ຈຸດວັດທະນະທຳຈິດວິນຍານຂອງຊາວປະມົງຢູ່ເຂດແຄມທະເລຫວຽດນາມ

ຈຸດວັດທະນະທຳຈິດວິນຍານຂອງຊາວປະມົງຢູ່ເຂດແຄມທະເລຫວຽດນາມ - ảnh 1
ສຸສານປາວານ (ພາບ: vanhoadoisong)

     ໂດຍ​ແມ່ນ​ປະ​ເທດຕັ້ງ​ຢູ່​ແຄມ​​ມະຫາ​ສະໝຸດ​ປາຊີ​ຟິກດ້ວຍ​ຝັ່ງ​ທະ​ເລ​ລວມຄວາມ​ຍາວ​ກ່ວາ 3200 ກິ​ໂລ​ແມດ, ປະຫວັດສາດ​ຂອງ​ຊາດ​ຫວຽດນາມ​ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ວິວັດ​ການພິຊິດ​ມະຫາ​ສະໝຸດ. ຊີວິດ​ຂອງ​ຊາວ​ປະມົງ​ຢູ່​ແຄມ​ທະ​ເລ​ຍາມ​ໃດ​ກໍ​ຕິດ​ພັນ​ການ​ເດີນ​ທະ​ເລ, ປະ​ເຊີນ​ໜ້າ​ກັບ​ພາຍຸ​ລົມ​ແຮງ, ດັ່ງ​ນັ້ນ​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​ປະມົງ​ໄດ້​ຄ່ອຍ​ເຊື່ອ​ໝັ້ນ​ຕໍ່​ເທວະ​ດາ​ຟ້າ​ແຖນ​ໃຫ້ການ​ປົກ​ປິດ​ຊ່ວຍ​ເຫຼືອ, ນຳ​ຄວາມ​ໂຊກ​ດີ​ມາ​ໃຫ້​ແກ່​ເຂົາ​ເຈົ້າ​ໃນ​ການ​ດຳລົງ​ຊີວິດ. ຜ່ານ​ການ​ເວລາ, ຄວາມ​ເຊື່ອ​ໝັ້ນ​ດັ່ງກ່າວ, ​ໄດ້​ກາຍ​ເປັນ​ການ​ເຫຼື້ອມ​ໄສ​ບູຊາ​ເຈົ້າ​ທະ​ເລ, ມີ​ກຳ​ລັງ​ດຶງ​ດູດ​ຢ່າງ​ແຂງ​ແຮງ, ກາຍ​ເປັນ​ຈຸດ​ວັດທະນະທຳ​ຈິດ​ວິນ​ຍານ​ຂອງ​ຊາວ​ປະມົງ​ຢູ່​ບັນດາ​ໝູ່​ບ້ານ​ແຄມ​ທະ​ເລ. ​

     ​ເມື່ອ​ເວົ້າ​ເຖິງ ວັດທະນະທຳ​ຈິດ​ວິນ​ຍານ​ຂອງ​ຊາວ​ປະມົງ​ຢູ່​ບັນດາ​ໝູ່​ບ້ານ​ແຄມ​ທະ​ເລ​ຫວຽດນາມນັ້ນ, ​ແມ່ນ​ອາດຕ້ອງ​ເວົ້າ​ເຖິງການ​ເຫຼື້ອມ​ໄສ​ບູຊາ​ປາວານ. ​ແຕ່​ກີ້​ແຕ່​ກ່ອນ, ປາວານ​ໄດ້​ຮັບ​ຄວາມ​​ນັບຖືຈາກ​ຊາວ​ປະມົງ​ຢູ່​ບັນດາ​ໝູ່​ບ້ານ​ແຄມ​ທະ​ເລ​ ​ຄື​ດັ່ງ​ເຈົ້າ​ທະ​ເລຕາ​ເວັນ​ອອກ. ຕາ​ມ​ເລື່ອງ​ລາວ​ເລົ່າ​ຂານ​ກັນ​ມາ​ວ່າ: ​ເມື່ອ ພະພຸດທະ​ເຈົ້າສະ​ເດັດ​ຜ່ານ​ເຂດ​ທະ​ເລ, ​ເຫັນ​ຊາວ​ປະມົງ​ປະສົບ​ກັບ​ພາຍຸ​ລົມ​ແຮງ ຊຶ່ງ​ໄດ້​ມ້ວນ​ເອົາ​ເຮືອ,ກຳ​ປັ່ນ​ຂອງ​ພວກ​ເຂົາ​ຖືກ​ຈົມ​ໃຕ້​ນ້ຳ, ພະ​ອົງ​ໄດ້​ມີ​ຄວາມ​ອີ​ດູ​ສົງສານ ​ແລະ​ໄດ້​ເອົາ​ຈີວອນ​ຂອງ​ຕົນ​ແກວ​ງຖິ້ມ​ລົງທະ​ເລ, ຈີວອນ​ຜືນ​ນັ້ນ​ໄດ້​ປ່ຽນ​ຮູບ​ເປັນ​ຝູງ​ປາວານ​ເພື່ອ​ກອບ​ກູ້​ເອົາ​ຊີວິດ​ຂອງ​ຊາວ​ປະມົງ​ທີ່​ພວມ​ປະສົບກັບ​ພາຍຸ​ລົມ​ແຮງ. ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ປະ​ເພນີ​ບູຊາ​ປາວານ​ໄດ້​ຮັບ​ການ​ດຳ​ເນີນ​ຢູ່​ຕາມ​ເຂດ​ແຄມ​ທະ​ເລ. ​ໄລຍະ​ຕໍ່​ມາ​ບັນດາ​ພິທີ​​ໄຫວ້ບູຊາ​ປາວານ​ໄດ້​ຄ່ອຍໆ​ກາຍ​ເປັນ​ງານ​ບຸນ ​ແລະ ​ເຄີຍ​ຕິດ​ພັນກັບ​ງານ​ບຸນ​ພາວະນາ​ໃຫ້​ລະດູ​ການ​ປະມົງ​ໄດ້​ຮັບ​ຜົນ​ດີ. ປະ​ເພນີ​ບູຊາ​ປາວານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ທະ​ເລ​ຂອງ​ຊາວ​ຫວຽດນາມ ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ດ້ານ​ຈິດ​ວິນ​ຍານ​ຕໍ່​ທະ​ເລ, ມີ​ການ​ປະສານ​ກົມ​ກືນ​ລະຫວ່າງ​ທຳ​ມະ​ຊາດ ​ແລະ ມະນຸດ, ທັງ​​ເປັນ​ການ​ຢັ້ງຢືນ​ອະທິປະ​ໄຕ​ຕໍ່​ອາຊີບ​ການ​ປະມົງ​ບົນ​ທະ​ເລ​ຂອງ​ຊາວ​ຫວຽດນາມ. ຢູ່​ບາງປະ​ເທດ​ແຄມ​ທະ​ເລ​ມີ​ທີ່​ຕັ້ງ​ມໍ່​ກັບ​ຫວຽດນາມ​ຄື ຈີນ ຫຼື​ກຳປູ​ເຈຍ​ແມ່ນ​ບໍ່​ມີ​ປະ​ເພນີ​ນີ້. ທ່ານ​ສາດສະດາຈານ ດຣ Tran Ngoc Them ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ໃຫ້​ຮູ້​ວ່າ “  ການ​ເຫຼື້ອມ​ໄສ​ບູຊາ​ປາວານ​ແມ່ນ​ປະ​ເພນີ​ທີ່​ລຶ້ງ​ເຄີຍ​ກັບ​ປະຊາຊົນ​ເຂດ​ແຄມ​ທະ​ເລ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ໝູ່​ບ້ານ​ແຄມ​ທະ​ເລ​ຈາກ​ແຂວງ ​ແທງ​ຮ້ວາ​ລົງ​ຮອດ​ບັນດາ​ແຂວງ​ທາງ​ພາກ​ໃຕ້. ປະ​ເພນີ​ບູຊາ​ປາວານ​​ແມ່ນເຄີຍມີ​ຢູ່​ບັນດາ​ເຂດ​ທະ​ເລ​ທີ່​ມີ​ປາວານອາ​ໄສ ​ແລະ ​ເຂດ​ນັ້ນ​ຕ້ອງ​ມີ​ປະ​ຊາ​ຊົນ​ປະກອບ​ອາຊີບ​ການ​ປະມົງ ”

   ງານ​ບຸນ​ບູຊາ​ປາວານຖືກ​ຈັດ​ຂຶ້ນ​ໃນ​ຍາມ​ທ້າ​ຍລະດູ​ໃບ​ໄມ້​ຫຼົ່ນ ​ແລະ ຕົ້ນ​ລະດູບານ​ໃໝ່, ນີ້​ແມ່ນ​ຊວງ​ເວລາ​ທ້າຍ​ລະດູ​ຫາ​ປາ ​ແລະ ​ແລະ ​ເລີ່​ມຕົ້ນ​ແກ່​ລະດູ​ຫາ​ປາ​ຄັ້ງ​ໃໝ່.   ງານ​ບຸນ​ບູຊາ​ປາວານຖືກ​ດຳ​ເນີນ​ໃນ​ເວລາ 2-3 ວັນຢູ່​ດິນ​ຕໍ່​ແຜ່ນ ​ແລະ ບັນ​ທະ​ເລ, ລວມມີ ຂັ້ນ​ຕອນ​ດຳ​ເນີນ​ພິທີ ​ແລະ ຂັ້ນ​ຕອນ​ຈັດ​ບຸນ. ຂັ້ນ​ຕອນ​ຈັດ​ພິທີ​ຖືກ​ດຳ​ເນີນ​ຢູ່​ຕາມ​ສຸສານ​ປາວານ ຫຼື ສາລາ, ຫໍ​ໂຮງ​ບູຊາ​ປາວານຊຶ່ງ​ແມ​່ນ ບັນດາ​ພິທີ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນວັດທະນະທຳ​ຂອງຊາດປະສານ​ກັບ​ວັດທະນະທຳ​ທ້ອງ​ຖິ່ນ. ສ່ວນ​ໃນ​ຂັ້ນ​ຕອນ​ຈັດ​ບຸນ, ສິ່ງ​ທີ່​ປະ​ທັບ​ໃຈ​ແມ່ນ​ພິທີ​ແຫ່​ຮູ​ບ ຈຳລອງ​ປາວານ ຕັ້ງ​ເທິງ​ເຮືອຖືກ​​ແຊມດອກ​ໄມ້ ​ໄປ​ຍັງສຸສານ ຫຼື ສາລາ, ຫໍ​ໂຮງ​ບູຊາ​ປາວານ.

  ທ່ານ​ ດຣ Huynh Quoc Thang ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ໃຫ້​ຮູ້​ວ່າ

“ ສິ່ງ​ທີ່​ກວມ​ລວມທີ່​ສຸດ​ນັ້ນ, ​ແມ່ນ​ເຂົາ​ເຈົ້າ​ອາ​ໄລ​ຫາ, ສ້າງສາ​ຍສຳພັນ, ສະ​ແດງ​ຄວາມ​ຮູ້​ບູນຄຸນ​ກັບ​ສິ່ງ​ທີ່​ມີ​ຊີວິດ, ພິ​ເສດ​ແມ່ນ​ປາວານ ຊຶ່ງ​ຊ້ອນ​ແຝງ​ຄວາມ​ໝາຍ​ຕອບ​ບູນ​ແທນ​ຄຸນ​ຕໍ່​ທະ​ເລ​ຊຶ່ງ​ໄດ້​ລ້ຽງ​ຊີວິດ​ມະນຸດ. ທີ່ 2 ​ແມ່ນ​ໃນ​ແນວ​ຄິດ​ຈິດ​ໃຈ, ຈິດ​ວິນ​ຍານ​ຂອງ​ປະຊາຊົນ​ເຂດ​ແຄມ​ທະ​ເລ ​ແມ່ນ​ພາວະນາ​ໃຫ້ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ​ການ​ເດີນ​ເຮືອ​ຫາ​ປາ​ໄດ້​ຮັບ​ຜົນ​ດີ. ທີ່ 3 ​ແມ່ນ​ອາ​ໄລ​ຫາ​ເຖິງບັນດາ ຜູ້ຄົນທີ່ໄດ້ເສຍຊີວິດ ແລະ ຫາຍສາບສູນໃນການເດີນທະເລ”

    ນອກຈາກ​ປະເພນີເຫຼື້ອມ​ໄສ​ບູຊາ​ປາວານ, ກໍຍັງມີ​ການເຫຼື້ອມ​ໄສ​ບູຊາ​ເຈົ້າ​ທະ​ເລ ຊຶ່ງແມ່ນປະເພນີທີ່ ເຂັ້ມຂົ້ນ ໄປດ້ວຍສີສັນວັດທະນະທຳໃນຊີວິດຂອງ ປະຊາ ຊົນ​ເຂດ​ແຄມ​ທະ​ເລ, ນັ້ນ​ແມ່ນ​ເທວະ​ດາ ດົກ​ເກືອກ ໝາຍ​ເຖິງ​ເທວະ​ດາ​ຂາ​ດຽວ ຢູ່​ບາງໝູ່​ບ້ານ​ແຄມ​ທະ​ເລ​ໃນ​ແຂວງ​ແທງ​ຮ້ວາ. ລຸງ Phan The Thao ຜູ້​ເຝົ້າ​ຍາມ​ຢູ່​ວິຫານ​ດົກ​ເກືອກ ​ໃຫ້​ຮູ້​ວ່າ

    “ ​ເມື່ອ​ເວົ້າ​ເຖິງເທວະ​ດາ ດົກ​ເກືອກກໍ​ແມ່ນ​ເວົ້າ​ເຖິງ​ເທວະ​ດາ​ທີ່​ໄດ້​ແບ່ງ​ໂຕ​ເປັນ 2 ສ່ວນ, ​ເຄິ່ງໜຶ່ງ​ເພື່ອ​ເວນຍາມ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ຕາ​ເວັນ​ອອກ, ສ່ວນ​ອີກເຄິ່ງໜຶ່ງ​ເພື່ອ​ປັກ​ປັກ​ຮັກສາ​ປະ​ເທດ​ຊາດ, ຊ່ວຍ​ໃຫ້​ປະຊາຊົນ​ທຳ​ມາ​ຫາ​ກິນ​ໄດ້​ຢ່າງ​ສະດວກ​ສະບາຍ. ວິຫານ ດົກ​ເກືອກ ບໍ່​ພຽງ​ແຕ່​ແມ່ນບ່ອນ​ທີ່​ຊາວ​ປະມົງ​ມາ​ໄຫວ້​ບູຊາ ພາວະນາ​ໃຫ້ການ​ເດີນ​​ເຮືອ​ໄດ້​ຮັບ​ຄວາມ​ປອດ​ໄພ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ທັດສະນະ​ສຶກສາ, ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ຜາ​ສຸກ ”

   ຕາມ​ການ​ເວລາ​, ປະ​ເພນີເຫຼື້ອມ​ໄສ​ບູຊາ​ປາວານ, ​ບູຊາ​ເຈົ້າ​ທະ​ເລຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້, ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸລັກ​ຈຸດ​ວັດທະນະທຳ​ຈິດ​ວິນ​ຍານ​ເຂດ​ແຄມ​ທະ​ເລ ທີ່​ມີ​ຄຸນຄ່າ​ທາງ​ວັດທະນະທຳ​ພື້ນເມືອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ