ງານບຸນ ເຈົ້າແມ່ ແທ໋ງເມົ້າ ຂອງຊາວເຜົ່າເມື່ອງ

ງານບຸນ ເຈົ້າແມ່ ແທ໋ງເມົ້າ ຂອງຊາວເຜົ່າເມື່ອງ - ảnh 1
ພິທີ​ແຫ່​ວໍເຈົ້າ​ແມ່ແທ໋ງ​ເມົ້າ
(ພາບ:baophutho.vn)

(vovworld)- ຕາມ​ການ​ສະ​ຖີຕິ​ຂອງ​ກະຊວງ​ວັດທະນະທຳ​-ກິລາ ​ແລະ​ ທ່ອງ​ທ່ຽວ​ຫວຽດນາມ​ແລ້ວ, ​ແຕ່ລະ​ປີ​ຢູ່​ຫວຽດນາມ​ມີ​ປະມານ 8.000 ງານ​ບຸນ. ​ແຕ່ລະ​ງານບຸນ​ລ້ວນ​ແຕ່​ມີ​ສີສັນ​ວັດທະນະທຳ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ, ​ແລະ ຍາມ​ໃດ​ງານ​ບຸນ​ກໍ​ມຸ່ງ​​ໄປ​ສູ່​ເປົ້າ​ໝາຍ​ທີ່​ສັກສິດ​ຄວນ​ໄດ້​ຮັບ​ການ​ເຊີດ​ຊູ​ຄື ບັນດາ​ນັກ​ວິລະ​ຊົນ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ບອກສອນ​ຖ່າຍ​ທອດ​ວິຊາ​ຊີບ, ຕ້ານ​ໄພ​ທຳ​ມະ​ຊາດ, ດັບ​ສູນ​ສັດ​ຮ້າຍ, ຊ່ວຍ​ກູ້​ມະນຸດ ​ແລະ ອື່ນໆ. ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນ ຂອງພໍ່​ແມ່​ປະຊາຊົນ​ເຜົ່າ​ເມື່ອ​ງຢູ່​ເມືອງ ບາ​ວີ່-ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ເຊັ່ນ​ນັ້ນ.

   ຮອດ​ຍາມ​ລະດູບານ​ໃໝ່​ໃນ​ແຕ່ລະ​ປີ, ພໍ່​ແມ່​ປະຊາຊົນ​ເຜົ່າ​ເມື່ອ​ງຢູ່​ຫວຽດນາມ​ເຄີຍ​ຈັດ​ຕັ້ງ​ງານ​ບຸນ​ປະ​ເພນີ​ຂອງ​ເຜົ່າ​ຕົນ​ຂຶ້ນ. ພໍ່​ແມ່​ປະຊາຊົນ​ເຜົ່າ​ເມື່ອ​ງມີ​ຫຼາຍ​ງານ​ບຸນ, ​ແຕ່​ພົ້ນ​ເດັ່ນ​ແມ່ນ ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນຂອງ ພໍ່​ແມ່​ປະຊາຊົນ​ເຜົ່າ​ເມື່ອ​ງຢູ່​ທີ່​ບ້ານ ອຽນ​ກື ປະຈຸ​ບັນ​ແມ່ນ​ບ້ານ ອຽນ​ຮົ່ງ ຕາ​ແສງ​ເຕີນ​ລິ້ນ​ເມືອງ ບາ​ວີ່-ຮ່າ​ໂນ້ຍ. ຕາມ​ປະ​ເພນີ​ແລ້ວ​, ​ໃນ​ແຕ່​ລະປີ​ຮອດ​ວັນ​​ເພັງ​ເດືອນ 8 ​ໄລ່​ຕາມ​ຈັນທະ​ປະຕິທິນ, ພໍ່​ແມ່​ປະຊາຊົນ​​ໄດ້​ພ້ອມ​ກັນ​ປະກອບ​ເຫື່ອ​ແຮງ, ວັດ​ຖຸ​ເພື່ອ​ຈັດ​ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນ ຊຶ່ງ​ແມ່ນ​ງານ​ບຸນ​ເຊີດ​ຊູ​ເຈົ້າ​ແມ່ ​ແທ໋ງ​ເມົ້າ ຜູ້​ໄດ້​ໃຫ້​ກຳ​ເນີ​ດພະ​ອໍລະຫັນ ຕ້ານ​ວຽນ​ເຊີນ ຊຶ່ງ​ແມ່ນ​1 ​ໃນ​ຈຳນວນ 4 ບຸກຄົນທີ່​ຍິ່ງ​ໃຫຍ່​ເປັນອະມະຕະຂອງ​ຊາດ​ຫວຽດນາມ. ​ເພາະສະ​ນັ້ນ, ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນ ​ແມ່ນ​ມີ​ຄວາມ​ໝາຍດ້ານ​ຈິດ​ວິນ​ຍານ​ຢ່າງ​ເລິກ​ເຊິ່ງຂອງວົງ​ຄະນະ​ຍາດຊົນ​ເຜົ່າ​ເມື່ອ​ງ. ທ່ານ ຫງວຽນ​ວັນ​ກຸ້ຍ ຊາວບ້ານ​ອຽນ​ຮົ່ງ, ຕາ​ແສງ​ເຕີນ​ລິ້ນ​ໃຫ້​ຮູ້​ວ່າ: 

   “ ​ແຕ່ລະ​ປີ​ຮອດ​ວັນ​ເພັງ​ເດືອນ 8, ປະຊາຊ​ົນ​ຢູ່​ແຫ່ງ​ນີ້ຈັດ ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນ, ນີ້​ແມ່ນ​ງານ​ບຸນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ຊົນ​ເຜົ່າ​ເມື່ອ​ງຢູ່​ແຫ່ງ​ນີ້. ​ເປັນ​ເອກະລັກ​ສະ​ເພາະ​ກ່ວາ​ໝູ່​ໃນ​ງານ​ບຸນ, ນັ້ນ​ແມ່ນບັນ​ດາ​ຜູ້​ຄົນ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ທຳ​ການສະ​ແດງ​ຕີ​ຄ້ອງ, ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ເມື່ອ​ງ ”

   ງານ​ບຸນ​ຖືກ​ເລີ່​ມຕົ້ນດ້ວຍ​ພິທີ​ແຫ່ນ້ຳ, ພິທີ​ໄຫວ້​ບູຊາຂອງ 5 ໝູ່​ບ້ານ​ໃນ​ຕາ​ແສງ, ຫຼັງ​ຈາກ​ນັ້ນ, ກອງ​ໄຫວ້​ບູຊາ​ເພດ​ຊາຍ​ທຳ​ພິທີ​ກາບ​ທູນ​ເຈົ້າ​ແມ່ແທ໋ງ​ເມົ້າຊຶ່ງ​ລວມມີ​ພິທີ​ຖະຫວາຍ​ເຂົ້າໜຽວ, ດອກ​ໄມ້​ທູບ​ທຽນ, ​ເຫຼົ້າ, ໝາກ​ພູ, ກ່ອນ​ທີ່​ຈະ​​ແຫ່​ວໍ​ເຈົ້າ​ແມ່ ​ແລະ 2 ພະນາ​ງ ​ໄປ​ຍັງ​ເດີນ​ວິຫານ​ເພື່ອ​ທຳ​ພິທີ​ແຫ່​ວໍ. ຮອດ​ໂມງ​ທີ່​ໄດ້​ກຳນົດ, ພິທີ​ແຫ່​ວໍເຈົ້າ​ແມ່ແທ໋ງ​ເມົ້າ ​ແລະ 2 ພະນາ​ງຖືກ​ຈັດ​ຂຶ້ນ​ຢ່າງ​ເຄັ່ງຂຶມ. ຊາວບ້ານ​ທຸກໆ​ຄົນ​ໄດ້​ພາກັນ​ຕິດຕາມຂະ​ບວນ​ແຫ່​ວໍ ຊຶ່ງຍ່າງອ້ອມ​ແອ້ມ​ບໍລິ​ເວນ​ວິຫານ,  ຜ່າ​ນໜອງຢ່າ​ຍ​ເບັ້ງ , ໜອງຕິກ​ຖຸຍ, ​ເດີນ​ວັດຮ່ວາງ​ລອງ​ບາ​ວ​ເອີນ, ​ແລ້ວ​ກັບ​ຄືນ​ເດີ​ນວິຫານເຈົ້າ​ແມ່ແທ໋ງ​ເມົ້າ. ​ໃນ​ຕະຫຼອດ​ເວລາ​ດຳ​ເນີນ​ພິທີ​ແຫ່​ວໍນັ້ນ, ການສະ​ແດງ​ຕິີຄ້ອງ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້, ​ເພາະວ່າ​ສິ່ງນີ້​ແມ່ນ​ວັດທະນະທຳ​ເປັນ​ເອກະລັກ​ສະ​ເພາະ​ຂ​ອງຊົນ​ເຜົ່າ​ເມື່ອ​ງ. ກ່ອນ​ນີ້, ​ໃນ​ງານ​ບຸນ​ຍັງ​ຈັດການ​ລະ​ຫຼິ້ນ​ຕ່າງ​ໆ​ທີ່​ເປັນ​ເອກະລັກຄື: ​ແຂ່ງຂັນ​ຍິງ​ທະນູ, ການ​ປະ​ກວດ​ປຸ່ງ​ແຕ່ງ​ອາຫານ ​ແລະ​ອື​່ນໆ. ​ໂດຍ​ຜ່ານ​ບັນດາ​ໄລຍະ​ທາງ​​ແຫ່ງປະຫວັດສາດ, ​​ງານ​ບຸນ ເຈົ້າ​ແມ່ແທ໋ງ​ເມົ້າ ຂອງ​ຊົນ​ເຜົ່າ​ເມື່ອ​ງກໍ​ມີ​ບາງ​​ໄລຍະ​ຖືກ​ຕັດ​ຕອນ, ຖືກ​ສູນຫາຍ​ໄປ, ​ແຕ່​ນັບ​ຕັ້ງ​ແຕ່​ປີ 2011​ເປັນ​ຕົ້ນ​ມາ, ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນ ຢູ່​ບ້ານ​ອຽນ​ກື ຄ່ອຍໆ​ໄດ້​ຮັບ​ການ​ຟື້ນ​ຟູ, ອັນ​ໄດ້​ປະກອບສ່ວນປຸກລຸກ​ມູນ​ເຊື້ອ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນຂອງ​ວົງ​ຄະນະ​ຍາດ​ຊົນ​ເຜົ່າ​ເມື່ອ​ງ. ທ່ານ ບຸ​ຍຮິ້ວດັງ ສະມາຊິກ​ໃນ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ຮູ້​ວ່າ:

  “ ພວກ​ຂ້າພະ​ເຈົ້າ​ໄດ້​ຟື້ນ​ຟູ​ສ້າງ​ຕັ້ງ​ກອງ​ໄຫວ້​ບູຊາ​ເພດ​ຊາຍ, ​ເພດ​ຍິງ, ກອງ​ຟ້ອນ, ກອງ​ຕີ​ຄ້ອງ. ​ແຕ່ລະ​ປີ, ບັນດາ​ກອງ​ສິລະ​ປະນີ້, ນອກຈາກ​ວຽກ​ງານ​ຮັບ​ໃຊ້​ງານ​ບຸນ​ຢູ່​ສາລາ, ວັດວາອາ​ຮາມ​ແລ້ວ, ກໍ​ຍັງ​ໄປສະ​ແດງຢູ່​ເຂດ​ທ່ອງ​ທ່ຽວ​ຕ່າງໆ​ອີກ​ດ້ວຍ.

   ​ໃນ​ງານ​ບຸນ, ຂັ້ນ​ຕອນ​ພິທີ​ເຄີຍ​ຖືກ​ຈັດ​ຂຶ້ນ​ຢ່າງ​​ເຄັ່ງ​ຂຶມ ​ແລະ ສັກສິດ. ຕາມ​ຄວາມ​ສຳນຶກຂອງ​ຊາວ​ເຜົ່າ​ເມື່ອ​ງ​ແລ້ວ, ​ເຂົາ​ເຈົ້າ​ເຄີຍ​ໄຫວ້​ບູຊາ​ເທວະ​ດາ​ຟ້າ​ແຖນ, ​ເຈົ້າຖິ່ນ​ເຈົ້າ​ຖານ, ​ເຈົ້ານ້ຳ, ບັນພະບຸລຸດຫຼືບັນດາ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ການ​ສ້າງ​ບ້ານ​ແປງ​ເມືອງ. ​ໂດຍ​ແມ່ນ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໄສ​ຈິດ​ວິນ​ຍານ​ຢ່າງ​ເລິກ​ເຊິ່ງນັ້ນ, ບັນດາ​ພິທີກຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ດຳລົງ​ຊີວິດ​ແບບ​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ, ​ເຄົາລົບ​ຕໍ່​ທຳ​ມະ​ຊາດ​ຂອງ​ວົງ​ຄະນະ​ຍາດ​ຊົນ​ເຜົ່າ​ເມື່ອ​ງ. ​ໃນ​ວັນ​ນີ້, ​ເມື່ອ​ສັງຄົ​ມນັບ​ມື້​ນັບ​ພັດທະນາ, ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ເມື່ອ​ງຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ ​​ແລະ ​ເສີມ​ຂະຫຍາຍ, ​ໃນ​ນັ້ນ​, ງານ​ບຸນ​ເຈົ້າ​ແມ່ ​ແທ໋ງ​ເມົ້າ​ຕ້ານ​ວຽນ​ເຊີນ ​ໄດ້​ຮັບ​ການ​ຕີລາຄາ​ວ່າ: ​ແມ່ນ​ຈຸດ​ວັດທະນະທຳ​ເປັນ​ເອກະລັກ​ສະ​ເພາະ​ໃນ​ການ​ດຳ​ເນີນ​ຊີວິດ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ​ຂອງ​ຊົນ​ເຜົ່າ​ເມື່ອ​ງ ຊຶ່ງ​ລວ​ມທັງ​ດ້ານ​ຈິດ​ໃຈ, ວັດຖຸ, ​ເຫຼື້ອ​ມໄສສາສະໜາ ​ແລະ ວັດທະນະທຳ​ສິລະ​ປະ.... ການ​ຟື້ນ​ຟູ ​ແລະ ​ເສີມ​ຂະຫຍາຍ​ງານ​ບຸນ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ບັນດາ​ເຜົ່າ​ນັ້ນ, ​ເປັນ​ການ​ປະກອບ ສ່ວນຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ ພໍ່​ແມ່​ປະຊາຊົນ​ເຜົ່າ​ເມື່ອ​ງ, ພ້ອມ​ກັນ​ນັ້ນ ກໍ​ເປັນການ​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ ​ເພື່ອ​ແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮັບ​ຊາບ ​ແລະ ​ເຂົ້າ​ໃຈ​ກ່ຽວກັບ​ເຂດ​ດິນ ​ແລະ ຊາວ​ເຜົ່າ​ເມື່ອ​ງຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ