ງານປະກວດລະຄອນເວົ້າທົ່ວປະເທດປີ 2021 ສະແດງໃຫ້ເຫັນຈິດໃຈຮັບມືຢ່າງມີໄຫວພິບປອດໄພຕໍ່ໜ້າໂລກລະບາດ

(VOVWORLD) -ງານປະກວດລະຄອນເວົ້າທົ່ວປະເທດປີ 2021ຖືກຈັດຂຶ້ນແຕ່ວັນທີ 5 ຫາວັນທີ 17 ພະຈິກຢູ່ນະຄອນຫ໋າຍຟ່ອງນີ້ແມ່ນງານປະກວດສິລະປະທົ່ວປະເທດຄັ້ງທຳອິດສົມທົບກັນລະຫວ່າງການຈັດຕັ້ງຢູ່ໂຮງລະຄອນແລະການຖ່າຍທອດທາງອອນລາຍດ້ວຍເຕັກໂນໂລຊີດີຕີຕອນໄດ້ຮັບການຕອບສະໜອງຈາກຜູ້ຊົມຢ່າງສຸດໃຈ. ງານປະກວດດັ່ງກ່າວສະແດງໃຫ້ເຫັນຈິດໃຈຮັບມືຢ່າງມີໄຫວພິບປອດໄພຕໍ່ໜ້າໂລກລະບາດຢັ້ງຢືນພະລັງຊີວິດແລະຫົວຄິດປະດິດສ້າງ ຂອງສິລະປະລະຄອນເວົ້າຢ່າງບໍ່ຢຸດຢັ້ງ.
ງານປະກວດລະຄອນເວົ້າທົ່ວປະເທດປີ 2021 ສະແດງໃຫ້ເຫັນຈິດໃຈຮັບມືຢ່າງມີໄຫວພິບປອດໄພຕໍ່ໜ້າໂລກລະບາດ - ảnh 1ບົດລະຄອນ “ຂອບຟ້າ” ຂອງກອງສິລະປະກອນລະຄອນເວົ້າຫ໋າຍຟ່ອງ

     ງານປະກວດ ລະຄອນເວົ້າທົ່ວປະເທດປີ 2021 ການເຂົ້າຮ່ວມຂອງ 14 ກອງສິລະປະກອນສູນກາງແລະທ້ອງຖິ່ນດ້ວຍ 20 ບົດລະຄອນເຂົ້າຮ່ວມງານປະກວດ.ໂຮງລະຄອນຕຳຫຼວດປະຊາຊົນເຂົ້າຮ່ວມງານປະກວດ ລະຄອນເວົ້າທົ່ວປະເທດປີ 2021 ດ້ວຍສອງບົດລະຄອນ “ຫົວໃຈຂອງນະຄອນ” ທີ່ມີຫົວເລື່ອງຮ້ອນເຮັງໃນການປ້ອງກັນຕ້ານການສໍ້ລາດບັງຫຼວງ ແລະ “ເຮືອຂອງແມ່” ທີ່ມີຫົວເລື່ອງປະຕິວັດ ສຶກສາອົບຮົມມູນເຊື້ອຮັກຊາດ. ນາງດ່າວແທັງມາຍ ນັກສະແດງສັງກັດໂຮງລະຄອນຕຳຫຼວດປະຊາຊົນເປີດເຜີຍວ່າ:

     “ເພື່ອມີບົດລະຄອນສະແດງທີ່ດຶງດູດໃຈຜູ້ຊົມນັ້ນ, ກອງສິລະປະກອນພວກຂ້າພະເຈົ້າໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ. ໃນໄລຍະທີ່ຜ່ານມາຍ້ອນສະພາບໂລກລະບາດນັບທັງໃນເວລາກ່ອນທີ່ຈະເຂົ້າຮ່ວມການປະກວດ, ບັນດານັກສະແດງເອງ ຂອງບົດລະຄອນຕ້ອງແຍກຕົວຢູ່ເຮືອນ, ພວກຂ້າພະເຈົ້າຕ້ອງໄດ້ປ່ຽນສວມບົດຕົວລະຄອນຢ່າງວ່ອງໄວ ເພື່ອເຮັດແນວໃດບົດລະຄອນເວົ້າໄດ້ດຳເນີນຢ່າງລຸລ່ວງ. ສະພາບໂລກລະບາດກໍ່ແມ່ນສິ່ງທ້າທາຍສຳລັບນັກສະແດງທຸກໆຄົນ, ໂຮງລະຄອນທຸກໆແຫ່ງແຕ່ບໍ່ສະເພາະແຕ່ໂຮງລະຄອນຕຳຫຼວດປະຊາຊົນເທົ່ານັ້ນ”.

        ໃນງານປະກວດລະຄອນເວົ້າທົ່ວປະເທດໃນຄັ້ງນີ້ ນອກຈາກບັນດາຫົວເລື່ອງປະຫວັດສາດມູນເຊື້ອປະຕິວັດຫຼືບັນດາບັນຫາສະຖານະການ, ນັກສິລະປະກອນຫຼາຍກອງ ຊ້ຳພັດຂຸດຄົ້ນຫົວເລື່ອງສັງຄົມຄອບຄົວໃນຍຸກສະໄໝໃໝ່ ຄືບົດລະຄອນ “ຂອບຟ້າ” ຂອງຄະນະສິລະປະກອນລະຄອນເວົ້າຫ໋າຍຟ່ອງ. ນັກສິລະປິນ ປະຊາຊົນເຈິ່ນງອກເຢົ່າຜູ້ກຳກັບການສະແດງບົດລະຄອນໃຫ້ຮູ້ວ່າ:

      “ນີ້ບໍ່ແມ່ນບັນຫາສະຖານະການແຕ່ພັດແມ່ນບັນຫາຊີວິດປະຈຳວັນຂອງຄອບຄົວ ຕັກເຕື່ອນໃຫ້ແຕ່ລະຄົນກ່ຽວກັບການພົວພັນລະຫວ່າງຜົວເມຍ, ການພົວພັນລະຫວ່າງລູກເຕົ້າກັບພໍ່ແມ່, ຄວາມສະເໝີພາບໃນຄອບຄົວ, ບັນດາການໂຕ້ແຍ້ງກ່ຽວກັບການພົວພັນນອກຈາກການສົມລົດ... ກຳລັງດັນອີກອັນໜຶ່ງແມ່ນເວລາຝຶກແອບກໍ່ບໍ່ມີຫຼາຍຍ້ອນໂລກລະບາດແກ່ຍາວ, ຂ້າພະເຈົ້າບໍ່ສາມາດໄປເຖິງນະຄອນຫ໋າຍຟ່ອງ ໄດ້”.

      ມີຫຼາຍບົດລະຄອນໄດ້ຮັບການສ້າງຂຶ້ນຝຶກແອບຢ່າງຟ້າວຟັ່ງໃນເວລາອັນສັ້ນໆ ໂດຍສະຫຼະເວລາໃນໄລຍະຫາກໍ່ສິ້ນສຸດການຈຳກັດບໍລິເວນເພື່ອນຳໄປເຂົ້າຮ່ວມງານປະກວດ. ມີບັນດາບົດລະຄອນໄດ້ຮັບການສ້າງຂຶ້ນໂດຍໃຊ້ເວລາປະມານກວ່າສອງປີແຕ່ຍ້ອນໂລກລະບາດໂຄວິດ - 19 ຍັງບໍ່ທັນມີເງື່ອນໄຂສະແດງຮັບໃຊ້ມວນຊົນ. ບັນດາຜູ້ຊົມໄດ້ພົບເຫັນບັນດາຮູບພາບຕົວລະຄອນ ຂອງອະດີດຕະການບັນດາເຫດການແລະບັນດາບຸກຄົນໃນຍຸກປັດຈຸບັນ. ບັນດາບົດລະຄອນລ້ວນແຕ່ໄດ້ຮັບການຕອບສະໜອງຢ່າງສຸດໃຈຈາກຜູ້ຊົມ. ມີຜູ້ຊົມບາງຄົນເວົ້າວ່າ:

     “ເມື່ອໄດ້ຮັບຊົມບົດລະຄອນນີ້ ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະເຫັນວ່າບົດລະຄອນມີຄວາມໝາຍທີ່ສຸດ. ແຕ່ດົນນານມາແລ້ວຂ້າພະເຈົ້າຈຶ່ງໄດ້ນັ່ງຮັບຊົມບົດລະຄອນທີ່ມ່ວນທີ່ສຸດ”.

      “ແຕ່ດົນນານມາແລ້ວຂ້າພະເຈົ້າຈຶ່ງໄດ້ຮັບຊົມບົດລະຄອນມ່ວນເຊັ່ນນີ້. ໃນທຸກວັນນີ້ໃນຍຸກສະໄໝເຕັກໂນໂລຊີ 4.0 ໄດ້ຮັບຊົມບັນດາບົດລະຄອນທີ່ປະທັບໃຈນີ້ ຂ້າພະເຈົ້າຮູ້ສຶກວ່າເປັນສິ່ງປະເສີດທີ່ສຸດ”.

     “ຄຸນນະພາບຂອງບັນດາບົດລະຄອນໃນງານປະກວດຄັ້ງນີ້ ລ້ວນແຕ່ມີການປ່ຽນແປງໃໝ່ທາງດ້ານຂອບຂະໜາດ, ເນື້ອໃນ, ຫົວເລື່ອງກໍມີຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນ”

        ສິ້ນສຸດງານປະກວດລະຄອນເວົ້າທົ່ວປະເທດປີ 2021, ສະພາສິລະປະງານປະກວດໄດ້ມອບຫຼຽນຄຳໃຫ້ແກ່ 6 ບົດລະຄອນດີເດັ່ນທີ່ສຸດນັ້ນແມ່ນ “ເຮຶອຂອງແມ່”  ຂອງໂຮງລະຄອນຕຳຫຼວດປະຊາຊົນ; ບົດລະຄອນ “ສິ່ງທີ່ຍັງເຫຼືອ”ແລະ “ລິຂິດສະຫວັນ” ຂອງໂຮງລະຄອນຫວຽດນາມ, ບົດລະຄອນ “ໝູ່ບ້ານເດັກຝາແຝດ” ຂອງໂຮງລະຄອນຮ່າໂນ້ຍ;ບົດລະຄອນ “ຂຸມດຳ” ຂອງໂຮງລະຄອນເວົ້າກອງທັບ;ບົດລະຄອນ “ເປັນເຈົ້າຊີວິດ” ຂອງບໍລິສັດສິລະປະເວທີສະແດງເລະງອກຈຳກັດ.ນອກຈາກນັ້ນສະພາສິລະປະງານປະກວດຍັງມອບ 3 ຫຼຽນເງິນ 7 ຫຼຽນທອງໃຫ້ແກ່ບັນດາບົດລະຄອນອື່ນໆ. ກ່ຽວກັບລາງວັນສ່ວນບຸກຄົນ, ຄະນະຈັດຕັ້ງມອບ 28 ຫຼຽນຄຳແລະ 42 ຫຼຽນເງິນແລະ16 ຫຼຽນທອງໃຫ້ແກ່ບັນດານັກສິລະປິນນັກສະແດງທີ່ດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ