ຄ່ຳຄືນສະແດງດົນຕີພື້ນເມືອງ



ບັນ​ດາ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງໂດຍ​ບັນ​ດາ​ນັກ​ເສບ​ເຄື່ອງ​ດົນ​ຕີ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ​ທຳ​ການ​ສະ​ແດງ ໄດ້​ສ້າງ​ເປັນ​ກະ​ແສ​ດົນ​ຕີ​ໂດຍ​ປະ​ສານ​ລະ​ຫວ່າງ 3 ທຳ​ນອງ​ດົນ​ຕີ​ຂອງ ພາກ​ເໜືອ, ພາກ​​ກາງ ແລະ ພາກ​ໃຕ້. ນີ້​ແມ່ນ​ການ​ພົບ​ປະ​ແລກ​ປ່ຽນ​​ສະ​ແດງ​ດົນ​ຕີ​ລະ​ຫວ່າງ​ບັນ​ດາ​ຜູ້​ສຸມ​ຈິດ​ສຸມ​ໃຈ​ກັບ​ດົນ​ຕີ​ພື້ນ​ເມືອງ​ຫວຽດ​ນາມ​ຢູ່​ພາກ​ເໜືອ​ຕະຫຼອດ​ລົງ​ຮອດ​ພາກ​ໃຕ​້​ຫວຽດ​ນາມ ແລະ ນັບ​ທັງ​ຢູ​່​ຕ່າງ​ປະ​ເທດ​ອີກ​ດ້ວຍ.

ຄ່ຳຄືນສະແດງດົນຕີພື້ນເມືອງ - ảnh 1
ບັນ​ດາ​ນັກ​ສິ​ລະ​ປີນ​ໃນ​ຄ່ຳ​ຄືນ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ

   ໃນ ຄ່ຳ​ຄືນ​ສະ​ແດງດົນ​ຕີພື້ນ​ເມືອງ, ນັກສິ​ລະ​ປີນ, ນັກ​ເສບ​ເຄືຶ່ອງ​ດົນ​ຕີ​ແຕ່​ລະ​ຄົນ​ໄດ້​ສະ​ແດງ​ບົດ​ດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ. ຄື​ ນັກສິ​ລະ​ປີນປະ​ຊາ​ຊົນ ໂງ​ແທງ​ຮ່​ວາຍ ໄດ້​ສະ​ແດງ​​ຂັບ​ກາບກອນ, ບັນ​ດາ​ທຳ​ນອງ​ຂັບ​ແຈວ​ຂອງ​ປະ​ຊາ​ຊົນ​ເຂດ​ທົ່ງ​ພຽງ​ພາກ​ເໜືອ, ນັກສິ​ລະ​ປີນດີ​ເດັ່ນ ດ​ວານ​ແທງ​ບີງ ສະ​ແດງ​ຂັບ​ກາ​ຈູ , ນັກສິ​ລະ​ປີນປະ​ຊາ​ຊົນ ຊວນ​ແຫກ ສະ​ແດງ​ຂັບ​ສຳ. ນັກສິ​ລະ​ປີນ ດາມ​ມິນກວາງ ຊຶ່ງ​ແມ່ນ​ຜູ້​ໜຶ່ງ​ໃນ​ບັນ​ດາ​ຜູ້​ໄດ້​ນຳ​ສະ​ເໜີ​ບັນ​ດາ​ແນວ​ຄວາ​ມ​ຄິດ​ຈັດ​ລາຍ​ການ​ໃຫ້​ຮູ້​ວ່າ :

    “ ລາຍ​ການ​ໄດ້​ຖືກ​ສ້າງ​ຂຶ້ນ​ຈາກ​ການ​ພົບ​ປະ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ຂັບ​ຮ້ອງ​ທີ່​ມາ​ຈາກ​ແດນ​ໄກ    ຄືນັກ​ຮ​້ອງເຮືອງ​ແທງຢູ່​ຝະ​ລັ່ງ. ເມື່ອ​ກັບ​ມາ​ຢາມ​ບ້ານ​ເກີດ​ເມືອງນອນ, ນັກ​ຮ​້ອງເຮືອງ​ແທງ ມີ​ຄວາມ​ຫວັງ​ຢາກ​ໄດ້​ພົບ​ປະ​ກັບ​ອ້າຍ​ເອື້ອຍ​ນ້ອງ​ໃນ​ວົງ​ການ​​ດົນ​ຕີ​ພື້ນ​ເມືອງພາກ​ເໜືອ ເພື່ອ​ໄດ້​ແລກ​ປ່ຽນ, ສ້າງ​ຄວາມ​ລື້ງ​ເຄີຍ. ໃນ​ເວ​ລາ​ພົບ​ປະ, ​ອ້າຍ​ເອື້ອຍ​ນ້ອງ​ມີ​ແນວ​ຄວາມ​ຄິດ​ເຮັດ​ລາຍ​ການ​ຮ່ວມ​ກັນ​ເພື່ອ​ສ້າງ​ລາຍການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຫວຽດ​ນາມ ຊຶ່ງ​ລວມ​ທັງທຳ​ນອງ​ດົ​ນ​ຕີ ພາກ​ເໜືອ, ພາກ​​ກາງ ແລະ ພາກ​ໃຕ້ ”

   ຄ່ຳ​ຄືນ​ສະ​ແດງດົນ​ຕີພື້ນ​ເມືອງ ກໍ​ໄດ້​ຕິດ​ພັນ​ກັບ​ແນວ​ຄວາມ​ຄິດ ນຳ​ເອົາ​ບັນ​ດາ​ເຄື່ອງ​ ​ດົນ​ຕີ​ພື້ນ​ເມືອງຂອງ​ຫວຽດ​ນາມ​ເຊັ່ນ : ພິນ​ສາຍ​ດຽວ, ພິນ 2 ສາຍ, ຊໍ …ເຂົ້າ​ຮັບ​ໃຊ້​ລາຍ​ການ​ດົນ​ຕີ. ນັກສິ​ລະ​ປີນປະ​ຊາ​ຊົນ ຊວນ​ແຫກ ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຟື້ນ​ຟູ​ປະ​ເພດ ​ດົນ​ຕີ​ພື້ນ​ເມືອງ​ຄື ຂັບ​ສຳ, ຂັບ​ກາ​ຈູ​ເທ​ົ່າ​ນັ້ນ, ຫາກ​ຍັງ​ເປັນ​ຜູ້​ຄົ້ນ​ຄ້​ວາ​ການ​ນຳ​ໃຊ້ເສັ້ນ​ໃໝເປັນ​ສາຍ​ຂອງ​ເຄື່ອງ​ດົນ​ຕີ​ອີກ​ດ້ວຍ. ທັງ​ນີ້​ກໍ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ​ດົນ​ຕີ​ພື້ນ​ເມືອງ​ຝ່າຍ​ຕາ​ເວັນ​ອອກ. ນັກສິ​ລະ​ປີນປະ​ຊາ​ຊົນ ຊວນ​ແຫກ ເວົ້າ​ວ່າ : 

   “ ເມື່ອສາ​ມາດ ນຳ​ໃຊ້ເສັ້ນ​ໃໝເປັນ​ສາຍ​ຂອງ​ເຄື່ອງ​ດົນ​ຕີ ຈຶ່ງ​ຈະ​ເຫັນ​ສິ່ງ​ທີ່​ປະ​ທັບ​ໃຈ​ຂອງ​ສຽງ​ດົນ​ຕີ​ທີ່​ດັງ​ຂຶ້ນ​ຈາກ​ເສັ້້ນ​ໃໝ. ຫຼາຍ​ປີ​ແລ້ວ, ທີ່​ສິ​ລ​ະ​ປະ​ຂັບ​ກາ​ຈູ​ຖືກ​ຕັດ​ຕອນ. ປະ​ຈຸ​ບັນ​ເຮັດ​ໄດ້​ດ້ວຍ​ເສັ້ນ​ໃໝ​ແລ້ວ, ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ສຸດ ຍ້ອນ​ວ່າ​ມັນ​ແມ່ນ​ແນວ​ຄວາມ​ຄ​ິດ​ຂອງ​ຂ້າ​ພະ​ເຈົ້າ ”

   ຄ່ຳ​ຄືນ​ສະ​ແດງດົນ​ຕີພື້ນ​ເມືອງ ແມ່ນ​ການ​ສະ​ແດງ​ບັນ​ດາ​ລາຍ​ການ​ທີ່​ເຕົ້າ​ໂຮມ​ສິ່ງ​ທີ່ຍອດ​ຍິ່ງ​ຂອງ​ສິ​ລະ​ປະ​ຂັບ​ກາ​ຈູ, ຂັບ​ເຈົາ​ວັນ, ຂັບ​ແຈວ, ຂັບ​ສຳ, ຂັບ​ເຫ້ວ. ບັນ​ດາ​ລາຍ​ການ​ສະ​ແດງ​ໄດ້​ພາ​ຜູ້​ຊົມມີຄວາມດູດດື່ມ ຕອບສະ ຫນອງ ທາງດ້ານອາລົມ ດ້ວຍຄວາມອ້ອນຊ້ອຍ,ອອນຊອນ,ວັ່ງເວ,ເວດທະນາ. ທ່ານ​ຫງວຽ​ຊວນ​ແທ່ງ ຜູ້​ມາ​ຊົມ​ລາຍ​ການ​ໃຫ້​ຮູ້​ວ່າ :

   “ ບັນ​ດາ​ລາຍ​ການ​ສະ​ແດງ​ທັງ​ໝົດ​ນີ້ ກໍ​ລ້ວນ​ແຕ່​ແມ່ນ​ອາ​ຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ດີ​ທີ່​ມ່ວນ​ທີ່​ສຸດ​. ດົນ​ແລ້ວ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຊົມ ແລະ ຟັງລາຍການ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແກ່​ຂ້າ​ພະ​ເຈົ້າ, ອັນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຫວນ​ຄືນ​ຄາວ​ຍັງ​ນ້ອຍໄປ​ຟັງ​ຂັບ​ສຳ ”. ສ່ວນ ທ້າວ​ຫງວຽນ​ເທ້​ແບກ ຜູ້​ມາ​ຊົມ​ລາຍ​ການ​ເປີດ​ເຜີຍ​ວ່າ : 

    “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ຊົມ​ລາຍ​ການ​ສະ​ແດງມື້ນີ້, ຊຶ່ງ​ໄດ້​ຊ່ວຍ​ຂ້າ​ພະ​ເຈົາ​ຮູ້​ໄດ້​ຫຼາຍ​ສິ່ງຫຼາຍ​ຢ່າ່ງກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ. ລາຍ​ການ​ສະ​ແດງນີ້ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ທີ່​ສຸດ ”

       ເບິ່ງ​ຄື​ວ່າບໍ່​ມີ​ຄວາມ​ມຸ່ງ​ຫວັງ​ໃດໆ​ເໜືອກວ່າ​ເລື່ອງ​ປຸກ​ລຸກໃນ​ຈິດ​ໃຈ​ຂອງ​ຜູ້​ນິ​ຍົມ​ດົນ​ຕີ​ພື້ນ​ເມືອງ ກ່ຽວ​ກັບ​ສິ່ງ​ທີ່​ລຽບ​ງ່າຍ, ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ. ເພາະ​ສະ​ນັ້ນ, ບັນ​ດາ​ນັກ​ສິ​ລະ​ປີນ​ໄດ້​ທຳ​ການ​ສະ​ແດງ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ນຳ​ສຽງ​ຂັບ​ລຳ​ທຳ​ເພງ​ເຈືອ​ຈານ​ເຂົ້າ​ກັບ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ