ງານວາງສະແດງ“ມໍລະດົກວັດທະນະທຳທະເລຫວຽດນາມ”-ຢັ້ງຢືນ ເຂດທະເລ, ໝູ່ເກາະຂອງຫວຽດນາມ

  

ງານວາງສະແດງ“ມໍລະດົກວັດທະນະທຳທະເລຫວຽດນາມ”-ຢັ້ງຢືນ ເຂດທະເລ, ໝູ່ເກາະຂອງຫວຽດນາມ - ảnh 1
  ​ແ​ຂກມາ​ຢ້ຽມ​ຊົມ​ວັດຖຸ​ພັນ​ຕ່າງໆ​ທີ່​ງານ​ວາງ​ສະ​ແດງ   
(ພາບ: baomoi.com)

   ງານ​ວາງສະ​ແດງຫົ​ວເລື່ອງ “ມໍລະດົກ​ວັດທະນະທຳ​ທະ​ເລ​ຫວຽດນາມ” ຫາ​ກໍ​ຖືກ​ໄຂ​ຂຶ້ນ​ຢູ່​ຫໍພິພິທະພັນ ປະຫວັດສາດ​ຫວຽດນາມ ທີ່​ຮ່າ​ໂນ້ຍ ​ແຕ່​ວັນທີ 18 ຫາວ​ັນທີ 31/5. ດ້ວຍ​​ເອກະສານ, ວັດຖຸ​ພັນທີ່​ມີ​ຄຸນຄ່າກວ່າ 300 ຢ່າງ, ງານ​ວາງສະ​ແດງ ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ການ​ປະກອບສ່ວນ​ສຳຄັນ​ໃນ​ປະຫວັດ​ຄວາມ​ເປັນ​ມາ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ແລກປ່ຽນ​ຄ້າຂາຍ​ທາງ​ທະ​ເລ​ສາກົນ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ, ງານ​ວາງສະ​ແດງຍັງ​ເປັນສານ​ ຢັ້ງຢືນອະທິປະໄຕ ເຂດທະ​ເລ, ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ນັກ​ຂ່າວ ວິ້ງ​ຟອງ ມ​ີ ບົດ​ສ່ອງ​ແສງ​ເຖິງ​ເຫດການ​ນີ້​ມາສະ​ເໜີ​ສູ່​ທ່ານ​ຟັງ.                           

     ທະ​ເລ​ຕາ​ເວັນ​ອອກຍາມ​ໃດ​ກໍ​ມີ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ຄວາມ​ສິວິ​ໄລ, ​ແມ່ນ​ສູນທາງຜ່ານທີ່​ສຳຄັນ​ໃນ​ເສັ້ນທາງ​ທະ​ເລ​ກ່ຽວ​ກັບ​ການ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ຄ້າ​ສາກົນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາ​ເວັນ​ຕົກ, ລະຫວ່າງ​ມະຫາ​ສະໝຸດ​ປາຊີ​ຟິກກັບ ມະຫາ​ສະໝຸດອິນ​ເດຍ, ລະຫວ່າງ​ທະວີບອາຊີ​ກັບ​ທະວີບ​ເອີ​ລົບ ​ແລະ ອາ​ຟະ​ລິ​ກາ​ຕາ​ເວັນ​ອອກ, ອາ​ຟະ​ລິ​ກາ​ເໜືອ, ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໃນ 2,3 ສະຕະວັດ​ມໍ່​ມາ​ນີ້, ​ໄດ້​ມີ​ຫຼາຍ​ກິດຈະກຳ​ຄົ້ນ​ຄ້ວາ​ຂອງ​ບັນດາ​ນັກຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ເສັ້ນທາງ​ທະ​ເລ​ທີ່​ສຳຄັນ​ນີ້​ເວົ້າ​ລວມ ​ແລະ ທີ່​ຕັ້ງ​ບົດບາດ​ຂອງທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ບັນດາ​ນະຄອນ, ທ່າ​ກຳ​ປັ່ນ​ຫວຽດນາມ​ທີ່​ມີ​ຕໍ່​ເສັ້ນທາງ​ການ​ຄ້າ​ທາງ​ທະ​ເລ​ນີ້​ເວົ້າ​ສະ​ເພາະ; ກ່ຽວ​ກັບ​ສາຍ​ກ່ຽວ​ພັນ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ​ສິວິ​ໄລ​ຢູ່ລຽບ​ຕາມ​ເສັ້ນທາງ​ການ​ຄ້າ​ທາງ​ທະ​ເລ​ນີ້; ກ່ຽວ​ກັບຂະ​ບວນວິວັດ​ແຫ່ງ​ການ​ຊອກ​ຄົ້ນ​ຫາ, ຂຸດ​ຄົ້ນ​ເສດຖະກິດ​ທະ​ເລ ​ແລະ ປະຕິບັດ​ອະທິປະ​ໄຕ​ເຂດ​ນານ​ທະ​ເລ​ຂອງ​ຊາດ​ຫວຽດນາມ. ຈາກ​ຄວາມ​ຈິງ​ດັ່ງ​ກ່າວ, ຫໍພິພິ ທະພັນປະຫວັດສາດ​ຫວຽດນາມ ​ໄດ້​ວາງສະ​ແດງ​ກ່ຽວ​ກັບມໍລະດົກ​ວັດທະນະທຳ​ທະ​ເລ​ຫວຽດນາມ​​ຜ່ານ 3 ພາກ​ສ່ວນຄື: ມໍລະດົກ​ວັດທະນະທຳ​ທະ​ເລ​ຫວຽດນາມ​ແຕ່​ສະ​ໄໝ​ປະຖົມ​ບູຮານ​ຫາ​ສະຕະວັດ​ທີ່ 10; ​ແຕ່ສະຕະວັດ​ທີ່ 11 ຫາ​ສະຕະວັດ​ທີ່ 18; ​ແຕ່ສະຕະວັດ​ທີ່ 19 ຫາ​ຍຸກ​ທັນ​ສະ​ໄໝ, ​ແນ​ໃສ່​ຮັບ​ໃຊ້​ວົງ​ການນັກຮຽນ​ຮູ້, ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມ​ຊົມ, ທັດສະນະ​ສຶກສາ. ທ່ານ Nguyen Van Cuong ຜູ້ອຳນວຍການ ຫໍພິພິທະພັນປະຫວັດສາດ​ຫວຽດ ນາມ ​ໃຫ້​ຮູ້​ວ່າ :

   “ ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ສານ​ສະບັບ​ໜຶ່ງ​ດ້ວຍ​ການວາງສະ​ແດງ​ເອກະສານ​ວັດ​ຖຸພັນ​ໃນ​ຫໍພິພິທະພັນ​ເຖິງ​ຊາວ​ຫວຽດນາມ, ​ເພື່ອນ​ມິດ​ສາກົນທຸກໆ​ຄົນ​ກ່ຽວ​ກັບ​ຄວາມ​ຮັກ​ທະ​ເລ​, ຄວາມ​ຮັກ​ປະ​ເທດ​ຊາດ​ຫວຽດນາມ, ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ,ດິນຕໍ່​ແຜ່ນຂອງ​ປະ​ເທດ​ຫວຽດນາມ​ເອກະລາດ​ເອກະ​ພາບ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເຊັ່ນ​ນີ້ ຊຶ່ງ​ກົງ​ກັບ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ຂອງລຸງໂຮ່ ແລະ ວັນສ້າງຕັ້ງຫໍພິພິທະພັນ, ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​ທຸກໆ​ຄົນ​ລ້ວນ​ແຕ່​ມີ​ສະຕິ, ການ​ກະທຳ​ລະອຽດຕໍ່ວັນປະຫວັດສາດນີ້ ”

   ບັນດາເອກະສານ, ຮູບພາບ, ວັດຖຸ​ພັນທີ່​ມີ​ຄຸນຄ່າທີ່ງານ​ວາງສະ​ແດງຫົວເລື່ອງ “ມໍລະດົກ​ວັດທະນະທຳ​ທະ​ເລ​ຫວຽດນາມ” ແມ່ນບັນດາພະຍານຫຼັກຖານພິສູດໃຫ້ ເຫັນວ່າ ປະ​ເທດ​ຫວຽດນາມ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທາງ​ທະ​ເລ​ຢ່າງ​ແຂງ​ແຮງ ​ແລະ ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ປະຫວັດ​ຄວາມ​ເປັນມາ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ແລກປ່ຽນ​ຄ້າຂາຍທາງທະ​ເລ​ສາກົນ. ພ້ອມ​ກັນ​ນັ້ນ ກໍ​ຍັງ​ເປັນ ສານສຳຄັນ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລ​ະ ​ເນືອງນິດ​ລຽນຕິດທີ່​ມີ​ຕໍ່​ເຂດ​ນານ​ທະ​ເລ ​ແລະ 2 ໝູ່​ເກາະ ຮ່ວາ​ງຊາ ​ແລະ ​ເຈືອງ​ຊາ ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຜືນ​ແຜ່ນດິນ​ຫວຽດນາມ. ​ໂດຍຜ່ານບັນດາ ເອກະສານ, ວັດຖຸ​ພັນ, ບັນດາ​ຮ່ອງຮອຍ​ສະຖານ​ຢູ່​ຫ້າ​ລອງ, ກີ​ງວັນ, ບ້ານ​ອົກ ​ໃນ​ເກາະ ຫຼີ​ເຊີນ​ນັ້ນ, ​ໄດ້​ສ່ອງ​ແສງ​ເຖິງ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງບັນດາ​ກຸ່ມ​ຊົນຢູ່​ດິນ​ຕໍ່​ແຜ່ນ​ກັບ​ໝູ່​ເກາະ.... ​ແລະ ທັງ​ສະ​ແດງ​ໃຫ້​ເຫັນ​ບັນດາ​ກຸ່ມ​ຊົນ​ຢູ່​ນີ້​ໄດ້​ມີ​ການ​ພົວພັນ​ແລກປ່ຽນ​ກັບ​ບັນດາ​ກຸ່ມ​ຊົນ​ຢູ່​ພາກ​ໃຕ້​ຈອງ​ຈີນ, ຟີ​ລິບ​ປິນ.... ນອກຈາກ​ນັ້ນ, ງານ​ວາງສະ​ແດງຍັງ​ແນະນຳ​ບັນດາ​ຮູບ​ພາບ​ກ່ຽວ​ກັບບັນດາ​ນະຄອນ, ທ່າ​ກ​ຳປັ່ນ​ທີ່​ມີ​ການ​ຄ້າຂາຍ​ຢ່າງ​ຟົດ​ຟື້ນ​ຈາດ​ພາກ​ເໜືອລົງ​ຮອດ​ພາກ​ໃຕ້​ຫວຽດນາມ ​ແລະ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນວິວັດ​ແຫ່ງ​ການເປັນ​ຮູບ​ປະ​ທຳ ​ແລະ ຂະຫຍາຍຕົວ​ຂອງ​ເສັ້ນທາງ​ການ​ຄ້າ​ທາງ​ທະ​ເລ​ນີ້. ທ່ານ Tran Trong Ha ຜູ້ອຳນວຍການ ຫໍພິພິທະພັນ​ແຂວງ ກວາງ​ນິງ​ໃຫ້​ຮູ້​ວ່າ ຫໍພິພິທະພັນ​ແຂວງ ກວາງ​ນິງ ​ໄດ້​ນຳວັດຖຸ​ພັນທີ່​ມີ​ຄຸນຄ່າ 47 ຊິ້ນມາ​ປະກອບ ສ່ວນ​ໃນ​ການວາງສະ​ແດງ ​ເພື່ອ​ຊ່ວຍຜູ້​ຊົມ​ເຫັນ​ແຈ້ງ​ກ່ຽວ​ກັບ​ຄວາມ​ສຳ​ຄັນຂອງ​ທ່າ​ກຳ​ປັ່ນ​ຮັບ​ໃຊ້​ການ​ຄ້າ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ການ​ເດີນ​ທະ​ເລ​ສາກົນ​ເມື່ອ​ກ່ອນ​ນີ້. ທ່ານ​ Tran Trong Ha ​ເວົ້າ​ວ່າ :

   “  ຜ່ານ​ເອກະສານ​ວັດຖຸ​ພັນ 47 ຊິ້ນໂດຍ​ຖືກ​ແບ່ງ​ເປັນ 2 ຫົວ​ເລື່ອງ, ຫົວ​ເລື່ອງ​ທີ່ 1 ແມ່ນ ໄລຍະ 10 ສະຕະວັດທຳອິດຫຼັງ ຄ.ສ, ຊຶ່ງໃນນັ້ນພົ້ນເດັ່ນແມ່ນການ ສະແດງໃຫ້ເຫັນການພົວພັນແລກປ່ຽນລະຫວ່າງ ແຂວງກວາງນິງ ກັບຈີນໃນສະຕະວັດທີ່ 1 ຫາສະຕະວັດທີ່ 3 ແລະ ຊຸດເຄື່ອງປັ້ນດິນເຜົາທີ່ສະແດງໃຫ້ເຫັນການ ພົວພັນແລກປ່ຽນລະຫວ່າງແຂວງກວາງນິງກັບໂຮ້ຍອ່ານ. ຊຸດເຄື່ອງປັ້ນດິນເຜົາ ແຕ່ ສະຕະວັດທີ່ 12 ຫາ 17 ມີວັດຖຸພັນຫຼາຍຢ່າງຖືກຄົ້ນພົບຢູ່ກວາງນິງ, ແຕ່ເຄື່ອງປັ້ນດິນເຜົາແບບນີ້ ກໍຖືກຄົ້ນພົບເຫັນຢູ່ ໂອສຕາ ນະຄອນ ກາຍໂຣ ປະເທດອີຢິບ ຊຶ່ງໃນປະຈຸບັນຖືກວາງສະແດງຢູ່ຫໍພິພິທະພັນຂອງອັງກີດ ແລະ ຍີປຸ່ນ. ສິ່ງນີ້ເປັນການສະແດງໃຫ້ເຫັນເຖິງການແລກປ່ຽນຄ້າຂາຍຜ່ານທ່າກຳປັ່ນ ເວີນໂດນ ຂອງກວາງນິງ ແລະ ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງຫວຽດນາມ ໄດ້ຖືກ​ສົ່ງ​ໄປ​ຂາຍ​ຢູ່​ທຸກ​ແຫ່ງ​ໃນ​ທົ່ວ​ໂລກ ”

ງານວາງສະແດງ“ມໍລະດົກວັດທະນະທຳທະເລຫວຽດນາມ”-ຢັ້ງຢືນ ເຂດທະເລ, ໝູ່ເກາະຂອງຫວຽດນາມ - ảnh 2
​ແຜນ​ທີ່​ເຂດ​ຕາ​ເວັນ​ອອກ​ໄກ​ໂດຍ Brion de la Tour​ ​ແຕ້ມ​ໃນປີ 1774, ​ໃນ​ນັ້ັ້ັນຢັ້ງຢືນ​ໝູ່​ເກາະ ຮ່ວາງ​ຊາ ​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ

   ພິ​ເສດ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້, ​ໃນ​ພາກ​ວາງສະ​ແດງມໍລະດົກ​ແຕ່​ສະຕະວັດ​ທີ່ 19 ຫາ​ຍຸກ​ທັນ​ສະ​ໄໝ​ນັ້ນ ມີ​ເອກະສານ​ວິທະຍາສາດ​ທີ່​ສຳຄັນຄື ​ສຳ​ເນົ​າ​ແຜນ​ທີ່​ປະ​ເທດ​ຫວຽດນາມ​ສະ​ໄໝ​ມິ​ງ​ເມ້ງ, ສຳ​ເນົ​າ​ແຜນ​ທີ່​ປະ​ເທດ​ຫວຽດນາມ​ ຂອງ​ສັງຄະ​ລາດ Jean- Louis Taberd, ສຳ​ເນົາ​ໜັງສື​ໃນ​ສະ​ໄໝ​ເຈົ້າ​ຊີວິດ​ມິ​ງມ້າງ ປີ 1838 ກ່ຽວ​ກັບ​ການ​ວັດ​ແທກ, ປັກ​ຫຼັກ​ໝາຍ ​ແລະ ​ແຕ້ມ​ແຜນ​ທີ່​ໝູ່​ເກາະ ຮ່ວາ​ງ ຊາ, ສຳ​ເນົາ​ໜັງສື​ໃນ​ສະ​ໄໝ​ລາດ​ຊະ​ວົ​ງຫງວຽນ​ກ່ຽວ​ກັບ​ອະທິປະ​ໄຕ 2 ໝູ່​ເກາະ ຮວ່າງ​ຊາ ​ແລະ ​ເຈືອງ​ຊາ ​ແລະ ການ​​ແລກປ່ຽນຄ້າຂາຍ​ທາງ​ທະ​ເລ. ນອກຈາກ​ນັ້ນ ​ແມ່ນ​ບັນດາ​ຮູບ​ພາບ, ​ເອກະ​ສານ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ​​ໄລຍະ 1945-1975. ລຸງ​ Nguyen Van Huan ຢູ່​ແຂວງ ຮ່າຕິ້ງ​​ໃຫ້​ຮູ້​ວ່າ :

   “ງານ​ວາງສະ​ແດງ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ທົບ​ທວນ​ຄືນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຕໍ່ສູ້, ປົກ​ປັກ​ຮັກສາ​ ເຂດ​ທະ​ເລ​ໝູ່​ເກາະກໍ​ຄື​ການ​ປະດິດ​ຄິດ​ສ້າງ​ຂອງ​ປູ​ຍ່າ​ຕາຍາຍພວກ​ເຮົາ​ໄດ້​ຜະລິດ​ອອກ​ວັດຖຸ​ຕ່າງ​ໆ​ຊຶ່ງ​ໄດ້​ຮັບ​ການ​ເກັບ​ຮັກສາ​ຈົນ​ຮອດ​ວັນ​ນີ້​ເພື່ອ​ສຶກສາ​ອົບຮົມ​ໃຫ້​ຊາວ​ຫວຽດ ນາມ​ລຸ່ນຕ່າງ​ໆ ”

        ງານ​ວາງສະ​ແດງ​ໄດ້​ແນະນຳ​ໃຫ້​ຜູ້​ຊົມ​ກ່ຽວ​ກັບ​ຮູບ​ພາບ​ບັນດາທ່າ​ກຳ​ປັ່ນ ຂອງ​ຫວຽດນາມ​ໃນ​ປະຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ​ກໍ​ຄືການ​ເຄື່ອນ​ໄຫວຂອງ ເສັ້ນທາງ​​ແລກປ່ຽນ​ຄ້າຂາຍ​ທາງ​ທະ​ເລສາກົນ, ການພ​ົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະ​ຫວ່າງ​ຫວຽດນາມ​ກັບ​ບັນດາ​ພື້ນຖານວັດທະນະທຳ​ສິວິ​ໄລ​ລຽບ​ຕາມ ເສັ້ນທາງ​ການ​ຄ້າ​ທາງ​ທະ​ເລ, ພ້ອມກັນ​ນັ້ນ​, ກໍ​ໂຄສະນາ ​ແນ​ະນຳ​ໃຫ້​ມວນ​ຊົນຮັບ​ຊາບ​ກ່ຽວ​ກັບ​ປະຫວັດ​ການ​ຊອກ​ຄົ້ນ​ຫາ, ຂຸດ​ຄົ້ນ​ເສດຖະກິດ​ທະ​ເລ ​ແລະ ການ​ປະຕິບັດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ