຮູບ ເຈີນ​ຮົ່ງ, ອະ​ດີດ​ນັກ​ຂ່າວກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ສະ​ເໜີຕໍ່​ຜູ້​ອ່ານ​ປຶ້ມ​ພາບ : “ ຂ້າ​ພະ​ເຈົ້າ​ຖ່າຍ​ຮູບ​ພົນ​ເອກ ວໍ້​ງວຽນ​ຢາບ ” ໂດຍ​ສຳ​ນັກ​ພິມ​ຫຼາວດົ້ງ ພິມ​ຈຳ​ໜ່າຍ. ນີ້​ແມ່ນ​ບັນ​ດາ​ເລື່ອງ​ລາວ​ທີ່​ເລົ່າ​ດ້ວຍ​ຮູບ​ພາບ​ກ່ຽວ​ກັ​ບ​ຊີ​ວິດ​ປະ​ຈຳ​ວັນ​ຂອງທ່ານ​ພົນ​ເອກ ວໍ້​ງວຽນ​ຢາບ ໂດຍ​ນັກ​ຖ່າຍ​ຮູບ​ເຈີນ​ຮົ່ງ​ຝາກ​ຝັງ​ຜ່ານ​ປຶ້ມ​ພາບ​ປະ​ກອບ​ດ້ວຍ 129 ໜ້າ​ທີ່ເປັນ​ໜ້າ​ຕື້ນ​ຕັນ​ໃຈ ແລະ ແທ້​ຈິງ. 

 

ຄວາມລຽບງ່າຍຂອງພົນເອກ ວໍ້ງວຽນຢາບຜ່ານສາຍຕາຂອງນັກຖ່າຍຮູບເຈີນຮົ່ງ  - ảnh 1
ຮູບທ່ານ​​ພົນ​ເອກ ວໍ້​ງວຽນ​ຢາບ ນັ່ງ​ຕັ້ງ​ສະ​ມາ​ທິ
(ພາບ: ເຈີນ​ຮົ່ງ)

     ທ່ານ​​ພົນ​ເອກ ວໍ້​ງວຽນ​ຢາບ ແມ່ນ​ນັກ​ການ​ທະ​ຫານ​ທີ່​ປິ​ຊາ​ສາ​ມາດ, ແມ່ນ​ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ, ແມ່ນ​ອ້າຍ​ກົກຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ໃນ​ປຶ້ມ​ອ່ານ “ ຍາດ​ເອົາໄຊ​ຊະ​ນະດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ ”, ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຊາວ​ອາ​ເມ​ລິ​ກາ Cecil Currey ໃຫ້​ຂໍ້​ສັງ​ເກດ​ວ່າ : “​ວໍ້​ງວຽນ​ຢາບສາ​ມາດ​ທຽບ​ເທົ່າ​ກັບ​ຜູ້​ບັນ​ຊາ​ການ​ທະ​ຫານ​ທີ່​ເກັ່ງ​ກ້າ​ສາ​ມາດ​ທີ່​ສຸດ​ໃນ​ຕະຫຼອດ 2000 ປີ​ທີ່​ຜ່ານ​ມາ, ທັງ​ແມ່ນ​ບຸກ​ຄົນທີ່ຍິ່ງ​ໃຫຍ່​ຂອງ​ທຸກ​ສະ​ໄໝ”. ຍ້ອນ​ຄວາມ​ຍິ່ງ​ໃຫຍ່ ແລະ ມີ​ຊື່​ສຽງ​ຂອງ​ທ່ານ​​ພົນ​ເອກ ວໍ້​ງວຽນ​ຢາບ, ນັກ​ກະ​ວີ ເຈີນ​ດັງ​ຄວາ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ, ຜູ້​ຂຽນ​ຄຳ​ນຳ​ໄດ້​ຖື​ວ່າ ນີ້​ແມ່ນ​ປຶ້ມ​ພາບ​ພິ​ເສດ ເພາະ​ການ​ຖ່າຍ​ເອົາຮູບ​ພົນ​ເອກ ວໍ້​ງວຽນ​ຢາບ ກໍ​ງ່າຍ, ແຕ່​ພັດຍາກ​ທີ່​ສຸດ. ນັກ​ກະ​ວີ ເຈີນ​ດັງ​ຄວາ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມເວົ້າວ່າ :

  “ ງ່າຍ​ແມ່ນ​ຍ້ອນ​ທ່ານ​ແມ່ນ​ນາຍ​ພົນ​ຜູ້​ມີ​ຊື່​ສຽງ. ທ່ານ​ເອງ​ກໍ​ແມ່ນ​ບຸກ​ຄົນ​ທີ່​ມີ​ຄຸນ​ຄ່າ​ແລ້ວ, ພຽງ​ແຕ່​ສາ​ມາດຖ່າຍ​ເອົາຮູບ​ຂອງ​ທ່ານ ກໍ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ແລ້ວ. ແຕ່​ການ​ຖ່າຍ​ເອົາ​ຮູບ​ຂອງພົນ​ເອກ ວໍ້​ງວຽນ​ຢາບ ກໍ​ຍາກຫຼາຍ ເພາະ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ກໍ​ລ້ວນ​ແຕ່ມີພົນ​ເອກ ວໍ້​ງວຽນ​ຢາບ, ປະ​ຊາ​ຊົນ​​ມີ​ຄວາມ​ເຄົາ​ລ​ົບນັບ​ຖື​ທ່ານ ແລະ ໄດ້​ຖ່າຍ​ເອງ​ດ້ວຍ​ວິ​ທີ​ພິ​ເສດສະ​ເພາະ​ຂອງ​ຕົນ​ກ່ຽວ​ກັບ​ຮູບ​ຂອງ​ທ່ານ. ບາງ​ເທື່ອ ເຂົາ​ເຈົ້າ​ອີງ​ໃສ່​ຮູບ​ພາບ​ທີ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ພວກ​ເຂົາ ເພື່ອ​ໃຊ້​ເປັນ​ໄມ້​ວັດ​ເພື່ອ​ວັດ​ແທກ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ກຳ, ບັນ​ດາ​ຮູບ​ຖ່າຍ​ກ່ຽວ​ກັບ​ທ່ານ. ນີ້​ແມ່ນ​ສິ່ງ​ທີ່​ຍາກ​ທີ່​ສຸດ ”

      ເຈີນ​ຮົ່ງ ແມ່ນນ​ັກ​ຂ່າວ​ໜັງ​ສື​ພິມກວນ​ໂດ້ຍ​ເຍີນ​ເຢີນ ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ທ່ານ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ພິເສດຈາກ​ພົນ​ເອກ ວໍ້​ງວຽນ​ຢາບ ທີ່​ນັກ​ຂ່າວ​ຄົນ​ອື່ນບໍ່​ມີ, ນັ້ນແມ່ນ​ນັກ​ຂ່າວ​ເຈີນ​ຮົ່ງ ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າຖ່າຍ​ຮູບ​ພົນ​ເອກ ວໍ້​ງວຽນ​ຢາບໃນ​ທຸກໆ​ເວ​ລາ.  ​ໃນປຶ້ມ​ພາບ : “ ຂ້າ​ພະ​ເຈົ້າ​ຖ່າຍ​ຮູບ​ພົນ​ເອກ ວໍ້​ງວຽນ​ຢາບ ”, ​ນັກ​ຖ່າຍ​ຮູບ​ເຈີນ​ຮົ່ງ ໄດ້​ເລືອກ​ເອົາ​ບັນ​ດາ​ຮູບ​ຖ່າຍ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ພົນ​ເອກ ວໍ້​ງວຽນ​ຢາບ ຊຶ່ງ​ທ່ານ​ໄດ້​ໂຊກ​ດີມີ​ໂອ​ກາດ​ຖ່າຍ​ຮູບ​ພົນ​ເອກ​ດ້ວຍຫຼາຍ​ແງ່​ມຸມ. ຜ່ານປຶ້ມ​ພາບປະ​ກອບ​ດ້ວຍ 129 ໜ້າ, ​ນັກ​ຖ່າຍ​ຮູບ​ເຈີນ​ຮົ່ງໄດ້​ແນະ​ນ​ຳ​ຕໍ່​ຜູ້​ອ່ານ​ກ່ຽວ​ກັບ​ແຕ່​ລະ​ຫົວ​ເລື່ອງ​ທີ່​ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ, ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຂອງ​ພົນ​ເອກ ວໍ້​ງວຽນ​ຢາບ. ບັນ​ດາຮູບ​ຖ່າຍໃນ​ປື້ມ​ພາບ​ຫົວ​ນີ້, ລ້ວນ​ແຕ່​ປະ​ກາດ​ເປັນ​ເທື​່ອ​ທຳ​ອິດ. ຜູ້​ອ່ານ​ສາ​ມາດ​ເຫັນ​ໄດ້​ເຖິງ​ບັນ​ດາ​ຮູບ​ຖ່າຍ​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ທີ່​ລຽບ​ງ່າຍ ແຕ່​ພັດ​ເປັນ​ສານ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ. ຮູບ​ຖ່າຍ​​ທ່ານພົນ​ເອກ ວໍ້​ງວຽນ​ຢາບ ນ​ັ່ງ​ຂ້າງ​ຮູບ​ປັ້ນ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ ກໍ​ໄດ້​ສະ​ແດງໃຫ້​ເຫັນ​ຄວາມ​ໃນ​ໃຈ​ຂອງ​ພົນ​ເອກ. ເພື່ອ​ຖ່າຍ​ເອົາ​ໄດ້​ຮູບ​ແຜ່ນນີ້, ​ນັກ​ຖ່າຍ​ຮູບ​ເຈີນ​ຮົ່ງ ເລົ່າ​ຄືນ​ສູ່​ຟັງວ່າ : 

    “ ໃນ​ມື້​ໜຶ່ງ, ຮອດ​ໂມງ​ເລີກ​ການ, ທຸກໆ​ຄົນ​ຕ່າງ​ກໍ​ພາ​ກັນ​ເມືອ​ໝົດ, ຍັງ​ເຫຼືອ​ພຽງ​ຂ້າ​ພະ​ເຈົ້າ​ເມືອ​ຕາມຫຼັງ​ເທົ່າ​ນັ້ນ, ເມື່ອ​ເຫັນ​ພົນ​ເອກ ວໍ້​ງວຽນ​ຢາບ​ຍ່າງ​​ອອກ​ຈາກ​ຫ້ອງ​ການ, ​ຕາມ​ຄວາມ​ຮູ້​ສຶກ​ແລ້ວ, ຂ້າ​ພະ​ເຈົ້າສັງ​ເກດ​ເຫັນ​ໃບ​ໜ້າ​ສີ​ຕາ​ຂອງ​ທ່ານຄື​ພວມ​ເປັນ​ຫ່ວງ​ເປັນ​ໄຍ​ກັບ​ວຽກ​ງານ​ໃດ​ໜຶ່ງ. ແລະ ເມື່ອ​ພົນ​ເອກ​ຍ່າງ​ມາ​ຂ້າງ​ຮູບ​ປັ້ນ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ, ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ ພົນ​ເອກ​ພວມມີ​ຄວາມໃນ​ໃຈ​ແທ້. ຂ້າ​ພະ​ເຈົ້າ​ໄດ້​ຖ່າ​ຍ​ເອົາ 4 ຮູບ. ຮອດ​ຮູບ​ທີ 5, ພົນ​ເອກ ກໍ​ໄດ້​ຫຼັ່ງ​ນ້ຳ​ຕາ. ເວ​ລານັ້ນ ຂ້າ​ພະ​ເຈົ້າ​ກໍ​ບໍ່​ສາ​ມາດ​ຖ່າຍ​ຮູບ​ໄດ້​ຕື່ມ​ອີກ. ນັ້​ນ​ແມ່ນ​ຄວາມ​ຮ່ວມ​ຄິດ ​”

     ສຳ​ລັບ​ການ​ຖ່າຍ​ຮູບ​ພົນ​ເອກ ວໍ້​ງວຽນ​ຢາບນັ້ນ, ກໍ​ມີ​ນັກ​ຖ່າຍ​ຮູບ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດຫຼາຍ​ຄົນ​ໄດ້​ຖ່າຍ​ເອົາ​ຮູບ​ທ່ານ​ພົນ​ເອກ​ໄດ້ຫຼາຍ​ແຜ່ນ, ແຕ່ກໍ່​ບໍ່​ມີ​ຮູບ​ຖ່າຍ​ແຜ່ນ​ໃດ​ສາ​ມາດ​ທຽບ​ເທົ່າ​ກັບ​ຮູບ​ຖ່າຍ​ຂອງ​ເຈີນ​ຮົ່ງ ເພາະ​ທ່ານ​​ຖ່າຍ​ເອົາ​ຮູບທ່ານ​ພົນ​ເອກດ້ວ​ຍ​ໄລ​ຍະ​ໃກ້. ນັກ​ກະ​ວີ ເຈີນ​ດັງ​ຄວາ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມໃຫ້​ຮູ້ວ່າ :

        “ ຖ້າ​ຫາກ​ບັນ​ດານັກ​ຖ່າຍ​ຮູບຄົນ​ນັ້ນ, ຖ່າຍ​ເອົາ​ຮູບ​ທ່ານ​ພົນ​ເອກ​ຈາກ​ບ່ອນໄກນັ້ນ, ແຕ່​ຮູບ​ຖ່າຍ​ຂອງ​ເຈີນ​ຮົ່ງ ແມ່ນ​ຖ່າຍ​ໃກ້ໆ ໝາຍ​ວ່າ ຖື​ທ່ານ​ພົນ​ເອກ​ຄື​ດັ່ງ​ຍາດ​ຕິ​ພີ​ນ້ອງ​ໃນ​ຄອບ​ຄົວ. ດັ່ງ​ນັ້ນ​ໃນ​ຈຳ​ນວນ​ຮູ​ບ​ຖ່າ​ຍນັ້ນ, ມີ​ຮູບ​ທີ່​ຖ່າຍ​ໃນ​ກໍ​ລະ​ນີ​ພິ​ເສດ​ເຊັ່ນ: ທ່ານ​ພົນ​ເອກ​ພວມ​ເສບ​ເຄື່ອງ​ດົນ​ຕີ, ທ່ານ​ພົນ​ເອກ​ພວມຫຼິ້ນ​ກັບ​ລູກ....​ ”

          ໃນ​ພາ​ລະ​ກິດ​ການ​ເຄື່ອນ​ໄຫວ​ດ້ານ​ສິ​ລ​ະ​ປະ​ຂອງ​ຕົນ, ​ນັກ​ຖ່າຍ​ຮູບ​ເຈີນ​ຮົ່ງ ໄດ້​ມີ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ 8 ຄັ້ງ​ກ່ຽວ​ກັບ ​ພົນ​ເອກ ວໍ້​ງວຽນ​ຢາບ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ປະ​ກາດ​ຮູບ​ຖ່າຍ​ຜ່ານ​ປຶ້ມ​ພາບ ແລະ ຮູບ​ຖ່າຍ​ກ່ຽວ​ກັບ​ພົນ​ເອກ ວໍ້​ງວຽນ​ຢາບດ້ວຍ​ຊີ​ວິດ​ປະ​ຈຳ​ວັນ​ທີ່​ລຽບ​ງ່າຍ ກໍ​ແມ່ນ​ອາ​ລົມ​ຈິດຄວາມເຄົາ​ລົບ​ນັບ​ຖື ແລະ ຮັກ​ແພງ​ຂອງນັກ​ຖ່າຍ​ຮູບ​ເຈີນ​ຮົ່ງ ສະ​ຫງວນ​ໃຫ້​ສະ​ເພາະ​ທ່ານ​ພົ​ນ​ເອກ​ແຫ່ງ​ເທບ​ນິ​ຍາຍ​ດ້ວຍ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ສິ​ລະ​ປະ​ຖ່າຍ​ຮູບ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ທີ່​ສຸດ; ສິ​ລະ​ປະ​ກໍ​ແມ່ນ​ຊີ​ວິດ.

ຕອບກັບ

ຂ່າວ/ບົດ​ອື່ນ