ງານບຸນພາວະນາຟ້າຝົນອຳນວຍຂອງຊາວເຜົ່າຂະມຸ

​​   vovworld- ຊາວ​ເຜົ່າ​ຂະມຸ​ເຄີຍ​ທຳ​ພິທີພາວະນາ​ຟ້າ​ຝົນກ່ອນ​ທີ່​ຈະ​ຕົກກ້າ​ຫວ່ານ​ແກນ​ ເລີ່​ມ ຕົ້ນ​ລະດູ​ການ​ຜະລິດ. ນີ້​ແມ່ນ​ພິທີ​ພາວະນາ​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ​ຊ່ວຍ​ໃຫ້​ລະດູ​ການຜະລິດ​ໄດ້​ຮັບ​ຜົ​ນ​ດີ. ງານ​ບຸນ​ພາວະນາ​ຟ້າ​ຝົນ​ຂອງ ຊາວ​ເຜົ່າ​ຂະມຸກໍ​ສ່ອງ​ແສງຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນຕໍ່​ທຳ​ມະ​ຊາດ, ສັດສາ​ວາ​ສິ່ງນາໆ​ຊະນິດ​ລ້ວນ​ແຕ່​ມີ​ວິນ​ຍານ

ງານບຸນພາວະນາຟ້າຝົນອຳນວຍຂອງຊາວເຜົ່າຂະມຸ - ảnh 1

ພິທີພາວະນາຟ້າຝົນອຳນວຍຂອງຊາວເຜົ່າຂະມຸ
(ພາບ:baoyenbai.com.vn)

  ໂດຍໄດ້​ເປັນປະ​ເພ​ນີ​ແລ້ວ, ຮອດ​ຕົ້ນ​ເດືອນ​ເມສາຂອງ​ທຸກໆ​ປີ, ຊາວ​ເຜົ່າ​ຂະມຸຢູ່​ບ້ານ​ແຕນ, ​ເມືອງ​ເມື​່ອງຟັງ-​ແຂວງ​ດ້ຽນບຽນ ກໍ​ຟົດ​ຟື້ນ​ມ່ວນ​ຊື່ນ​ຈັດ​ຕັ້ງ ງານ​ບຸນ​ພາວະນາ​ຟ້າ​ຝົນ​, ຊຶ່ງ​ແມ່ນ 1 ​ໃນ​ບັນດາ​ງານ​ບຸນ​ໃຫຍ່​ໃນ​ປີ​ຂອງ​ຊາວບ້ານ. ທ່ານ Quang Van muon ​ເລຂາ​ໜ່ວຍ​ພັກ​ບ້ານ​ແຕນ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ​ແບບ​ວິທີ​ການ​ຜະ​ລິດ​ມີ​ການ​ປ່ຽນ​ແປງ​ກໍ​ຕາມ, ​ແຕ່ຊາວ​ເຜົ່າ​ຂະມຸບໍ່​ຫຼົງ​ລືມ​ກົກ​ເຄົ້າ​ເຫງົ້າກໍ ​ແລະ ບັນດາ​ພິທີ​ງານ​ບຸນ​ອັນ​ເປັນ​ປະ​ເພນີ. ​ເພາະສະ​ນັ້ນ, ງານ​ບຸນ​ພາວະນາ​ຟ້າ​ຝົນ​​ແມ່ນ​ວິທີ​ການສະ​ແດງ​ຄວາມ​ມຸ່ງ​ຫວັງຂອງ​ປະຊາຊົນ ​ໂດຍ​ຝາກ​ຄວາມ​ເຊື່ອ​ໝັ້ນ​ຕໍ່ເທວະ​ດາ​ຟ້າ​ແຖນ. ທ່ານ Quang Van muon ​ເວົ້າ​ວ່າ :

  “ງານ​ບຸນ​ພາວະນາ​ຟ້າ​ຝົນ​ຖືກ​ດຳ​ເນີນ​ມາແຕ່​ປາງ​ກີ້​ປາງ​ກ່ອນ ​ແລະ ​ໄດ້​ກາຍ​ເປັນ​ປະ​ເພນ​ີ​ແລ້ວ, ດັ່ງ​ນັ້ນ​ຮອດ​ເດືອນ​ເມ​ສາກໍ​ໄປ​ຫວ່ານ​ແກນ. ພວກ​ຂ້າພະ​ເຈົ້າ​ຍັງ​ຈືດີ​ຄຳ​ສັ່ງສອນ​ຂອງ​ປູ​ຍ່າ​ຕາ​ຍາຍ​ແມ່ນ​ຕ້ອງ​ທຳ​ພິທີພາວະນາ​ຟ້າ​ຝົນ​ໃນ​ເດືອນ​ເມສາ​ເພື່ອ​ມີ​ນ້ຳ​ຮັບ​ໃຊ້​ການ​ປູກ​ເຂົ້າ, ພືດ​ພັນ​ຕ່າງໆ. ຖ້າ​ບໍ່​ເຮ​ັດ, ພວກ​ຜູ້​ເຖົ້າ​ໃນ​ບ້ານ​ບອກ​ວ່າ ດິນ​ຟ້າ​ອາກາດ​ຈະ​ບໍ່​ເອື້ອ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ຜະລິດ​ຈະ​ບໍ່​ໄດ້​ຮັບ​ຜົນ”

  ທ່ານ Quang Van muon ​ໃຫ້​ຮູ້​ວ່າ ງານ​ບຸນ​ພາວະນາ​ຟ້າ​ຝົນ​ອຳນວຍ​ແມ່ນ​ບໍ່​ຖືກ​ຈັດ​ຂຶ້ນ​ໃນ​ມື້​ເປັນ​ປະຈຳ​​ໃນເດືອນ​ເມສາ. ວັນ​ທຳ​ພິທີພາວະນາ​ຟ້າ​ຝົນຈະ​ຖືກຜູ້​ອາຍຸ​ສູງ​ຄົນ​​ໜຶ່ງ​ໃນ​ບ້​ານ​ເລືອກ​​ເຟັ້ນເອົາ. ນີ້​ແມ່ນ​ຜູ້ທີ່​ມີ​ອິດ​ທິພົນ ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຊາວ​ບ້ານ​,​​ເມື່ອເພິ່ນ​ຍົກ​​ບັນດາຄຳ​ຄິດ​ຄຳ​ເຫັນອອກມາ​ນັ້ນ, ຊາວບ້ານ​ທຸກໆ​ຄົນ​ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມ. ​ໃນ​ມື້​ທຳ​ພິທີພາວະນາ​ຟ້າ​ຝົນ, ຍາມຕອນ​ເຊົ້າ, ​ທຸກໆ​ຄົນ​ລ້ວນ​ແຕ່​ຕື່ນ​ເຊົ້າ​ໄປ​ເຮັດ​ໄຮ່, ອອກ​ແຮງ​ງານ​ຄື​ມື້​ທຳ​ມະ​ດາ. ລຸງ Luong van Khan ອາຍຸ 55 ປີ​ໃຫ້​ຮູ້​ວ່າ:

  “ ​ໃນ​ມື້​ທຳພິທີພາວະນາ​ຟ້າ​ຝົນ​, ​ແຕ່ 7-8​ໂມງ ​ແມ່ນ​ໄປ​ທົ່ງ​ໄຮ່ເພື່ອ​ຫວ່ານ​ແກນ, ຮອດ 4-5​ ໂມງ​ແລງ​ກໍ​ກັບ​ຄືນ​ທຳ​ພິທີ​ພ້ອມ​ກັບ​ພໍ່​ແມ່​ພີ​ນ້ອງ​ຊາວບ​້ານ. ​ໃນ​ມື້​ຈັດ​ງານ​ບຸນ, ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ, ມີ​ຟ້ອນ​ລຳ​ທຳ​ເພງ, ຊາວບ້ານ​ໄດ້​ພາກັນ​ມາ​ຊົມ​ຢ່າງ​ຫຼວງ​ຫຼາຍ. ​ຊາວບ້ານ​ກໍ​ຂ້າ​ໝູ​ຂ້າ​ໄກ່​ເພື່ອ​ຊຸມ​ແຊວ​ນຳ​ກັນ. ບໍ່​ເຮັດ, ​ເຂົາ​ກໍ​ບໍ​ຕິ, ​ແຕ່​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າແລ້ວ, ບໍ່​ເຮັດ​ແມ່ນ​ບໍ່​ໄດ້. ຕ້ອງ​ທຳ​ພິທີ​ຈຶ່ງ​ຈະ​ມີ​ລະດູ​ການ​ໄດ້​ຮັບ​ຜົນ​ດີ ”

   ປະຊາຊົນທັງບ້ານ​ກໍ​ ​ຮ່ວມ​ກັນ​ທຳ​ພິທີ​ໄຫ້​ວບູຊາ. ວັດຖຸ​ສິ່ງຂອງ​ເພື່ອ​ຖະຫວາຍ​ບູຊາ​ກໍ​ບໍ່​ຕ້ອງການ​ສິ່ງ​ຂອງ​ທີ່​ມີຄ່າ, ຫາກ​ລ້ວນ​ແຕ່​ແມ່ນ​ເຄື່ອງ​ຂອງ​ທີ່​ພໍ່​ແມ່​ພີ​ນ້ອງ​ຊາວບ້ານ​ຜະລິດ​ເອງ​ໄດ້. ນາງ Luong Thi Phuong ​ໃຫ້​ຮູ້​ວ່າ:

   “ ຝົນຕົກ​ຫຼາຍ​ກໍ​ບໍ່​ໄດ້, ​ແດນ​ຫຼາຍ​ກໍ​ບໍ່​ດີ, ດັ່ງ​ນັ້ນຄວາມ​ຫວັງ​ຂອງ​ຊາວບ້ານ​ແມ່ນ​ຢາກ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ຄອບຄົວ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ສົມບູນ​ພຸ​ນສຸກ ”

   ​ເມື່ຶອພິທີ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​, ສຽງ​ຄ້ອງ​ສຽງ​ກອງ​ກໍ​ດັງ​ກ້ອງ​ກັງວານ​ຂຶ້ນ, ຊຶ່ງ​ເປັນ​ສັນຍານ​ບອກ​ເຕືອນ​​ເຊື້ອ​ເຊີນ​ຊາວບ້ານ​ທຸກໆ​ຄົນ​ເຂົ້າ​ຮ່ວມ​ຝ້ອນລຳ​. ບັນດາວາດ​ຟ້ອນທີ່​ອ່ອນ​ນວນ, ບາດ​ຍ້າຍ​ຍົກ​ຂາ​ກໍ​ເຕັ້ນດີດ​ຕາມ​ຈັງຫວະ​ຂອງ​ສຽງ​ຄ້ອງ​ສຽງ​ກອງ. ບັນດາ​ວາດ​ຟ້ອນ​ໃນ​ມື້​ຈັດ​ພິທີພາວະນາ​ຟ້າ​ຝົນ ອຳນວຍ​ລ້ວນ​ແຕ່​ວາດ​ພາບ​ເຖິງ​ເທວະ​ດາ​ຟ້າ​ແຖນ, ການ​ພາວະນາ​ຟ້າ​ຝົນ, ການ​ຫວ່ານ​ແກນ... ນາງ Luong Thi Lua ​ໃຫ້​ຮູ້​ດ້ວຍ​ຄວາມ​ເບີກບານ​ໃຈ​ວ່າ :

 “ ປີ​ໜຶ່ງ, ງານ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ. ​ເຖິງ​ວ່າ​ໃນ​ປີ, ມີ​ຫຼາຍ​ງານ​ບຸນ​ກໍ​ຕາ​ມ, ​ແຕ່​ງານ​ບຸນ ພາວະນາ​ຟ້າ​ຝົນ​ໄດ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າມີ​ຄວາມ​ເບີກບານ​ໃຈ. ​ໃຜໆ​ກໍ​ລ້ວນ​ແຕ່​ຝາກ​ຄວາມ​ຫວັງ​ເຂົ້າ​ໃນງານ​ບຸນ. ພວກ​ຂ້າພະ​ເຈົ້າ​ມ່ວນ​ຫຼາຍ. ການ​ດຳລົງ​ຊີວິດ​ຂອງ​ພວກ​ຂ້າພະ​ເຈົ້າລ້ວນ​​ແຕ່​ອາ​​ໄສ​ແຕ່​ທົ່ງ​ໄຮ່​ທົ່ງ​ນາ, ດັ່ງ​ນັ້ນ, ຊາວ ບ້ານ​ທຸກໆ​ຄົນຕ່າງ​ກໍ​ຫວັງ​ໃຫ້ດິນ​ຟ​້າອາກາດ​ອຳນວຍ​ຄວາມ​ສະດວກ. ​ແລະ ພວກ​ຂ້າພະ​ເຈົ້າ​ຟ້ອນ​ລຳ​ທຳ​ເພງ ກໍ​ເພື່ອ​ໃຫ້​ເທວະ​ດາ​ຟ້​າແຖນ​ເຂົ້າ​ໃຈ​ຄວາມ​ມຸ່ງ​ຫວັງ​ຂອງ​ພວກ​ຂ້າພະ​ເຈົ້າ ”

   ລະດູ​ການ​ຜະລິດ​ ກໍ​ເລີ່​ມວຽນມາ​ສູ່​ຊາວ​ເຜົ່າ​ຂະມຸ​ຢູ່​ບ້ານ​ແຕນ ອີກ​ວາລະ​ໜຶ່ງ. ຄວາມ​ມຸ່ງ​ມາດ​ປາດ​ທະ​ໜາ​ທຸກຢ່າງຂອງ​ຊາວບ້ານ​ລ້ວນ​ແຕ່​ຖືກ​ສະ​ແດງ​ອອກ​ຜ່ານ​ບັນດາ​ພິທີ​ງານ​ບຸນ, ຜ່ານ​ສຽງ​ຂັບ​ຮ້ອງ, ຟ້ອນ​ລຳ​ທຳ​ເພງ​ອັນ​ເປັນ​ປະ​ເພນີ​ຂອງ​ເຜົ່າ​ຕົນ. ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ມື້​ຈັດ​ງານ​ບຸນ​ນີ້, ກໍ​ແມ່ນ​ກຳລັງ​ຊຸກຍູ້​ເພື່ອ​ໃຫ້​ເຂົາ​ເຈົ້າຜ່ານ​ຜ່າທຸກ​ຄວາມ​ຫຍຸ້ງ​ຍາກ, ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງຊີວິດ. ​ໃນ​ມື້​ຈັດ​ງານ​ບຸນ, ​ເຂົາ​ເຈົ້າ​ມ່ວນ​ຊື່ນຈົນ​ເດິກ ​ເພື່ອ​ຮອດ​​ເຊົ້າມື້​ອື່ນ, ​ພວກ​ເຂົາຈະ​ເລີ່​ມຕົ້ນ​ລະດູ​ການ​ຜະລິດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ