ງານບຸນ ແທ້ງຢ້ອງ ຢູ່ໝູ່ບ້ານ ຟູ່ດົງ

ງານບຸນ ແທ້ງຢ້ອງ ຢູ່ໝູ່ບ້ານ ຟູ່ດົງ - ảnh 1
ງານບຸນ ແທ້ງຢ້ອງ ຢູ່ໝູ່ບ້ານ ຟູ່ດົງ
(ພາບ:vanhoadoisong.vn)

 

ແທ້ງ​ຢ້ອງ ​ແມ່ນ​ແມ່ນ 1 ໃນຈຳນວນພະ​ອໍລະ​ຫັນ 4 ອົງ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ ວິລະ​ບຸລຸດອະມະ​ຕະຂອງ​ຫວຽດນາມ. ປະຈຸ​ບັນ ຢູ່​ຫຼາຍ​ແຫ່ງ​ໄດ້​ກໍ່​ຕັ້ງ​ວິຫານ​ບູຊາແທ້ງ​ຢ້ອງ ​ແລະ ຈັດ​ຕັ້ງ​ງານ​ບຸນ​ອາ​ໄລ​ຫາ, ​ແຕ່​ງານ​ບຸນ​ຢູ່​ຕາ​ແສງ ຟູ່ດົງ ​ເມືອງ ຢາ​ເລີມ ຮ່າ​ໂນ້ຍ ​ແມ່ນ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ​ໝູ່​ຢູ່​ຫວຽດນາມ. ນີ້​ແມ່ນງານ​ບຸນ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ຊາວ​ຫວຽດ​ເດີມ ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາຊົນມີ​ຄວາມ​ອີ​ມໜຳ​ສຳລານ ​ແລະ ຜາ​ສຸກ​..

     ງານ​ບຸນ ແທ້ງ​ຢ້ອງ ຢູ່​ໝູ່​ບ້ານ ຟູ່ດົງ ​ແມ່ນໜຶ່ງ​ໃນ​ບັນດາ​ງານ​ບຸນ​ປະ​ເພນີ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ຢູ່​ເຂດ​ທົ່ງພຽງ​ພາ​ກ​ເໜືອ​ຫວຽດນາມ. ງານ​ບຸນ​ເລີ່​ມ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 14 ​ເດືອນ 4 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຫວຽດນາມ. ​ໃນ​ລະຫວ່າງ​ວັນ​ທີ 6 ຫາ​ວັນ​ທີ 8 ​ເດືອນ 4, ຊາວບ້ານ​ຈັດ​ຕັ້ງ​ພິທີ​ແຫ່​ທຸງ​ໄປ​ຍັງ​ວິຫານ​ພະ​ແມ່ ​ເມົ້າ, ​ແຫ່​ເຂົ້າ​ໄປ​ຍັງ​ວິຫານ​ເຖື້ອງ. ຕາມ​ການ​ເລົ່າ​ຂານ​ສືບ​ທອດກັນ​ມາ​ວ່າ ວັນ​ທີ 9 ​ເດືອນ 4 ​​ໂດຍໄລ່ຕາມ​ຈັນທະ​ປະຕິທິນ ​ແມ່ນ​ວັນ​ ແທ້ງ​ຢ້ອງ ຕີ​ເອົາ​ຊະນະ​ຕໍ່​ສັດຕູ, ດັ່ງ​ນັ້ນ​ ນີ້​ແມ່ນວັນ​ຈັດການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ໃນ​ງານບຸນ. ​ເພື່ອ​ອາ​ໄລ​ຫາ​ຄຸນງາມຄວາມດີ​ຂອງ​ນັກ​ວິລະ​ຊົນ, ຊາວບ້ານ ຟູ່ດົງ ຈັດ​ຕັ້ງ​ພິທີ​ແຫ່​ວໍ​ຈາກ​ວິຫານ ​ພະ​ແມ່ເມົ້າ ຫາ​ວິຫານ​ເຖື້ອງ ​ແລະ ຈັດ​ງານ​ບຸນ​ທີ່​ວາດ​ພາບ​ເຖິງ​ການ​ສູ້​ຮົບ​ຕີ​ເອົາ​ຊະນະ​ຕໍ່​ສັດ​ຕູ.

   ງານ​ບຸນ ແທ້ງ​ຢ້ອງ ຢູ່​ໝູ່​ບ້ານ ຟູ່ດົງ ມີ​ການ​ເຂົ້າ​ຮ່ວມ​ຂອງ 5 ໝູ່​ບ້ານ ຍ້ອນ​ວ່າ​ລ້ວນ​ແຕ່​ຕິດ​ພັນ​ກັບ​ເລື່ອງ​ເທບ​ນິຍາຍ ແທ້ງ​ຢ້ອງ. ໝູ່​ບ້ານ ຟູ່ຢຶກແມ່ນ​ແຫ່ງ​ກຳ​ເນີ​ດ ແທ້ງ​ຢ້ອງ, ໝູ່​ບ້ານ ຟູ່ດົງ ​ແມ່ນ​ແຫ່ງ ແທ້ງ​ຢ້ອງຈັດ​ຕັ້ງ​ກຳລັງ​ສູ້​ຮົບ, ໝູ່​ບ້ານດົ​ງວຽນ ​ແມ່ນບ້ານ​ເກີດ​ຂອງ​ພະມານດາ ແທ້ງ​ຢ້ອງ, ສ່ວນ 2 ໝູ່​ບ້ານ​ຕັ້ງ​ຢູ່​ເຂດ​ຝັ່ງ​ທາງ​ທິດ​​ໃຕ້​ແມ່​ນຳ້ ດ້ວງ ​ແມ່ນ​ໝູ່​ບ້ານ ດົງ​ຊວຽນ ທີ່ຂຶ້ນ​ກັບ​ຕາ​ແສງ ດັ້ງ​ຊ້າ ​ເມືອງ ຢາ​ເລີມ ຊຶ່ງ​ແມ່ນ​ແຫ່ງ​ທີ່​ມີ​ໄລຍະ​ໜຶ່ງ ພະມານດາ ແທ້ງ​ຢ້ອງ ​ໄດ້​ມາຕັ້ງຖິ່ນ​ຖານ ​ແລະ ໝູ່​ບ້ານ ​ໂຫ້​ຍຊ້າ ທີ່​ຂຶ້ນ​ກັບຕາ​ແສງ ຟຸກ​ເຫຼື້ຍ ​ເມື​ອງ ລອງ​ບຽນ ​ແມ່ນ​ແຫ່ງ​ທີ່​ມີ​ພວກ​ເດັກ​ລ້ຽງ​ຄວາຍ​ເດີນ​ຕາມ ແທ້ງ​ຢ້ອງ ​ໄປ​ຕີ​ສັດຕູ

 ງານ​ບຸນ ແທ້ງ​ຢ້ອງ ຢູ່​ໝູ່​ບ້ານ ຟູ່ດົງ ​ແມ່ນ ງານ​ບຸນ​ທີ່​ວາດ​ພາບ​ເຖິງ​ການ​ສູ້​ຮົບ​​ດ້ວຍ​ບົດ​ລະຄອນ​ທີ່​ຖືກ​ແຕ່ງ​ຂຶ້ນ​ມາ​ແຕ່​ດຶກ​ດຳ​ບັນ ຊຶ່ງ​ລວມມີ​ການ​ເຂົ້າຮ່ວມ​ຂອງ​ນັບ​ຮ້ອຍ​ຕົວ​ລະຄອນ. ນອກຈາກ​ນັ້ນ, ວັດຖຸ​ເຄື​່ອງປະກອບ, ຊຸດ​ເຄື່ອງ​ແບບ, ​ການສະ​ແດງແຕ່ລະພາກ, ​ແຕ່​ລະ​ຕົວ​ລະຄອນ​ລ້ວນ​ແຕ່​ຊ້ອນ​ແຝງ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ. ຄວາມ​ດູດ​ດື່ມ​ຂອງ ງານ​ບຸນ ແທ້ງ​ຢ້ອງ ກ່ອນ​ອື່ນ​ໝົດ​ຕ້ອງ​ເວ​ົ້າ​ເຖິງ​ຄວາມ​ໝາຍ​ສຶກສາ​ອົບຮົມ​ນ້ຳ​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງທີ່​ອົງອາດ​ກ້າ​ແກ່ນ ​ແລະ ຄວາມ​ມຸ່ງ​ຫວັງ​ຢາກ​ມີ​ເອກະ​ລາດ, ອິດສະຫຼະ​ພາບ​ແຫ່ງ​ຊາດ. ທ່ານ ຟານ​ຊວນ​ຈິ້ງ ຜູ້​ອາຍຸ​ສູງ​ໃນ​ໝູ່​ບ້ານ​ໃຫ້​ຮູ້​ວ່າ :

    “ ປະຊາຊ​ົນມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ມີ​ມໍລະດົກ​ຂອງ​ປູ​ຍ່າ​ຕ່າ​ຍາຍ​ປະ​ໄວ້​ໃຫ້. ຜູ້​ຄົນ​ທັງຫຼາຍ​ຮູ້​ວ່າ ແທ້ງ​ຢ້ອງ ​ແມ່ນ​ຜູ້​ຕີ​ຂັບ​ໄລ່​ພວກ​ສັດຕູ​ຕ່າງ​ດ້າວ. ​ໂດຍ​ມີ​ຄວາມ​ຮູ້​ບຸນຄຸນຕໍ່​ຄຸນງາມຄວາມດີ​ຂອງ ແທ້ງ​ຢ້ອງ, ປະຈຸ​ບັນ​ປະຊາຊົນ​ໄດ້​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ ”     

   ງານ​ບຸນ ແທ້ງ​ຢ້ອງ ຢູ່​ໝູ່​ບ້ານ ຟູ່ດົງ ​ໃນ​ທຸກໆ​ປີ​ລ້ວນ​ແຕ່​ດຶງ​ດູດ​ປະຊາຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ງານ​ບຸນ ​ແລະ ມີ​ນັບ​ແສນ​ຄົນ​ມາ​ຊົມ​ເບິ່ງ. ​ໂດຍ​ສະ​ເພາະ​ໃນ​ເມື່ອງານ​ບຸນ ແທ້ງ​ຢ້ອງ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ UNESCO ​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ​ໃນ​ປີ 2010 ນັ້ນ, ຈຳນວນ​ຜູ້​ມາ​ຮ່ວມ​ງານ​ບຸນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ​ເພາະສະ​ນັ້ນ​ວຽກ​ງານ​ກະກຽມ ​ແລະ ການ​ເລືອກ​ເຟັ້ນຜູ້​ສວມ​ບົດ​ບັນດາ​ຕົວ​ລະຄອນ ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ລະອຽດ. ທ່ານ ຟານ​ຊວນ​ຈິ້ງ ​ໃຫ້​ຮູ້​ວ່າ :

   “ ຕ້ອງ​ເລືອກ​ເອົາ​ຜູ້​ສວມ​ບົດ​ຕົວລະຄອນ ​ເສນາ​ທິການ​ໃຫຍ່​ກຳລັງ​ທະຫານ, ​ເມື່ອ​ໄດ້​ຍິນ​ສຽງ​​ກອງ 3 ບາດ ຈຶ່ງ​ສາມາດ​ຈູງ​ມ້າ​ໄປ ​ເພື່ອ​ແຫ່​ທຸງ. ນອກຈາກ​ນັ້ນ​ກໍ​ຍັງ​ເລືອກ​ເອົາ​ຜູ້​ສວມ​ບົດ​ຕົວລະຄອນຕີ​ກອງ, ຕົວລະຄອນລັ່ນ​ຄ້ອງ, ຕົວລະຄອນ​ເສືອ​ນ້ອຍ.... ​ໃນ​ເກັນ​ອາຍຸ​ແຕ່ 18 ຫາ ຕ່ຳ​ກ່ວາ50 ປີ ຊຶ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ​ເປັນ​ຄົນ​ເຈົ້າ​ຊູ້​ແມ່ນ​ສາມາດ​ຮັບ​ໃຊ້​ໄດ້. ​ແຕ່ມີ​ພຽງຕົວ​ລະຄອນ​ວິລະ​ສັດຕີ​ແມ່ນ​ຕ້ອງ​ເລືອກ​ເອົາ​ຜູ້​ບັນລຸມາດຖານ​ທີ່​ວ່າ ມີ​ອາຍຸ​ແຕ່ 10 ຫາ 13 ປີ. ”

    ທ່ານ ຫງວຽນ​ແມ້ງ​ເຕືອງ ຜູ້​ສວມ​ບົດ​ຕົວ​ລະຄອນ​ຈັບ​ທຸງ​ໃຫ້​ຮູ້​ວ່າ ​ເພື່ອກະກຽມ​ໃຫ້​ແກ່​ງານ​ບຸນ​ປີ​ນີ້, ພວກ​ຂ້າພະ​ເຈົ້າ​ຝຶກ​ແອບ​ຕະຫຼອດ​ເຄິ່ງ​ເດືອນ. ​ເງິນ​ໃຊ້​ຈາ​ຍທີ່​ຄອບຄົວ​ຂ້າພະ​ເຈົ້າ​ລົງທຶນ​ຊື້​ຊຸດ​ເຄື່ອງ​ແບບ, ທຳ​ພິທີ​ແຫ່ ​ແລະ ອື່ນໆ ​ແມ່ນ​ຂຶ້ນເຖິງນັບ​ສິບ​ລ້ານ​ດົງ, ​ແຕ່​ດ້ວຍ​ຄວາມ​ຫວັງ​ຢາກ​ຮັກສາ​ຈຸດ​ຄວາມ​ງາມ​ດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອຂອງ​ບ້ານ​ເກີດ​ເມືອງ​ນອນ, ພວກ​ຂ້າພະ​ເຈົ້າຖື​ວ່າ ນີ້​ແມ່ນ​ຄວາມ​ເປັນ​​ກຽດ. ສ່ວນ​ອ້າຍ ​ໂງ​ວັນ​ຫຍີບ ​ເຂົ້າ​ຮ່ວມ​ກອງ​ ອາຍ​ລາວ ​ຊຶ່ງ​ແມ່ນ​ກອງ​ກຳລັງ​ຕີ​ສັດຕູຂອງ ແທ້ງ​ຢ້ອງ ​ໃຫ້​ຮູ້​ວ່າ 

 “ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຂ້າ​ພະເຈົ້າລ້ວນ​ແຕ່​ເຂົ້າ​ຮ່ວມ​ງານ​ບຸນ. ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ເລື່ອງ​ລາວ​ເລົ່າ​ຂານ​ສືບ​ທອດ​ກັນ​​ແຕ່​ໃດໆມາ. ກ່ອນ​ນີ້​ພໍ່​ຂ້າພະ​ເຈົ້າກໍ​ສວມ​ບົດ​ຕົວ​ລະຄອນ​ຜູ້ນຳ​ກອງ​ກຳລັງ, ປະຈຸ​ບັນ​ຂ້າພະ​ເຈົ້າ​ກໍ​ສືບ​ທອດ​ອາຊີ​ບຈາກ​ພໍ່. ​ເຮົາ​ເຂົ້າ​ຮ່ວມ​ງານ​ບຸນ​ແມ່ນ​ເພື່ອ​ພາວະ ນາ​​ໃຫ້​ຄອບຄົວ​ຈົ່ງ​ມີ​ແຕ່​ຄວາມ​ດີ, ປະ​ເທດ​ຊາດ​ມີ​ສັນຕິ​ພາບ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພຸ​ນສຸກ. ”

    ສິ່ງທີ່​ເປັນ​ເອກະລັກຂອງ​ງານ​ບຸນ ແທ້ງ​ຢ້ອງ ​ແມ່ນ​ຊາວ​ທ້ອງ​ຖິ່ນ​ຕັດສິນ​ຮູບ​ແບບ​ຈັດ​ງານ​ບຸນ. ​ເຂົ້າ​ເຈົ້າ​ຈັດ​ຕັ້ງງານ​ບຸນ​ເອງ​ດ້ວຍ​ບົດບາດ​ເປັນ​ເຈົ້າ​ພາບ, ມີ​ຄວາມ​​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ. ຍ້ອນ​ເຫດ​ນີ້​ເອງ, ງານ​ບຸນ ແທ້ງ​ຢ້ອງ ຢູ່​ຕາ​ແສງ ຟູ່ດົງ ມີ​ຄວາມ​ດູດ​ດື່ມ​ໃນ​ການ​ສ້າງ​ບຸກຄະ​ລິກກະພາບ​ມະນຸດ​ໃຫ້​ສົມບູນ​ແບບ. ​ໂດຍຜ່ານ​ການ​ວາດ​ພາບ​ຢ່າງ​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ການ​ຜັນ​ແປ​ໃນ​ບັນດາ​ການ​ສູ້​ຮົບ​ຂອງ ແທ້ງ​ຢ້ອງ ພ້ອມກັບປະຊາຊົນເພື່ອເຊີດຊູຄວາມຮັບຮູ້ ກ່ຽວກັບນ້ຳ​ໃຈ​ສາມັກຄີ​ທົ່ວປວງຊົນ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ  ປົກປັກ​ຮັກສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ