“ ຄອບຄົວ, ໝູ່ເພື່ອນ ແລະ ປະເທດຊາດ” - ປຶ້ມບັນທຶກຄືນຫຼັງ ຂອງທ່ານນາງ Nguyen Thi Binh

  

“ ຄອບຄົວ, ໝູ່ເພື່ອນ ແລະ ປະເທດຊາດ” - ປຶ້ມບັນທຶກຄືນຫຼັງ ຂອງທ່ານນາງ Nguyen Thi Binh - ảnh 1
ທ່ານນາງ Nguyen Thi Binh ໃນປະຈຸບັນ
(ພາບ: thethaovanhoa)


“ ຄອບຄົວ, ໝູ່ເພື່ອນ ແລະ ປະ​ເທດຊາດ” ນີ້ແມ່ນຊື່ຂອງປຶ້ມບັນທຶກຄືນຫຼັງຂອງ ທ່ານນາງ Nguyen Thi Binh ອະດີດ​ຮອງ​ປະທານ​ປະ​ເທດ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ເພດ​ຍິງ​ຄົນ​ທຳ​ອິດ, ຫົວໜ້າ​ຄະນະ​ນັກ​ເຈລະຈາ​ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ​ແຫ່ງ​ສາທາລະນະ​ລັດ​ພາກ​ໃຕ້​ຫວຽດນາມ​ຢູ່​ທີ່​ການ​ເຈລະຈາ ປາຣີ. ປຶ້ມບັນທຶກ ຄືນຫຼັງຫົວ​ນີ້ ​ໄດ້​ວາດ​ພາບ​ຊີວິດ​ຂອງ​ທ່່ານນາງ ຊຶ່ງ​ແມ່ນ​ຕົວ​ພະຍານ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ສັກຂີ​ພະຍານ​ ​ການ​ຫັນປ່ຽນຜ່ານບັນດາ​ໄລຍະ​ແຫ່ງ​ປະຫວັດສາດ, ນັບ​ແຕ່​ຄາວ​ເຍົາ​ໄວ​ຈົນ​ຮອດ​ໄລຍະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປະຕິວ​ັດ, ບັນດາ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ການ​ຕໍ່ສູ້​ຍາດ​ເອົ​າ​ເອກະລາດ​ແຫ່ງ​ຊາດ ​ແລະ ນັບ​ທັງ​ໄລຍະ​ອອກ​ພັກ​ກິນ​ເບັ້ຍບຳນານ. ​

     ທ່ານນາງ Nguyen Thi Binh ​ໄດ້​ຕັ້ງ​ຊື່​ໃຫ້​ແກ່ ປຶ້ມບັນທຶກຄືນຫຼັງຂອງ​ຕົນ​ທີ່​ໜ້າ​ລຽບ​ງ່າ​ຍ ​ແລະ ສາມາດ​ເຂົ້າ​ໃຈງ່າ​ຍ, ນັ້ນ​ແມ່ນ “ ຄອບຄົວ, ໝູ່ເພື່ອນ ແລະ ປະ​ເທດຊາດ”. ທ່ານນາງ Nguyen Thi Binh ບອກ​ວ່າ, ນັ້ນ​ແມ່ນ​ຕົ້ນກຳນົດ​ເພື່ອ​ສ້າງ​ໃຫ້​ມີ​ກຳລັງ​ແຮງ​ພິ​ເສດ​ໃນ​ຈິດ​ໃຈ​ຂອງ​ຕົນ. ທ່າ​ນນາງ​ໃຫ້​ຮູ້​ວ່າ ​ໄດ້​ສະຫງວນ​ເວລາ​ຫຼາຍ​ຈຶ່ງ​ຈະ​ສຳ​ເລັດປຶ້ມບັນທຶກຄືນຫຼັງຫົວ​ນີ້. ທ່ານນາງ Nguyen Thi Binh ​ໃຫ້​ຮູ້​ວ່າ :

     “ ​ໃນ​ໄລຍະ​ເຄື​ອ່ນ​ໄຫວ, ​ແມ່ນ​ບໍ່​ມີ​ເວລາ​ເພື່ອ​ຂຽນ​ບັນທຶກ​ປະຈຳ​ວັນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຂ້າພະ​ເຈົ້າ. ນັບ​ທັງກອງ​ປະຊຸມ​ປາຣີ, ຂ້າພະ​ເຈົ້າກໍ​ບໍ່​ ຂຽນ​ບັນທຶກໄດ້​ຫຍັງ​ເລີຍ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ໄດ້​ສະຫງວນ​ເວລາ​ເພື່ອ​ຫວນ​ຄືນຫຼັງ​ກ່ຽວ​ກັບ​ທຸກສິ່ງ​ທຸກ​ຢ່າງທີ່​ຕົນ​ໄດ້​ຜ່ານ​ຜ່າ. ຂ້າພະ​ເຈົ້າໄດ້​ໃຊ້​ເວລາ 2-3 ປີ​ເພື່ອຂຽນບົດ ບັນທຶກຄືນຫຼັງຫົວນີ້ ​ແລະ ​ໄດ້​ສຳ​ເລັດ​ໃນ​ປີ 2009, ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ຈະ​ນຳ​ໄປ​ພິມ​ຈຳໜ່າຍ​ຫຼື​ບໍ່. ​ໃນ​ໂອກາດ ລະນຶກ 85 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ຕົນ, ຂ້າພະ​ເຈົ້າ​ຄິດ​ວ່າ​ຈະ​ນຳ​ສະ​ເໜີ​ຕໍ່​ຜູ້​ອ່ານ ”

    ກ່ອນ​ທີ່​ຈະ​ລົງມື​ຂຽນ​ບົດ​ບັນທຶກ​ຄືນ​ຫຼັງ, ທ່ານນາງ Nguyen Thi Binh ​ໄດ້​ລັ່ງ​ເລ​ໃຈ​ວ່າ ຈະ​ຂຽນ​ຫຼື​ບໍ່, ຂຽນ​ຫຍັງ​​ແດ່?  ​ແລະ ​ເມື່ອ​ຂຽນ​ຮຽບຮ້ອຍ​ແລ້ວ, ຈະ​ນຳ​ໄປຈຳໜ່າຍ​ຫຼື​ບໍ່? ​ແລະ ສຸດ​ທ້າຍປຶ້ມບັນທຶກຄືນຫຼັງ​ໄດ້​ຂຽນ​ສຳ​ເລັດ ດ້ວຍ​ຈຸດປະສົງ​ບັນທຶກ​ຄືນ​ຫຼັງ​ບັນດາ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ບັນດາ​ອະນຸສອນ​ທີ່​ດີງາມ​ໃນ​ໄລຍະ​ດຳລົງ​ຊີວິດ​ໃນ​ຄອບຄົວ, ກັບ​ໝູ່​ເພື່ອ​ນ ​ແລະ ການ​ເຄື່ອນ​ໄຫວ​ປະຕິວັດ. ທ່ານນາງ Nguyen Thi Binh ​ເວົ້າວ່າ

   “ປຶ້ມບັນທຶກຄືນຫຼັງຫົວ​ນີ້ ​ໄດ້​ຫວນ​ຄືນ​ທັງ​ໄລຍະ​ທີ່​ຂ້າພະ​ເຈົ້າ​ດຳລົງ​ຊີວິດ​ໃນ​ຄອບຄົວ, ກັບໝູ່ເພື່ອນ ​ແລ​ະການ​ເຄື່ອນ​ໄຫວ​ຕ່າງໆ, ມີ​ຫຼາຍ​ສິ່ງ​ເປັນ​ໜ້າ​ຈົດ​ຈຳ​ແທ້ໆ. ​ເມື່ອ​ຫວນ​ຄືນ​ບັນດາ​ອະນຸສອນ, ຮູບ​ພາບ​ເມື່ອ​ກ່ອນ​ນີ້, ພິ​ເສດ​ຮູບ​ພາບ​ບັນດາຜູ້​ເປັນ​ສ່ຽວ​ພັດ​ປະກົດ​ຂື້ນ​ໃນ​ສາຍຕາ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເຫັນ​ວ່າ ຊີວິດ​ຂອງ​ຕົນ​​ແມ່ນ​ໂຊກ​ດີ​ຫຼາຍ​ຍ້ອນ​ວ່າ​ໄດ້​ຕິດ​ພັນ​ກັບ​ບັນດາ​ເຫດການ​ປະຫວັດ ສາດທີ່​ສຳຄັນ​ໃນ​ຕະຫຼອດ​ສະຕະວັດ​ທີ່ 20. ນັ້ນ​ແມ່ນ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ, ​ການ​ຕໍ່ຕ້ານ​ຕ້ານຈັກກະພັດ​ອາ​ເມ​ລິ​ກາ. ​ແລະ ​ໄລຍະ​ພາຍຫຼັງ​ປະ​ເທດ​ຊາດ​ມີ​ສັນຕິພາບ ມາ​ຮອດ​ປະຈຸ​ບັນ. ”

    ​ໂດຍ​ຕາງໜ້າ​ໃຫ້​ບັນດາ​ຜູ້​ຄົນ​ໃນ​ລຸ້ນລາວ​ຄາວ​ດຽວ, ມີ​ບາງ​ຄົນ​ຍັງ​ມີ​ຊີວິດ​ຢູ່, ​ແຕ່​ກໍ​ມີ​ບາງ​ຄົນ​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ​ທ່ານນາງ Nguyen Thi Binh ​ໄດ້​ແບ່ງປັນ​ບັນດາ​ຄວາມ​ໃນ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ລຸ້ນຊາວ​ໜຸ່ມ​ໃນ​ໄລຍະ​ຕໍ່ສູ້ປະຕິວັດ. ຈາກ​ຈິດ​ໃຈ​ອັນ​ແຮງ​ກ້າ​ຂອງ​ລຸ້ນຄົນ​ໃນ​ຍຸກ​ສະ​ໄໝ​ນັ້ນ, ທ່ານ​ນາງຈຶ່ງ​ເອີ້ນ​​ເຂົາ​ເຈົ້າວ່າ​ແມ່ນ “ ບັນດາ​ບຸກຄົນ​ປະຕິ​ຫານ ” ທີ່​ໄດ້​ຕໍ່​ພະລັງ​ແຮງ​ໃຫ້​ຄົນລຸ້ນໜຸ່ມ​ໃນ​​ໄລຍະ​ສ້າງສາ​ປະ​ເທດ​ຊາດ​ປະຈຸ​ບັນ . ຜ່ານປຶ້ມບັນທຶກ ຄືນຫຼັງ, ທ່ານນາງ Nguyen Thi Binh ຢາກ​ໃຫ້​ຄຳ​ຕັກ​ເຕືອນ​ເຖິງ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແມ່ນ​ກຳລັງ​ແຮງ​ຂອງ​ທຸກໆ​ໄຊຊະນະ​ເຖິງ​ວ່າ​ຈະ​ຢູ່​ໃນ​ຍຸກ​ສະ​ໄໝ​ໃດໆ​ກໍ​ຕາມ. ທ່ານນາງ  Nguyen Thi Binh ​ໃຫ້​ຮູ້​ອີກ​ວ່າ :

    “ຂ້າພະ​ເຈົ້າຄິດ​ວ່າ ບົດຮຽນ​ອັນ​ລ້ຳ​ຄ່າ​ກ່ວາ​ໝູ່​ຂອງປະ​ຊາຊົນ​ຫວຽດນາມແມ່ນ ຄວາ​ມສາມັກ​ຄີ. ສາມັກຄີທັງ​ຊາດ​ເພື່ອ​ຈຸດໝາຍ​ລວມ. ນັ້ນ​ແມ່ນ​ທິດ​ນຳ​ໄດ້​ຮັບ​ໄຊຊະນະ​ໃນ​ອະ​ດີດ​ຕະການ. ທິດນຳ​ນີ້​ກໍ​ແມ່ນ​ທິດ​ນຳ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ປະຈຸບັນ ​ແລະ ອະນາຄົດ. ພວກ​ເຮົາ​ມີ​ພື້ນຖານ​ເພື່ອ​ສ້າງ​ມະຫາ​ສາມັກຄີທົ່ວປວງ​ຊົນ​ທັງ​ຊາດ. ໝາຍ​ຄວາມ​ວ່າ ພວກ​ເຮົາ​ຮ່ວມ​ກົກ​ເຄົ້າ​ເຫງົ້າ​ກໍ, ຮ່ວມກັນ​ຢູ່​ຕໍ່ໜ້າ​ໄພ​ນາບ​ຂູ່​ອັນ​ດຽວ​ກັນ ​ແລະ ຮ່ວມ​ອະນາຄົດ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ຂອງ​ປະ​ເທ​ດ ​ຊາດ. ​ເພື່ອ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​ເຂັ້ມ​ແຂງ, ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ... ພວກ​ເຮົາ​ຕ້ອງ​ມີ​ບັນດາ​ບຸກຄົນ​ໃໝ່, ມີ​ບຸກຄະລິກກະພາບ​ທີ່​ດີ, ມີ​ອຸດົມ​ຄະຕິ ​ແລະ ຄວາມ​ເຊື່ອ​ໝັ້ນ. ພວກ​ເຮົາ​ກໍ​ສາມາດ​ເກັ້ຍກອມ​ມານະ​ຈິດ​ຂອງ​ມະນຸດ.... ນັ້ນ​ກໍ​ແມ່ນ​ທຸກ​ສິ່ງ​ທີ່​ຂ້າພະ​ເຈົ້າຢາກ​ເວົ້າ​ເຖິງ​ຜ່ານປຶ້ມບັນທຶກຄືນຫຼັງຫົວນີ້ ”

     ນັກ​ປະພັນ​ວັນນະຄະດີ Nguyen Ngoc ຜູ້​ໄດ້​ເຮັດ​ວຽກ​ກັບທ່ານນາງ Nguyen Thi Binh ​ໃນ​ຕະຫຼອດ​ເວລາ​ທີ່ທ່ານ​ນາງ​ຂຽນ​ປຶ້ມ​ຫົວ​ນີ້​​ສຳ​ເລັດ ​ໃຫ້​ຮູ້​ວ່າ ຜ່ານປຶ້ມບັນທຶກຄືນຫຼັງຫົວ​ນີ້, ສາ​ມາດ​ເຫັນ​ໄດ້​ວ່າ ທ່ານ​ນາງ​ໄດ້​ມີ​ການ​ປະສານ​ສົມທົບ​ລະຫວ່າງ​ສິ່ງ​ທີ່​ລຽບ​ງ່າ​ຍ ກັບ ທັນ​ສະ​ໄໝ, ສິ່ງ​ທີ່ທຳ​ມະ​ດາ​ສາມັນ​ກັບ​ສິ່ງຍອດ​ຍິ່ງ, ຄວາມ​ອ່ອນ​ຍົນ​ກັບ​ໜັກ​ແໜ້ນ. ນັກ​ປະພັນ​ວັນນະຄະດີ Nguyen Ngoc ​ໃຫ້​ຮູ້​ວ່າ :

   “ ​ເມື່ອ​ຈັບ​ປຶ້ມ​ຫົວນີ້, ​ເບິ່ງ​ຄື​ວ່າ ທຸກໆ​ຄົນ​ມີ​ຄວາມ​ຫວັງ​ຄ່ອຍ​ຖ້າ​ຊອກ​ຮູ້​ທຸກ​ເລື່ອງ​ມະຫັດສະຈັນ​ກ່ຽວ​ກັບ​ກອງ​ປະຊຸມ​ປາຣີ, ຊຶ່ງ​ແມ່ນ​ກອງ​ປະຊຸມທີ່​​ເຄັ່ງ​ຕຶງ​ທີ່​ສຸດ, ​ແລະ ຕາມ​ທຸກໆ​ຄົນ​ແລ້ວ, ນັ້ນ​ແມ່ນ​ການ​ເຈລະຈາທີ່​ແກ່ຍາວ​ທີ່​​ສຸດ​ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ໃນ​ໂລກ, ຊຶ່ງ​ໃນ​ນັ້ນທ່ານນາງ Nguyen Thi Binh ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸກຄົນ​ທີ່​ສຳຄັນ​ທີ່​ການ​ເຈລະຈາ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ໃນ​ປຶ້ມ​ບັນທຶກ​ຄືນ​ຫຼັງ​ຫົວ​ນີ້, ກໍ​ມີ​ສິ່ງ​ມະຫັດສະຈັນ​ທີ່​ເລິກ​ເຊິ່ງກ່ຽວ​ກັບ​ມະນຸດ, ​ເສັ້ນທາງ​ກ້າວ​ເດີນ, ກ່ຽວ​ກັບ​ບັນດາ​ຕົ້ນ​ກຳ​ເນີ​ດຊຶ່ງ​ໄດ້ສ້າງ​​ເປັນ​ກຳລັງ​ແຮ​ງພິ​ເສດ​ຢູ່​ໃນ​ກະ​ໂຕ​ຂອງ​ຜູ້ຍິງ​ທີ່​ມີ​ຄີງ​ບາງ​ຮ່າງ​ນ້ອຍ​​ ​ແລະ ສະຫງ່ຽມ​ຄຽມຄົມນີ້, ​ເພື່ອ​ໃຫ້​ທ່ານ​ນາງ​ສວມ​ບົດບາດ​ເປັນ​ບຸກຄົນ​ທັນ​ສະ​ໄໝ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ຊາດ ”

   ​ເຖິງ​ວ່າ​ໄດ້ກ້າວ​ເຂົ້າ​ສູ່ອາຍຸ 85 ປີ​ແລ້ວ​ກໍ​ຕາມ, ​ແຕ່ທ່ານນາງ Nguyen Thi Binh ຍັງ​ຄົງ​ສາມາດ​ຮັກ​ສາ​ໄດ້​ນ້ຳ​ໃຈ​ຂອງ​ຜູ້​ທີ່​ມີ​ຄວາມ​ກະ​ຕືລື​ລົ້ນ, ສຸດຈິດ​ສຸດ​ໃຈ​ຕໍ່​ວຽກ​ງານ, ອຸທິດ​ສວ່ນຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້​ແກ່​ການ​ຕໍ່ສູ້​ເພື່ອ​ຍາດ​ເອົ​າ​ເອກະລາດ​ຂອງ​ຊາດ. ທ່ານນາງ Nguyen Thi Binh ​ໄດ້​ຖ່າຍ​ທອດ​ໃຫ້​ຄົນ​ລຸ້ນຫຼັງ​ກ່ຽວ​ກັບ​ບັນດາ​ບົດຮຽນ​ດ້ວຍ​ຊີວິດ ​ແລະ ນ້ຳ​ໃຈ​ປະຕິວັດ​ຜ່ານປຶ້ມບັນທຶກ ຄືນຫຼັງ “ ຄອບຄົວ, ໝູ່ເພື່ອນ ແລະ ປະ​ເທດຊາດ” .

ຕອບກັບ

ຊື່ວ່າ: ນ່າງນິສອນ

ຢ່າງຈິງໃຈ

ຂ່າວ/ບົດ​ອື່ນ