ຈຸດວັດທະນະທຳເຂດບ້ານນາຢູ່ໝູ່ບ້ານ ຟູ່ລິວໃນແຂວງບັກນິງ

ຈຸດວັດທະນະທຳເຂດບ້ານນາຢູ່ໝູ່ບ້ານ ຟູ່ລິວໃນແຂວງບັກນິງ - ảnh 1
ໝູ່ບ້ານ ຟູ່ລິວໃນແຂວງບັກນິງ
(ພາບ:vanhoadoisong.com)

ຟູ່ລິວແມ່ນໝູ່ບ້ານຕະຫຼາດທີ່ມີຊື່ສຽງໃນແຂວງບັກນິງ ຊຶ່ງມີປູຊະນີຍະສະຖານ ປະຫວັດສາດຫຼາຍແຫ່ງ ​ແລ​ະ ກໍ​ແມ່ນ​ແຫ່ງ​ທີ່​ບັນດາ​ຮີດຄອງ​ປະ​ເພນີ ວັດທະ ນະທຳພື້ນ​ເມືອງ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ. ຜ່ານ​ການ​ເວລາ, ໝູ່​ບ້ານ​ເກົ່າ​ໄດ້​ກາຍ​ເປັນ​ຄຸ້ມ​ຖະໜົນ, ​ແຕ່​ບັນດາ​ສິ່ງ​ຍອດ​ຍິ່ງ​ວັດທະນະທຳທີ່​ເປັນ​ມູນ​ເຊື້ອ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ໃນ​ການ​ດຳລົງ​ຊີວິດ​ຍຸກ​ທັນ​ສະ​ໄໝ.

    ໝູ່​ບ້ານ ຟູ່ລິວຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍ​ໄປ​ທາງ​ທິດ​ເໜືອ​ປະມານ 16 ກິ​ໂລ​ແມດ. ​ແຕ່​ປາງ​ກ່ອນ, ຢູ່​ແຫ່ງ​ນີ້​ມີ​ເຂດ​ຕະຫຼາດ​ຂາຍ​ໝາກ, ​ໃບ​ພູ ຊຶ່ງ​ແມ່ນ​ສິນ​ພິ​ເສດ​ຂອງ​ຊາວ​ຫວຽດ​ເດີມ. ​ແຕ່​ພາຍຫຼັງ​ໄລຍະ​ເວລາ​ເປັນ​ຫຼາຍ​ສະຕະວັດ, ໝູ່​ບ້ານ ຟູ່ລິວ ​ໄດ້​ກາຍ​ເປັນ​ຄຸ້ມ​ຕະຫຼາດ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ, ຊຶ່ງ​ຄ້າຂາຍ​ສິນຄ້າ​ທຸກໆ​ປະ​ເພດ. ຊາວ​ບ້ານ ຟູ່ລິວ, ​ເປັນ​ຕົ້ນ​ແມ່ນ​ແມ່​ຍິ່ງ ​ແມ່ນ​ບັນດາ​ຜູ້​ທີ່​ມີ​ຄວາມ​ສາມາດ​ດຳ​ເນີນ​ທຸລະ​ກິດ​ເກັ່ງ, ມີ​ຄວາມ​ລຶ້ງ​ເຄີຍ​ກັບ​ການ​ຄ້າຂາຍ​ໃນ​ທ້ອງ​ຕະຫຼາດ. ບໍ່​ພຽງ​ແຕ່​ສາມາດ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ບັນດາ​ຄອບຄົວ​ໃນ​ໝູ່​ບ້ານ​ເທົ່າ​ນັ້ນ, ການ​ຄ້າຂາຍ​ຂອງ​ເຂົາ​ເຈົ້າ​ຍັງ​ສາມາດ​ນຳ​ຄວາມ​ອຸດົມ​ຮັ່ງ​ມີ​ມາສູ່​ບ້ານ​ເກີດ​ເມືອງ​ນອນ​ອີກ​ດ້ວຍ. ມາ​ຢ້ຽ​ມຢາມ ໝູ່​ບ້ານ ຟູ່ລິວ​ໃນ​ທຸກ​ວັນ​ນີ້, ສິ່ງ​ທີ່​ເຫັນ​ໄດ້​ງ່າຍ ​ແມ່ນ​ຄວາມ​ເກົ່າ​ແກ່​ຂອງ ໝູ່​ບ້ານ​ເກົ່າ​ກໍຍັງຄົງ​ຕົວ​ດ້ວຍ​ບັນດາ​ຜູ້​ຄົ​ນມາ​ຊື້​ຂາຍ​ຢ່າງ​ຄັບຄາ​ໜາ​ແໜ້ນ, ອັນ​ໄດ້​ພາ​ໃຫ້​ແຂກ​ຄົນ​ທັງຫຼາຍ​ຮູ້ສຶກ​ຄື​ພວມ​ກັບ​ຄືນ​ສູ່​ໄລຍະ​ສະຕະວັດ​ທີ 18, ​ແຕ່​ແລ້ວ ກໍ​ເຫັນ​ໄດ້​ວ່າ ​ແຫ່ງນີ້ກໍ​ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ເຂດ​  ຕົວ​​ເມ​ືອ​ງ. ປະຕູ​ໂຂງຂອງ ໝູ່​ບ້ານຍັງຄົງ​ຕົວ​ຢູ່ ​ແລະ ​ເສັ້ນທາງ​ພາໄປ​ຮອດບັນດາປູຊະນີຍະສະຖານປະຫວັດສາດ​ໄດ້​ຖືກ​ປູ​ດ້ວຍ​ກະ​ເບື້ອງ​ຫີ​ນ. ລຽບ​ຕາມ​ເສັ້ນທາງ ​ແມ່ນ​ເຕັມ​ໄປ​ດ້ວຍ​ຮ້ານ​ຂາ​ຍ​ເຄື່ອງ​ຂອງ​ຕາ່ງໆ​ຢ່າງ​ໜາ​ແໜ້ນ, ​ເຮືອນ​ຫຼາຍຊັ້ນ ຕິດ​ປ້າຍ​ໂຄສະນາ​ຖືກ​ປຸກ​ສ້າງ​ຢ່າງ​ຫຼວງ​ຫຼາຍ, ລົດ​ໂອ​ໂຕ​ບັນທຸກ​ສິນຄ້າ ພ້ອມ​ດ້ວຍ​ລົດຈັກ​ແລ່​ນ​ໄປມາຢ່າງ​ຟົດ​ຟື້ນ​ເນ​ືອງນັນ. ພໍ່ຕູ້ ​ເລ​ເຈິ​ນຖີ້ ຜູ້​ມີ​ອາຍຸ​ສູງ​ໃນ​ໝູ່​ບ້ານ​ໃຫ້​ຮູ້​ວ່າ :

   “ຟູ່ລິວ ​ແມ່ນໝູ່​ບ້ານຕະຫຼາດ, ດັ່ງ​ນັ້ນ​ໃນ​ໝູ່​ບ້ານ​ຍາມ​ໃດ​ກໍ​ຟົດ​ຟື້ນ​ເນື່ອງ​ນັນ, ຊາວບ້ານ​ຜູ້​ໃດ​ກໍ​ເປີດ​ອົກ​ເປີດ​ໃຈ, ບໍ່​ມິດ​ງຽບ​ຄືໝູ່​ບ້ານອື່ນ​ໆ. ດັ່ງ​ນັ້ນ​ການ​ດຳ​ເນີນ​ຊີວິດ​ໃນໝູ່​ບ້ານ ທັງ​ແມ່ນ​ການ​ຮັບ​ເອົາ​ສິ່ງ​ທີ່​ໃໝ່​ອຽມ​ຂອງ​ຄວາມ​ອະລີຍະ​ທຳ​ເຂດ​ຕົວ​ເມືອງ, ​ແຕ່​ຊາວບ້ານ​ກໍ​ຍັງ​ຄົງ​ຕັກ​ເຕືອນ​ກັນ ​ເພື່ອ​ຮັກສາ​ສີສັນ​ຂອງໝູ່​ບ້ານ​ເຂດ​ບ້ານ​ນາ”

    ​ເລາະ​ໄປ​ຕາມ​​ຕະຫຼາດທາງ​ຮ່ອມ, ຢູ່​ໃສ​ກໍ​ເຫັນ​ປະຈັກ​ຕາ​ຄວາມ​ງາມ​ຂອງໝູ່​ບ້ານ​ເຂດ​ບ້ານ​ນາ​ທີ່​ສະຫງົບ​ງຽບ​ສາລາ​ຂອງໝູ່​ບ້ານ ຟູ່ລິວ ຍັງ​ຄົງ​ຕົວ​ດ້ວຍ​ຫຼັງຄາ​ມີ​ຮູບ​ໂຄ້ງ ຖືກ​ປົກ​ຄຸມ​ໄປ​ດ້ວຍ​ຮົ່ມ​ເຢັນ​ຂອງ​ຕົ້ນ​ໂພ​ໃຫຍ່. ສາລາຂອງໝູ່​ບ້ານຟູ່ລິວ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ຈຳນວນສາລາ​ຂອງ 3 ໝູ່​ບ້ານທີ່​ງາມ​ກ່ວາ​ໝູ່​ຢູ່​ພາກ​ເໜືອ​ຫວຽດນາມ. ຕິດ​ກັບ​ສາລາ ​ແມ່ນວັດ ຟາ​ບກວາງ ຊຶ່ງ​ວັ​ດ​ເກົ່າ​ແກ່​ດ້ວຍ​ທາດລະຄັງທີ່​ເປັນ​ເອກະລັກ​ສະ​ເພາະ. ​ໃນໝູ່​ບ້ານກໍ​ຍັງ​ມີປູຊະນີຍະສະຖານ ວັດ​ເຮືອງ​ຮ່ຽນ ​ແຫ່ງ​ທີ່​ຍັງ​ເກັບ​ຮັກສາ​ບັນດາ​ແຜ່ນ​ສີ​ລາ ​ເພື່ອ​ເຊີ​ດຊູ​ບັນດາ​ບຸລຸດ​ຜູ້​ມີ​ຊື່​ສຽງ, ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ສ້າງ​ບ້ານ​ແປງ​ເມືອງ, ຕັ້ງ​ຕະຫຼາດ. ພໍ່​ຕູ້ ​ເລ​ແທງ​ບິງ ຜູ້​ຮັບຜິດຊອບ​ວຽກ​ງານ​ໃນ​ສາລາໝູ່​ບ້ານ ຟູ່ລິວ ​ໃຫ້​ຮູ້​ວ່າ :

   “ ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ຊາວບ້ານຟູ່ລິວ ສ່ວນ​ຫຼາຍ​ແມ່ນ​ປະກອບ​ອາຊີບ​ຄ້າຂາຍ, ​ແລະ ​ເປັນ​ຜູ້​ເຮັດ​ວຽກ​ງານ​ຄຸ້ມ​ຄອງ​ບ້ານ​ເມືອງ. ​ແຕ່​ປາງ​ກ່ອນ, ​ເພດ​ຊາຍ​ສ່ວນ​ຫຼາຍ​ໃນໝູ່​ບ້ານ​ແມ່ນ​ຮຽນ​ເກັ່ງ, ​ເສັງ​ໄດ້​ຄະ​ແນນ, ​ແລ້ວ​ກໍ​ກາຍ​ເປັນ​ເຈົ້າ​ເສນາ. ຢູ່ໝູ່​ບ້ານ ຟູ່ລິວ ກໍ​ຍັງ​ປະກອບ​ອາຊີບ​ເຮັດ​ນາ​ຢູ່, ​ແຕ່​ການ​ເຮັດ​ນາ​ບໍ່​ແມ່ນ​ອາຊີບ​ຕົ້ນ​ຕໍ່, ສ່ວນ​ຫຼາຍ​ແມ່ນ​ຈ້າງ​ຄົນ​ມາ​ເຮັດ.”

    ໝູ່​ບ້ານ ຟູ່ລິວ​ເກົ່າ ​ໄດ້​ກາຍ​ເປັນ​ຄຸ້ມ​ຖະໜົນ​ແລ້ວ, ​ແຕ່​ໃນ​ເຂດ​ຊຸມ​ຊົນ​ແຫ່ງ​ນີ້ ຍັງ​ຄົງ​ສາມາດ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຄື ປະ​ເພນີ​ຮັບ​​ເປັນລູກມາລ້ຽງ,ຝາກ​ລູກໃຫ້ຄອບຄົວ​ອື່ນ​ລ້ຽງ . ພໍ່​ຕູ້ ​ເລ​ແທງ​ບິງ ຜູ້​ຮັບຜິດຊອບ​ວຽກ​ງານ​ໃນ​ສາລາໝູ່​ບ້ານ ຟູ່ລິວ ​ໃຫ້​ຮູ້​ວ່າ :

   “ ຢູ່​ໝູ່​ບ້ານ ຟູ່ລິວ, ມີ​ ປະ​ເພນີ​ຮັບ​​ເປັນລູກມາລ້ຽງ​ແຕ່​ດົນ​ນານ​ແລ້ວ, ຊຶ່ງ​ບໍ່​ສາມາດ​ຫາ​ໄດ້​ຢູ່​ແຫ່ງ​ໃດ​ໃນ​ໂລກ​ນີ້. ຕາມ​ປະ​ເພນີ​​ແລ້ວ, ​ແມ່ຍິງ​ຫຼາຍ​ຄົນ​ມັກ​ໄປ​ຂ້າ​ຂາຍ​ຢູ່​ແດນ​ໄກ, ດັ່ງ​ນັ້ນ​ຢູ່​ຄອບຄົວ​ໃດ ຕ່າງ​ກໍ​ມີ​ລູກລ້ຽງ. ມີ​ຄອບຄົວ​ມີ​ລູກເຖິງ 5-6 ຄົນ ລ້ວນ​ແຕ່​ ຝາກໃຫ້ຄອບຄົວ​ອື່ນ​ລ້ຽງ. ​ເພາະສະ​ນັ້ນ, ​ໃນ​ຫຼາຍ​ຄອບຄົວ, ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ຖື​ຮອດ 2 ນາມສະກຸນ, ຍອ້ນຖື​ທັງ​ນາມສະກຸນ​ຂອງ​ພໍ່​ແມ່ລ້ຽງ​ອີກ​ນຳ ”

     ​ໃນ​ຈາກ​ການ​ຄ້າຂາຍ ​ເພື່ອ​ສ້າງ​ຄວາມ​ຮັ່ງມີ, ​ໃນໝູ່​ບ້ານ ຟູ່ລິວ ກໍ​ຍັງ​ມີ​ຫຼາຍ​ວົງ​ຕະກຸນ​ມີ​ມູນ​ເຊື້ອ​ມັກ​ຮຽນ, ມີ​ຫຼາຍ​ຄົນ​ຮຽນ​ເກັ່ງ, ​ເສັງ​ໄດ້​ຄະ​ແນນ​ດີ ​ແລະ ​ໄດ້​ກາຍ​ເປັນ​ຜູ້​ດຳລົງ​ຕຳ​ແໜ່ງສຳຄັນ​ຂອງ​ປະ​ເທດ​ຊາດ. ນັກ​ປະພັນ​ວັນນະຄະດີ ຮ່ວາງ​ຖີ້ຕວານ, ​ບ້ານ​ເກີດ​ຢູ່​ຟູ່ລິວ ​ໃຫ້​ຮູ້​ວ່າ :

    “ ຊາວບ້ານ ຟູ່ລິວ ຕ່າງ​ກໍ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ ໝູ່​ບ້ານທີ່​ມີ​ມູນ​ເຊື້ອ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ. ໝູ່​ບ້ານພວກ​ຂ້າພະ​ເຈົ້າ​ແມ່ນ​ໜຶ່ງ​​ໃນ​ບັນດາ ໝູ່​ບ້ານຢູ່​ເຂດ​ພາກ​ເໜືອ ​ໄດ້​ມີ​ຜູ້​ເສັງ​ໄດ້​ລະ​ດັບ​ປະລິນຍາ​ເອກ​ແຕ່​ສະຕະວັດ​ທີ 16 ຄື ພໍ່​ຕູ້ ຈູ​ຕາມຢີ. ​ແລ້ວ​ກໍ​ມາ​ຮອດ​ສະຕະວັດ​ທີ 19 ກໍ​ມີ​ພໍ່​ຕູ້ ຫງວຽນ​ດຶກ​ເລິນ, ພໍ່​ຕູ້ ຮ່ວາງ​ວັນ​​ແຮ່ ”

   ຫຼາຍສະຕະວັດ​ໄດ້​ຜ່ານ​ພົ້ນ​ໄປ,  ຟູ່ລິວ ກໍ​ແມ່ນ​ບ້ານ​​ເກີດ​ຂອງ​ນັກ​ປັນຍາ​ຊົນ, ນັກ​ສິລະ​ປິນທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ. ​ໃນ​ຖັນ​ແຖງ​ກອງທັບ, ມີ​ຫຼາຍ​ຄົນ​ເປັນ​ນາຍ​ພົນ, ມີ​ຄົນ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ ​ແລະ ບັນດາ​ຕຳ​ແໜ່​ງທີ່​ສຳຄັນ​ຂອງ​ພັກ ​ແລະ ລັດ. ​ແຕ່​ພ້ອມ​ກັນ​ນັ້ນ, ອາຊີບ​ຄ້າຂາຍ​ໄດ້​ນຳ​ມາ​​ເຊິ່ງຄວາມ​ອຸດົມ​ຮັ່ງມີ​ໃຫ້​ແກ່ ໝູ່​ບ້ານ ຟູ່ລິວ ​ແລະ ນີ້​ກໍ​ແມ່ນສິ່ງເພື່ອ​ເພິ່ງ​ພາ​ອາ​ໄສ ​ແລະ ລ້ຽງ​ດູ​ດ້ານ​ຈິດ​ໃຈ, ​ເຈດ​ຈຳນົງ​ສູ້​ຊົນ​ບືນ​ຕົວ​ຂຶ້ນ​ຂອງ​ຊາວບ້ານ​ລຸ່ນຕ່າງໆ. ທັງ​ນີ້​ກໍ​ໄດ້​ສ້າງ​ຄວາມ​ງາມ​ດ້ານ​ວັດທະນະທຳ​ທີ່​ເປັນ​​ເອກະລັກ​ສະ​ເພາະ​ໃຫ້​ແກ່ ໝູ່​ບ້ານ ຟູ່ລິວ.

ຕອບກັບ

ຂ່າວ/ບົດ​ອື່ນ