ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ໂອກາດພົບປະແລກປ່ຽນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ຕ່າງປະເທດ

(VOVWORLD) -ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ໂອກາດພົບປະແລກປ່ຽນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ຕ່າງປະເທດ. ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4 ໄດ້ຖືກຈັດຂຶ້ນແຕ່ວັນທີ 4 ຫາວັນທີ 13 ຕຸລາ ຢູ່ຮ່າໂນ້ຍ ເຊິ່ງມີ 14 ບົດລະຄອນ ຢູ່ພາຍໃນປະເທດ ຫວຽດນາມ ແລະ 7 ບົດລະຄອນຂອງຕ່າງປະເທດ. ໂດຍຄວາມມານະພະຍາຍາມ ຄົ້ນຫາຊອກຮູ້ ວີທີການສະແດງບົນເວທີການສະໃໝ່ ທີ່ມີລັກສະນະບຸກທະລຸ ມີຫົວຄິດປະດິດສ້າງ ແລະ ມີລັກສະນະທົດລອງສູງ ໃນຂະບວນວິວັດ ແຫ່ງການປະດິດຄິດສ້າງສິລະປະ, ບັນດາລາຍການສະແດງບົນເວທີທົດລອງທີ່ເຂົ້າຮ່ວມໃນຄັ້ງນີ້ ແມ່ນມີຫຼາຍຮູບຫຼາຍສີກ່ຽວກັບວິທີການສະແດງສິລະປະ.
ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ໂອກາດພົບປະແລກປ່ຽນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1 ພິທີໄຂງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4

“ເວທີສະແດງທົດລອງ” ຖືກສ້າງຂຶ້ນດ້ວຍຈຸດປະສົງ ປ່ຽນແປງໃໝ່ຮູບການສະແດງ, ຄົ້ນຫາຄວາມຮັບຮູ້ທາງດ້ານວັດທະນະທຳ ເວົ້າລວມ ແລະ ສິລະປະການສະແດງບົນເວທີ ເວົ້າສະເພາະ ອັນໄດ້ປະກອບສ່ວນຕອບສະໜອງ ຄວາມຄອງຄອຍຂອງຜູ້ຊົມໃນທ່າອ່ຽງເຊື່ອມໂຍງສາກົນ ແລະ ພັດທະນາໃນສັງກາດເຕັກໂນໂລຊີ 4.0. ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4 ມີການເຂົ້າຮ່ວມຂອງຄະນະສິລະປະກອນສາກົນ ທີ່ຂຶ້ນກັບ 7 ປະເທດຄື ຮຸງກາຣີ (ບົດລະຄອນ ເດືອນ ສິງຫາ), ຄະນະອິດສະລະແອນ ( ບົດລະຄອນ ເປີໂປລາ), ຄະນະອິນເດຍ (ບົດລະຄອນ ມາກແບັດມິີໂຣ), ຄະນະ ສ ເກົາຫຼີ (ບົດລະຄອນ ສອງໝື່ນໄມທະເລ), ຄະນະຈີນ (ບົດລະຄອນ ກ່ຽວກັບຮູບພາບບູຮານ), ຄະນະສິງກະໂປ (ບົດລະຄອນ ພະວິຫານຖືກຜີຍັກກໍ່ກວນ) ແລະ ຄະນະ ເກຼັກ (ບົດລະຄອນ ທົ່ງນານອງເລືອດ). ໃຫ້ຂໍ້ສັງເກດກ່ຽວກັບບັນດາບົດລະຄອນຂອງຕ່າງປະເທດ ທີ່ເຂົ້າຮ້ວມໃນງານມະໂຫລານຄັ້ງນີ້, ນັກສິລະປິນປະຊາຊົນ ເລຕ໊ຽນເຖາະ, ປະທານສະມາຄົມ ສິລະປິນບົນເວທີສະແດງ ຫວຽດນາມ ໃຫ້ຮູ້ວ່າ:

   “ສຳລັບບັນດາປະເທດເພື່ອນມິດ, ພວກຂ້າພະເຈົ້າເຫັນວ່າມີລັກສະນະເປັນມືອາຊີບຂອງເຂົາເຈົ້າ. ພວກເຂົາມີຫົວຄິດປະດິດສ້າງທີ່ສຸດ. ເງື່ອນໄຂທາງດ້ານວັດຖຸ  ແລະ ເງື່ອນໄຂທາງດ້ານເຕັກນິກຂອງເຂົາເຈົ້າ ແມ່ນສູງທີ່ສຸດ. ເຂົາເຈົ້າກໍ່ມີວິທີສະແດງຫຼາຍຢ່າງ. ພ້ອມກັນນັ້ນກໍ່ມີລັກສະນະຄັດເລືອກສິ່ງທີ່ຍອດຍິ່ງ ບົນເວທີສະແດງ, ມີຄວາມແຕກຕ່າງ ເມື່ອທຽບໃສ່ເວທີສະແດງຂອງພວດເຮົາ. ຍົກຕົວຢ່າງຄື ບົດລະຄອນ “ສອງໝື່ນໄມທະເລ” ແມ່ນເລື່ອງນະວະນິຍາຍ ເຊິ່ງປະກອບດ້ວຍຫຼາຍຕົວລະຄອນ ແຕ່ມີນັກສະແດງພຽງສອງຄົນທຳການສະແດງເທົ່ານັ້ນ. ຜ່ານນັ້ນຂ້າພະເຈົ້າກໍ່ເຫັນວ່າ ເວທີສະແດງໄດ້ຮັບການຄັດເລືອກໃຫ້ກະທັດລັດ ແລະ ຮູບແບບນີ້ພວມຂະຫຍາຍຕົວ”.

ປະເທດເຈົ້າພາບ ຫວຽດນາມ ກໍ່ມີ 14 ບົດລະຄອນສະແດງ ຂອງ 14 ກອງສິລະປະກອນ ທັງສັງກັດ ແລະ ບໍ່ສັງກັດລັດ ໄດ້ເຂົ້າຮ່ວມ. ທ່ານ ເດີ໊ຍແອັງກວັນ  ຮອງຜູ້ອຳນວຍການໂຮງລະຄອນເວົ້າກອງທັບ ໃຫ້ຮູ້ວ່າ:

  “ໂຮງລະຄອນເວົ້າກອງທັບ ໄດ້ນຳມາເຊິ່ງງານມະໂຫລານສາກົນ ເວທີສະແດງທົດລອງຄັ້ງທີ 4 ດ້ວຍບົດລະຄອນ “ຄວາມເສົ້າໝອງ” ຂອງນັກປະພັນ ຮອງສາສະດາຈານ ປະລິນຍາເອກ ເຕິດຖັງ; ຜູ້ກຳກັບການສະແດງ ແມ່ນນັກສິລະປິນປະຊາຊົນ ເລຮຸ່ງ. ນີ້ແມ່ນບົດປະພັນຂຽນກ່ຽວກັບເລື່ອງລາວເມື່ອກ່ອນນີ້ ແຕ່ມີລົມຫາຍໃຈຂອງທຸກວັນນີ້, ແມ່ນບົດລະຄອນທີ່ໂຮງລະຄອນໄດ້ຂຶ້ນແຜນການກະກຽມ ຢ່າງຮອບຄອບຖີ່ຖ້ວນ. ໂດຍຜ່ານບົດລະຄອນນີ້, ໂຮງລະຄອນມີຄວາມປາທະໜາວ່າ ບັນດານັກສະແດງໜຸ່ມຈະມີໂອກາດ ທຳການສະແດງບົນເວທີທົດລອງ ດ້ວຍປັດໄຈໃໝ່ ໃນບົດລະຄອນນີ້”.

 ທີ່ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ມີຫຼາຍຮູບການເວທີສະແດງ ໄດ້ຮັບຖືວ່າແມ່ນຍາກທີ່ສຸດ ເພື່ອທົດລອງຄື ລະຄອນຕຸກກະຕາ, ກາຍຍະສິນ… ກໍ່ໄດ້ປາກົດຕົວບົນເວທີ. ບັນດາລາຍການສະແດງບົນເວທີທົດລອງ ທີ່ເຂົ້າຮ່ວມໃນຄັ້ງນີ້ ແມ່ນມີລັກສະນະຫຼາຍຮູບຫຼາຍສີ ຂອງຫົວເລື່ອງ ແລະ ວິທີການສະແດງສິລະປະ. ທ່ານ ຮ່າກວາງຮ໋າວ ສັງກັດໂຮງລະຄອນແຈ່ວກອງທັບ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ນຳບົດລະຄອນ “ຄຳກ່ອມລູກ ຂອງນາງ ກຽວ” ມາຮ່ວມໃນງານງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4. ພວກຂ້າພະເຈົ້າຢາກນຳປະເພດສິລະປະພື້ນເມືອງ ຂອງຊາດຫວຽດນາມ ມາສູ່ງານມະໂຫລານ ເພື່ອເປັນການແລກປ່ຽນກັບເພື່ອນມິດສາກົນ ກໍ່ຄືໄດ້ເຂົ້າເຖິງບັນດາຮູບການໃໝ່ ໃນຂົງເຂດສິລະປະ”.

ອາດຈະເວົ້າໄດ້ວ່າ ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4 ແມ່ນກາລະໂອກາດ ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງຫົວໜ່ວຍສິລະປະ, ບັນດານັກສິລະປະກອນ ນັກສິລະປິນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ຍົກສູງລະດັບວິຊາສະເພາະ; ຜ່ານນັ້ນ ປະກອບສ່ວນຊຸກຍູ້ ການພັດທະນາທາງດ້ານວັດທະນະທຳ ສິລະປະ ເພື່ອພື້ນຖານເວທີສະແດງປ່ຽນແປງໃໝ່, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ