ຈິດໃຈເຊື່ອມເຂົ້າໂລກມະນຸດຂອງ ນິກາຍ ຈຸກເລີມອຽນຕື

 ຈິດໃຈເຊື່ອມເຂົ້າໂລກມະນຸດຂອງ ນິກາຍ ຈຸກເລີມອຽນຕື - ảnh 1
​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ໄດ້​ອອກ​ຈາກ​ຊີວິດ​ເປັນ​
ພະ​ເຈົ້າ​ແຜ່ນດິນ ​ໄດ້​ຂຶ້ນ​ພູ ອຽນ​ຕື ​ເພື່ອ​​ເຂົ້າບວດ
(ພາບ: vanhoadoisong)

   ສາສະໜາ​ພຸດ​ໄດ້​ນຳ​ເຂົ້າ​ຫວຽດນາມ​ນັບ​ແຕ່​ສະຕະວັດ​ທີ 1 ກ່ອນ ຄ.ສ ແລະ ຮ່ວມເດີນທາງພ້ອມກັບ ຊີວິດດ້ານຈິດໃຈຂອງຊາດ. ແຕ່ຮອດເວລາທີ່​ປະກົດ​ມີນິກາຍ ຈຸກເລີມ ໂດຍເຈົ້າຊີວິດ ເຈີນເຍີນຕົງ ​ແມ່ນຜູ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະຕະວັດ​ທີ 13 ນັ້ນ, ພຸດທະ​ສາສະໜາຫວຽດນາມ ຈຶ່ງ​ມີ​ນິກາຍ​ຕ່າງຫາກ ດ້ວຍ​ພືນຖານ​ທິດ​ສະ​ດີ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາສະ​ເພາະ​ຂອງ​ຕົນ. ​ແນວ​ຄິດ​ເຊື່ອມ​ເຂົ້າ​ລະຫວ່າງ​ສາສະໜາ ​ແລະ ຊີວິດ​ມະນຸດ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ກັນ​ຂອງ​ນິກາຍ ຈຸກ​ເລີມອຽນ​ຕື ​ແມ່ນ​ຜະລິດ​ຕະພັນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ, ຄຸນ​ລັກສະນະ​ຫວຽດນາມ.  ​

       ກ່ອນ​ນີ້​ກ່ວາ 700 ປີ, ຄື​ໃນ​ເດືອນ 8 ປີກຸນ 1299,ສາສະໜາ​ພຸດ​ໄດ້​ນຳ​ເຂົ້າ​ຫວຽດນາມ​ນັບ​ແຕ່​ສະຕະວັດ​ທີ 1 ກ່ອນ ຄ.ສ ແລະ ຮ່ວມເດີນທາງພ້ອມກັບຊີວິດດ້ານຈິດໃຈຂອງຊາດ. ແຕ່ຮອດເວລາທີ່​ປະກົດ​ມີນິກາຍ ຈຸກເລີມ ໂດຍເຈົ້າຊີວິດ ເຈີນເຍີນຕົງ ​ແມ່ນຜູ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະຕະວັດ​ທີ 13 ນັ້ນ, ພຸດທະ​ສາສະໜາຫວຽດນາມ ຈຶ່ງ​ມີ​ນິກາຍ​ຕ່າງຫາກ ດ້ວຍ​ພື້ນຖານ​ທິດ​ສະ​ດີ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາສະ​ເພາະ​ຂອງ​ຕົນ. ​ແນວ​ຄິດ​ເຊື່ອມ​ເຂົ້າ​ລະຫວ່າງ​ສາສະໜາ ​ແລະ ຊີວິດ​ມະນຸດ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ກັນ​ຂອງ​ນິກາຍ ຈຸກ​ເລີມອຽນ​ຕື ​ແມ່ນ​ຜະລິດ​ຕະພັນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ, ຄຸນ​ລັກສະນະ​ຫວຽດນາມ.  ​

       ກ່ອນ​ນີ້​ກ່ວາ 700 ປີ, ຄື​ໃນ​ເດືອນ 8 ປີກຸນ 1299, ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ໄດ້​ອອກ​ຈາກ​ຊີວິດ​ເປັນ​ພະ​ເຈົ້າ​ແຜ່ນດິນ ​ໄດ້​ຂຶ້ນ​ພູ ອຽນ​ຕື ​ເພື່ອ​​ເຂົ້າບວດ, ນີ້​ເປັນ​ຂີດ​ໝາຍ​ການ​ກຳ​​ເນີ​ດຂອງ ນິກາຍ ຈຸກ​ເລ​ີມອຽນ​ຕື. ນັບ​ຕັ້ງ​ແຕ່​ນັ້ນ​ມາ, ນິກາຍ ຈຸກ​ເລີມອຽນ​ຕື ​ໄດ້​ຂະຫຍາຍຕົວ​ເຖິງ​ຍອດ​ສູງ ​ແລະ ມີ​ພະ​ອາຈານ​ມະຫາ​ຜູ້ດີ​ເລີດ 3 ອົງ,​ ນັ້ນ​ແມ່ນ ​ເຍີນຕົງ, ຟາ​ບລວາ ​ແລະ ຮວ່ຽນກວາງ. ດ້ວຍການ​ສ້າງ​ຕັ້ງ ນິກາຍ ຈຸກ​ເລີມອຽນ​ຕື, ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ໄດ້​ໂຮມ​ບັນດາ​ນິກາຍ​ທີ່​ຄົງ​ຕົວ​ກ່ອນ​ນັ້ນ ​ແລະ ສະ​ມາຄົມພຸດທະ​ສາສະໜາຫວຽດນາມ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີ​ນ​ເຂົ້າກັນ​ເປັນອັນ​ໜຶ່ງ​ອັນ​ດຽວ. ສາດສະດາ ປັດ​ຊະ​ຍາ ທ້າຍ​ກິມລານ ຖື​ວ່າ ມໍລະດົກ​ຂອງ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ປະ​ໄວ້​ໃຫ້​ນັ້ນ ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ດ້ານ​ແນວ​ຄິດ​ປັດ​ຍະ​ຍາສາສະໜາ​ພຸດເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກສະນະ​ຍຸກ​ສະ​ໄໝ​ອີກ​ດ້ວຍ. ທ່ານ​ນາງ​ ທ້າຍ​ກິມລານ ກ່າວ​ວ່າ : 

    “ ທາງ​ດ້ານ​ແນວ​ຄິດ, ທ່ານ​ໄດ້​ສ້າງ​ຕັ້ງ​ນິກາຍສາສະໜາ​ພຸດຫວຽດນາມ ​ແລະ ສາມາດ​ໝູນ​ໃຊ້​ທິດ​ສະ​ດີ​ຂອງສາສະໜາ​ພຸດ​ຢ່າງ​ມີ​ໄຫວ​ພິບ ​ແລະ ຫົວ​ຄິດ​ປະດິດ​ສ້າງ ​ເພື່ອ​ສ້າງ​ແບບ​ແຜນການ​ດຳລົງ​ຊີວິດ​ທີ່​ສີວິ​ໄລ​ຂອງ​ຊາວ​ຫວຽດນາມ​ສະ​ໄໝ​ລາດ​ຊະ​ວົງ ຫຼີ, ​ເຈີ​ນ. ແບບ​ແຜນການ​ດຳລົງ​ຊີວິດຂອງ ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ແມ່ນ​ລຽບ​ງ່າຍ​. ​ເຖິງ​ວ່າ​ແມ່ນ​ເຈົ້າ​ຊີ​ວິດ​ກໍ​ຕາມ ​ແຕ່​ພະ​ອົງ ຍາມ​ໃດ​ກໍ​ຄິດ​ເຖິງ​ຜູ້​ອື່ນ, ມີ​ຄວາມ​ມາດຕາ​ກະ​ລຸ​ນາ, ຮຽກຮ້ອງ​ໃຫ້​ຢູ່​ໃນ​ສິນ​ກິນ​ໃນ​ທຳ ”

  ພາຍຫຼັງ​ໄດ້​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ມາ​ເປັນ​ເວລາກ່ວາ 700 ປີ, ມາ​ຮອດ​ປະຈຸ​ບັນ, ນິກາຍ ຈຸກ​ເລີມອຽນ​ຕື ​​ສາມາດຢັ້ງຢືນ​ຕົນ​ເອງ​ແມ່ນ​ກິ​ກາຍ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ ຊຶ່ງ​ຍອດ​ສູງ​ຂອງ​ມັນ​ແມ່ນ​ແນວ​ຄິດ​ເຊື່ອມ​ເຂົ້າ​ໂລກ​ມະນຸດ, ສາສະໜາ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ໂລກ​ມະນຸດ​ໄດ້. ທ່ານ ດຣ ຫງວຽນ​ຮິ້ວ​ເຊີນ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ​ໃຫ້​ຮູ້​ວ່າ

    “​ ​ເຈີ​ນ​ເຍີນຕົງ ​ໄດ້​ສ້າງ​ຕັ້ງນິກາຍ ຈຸກ​ເລ​ີມອຽນ​ຕື ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ທີ່​ໄດ້​ຈາກ​ປູ​ຂອງ​ຕົນ​ແມ່ນ​ ​ເຈີ​ນທ້າຍ​ຕົງ ​ແລະ ບິດາ​ຂອງ​ຕົນ. ພະ​ອົງ​ໄດ້​ຄິດ​ເຖິງແນວ​ຄິດ​ເຊື່ອມ​ເຂົ້າ​ໂລກ​ມະນຸດ, ຮ່ວມ​​ເດີນທາງ​ພ້ອມ​ກັບປະ​ເທດ​ຊາດ. ​​ເຈີ​ນ​ເຍີນຕົງ ຍາມ​ໃດ​ກໍ​ເວົ້າ​ເຖິງຈິດ​ໃຈ, ຊີວິດ​ມະນຸດ, ຊີວິດ​ເປັນ​ບວດ​ແຕ່​ບໍ່​ປາສະຈາກ​ໂລກ​ມະນຸດ”

    ຕາມທ່ານ ດຣ ຫງວຽນ​ຮິ້ວ​ເຊີນ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ແລ້ວ, ແນວ​ຄິດຈິດ​ໃຈ​ເຊື່ອມ​ເຂົ້າ​ໂລກ​ມະນຸດຂອງນິກາຍ ຈຸກ​ເລີມອຽນ​ຕື ​ແມ່ນ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຈາກ​ນັກບວດ​ລຸ່ນຕ່າງໆ​ຂອງ​ນິກາຍ. ທ່ານ ດຣ ຫງວຽນ​ຮິ້ວ​ເຊີນ ນັກ​ຄົ້ນ​ຄ້ວາ​ວັດທະນະທຳກ່າວອີກ​ວ່າ :

   “ ​ເມື່ອ​ເວົ້າ​ເຖິງ ນິກາຍ ຈຸກ​ເລີມອຽນ​ຕື ​ແມ່ນ​ເວົ້າ​ເຖິງວັດວາອາ​ຮາມ​ທີ່​ມີ​ຊື່​ສຽງ​ຄື ວັດ ວິ້ງ​ງຽມ, ກົນ​ເຊີນ, ຮວາ​ງຽມ. ວັດ​ເຫຼົ່າ​ນັ້ນ ພ້ອມ​ກັບ​ລະບົບ​ຄຳ​ພີ​ໃນ​ໄລຍະ​ນີ້ ​ແມ່ນ​ມີ​ພະລັງ​ຊີວິດອັນແຮງກ້າ ແລະ ໄດ້ຖ່າຍທອດເຖິງມະນຸດ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ນິກາຍ ຈຸກ​ເລີມອຽນ​ຕື ໄດ້ຕິພັນກັບທຳມະແຫ່ງຊາດ ແລະ ຍືນຍົງຄົງຕົວ. ຍ້ອນເຫດນີ້ເອງ, ວັດ ວິ້ງ​ງຽມ, ຮວາ​ງຽມ ໄດ້ຮັບການປຸກ​ສ້າງ​ຢູ່​ຫຼາຍ​ແຫ່ງ​ຄື ​ເຫ້ວ, ​ໄຊ​ງ່ອນ. ມາ​ຮອດ​ປະຈຸ​ບັນ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ກໍ​ລ້ວນ​ແຕ່​ມີ​ວັດ​ເຫຼົ່າ​ນັ້ນ ຊຶ່ງ​​ໄດ້​ຕັ້ງ​ຊື່​ຕາມ ນິກາຍ ຈຸກ​ເລ​ີມ ອຽນ​ຕື ”

    ນິກາຍ ຈຸກ​ເລີມອຽນ​ຕື ​ໄດ້ເຊື່ອມ​ເຂົ້າ​ໂລກ​ມະນຸດ, ພ້ອມ​ກັບ​ຊາດ​ໃນ​ພາລະກິດພັດທະນາ​ປະ​ເທດ​ຊາດ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສ້າງ​ສີສັນ​ໃຫ້​ແກ່​ພຸດທະ​ສາສະໜາ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​​ເຖິງ​ຊີວິດ​ການ​ເມືອງ, ວັດທະນະທຳ​ສັງຄົມ​ຂອງ​ຫວຽດນາມອີກ​ດ້ວຍ.

     ​ເປັນ​ອັນວ່າ ຈິ​ດໃຈເຊື່ອມ​ເຂົ້າ​ໂລກ​ມະນຸດຂອງ ນິກາຍ ຈຸກ​ເລີມອຽນ​ຕື​ແມ່ນ​ຜະລິດ​ຕະພັນ​ທາງ​ດ້ານ​ຈິດ​ໃຈ​ມີ​ສີສັນວັດທະນະທຳ, ຄຸນ​ລັກສະນະ​ຫວຽດນາມ. ຈິ​ດໃຈເຊື່ອມ​ເຂົ້າ​ໂລກ​ມະນຸດ​ເວົ້າ​ສະ​ເພາະ ​ແລະ ຈິດ​ໃຈນິກາຍ ຈຸກ​ເລ​ີມ ​ເວົ້າ​ລວມ ​ໄດ້​ເປັນ​ການ​ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ປະຫວັດສາດ​ໄດ້​ວາງ​ອອກ​ໃນ​ຍຸກ​ສະ​ໄໝ​ນັ້ນ ​ແລະ ​ແກ່ຍາວ​ຈົນ​ຮອດ​ວັນ​ນີ້ ​ແລະ ຮ່ວມ​ເດີນທາງ​ພ້ອມ​ກັບ​ປະ​ຫວັດ​ສາດ​ວັດທະນະທຳ​ແຫ່ງ​ຊາດ​ເຖິງ​ອະນາຄົດ.
, ນີ້​ເປັນ​ຂີດ​ໝາຍ​ການ​ກຳ​​ເນີ​ດຂອງ ນິກາຍ ຈຸກ​ເລີມອຽນ​ຕື. ນັບ​ຕັ້ງ​ແຕ່​ນັ້ນ​ມາ, ນິກາຍ ຈຸກ​ເລີມອຽນ​ຕື ​ໄດ້​ຂະຫຍາຍຕົວ​ເຖິງ​ຍອດ​ສູງ ​ແລະ ມີ​ພະ​ອາຈານ​ມະຫາ​ຜູ້ດີ​ເລີດ 3 ອົງ,​ ນັ້ນ​ແມ່ນ ​ເຍີນຕົງ, ຟາ​ບລວາ ​ແລະ ຮວ່ຽນກວາງ. ດ້ວຍການ​ສ້າງ​ຕັ້ງ ນິກາຍ ຈຸກ​ເລີມອຽນ​ຕື, ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ໄດ້​ໂຮມ​ບັນດາ​ນິກາຍ​ທີ່​ຄົງ​ຕົວ​ກ່ອນ​ນັ້ນ ​ແລະ ສະ​ມາຄົມພຸດທະ​ສາສະໜາຫວຽດນາມ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີ​ນ​ເຂົ້າກັນ​ເປັນອັນ​ໜຶ່ງ​ອັນ​ດຽວ. ສາດສະດາ ປັດ​ຊະ​ຍາ ທ້າຍ​ກິມລານ ຖື​ວ່າ ມໍລະດົກ​ຂອງ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ປະ​ໄວ້​ໃຫ້​ນັ້ນ ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ດ້ານ​ແນວ​ຄິດ​ປັດ​ຍະ​ຍາສາສະໜາ​ພຸດເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກສະນະ​ຍຸກ​ສະ​ໄໝ​ອີກ​ດ້ວຍ. ທ່ານ​ນາງ​ ທ້າຍ​ກິມລານ ກ່າວ​ວ່າ : 

    “ ທາງ​ດ້ານ​ແນວ​ຄິດ, ທ່ານ​ໄດ້​ສ້າງ​ຕັ້ງ​ນິກາຍສາສະໜາ​ພຸດຫວຽດນາມ ​ແລະ ສາມາດ​ໝູນ​ໃຊ້​ທິດ​ສະ​ດີ​ຂອງສາສະໜາ​ພຸດ​ຢ່າງ​ມີ​ໄຫວ​ພິບ ​ແລະ ຫົວ​ຄິດ​ປະດິດ​ສ້າງ ​ເພື່ອ​ສ້າງ​ແບບ​ແຜນການ​ດຳລົງ​ຊີວິດ​ທີ່​ສີວິ​ໄລ​ຂອງ​ຊາວ​ຫວຽດນາມ​ສະ​ໄໝ​ລາດ​ຊະ​ວົງ ຫຼີ, ​ເຈີ​ນ. ແບບ​ແຜນການ​ດຳລົງ​ຊີວິດຂອງ ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ແມ່ນ​ລຽບ​ງ່າຍ​. ​ເຖິງ​ວ່າ​ແມ່ນ​ເຈົ້າ​ຊີ​ວິດ​ກໍ​ຕາມ ​ແຕ່​ພະ​ອົງ ຍາມ​ໃດ​ກໍ​ຄິດ​ເຖິງ​ຜູ້​ອື່ນ, ມີ​ຄວາມ​ມາດຕາ​ກະ​ລຸ​ນາ, ຮຽກຮ້ອງ​ໃຫ້​ຢູ່​ໃນ​ສິນ​ກິນ​ໃນ​ທຳ ”

  ພາຍຫຼັງ​ໄດ້​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ມາ​ເປັນ​ເວລາກ່ວາ 700 ປີ, ມາ​ຮອດ​ປະຈຸ​ບັນ, ນິກາຍ ຈຸກ​ເລີມອຽນ​ຕື ​​ສາມາດຢັ້ງຢືນ​ຕົນ​ເອງ​ແມ່ນ​ກິ​ກາຍ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ ຊຶ່ງ​ຍອດ​ສູງ​ຂອງ​ມັນ​ແມ່ນ​ແນວ​ຄິດ​ເຊື່ອມ​ເຂົ້າ​ໂລກ​ມະນຸດ, ສາສະໜາ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ໂລກ​ມະນຸດ​ໄດ້. ທ່ານ ດຣ ຫງວຽນ​ຮິ້ວ​ເຊີນ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ​ໃຫ້​ຮູ້​ວ່າ 

    “​ ​ເຈີ​ນ​ເຍີນຕົງ ​ໄດ້​ສ້າງ​ຕັ້ງນິກາຍ ຈຸກ​ເລີມອຽນ​ຕື ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ທີ່​ໄດ້​ຈາກ​ປູ​ຂອງ​ຕົນ​ແມ່ນ​ ​ເຈີ​ນທ້າຍ​ຕົງ ​ແລະ ບິດາ​ຂອງ​ຕົນ. ພະ​ອົງ​ໄດ້​ຄິດ​ເຖິງແນວ​ຄິດ​ເຊື່ອມ​ເຂົ້າ​ໂລກ​ມະນຸດ, ຮ່ວມ​​ເດີນທາງ​ພ້ອມ​ກັບປະ​ເທດ​ຊາດ. ​​ເຈີ​ນ​ເຍີນຕົງ ຍາມ​ໃດ​ກໍ​ເວົ້າ​ເຖິງຈິດ​ໃຈ, ຊີວິດ​ມະນຸດ, ຊີວິດ​ເປັນ​ບວດ​ແຕ່​ບໍ່​ປາສະຈາກ​ໂລກ​ມະນຸດ”

    ຕາມທ່ານ ດຣ ຫງວຽນ​ຮິ້ວ​ເຊີນ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ແລ້ວ, ແນວ​ຄິດຈິດ​ໃຈ​ເຊື່ອມ​ເຂົ້າ​ໂລກ​ມະນຸດຂອງນິກາຍ ຈຸກ​ເລີມອຽນ​ຕື ​ແມ່ນ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຈາກ​ນັກບວດ​ລຸ່ນຕ່າງໆ​ຂອງ​ນິກາຍ. ທ່ານ ດຣ ຫງວຽນ​ຮິ້ວ​ເຊີນ ນັກ​ຄົ້ນ​ຄ້ວາ​ວັດທະນະທຳກ່າວອີກ​ວ່າ :

   “ ​ເມື່ອ​ເວົ້າ​ເຖິງ ນິກາຍ ຈຸກ​ເລີມອຽນ​ຕື ​ແມ່ນ​ເວົ້າ​ເຖິງວັດວາອາ​ຮາມ​ທີ່​ມີ​ຊື່​ສຽງ​ຄື ວັດ ວິ້ງ​ງຽມ, ກົນ​ເຊີນ, ຮວາ​ງຽມ. ວັດ​ເຫຼົ່າ​ນັ້ນ ພ້ອມ​ກັບ​ລະບົບ​ຄຳ​ພີ​ໃນ​ໄລຍະ​ນີ້ ​ແມ່ນ​ມີ​ພະລັງ​ຊີວິດອັນແຮງກ້າ ແລະ ໄດ້ຖ່າຍທອດເຖິງມະນຸດ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ນິກາຍ ຈຸກ​ເລີມອຽນ​ຕື ໄດ້ຕິພັນກັບທຳມະ ແຫ່ງຊາດ ແລະ ຍືນຍົງຄົງຕົວ. ຍ້ອນເຫດນີ້ເອງ, ວັດ ວິ້ງ​ງຽມ, ຮວາ​ງຽມ ໄດ້ຮັບການປຸກ​ສ້າງ​ຢູ່​ຫຼາຍ​ແຫ່ງ​ຄື ​ເຫ້ວ, ​ໄຊ​ງ່ອນ. ມາ​ຮອດ​ປະຈຸ​ບັນ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ກໍ​ລ້ວນ​ແຕ່​ມີ​ວັດ​ເຫຼົ່າ​ນັ້ນ ຊຶ່ງ​​ໄດ້​ຕັ້ງ​ຊື່​ຕາມ ນິກາຍ ຈຸກ​ເລີມ ອຽນ​ຕື ”

    ນິກາຍ ຈຸກ​ເລີມອຽນ​ຕື ​ໄດ້ເຊື່ອມ​ເຂົ້າ​ໂລກ​ມະນຸດ, ພ້ອມ​ກັບ​ຊາດ​ໃນ​ພາລະກິດພັດທະນາ​ປະ​ເທດ​ຊາດ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສ້າງ​ສີສັນ​ໃຫ້​ແກ່​ພຸດທະ​ສາສະໜາ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​​ເຖິງ​ຊີວິດ​ການ​ເມືອງ, ວັດທະນະທຳ​ສັງຄົມ​ຂອງ​ຫວຽດນາມອີກ​ດ້ວຍ.

     ​ເປັນ​ອັນວ່າ ຈິ​ດໃຈເຊື່ອມ​ເຂົ້າ​ໂລກ​ມະນຸດຂອງ ນິກາຍ ຈຸກ​ເລ​ີມອຽນ​ຕື​ແມ່ນ​ຜະລິດ​ຕະພັນ​ທາງ​ດ້ານ​ຈິດ​ໃຈ​ມີ​ສີສັນວັດທະນະທຳ, ຄຸນ​ລັກສະນະ​ຫວຽດນາມ. ຈິ​ດໃຈເຊື່ອມ​ເຂົ້າ​ໂລກ​ມະນຸດ​ເວົ້າ​ສະ​ເພາະ ​ແລະ ຈິດ​ໃຈນິກາຍ ຈຸກ​ເລີມ ​ເວົ້າ​ລວມ ​ໄດ້​ເປັນ​ການ​ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ປະຫວັດສາດ​ໄດ້​ວາງ​ອອກ​ໃນ​ຍຸກ​ສະ​ໄໝ​ນັ້ນ ​ແລະ ​ແກ່ຍາວ​ຈົນ​ຮອດ​ວັນ​ນີ້ ​ແລະ ຮ່ວມ​ເດີນທາງ​ພ້ອມ​ກັບ​ປະ​ຫວັດ​ສາດ​ວັດທະນະທຳ​ແຫ່ງ​ຊາດ​ເຖິງ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ