ງານບຸນຍາມລະດູບານໃໝ່

(VOVWORLD) -ສຳລັບຊາວ ຫວຽດນາມ ແລ້ວ ລະດູບານໃໝ່ ກໍ່ແມ່ນລະດູຂອງງານບຸນ. ບັນດາງານບຸນໃນຍາມລະດູບານໃໝ່ ຖືກຈັດຂຶ້ນຫຼາຍກວ່າໝູ່ ເມື່ອທຽບໃສ່ລະດູອື່ນໆໃນປີ ແລະ ຖືກດຳເນີນຢູ່ທຸກແຖບຖິ່ນ ໃນທົ່ວປະເທດ ຫວຽດນາມ. ໄປທ່ຽວຫຼິ້ນໃນຍາມລະດູບານໃໝ່, ຜູ້ເຖົ້າຜູ້ແກ່ ຕະຫຼອດຮອດໄວໜຸ່ມ ຜູ້ບ່າວ ຜູ້ສາວ ກໍ່ພາກັນໄປຮ່ວມງານບຸນ ເພື່ອພາວະນາໃຫ້ປີໃໝ່ມີແຕ່ຄວາມສຸກຄວາມຈະເລີນ
ງານບຸນຍາມລະດູບານໃໝ່ - ảnh 1ງານບຸນພະວິຫານເຈີນ

ງານບຸນປະເພນີ ໃນຍາມລະດູບານໃໝ່ກໍ່ແມ່ນຮູບການດຳເນີນຊີວິດສັງລວມ ເຊິ່ງລວມມີການຮັບຮູ້ ແລະ ຄວາມສຳນຶກຂອງທຸກໆຄົນ ກ່ຽວກັບດ້ານວັດຖຸ ຈິດໃຈ ສາສະໜາ ການເຫຼື້ອມໃສ ວັດທະນະທຳ  ສິລະປະຂອງແຕ່ລະຊົນເຜົ່າ ສຳລັບທຸກສິ່ງ ທຸກຢ່າງ ທີ່ເປັນລຶກລັບ ສັກສິດກ່ຽວກັບໂລກ ເທວະດາຟ້າແຖນ ກໍ່ຄືຄວາມລຽບງ່າຍ ແລະ ສັດຊື່ໃນຊີວິດປະຈຳວັນ. ຄວາມຕ້ອງການໃນການດຳເນີນຊີວິດ ວັດທະນະທຳ, ຈິດວິນຍານ,  ການເຫຼື້ອມໃສ ຜ່ານບັນດາງານບຸນຍາມລະດູບານໃໝ່ ໄດ້ກາຍເປັນຈຸດຄວາມງາມໃນຮີດຄອງປະເພນີຂອງຊາວ ຫວຽດນາມ, ໄດ້ຮັບການຮັກສາ ແລະ ສືບທອດຈາກຄົນລຸ້ນນີ້ ສູ່ຄົນລຸ້ນອື່ນ. ມາຮ່ວມງານບຸນມະນຸດຄືໄດ້ພົ້ນອອກຈາກຄວາມໂສກເສົ້າຫງ່ວມເຫງົາ, ມີຄວາມເຊື່ອໝັ້ນ ປະເອີບໃຈ ຕໍ່ບັນດາຄວາມຄາດຫວັງ ເພື່ອບືນຕົວຂຶ້ນ.

       ພ້ອມກັບການພັດທະນາສັງຄົມຜ່ານການເວລາ, ບັນດາງານບຸນໃນຍາມລະດູບານໃໝ່ ເປັນຕົ້ນແມ່ນບັນດາງານບຸນປະເພນີ, ໄດ້ມີການຂະຫຍາຍຕົວທາງດ້ານຂອບຂະໜາດ ມີກຳລັງແຜ່ກະຈ່າຍ, ດຶງດູດຫຼາຍພາກສ່ວນໃນສັງຄົມເຂົ້າຮ່ວມ. ທ່ານ ປອ ເຈິ່ນຫິວເຊີນ ຮອງປະທານຜູ້ປະຈຳການສະມາຄົມວັນນະຄະດີ ພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:

      “ງານບຸນໃນຍາມລະດູບານໃໝ່ ແມ່ນງານບຸນເປີດສາກໃຫ້ປີໃໝ່ ດັ່ງນັ້ນທຸກສິ່ງທຸກຢ່າງທີ່ເຮົາຄອງຄອຍ ລໍຖ້າ ກໍ່ລ້ວນແຕ່ຝາກຝັງໃນງານບຸນ. ເມື່ອໄປຮ່ວມງານບຸນ ຜູ້ຄົນທັງຫຼາຍຕ່າງກໍ່ຮູ້ສຶກມີຄວາມໃໝ່ອ່ຽມ ແລະ ຄືດັ່ງໃກ້ຈະໄດ້ຄົ້ນຫາບັນຫາໃດໜຶ່ງ ແລະ ຮູ້ສຶກຄືໄດ້ກັບຄືນເມືອບ້ານເກີດເມືອງນອນ ກັບຄືນສູ່ກົກເຄົ້າເຫງົ້າກໍ ແລະ ໄດ້ມີຊີວິດໃນທ່າມກາງບັນຍາກາດວັດທະນະທຳມະນຸດ. ບັນຍາກາດໃນຕົ້ນປີໃໝ່ ໄດ້ເຮັດໃຫ້ທຸກໆຄົນຕ່າງກໍ່ມີຄວາມຫວັງ ຢາກໄດ້ສິ່ງທີ່ໃໝ່ອ່ຽມ, ມີຄວາມໃຝ່ຝັນຢາກໄດ້ສິ່ງທີ່ດີທີ່ງາມທີ່ສຸດ ແລະ ຫຼີກລ້ຽງຄວາມສ່ຽງ”.

      ປັດຈຸບັນໃນແຕ່ປີທົ່ວປະເທດ ມີງານບຸນຂະໜາດນ້ອຍໃຫຍ່ກວ່າ 8.000 ງານບຸນ ສະເລ່ຍໃນແຕ່ລະວັນທົ່ວປະເທດມີເກືອບ 30 ງານບຸນ. ໃນນັ້ນງານບຸນປະຫວັດສາດປະຕິວັດກວມເອົາ 4%, ງານບຸນສາສະໜາກວມເອົາ 16%, ງານບຸນພື້ນເມືອງ ປະເພນີກວມເຖິງ 80% ແລະ ຕົ້ນຕໍ່ແມ່ນຖືກຈັດຂຶ້ນໃນຍາມລະດູບານໃໝ່. ທ່ານ ປອ ບ່ານຕ໊ວນນັງ ສັງກັດສະຖາບັນວັດທະນະທຳ ແລະ ພັດທະນາ - ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

      “ຫວຽດນາມ ມີ 54 ຊົນເຜົ່າ ແລະ ຖືວ່າປຽບເໝືອນ 54 ສາງວັດທະນະທຳ. ສຳລັບຕົວເລກກວ່າ 8.000 ງານບຸນ, ຂ້າພະເຈົ້າຄິດວ່າ ນີ້ຍັງບໍ່ທັນແມ່ນຕົວເລກສຸດທ້າຍ ແຕ່ອາດຈະເພີ່ມຂຶ້ນອີກ ເພາະວ່າໃນຕົວຈິງກໍ່ມີບາງຊົນເຜົ່າມີງານບຸນ ຖືກສູນຫາຍໄປ ແລະ ພວມລໍຖ້າລັດລົງທຶນ ເພື່ອຟື້ນຟູງານບຸນ. ລະດູງານບຸນຍາມລະດູບານໃໝ່ ກໍ່ແມ່ນຄວາມຕ້ອງການແບ່ງປັນທັງທາງດ້ານຈິດວິນຍານ ແລະ ຄວາມເຊື່ອໝັ້ນໃນຊຸມຊົນ”.

      ກໍ່ເຊັ່ນດຽວກັນກັບບັນດາງານບຸນທົ່ວໄປ, ໃນບັນດາງານບຸນປະເພນີຍາມລະດູບານໃໝ່ ເຄີຍມີສອງຂັ້ນຕອນ, ນັ້ນແມ່ນຂັ້ນຕອນພິທີ ແລະ ຂັ້ນຕອນຈັດງານບຸນ, ອີງໃສ່ກາລະເວລາ ກາລະເທສະ ແລະ ຈຸດພິເສດສະເພາະຂອງແຕ່ລະຊົນເຜົ່ານັ້ນ, ແຕ່ລະງານບຸນຈຶ່ງມີສາຍພົວພັນທາງດ້ານຈິດວິນຍານ, ການເຫຼື້ອມໃສທີ່ແຕກຕ່າງກັນ. ໃນໂອກາດນີ້ ເຂົາເຈົ້າໄດ້ໄຫວ້ບູຊາ ເທວະດາຟ້າແຖນ, ບັນພະບູລຸດຜູ້ທີ່ໄດ້ລ່ວງຫຼັບໄປ,  ເຊີດຊູບັນດານັກວິລະຊົນແຫ່ງຊາດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ... ງານບຸນຍາມລະດູບານໃໝ່ ໄດ້ຕິດພັນກັບວັດທະນະທຳພື້ນເມືອງ ປະກອບສ່ວນອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ ຫວຽດນາມ. ທ່ານ ປອ ຫງວຽນວຽດຈຶກ ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ ທັງລອງ ເນັ້ນໜັກວ່າ:

      “ເມື່ອເວົ້າເຖິງການຮັກສາສີສັນວັດທະນະທຳຂອງຊາດນັ້ນ, ແນ່ນອນວ່າ ກໍ່ຕ້ອງມີວັດທະນະທຳພື້ນເມືອງ. ວັດທະນະທຳພື້ນເມືອງ ບໍ່ແມ່ນວ່າພຽງແຕ່ການຂັບລຳທຳເພງ ສະແດງສິລະປະພື້ນເມືອງເທົ່ານັ້ນ ຫາກຍັງແມ່ນພູມປັນຍາຂອງຊາດໜຶ່ງ, ຂອງເຜົ່າໜຶ່ງ ເຊິ່ງໄດ້ຝາກຝັງຢູ່ໃນນັ້ນ. ຖ້າຫາກຮັກສາວັດທະນະທຳພື້ນເມືອງໄດ້ ຈຶ່ງຈະສາມາດຮັກສາວັດທະນະທຳຂອງຊາດໄດ້”.

       ລະດູບານໃໝ່ ໄດ້ເປີດສາກໃຫ້ປີໃໝ່ ປົ່ງບອກເຖິງການແຜ່ຜາຍຂະຫຍາຍຕົວ. ລະດູບານໃໝ່ວຽນມາ ກໍ່ແມ່ນຍາມຕົ້ນໄມ້ໃບຫຍ້າ ດອກໄມ້ພາກັນແຕກດອກອອກໜໍ່ເອ້ຄວາມງາມ ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມຫຼົງໄຫຼ. ບັນດາງານບຸນຍາມລະດູບານໃໝ່ ໄດ້ເສີມສ້າງນ້ຳໃຈຄວາມຮັກແພງ ຄວາມຮູ້ບຸນຄຸນ ຂອງທຸກໆຄົນທີ່ມີຕໍ່ບັນພະບູລຸດ. ງານບຸນຍາມລະດູບານໃໝ່ໄດ້ນຳທຸກໆຄົນມຸ່ງໄປສູ່ຄວາມສັດຊື່, ສຸດຈະລິດ, ຄວາມປານີດ, ເຄົາລົບນັບຖືອະດີດຕະການ ແລະ ມຸ່ງໄປສູ່ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ