ຈາກຄວາມໃຝ່ຝັນຂອງໄວໜຸ່ມ ເຖິງອະນາຄົດຂອງ ຂະແໜງອຸດສາຫະກຳ ວັດທະນະທຳ ຫວຽດນາມ

(VOVWORLD) -ຄວາມສຳເລັດຂອງຄອນເສີດ ເອີບຈິດຫູດແມມໂມຣີ ໃນສາມປີທີ່ຜ່ານມາ ພ້ອມກັບບັນດາຄ່ຳຄືນສະແດງດົນຕີປະສານສຽງ ດ້ວຍການປະກົດຕົວຂອງບັນດານັກສິລະປິນທີ່ຍັງໜຸ່ມແໜ້ນ ແມ່ນຂີດໝາຍໃຫ້ແກ່ການສ້າງ ຂະແໜງອຸດສາຫະການວັດທະນະທຳ ຫວຽດນາມ ເປັນຮູບປະທຳ. ຢູ່ໃນນີ້ບັນດານັກສິລະປິນ, ນັກຜະລິດ, ກອງທຶນຊ່ວຍໜູນຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານດົນຕີ ແລະ ສຳຄັນແມ່ນບັນດານັກສິລະປິນທີ່ຍັງໜຸ່ມແໜ້ນ ເຊິ່ງໄດ້ຮັບການຕອບສະໜອງຈາກມວນຊົນ ແລະ ສາມາດດຳລົງຊີວິດດ້ວຍການປະກອບອາຊີບນີ້
ຈາກຄວາມໃຝ່ຝັນຂອງໄວໜຸ່ມ ເຖິງອະນາຄົດຂອງ ຂະແໜງອຸດສາຫະກຳ ວັດທະນະທຳ ຫວຽດນາມ  - ảnh 1 ພາບປະກອບ

2 ນາທີ 16 ວິນາທີ ແມ່ນຊ່ວງເວລາຂອງການຕົບມື ເຊິ່ງຜູ້ຊົມໃນເວທີສະແດງ ຢູ່ສະຖານບັນດົນຕີແຫ່ງຊາດ ຫວຽດນາມ ໄດ້ສະຫງວນໃຫ້ແກ່ວົງດົນຕີປະສານສຽງ ຄອນເສີດເອີບຈິດຫູດແມມໂມຣີ  ແປວ່າວົງດົນຕີປະສານສຽງຄວາມຊົງຈຳຄາວເຍົາໄວ, ເມື່ອການສະແດງຢູ່ທີ່ນີ້ໄດ້ສິ້ນສຸດລົງ. ແລະ ນັ້ນກໍ່ບໍ່ແມ່ນເລື່ອງທີ່ຫາຍາກ. ສາມປີທີ່ຜ່ານມາ ດ້ວຍການສະແດງນັບຮ້ອຍຄ່ຳຄືນ ຈາກພາກໜືອລົງຮອດພາກໃຕ້, ຄ່ຳຄືນໃດເລື່ອງນີ້ກໍ່ໄດ້ເກີດຂຶ້ນ. ຜູ້ຊົມໜຸ່ມໄດ້ຟັງ ແລະ ມີຄວາມຊົມຊອບຕໍ່ລາຍການສະແດງຂອງວົງດົນຕີປະສານສຽງນີ້. ມີຜູ້ຊົມບາງຄົນໄດ້ສະແດງຄວາມໃນໃຈວ່າ:

           “ຂ້າພະເຈົ້າມີຄວາມຕົກສະເງິທີ່ສຸດຕໍ່ການສະແດງ ຕອນສະຫຼຸບ ເພາະໄດ້ຄັດສະເໜີຈາກຮູບເງົາກະຕູນ ໂດເລໂມ”.

         “ນ້ອງຄິດວ່າລາຍການນີ້ ມີຄວາມດູດດື່ມທີ່ສຸດ ເພາະວ່ານ້ອງມີຄວາມປະທັບໃຈ ຕໍ່ການສະແດງຂອງນັກສະລະປິນຍິງຄົນໜຶ່ງ ໃນວົງດົນຕີປະສານສຽງ”

      ຄອນເສີດເອີບ ຈິດຫູດແມມໂມຣີ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2016 ແນໃສ່ຫັນຄວາມໃຝ່ຝັນຂອງບັນດານັກດົນຕີໜຸ່ມ ສັງກັດສະຖາບັນດົນຕີແຫ່ງຊາດ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ເຂົາເຈົ້າສາມາດສະແດງໄດ້ເຊັ່ນນັ້ນ ກໍ່ຍ້ອນວ່າ ດົນຕີທີ່ເຂົາເຈົ້າໄດ້ສະແດງແມ່ນ ບໍ່ຫ່າງໄກກັບໄວໜຸ່ມ. ບັນດາທຳນອງດົນຕີກໍ່ໄດ້ຕິດພັນກັບຄາວເຍົາໄວ, ແມ່ນບັນດາບົດດົນຕີທີ່ດັງກ້ອງກັງວານຂຶ້ນ ຈາກບັນດາຮູບເງົາກະຕູນທີ່ເຂົາເຈົ້າໄດ້ເຄີຍຮັບຊົມແຕ່ຄາວຍັງນ້ອຍ. ເປັນຄັ້ງທຳອິດທີ່ຢູ່ ຫວຽດນາມ ກໍ່ໄດ້ມີດົນຕີປະສານສຽງ ຫຼິ້ນດົນຕີຮູບເງົາກະຕູນ ໂດຍມີການປະສານສົມທົບ ພ້ອມກັບວົງດົນຕີຫຼາຍປະເພດ ເພື່ອນຳມາເຊິ່ງບັນດາລາຍການທີ່ດູດດື່ມທີ່ສຸດ ໃຫ້ແກ່ຜູ້ຊົມ. ທ່ານ ມາຍຊວນຮ໋າຍ ຫົວໜ້າວົງດົນຕີປະສານສຽງ ໃຫ້ຮູ້ວ່າ:

       “ເຮົາຢາກທຳການສະແດງ ເພື່ອຮັບໃຊ້ຜູ້ຊົມ ກ່ຽວກັບບັນດາລາຍການທີ່ດີທີ່ສຸດ ແລະ ອາດຈະເຮັດໃຫ້ເຂົາເຈົ້າມີຄວາມປະທັບໃຈ. ເມື່ອຈັດຕັ້ງບັນດາລາຍການເຊັ່ນນີ້,  ເຖິງວ່າໄດ້ນຳລາຍການມາສະແດງຢູ່ເວທີສະແດງຂອງວົງດົນຕີປະສານສຽງກໍຕາມ ແຕ່ກໍ່ມີຄວາມໃກ້ຊິດຕິດແທດກັບຜູ້ຊົມ. ນີ້ກໍ່ແມ່ນທິດກ້າວເດີນ ທີ່ເຮົາຢາກນຳບັນດາທ່ານຜູ້ຊົມ ເຂົ້າໃກ້ກັບເວທີສະແດງວົງດົນຕີປະສານສຽງ”.

      ຫົວເລື່ອງຕົ້ນຕໍຂອງສອງຄ່ຳຄືນສະແດງດົນຕີທີ່ຈັດຂຶ້ນໃນວັນທີ 4 ແລະ ວັນທີ 5 ກໍລະກົດ ທີ່ຜ່ານມາ ແມ່ນການຜ່ານຜ່າຄວາມທົດສອບ ເພື່ອຂະຫຍາຍຕົວ, ແລະ ເພື່ອປະຕິບັດຕາມຄວາມໃຝ່ຝັນ. ບັນດາສະມາຊິກຂອງ ຄອນເສີດເອີບຈິດຫູດແມມໂມຣີ ໄດ້ປະຕິບັດບັນດາລາຍການ ສະແດງດົນຕີປະສານສຽງ ໃນທົ່ວປະເທດ ໃນສາມປີທີ່ຜ່ານມາ ທັງກໍ່ແມ່ນການເດີນທາງຫັນຄວາມໃຝ່ຝັນຂອງເຂົາເຈົ້າ ກາຍເປັນຄວາມຈິງ. ເຂົາເຈົ້າແມ່ນບັນດາຜູ້ທີ່ຍັງໜຸ່ມແໜ້ນ ໄດ້ຮ່ຳໄດ້ຮຽນຢູ່ໂຮງຮຽນດົນ, ມີຈິນຕະນາການ ແບບໄຫວພິບເພື່ອຮັບໃຊ້ບັນດາຜູ້ຊົມ, ນຳບັນດາຜະລິດຕະພັນດົນຕີທີ່ແທດເໝາະ ກັບທ່າອ່ຽງຍຸກສະໄໝມາຮັບໃຊ້ຜູ້ຊົມທັງຫຼາຍ. ທ່ານ ມາກູໂຕຕານີ ຜູ້ອຳນວຍການໃຫຍ່ບໍລິສັດດົນຕີ ຢາມາຮາ ຫວຽດນາມ, ເຊິ່ງແມ່ນຫົວໜ່ວຍທີ່ໄດ້ຮ່ວມເດີນທາງພ້ອມກັບວົງດົນຕີ ນັບແຕ່ຊຸມວັນທຳອິດ ໃຫ້ຮູ້ວ່າ:

     “ນີ້ແມ່ນປີທີສາມທີ່ພວກຂ້າພະເຈົ້າກໍ່ໄດ້ຮ່ວມເດີນທາງ  ພ້ອມກັບຄອນເສີດ   ເອີບຈິດຫູດແມມໂມຣີ. ບັນດານັກສິລະປິນໜຸ່ມໄດ້ສະແດງໃຫ້ເຫັນ ລັກສະນະເປັນມືອາຊີບ ໃນການຝຶກແອບ ແລະ ສະແດງ. ການສະແດງບັນດາລາຍການເຊັ່ນນີ້ ກໍ່ຈະຊ່ວຍໃຫ້ເຂົາເຈົ້າ  ໄດ້ຖອດຖອນບົດຮຽນເພື່ອທຳການສະແດງ ໃນບັນດາລາຍການ ທີ່ມີຂອບຂະໜາດໃຫຍ່ກວ່າ. ຂ້າພະເຈົ້າຖືວ່າ ຄອນເສີດ ເອີບຈິດຫູດແມມໂມຣີ ແມ່ນລາຍການທີ່ດີ ແລະ ຫວັງວ່າ ລາຍການຈະຍັງຄົງສືບຕໍ່ທຳການສະແດງໃນຫຼາຍປີທີ່ຈະມາເຖິງ”.

      ໃນໄລຍະທີ່ຜ່ານມາຢູ່ ຫວຽດນາມ ກໍ່ມີຫຼາຍລາຍການແບບຄອນເສີດເອີບຈິດຫູດແມມໂມຣີ, ໃນລາຍການບັນດານັກສິລະປິນ ກໍ່ໄດ້ນຳໃຊ້ເຄື່ອງດົນຕີ ໃນວົງດົນຕີປະສານສຽງ ເພື່ອຫຼິ້ນບັນດາບົດດົນຕີທຳນອງບົດ, ດົນຕີໃນຮູບເງົາ, ບັນດາທຳນອງທັນສະໄໝ ເພື່ອຮັບໃຊ້ຜູ້ຟັງ. ນີ້ແມ່ນທ່າອ່ຽງຂອງໂລກ ຂະນະທີ່ວົງດົນຕີປະສານສຽງ ແລະ ດົນຕີທັນສະໄໝບໍ່ມີຂອບເຂດຈຳກັດ. ເຂົ້າໃກ້ ແລະ ເຊື່ອມຕົວເຂົ້າກັບທ່າອ່ຽງ ຍຸກສະໄໝໄດ້ຊ່ວຍໃຫ້ບັນດານັກສິລະປິນໜຸ່ມ ຫວຽດນາມ ມີກາລະໂອກາດປະກອບອາຊີບໃຫ້ແກ່ຕົນເອງ. ບັນດານັກສິລະປິນ ໃນວົງດົນຕີປະສານສຽງ ອາດຈະເຮັດເປັນດົນຕີໃນຮູບເງົາ ເພື່ອສະແດງໃນບັນດາເຫດການທີ່ສຳຄັນຂອງວິສາຫະກິດ. ຕາມທ່ານ ມາຍຊວນຮ໋າຍ ຫົວໜ້ານວົງດົນຕີໃຫ້ຮູ້ວ່າ, ນັກສຶກສາເກືອບທັງໝົດໃນສະຖາບັນດົນຕີ ຕ່າງກໍ່ໄດ້ໄປເຮັດວຽກ ນັບແຕ່ຄາວຍັງໄປໂຮງຮຽນ. ທ່ານໃຫ້ຮູ້ວ່າ:

      “ບັນດາເພື່ອນທີ່ຮຽນຢູ່ທີ່ນີ້ ນັບແຕ່ຄາວຍັງຢູ່ໂຮງຮຽນມະຫາວິທະຍາໄລກໍ່ໄດ້ໄປເຮັດວຽກເປັນປົກກະຕິ, ອາດສາມາດໄປສິດສອນ ໄປຫຼິ້ນດົນຕີຢູ່ບັນດາເຫດການທີ່ສຳຄັນຄື ຄອນເສີດ ເອີບຈິດຫູດແມມໂມຣີ ເປັນຕົ້ນ”.

     ໃນຊຸມປີທີ່ຜ່ານມາ, ໃນຂະແໜງອຸດສາຫະກຳ ວັດທະນະທຳຢູ່ ຫວຽດນາມ ພວມຄ່ອຍໆສ້າງເປັນຮູບປະທຳຢ່າງຈະແຈ້ງກວ່າ. ບັນດາປັດໄຈຂອງຂະແໜງອຸດສາຫະກຳດັ່ງກ່າວລວມມີ ບັນດານັກສິລະປະປິນ, ນັກຜະລິດດົນຕີ, ບັນດາຜູ້ທີ່ສາມາດນຳໃຊ້ດົນຕີຂອງເຂົາເຈົ້າ, ບັນດາກອງທຶນຊ່ວຍໜູນ ຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານດົນຕີ ກໍ່ໄດ້ປະກົດຕົວນັບມື້ນັບຫຼາຍຂຶ້ນ. ນີ້ກໍ່ແມ່ນສັນຍານທີ່ດີ ສຳລັບການຂະຫຍາຍຕົວຂອງອຸດສາຫະກຳ ວັດທະນະທຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ