ຊ່ອງຢູທູບ ເລົ່າເລື່ອງຂອງ VOV ເຊື່ອມຕໍ່ໃນຂອບເຂດກວ້າງໃຫຍ່

(VOVWORLD) -ພາຍຫຼັງໄດ້ສ້າງຕັ້ງມາເປັນເວລາກວ່າໜຶ່ງປີ, ຊ່ອງ VOV Live - ເລົ່າເລື່ອງຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ລື່ນກາຍລະດັບ 100.000 ເທື່ອຄົນຕິດຕາມ ເຊິ່ງມີເງື່ອນໄຂຢ່າງພຽງພໍເພື່ອຮັບນາມມະຍົດປູມເງິນຂອງ ຢູທູບ. ປັດຈຸບັນຊ່ອງນີ້ ພວມມີຜູ້ຊົມກວ່າ 24 ລ້ານເທື່ອຄົນ ອັນໄດ້ກາຍເປັນຊ່ອງພົວພັນແລກປ່ຽນ ເຊື່ອມຕໍ່ອັນກວ້າງໃຫຍ່ ລະຫຫວ່າງບັນດາຜູ້ນິຍົມຊົມຊອບວັນນະຄະດີ ຫວຽດນາມ ແລະ ໂລກ
ຊ່ອງຢູທູບ ເລົ່າເລື່ອງຂອງ VOV ເຊື່ອມຕໍ່ໃນຂອບເຂດກວ້າງໃຫຍ່ - ảnh 1ນັກຂ່າວ ເຈິ່ນເຍິດມິງ ຫົວໜ້າພະແນກວັນນະຄະດີສິລະປະ -VOV  ຜູ້ຮັບຜິດຊອບການຜະລິດບັນດາລາຍກາຍເລົ່າເລື່ອງ

     ເລົ່າເລື່ອງຍາມເດິກ, ເລົ່າເລື່ອງຍາວ ແມ່ນສອງໃນຈຳນວນບັນດາລາຍການທີ່ໃກ້ຊິດສະໜິດສະໜົມກັບຜູ້ຟັງທີ່ນິຍົມຊົມຊອບກັບ VOV ນັບ 10 ປີມານີ້. ພ້ອມກັບບັນດາບົດປະພັນວັນນະຄະດີອັນໂດດເດັ່ນ ມີຊື່ສຽງໃນພື້ນຖານວັນນະຄະດີໂລກ, ບັນດາລາຍການເລົ່າເລື່ອງຂອງ VOV ຍັງເລືອກເອົາເພື່ອແນະນຳບັນດາບົດປະພັນໃໝ່ຂອງບັນດານັກປະພັນໜຸ່ມຢູ່ພາຍໃນປະເທດ. ນັກຂ່າວ ເຈິ່ນເຍິດມິງ ຫົວໜ້າພະແນກວັນນະຄະດີສິລະປະ -VOV  ຜູ້ຮັບຜິດຊອບການຜະລິດບັນດາລາຍກາຍເລົ່າເລື່ອງ ໃຫ້ຮູ້ວ່າ:

        “ຜູ້ຟັງຜູ້ອ່ານມີຄວາມຕ້ອງການຊອກຮູ້ ກ່ຽວກັບບົດປະພັນໃດນັ້ນ ພວກຂ້າພະເຈົ້າຕ້ອງຊອກຮູ້ ເພື່ອນຳບັນດາບົດປະພັນ ເລື່ອງສັ້ນອອກອາກາດ ເພື່ອໃຫ້ແທດເໝາະກັບເຂົາເຈົ້າ. ຍິ່ງກວ່ານັ້ນ ພວກຂ້າພະເຈົ້າຍັງປ່ຽນແປງບັນຍາກາດພົວພັນແລກປ່ຽນ, ນອກຈາກເລື່ອງສັ້ນແລ້ວ ພວກຂ້າພະເຈົ້າຍັງແນະນຳຄຳວິຈານ, ການຕິີລາຄາກ່ຽວກັບເລື່ອງສັ້ນນັ້ນ ເຊິ່ງບໍ່ພຽງແຕ່ຂອງບັນດານັກບັນນາທິການເທົ່ານັ້ນ ຫາກຍັງຂອງບັນດານັກປະພັນວັນນະຄະດີ ເພຶ້ອນຮ່ວມງານ ເພື່ອວິຈານເລື່ອງລາວນັ້ນ ຜ່ານຄື້ນກະຈາຍສຽງອີກດ້ວຍ, ທັງນີ້ກໍ່ສາມາດສ້າງຕື່ມອີກຊົນຊັ້ນໜຶ່ງ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຟັງ”.

    ປູ່ມເງິນ ຢູທູບ ແມ່ນລາງວັນໂດຍ ຢູທູບ ສະຫງວນໃຫ້ແກ່ບັນດາສ່ວນບຸກຄົນ ອົງການຈັດຕັ້ງມີການປະດິດຄິດແຕ່ງເນື້ອໃນຂອງ ກລິບວີດີໂອ. ປູມເງິນກໍ່ສາມາດຢັ້ງຢືນໃຫ້ແກ່ລະດັບການປົກຄຸມຄື້ນຂອງຊ່ອງທີ່ມີຕໍ່ວົງຄະນາຍາດຜູ້ຊົມຢູທູບ. ເພື່ອໄດ້ຮັບປູມເງິນຈາກ ຢູທູບ, ຄວາມຮຽກຮ້ອງຕ້ອງການຢ່າງຕ່ຳສຸດ ແມ່ນຊ່ອງຂອງເພື່ອນຕ້ອງມີ 100.000 ເທື່ອຄົນເປີດຕິດຕາມຊ່ອງຂອງເພື່ອນ. ນາງ ຫງວຽນທູຈາງ ຢູ່ເມືອງ ຮວ່ານກ໊ຽມ  ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ຟັງລາຍການຜ່ານ VOV Live ມີຄວາມສະດວກຫຼາຍຢ່າງ ເພາະເຮົາສາມາດເປັນເຈົ້າການສຳຜັດຢ່າງງ່າຍດາຍກວ່າ, ລາຍການກໍ່ມີຄວາມອຸດົມສົມບູນທີ່ສຸດ ມີດົນຕີແລະ ສາມາດໃຫ້ເຮົາເລືອກເຟັ້ນໄດ້ຫຼາຍຢ່າງ. ຂ້າພະເຈົ້າຄິດວ່າ VOV Live ແມ່ນທິດກ້າວເດີນຢ່າງຖືກຕ້ອງຂອງ VOV ອັນໄດ້ຊ່ວຍໃຫ້ຜູ້ຟັງ ໃນນັ້ນມີຂ້າພະເຈົ້າສາມາດໃກ້ຊິດຕິດແທດກັບລາຍການກະຈາຍສຽງ ທີ່ພວກຂ້າພະເຈົ້າຊົມຊອບ”.

       ພ້ອມກັບການປ່ຽນແປງໃໝ່ທາງດ້ານເນື້ອໃນ ມີຄວາມອຸດົມສົມບູນກ່ຽວກັບປະເພດ ແລະ ມີວິທີສຳຜັດຢ່າງຫຼາຍຮູບຫຼາຍແບບ ນັ້ນແມ່ນໜຶ່ງໃນບັນດາທິດກ້າວເດີນທີ່ສຳຄັນ ໃນການພັດທະນາຂອງຊ່ອງ VOV Live - ເລົ່າເລື່ອງໃນປັດຈຸບັນ. VOV ຍັງແນະນຳໃຫ້ຜູ້ຟັງ ບັນດາວິທີສຳຜັດໃໝ່ ກັບບັນດາລາຍການເລົ່າເລື່ອງ ແລະ ຫຼາຍ ລາຍການອື່ນໆອີກ. ຍ້ອນແນວນັ້ນ ນັບແຕ່ເມື່ອສ້າງຕັ້ງຂຶ້ນ ເມື່ອເດືອນ ກັນຍາ ປີ 2020 ມາຮອດປັດຈຸບັນ ຊ່ອງ VOV Live - ເລົ່າເລື່ອງຂອງ VOV  ໄດ້ດຶງດູດຜູ້ຟັງເຂົ້າຕິດຕາມຢ່າງຫຼວງຫຼາຍ. ນາງ ຫງວຽນຄາທວາ ຜູ້ອຳນວຍການສູນໂຄສະນາ ແລະ ການບໍລິການ ສື່ສານຫຼາຍປະເພດໃຫ້ຮູ້ວ່າ:

     “ເມື່ອ VOV Live ເຂົ້າເຄື່ອນໄຫວໃນລະບົບ, ເລີ່ມຕົ້ນສຳຫຼວດ ແລະ ໄດ້ເຫັນວ່າ ລາຍການເລົ່າເລື່ອງຍາມເດິກມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ກ່ຽວກັບຜູ້ຟັງ ດັ່ງນັ້ນໄດ້ເລັ່ງໃສ່ປາຍແຫຼມ ເພື່ອລົງທຶນໃຫ້ແກ່ຊ່ອງນີ້, ນຳບັນດາບົດປະພັນຂຶ້ນສະເໜີ ພ້ອມທັງຕ້ອງໂຄສະນາບັນທິການ ແລ້ວກໍ່ນຳຂຶ້ນສູ່ລະບົບ ເພື່ອສຳຜັດກັບຜູ້ຟັງຜ່ານພື້ນຖານດີຈີຕອນ. ນອນຈາກຮັບຟັງລາຍການກະຈາຍສຽງຜ່ານເຄື່ອງວິທະຍຸແລ້ວ ຜູ້ຟັງຍັງສາມາດຮັບຟັງ ຕິດຕາມຜ່ານໂທລະສັບມືຖືອີກດ້ວຍ”.

     ນອກຈາກບັນດາລາຍການທີ່ລື້ງເຄີຍ ໄດ້ກາຍເປັນເຄື່ອງໝາຍຂອງ VOV  ຄື ຕາມກະແສສະຖານະການ; ປ່ອງຢ້ຽມຄວາມຮັກ; ເລົ່າເລື່ອງຍາມເດິກ; ສອນຮ້ອງລຳທຳເພງພື້ນເມືອງ; ວາລະສານດົນຕີໜຸ່ມ... ຊ່ອງ VOV Live ຍັງມີການລາຍຈີມທາງອອນລາຍ ຜ່ານລະບົບອິນເຕີເນັດໃນເວລາ 22 ໂມງຕອນຄ່ຳຢ່າງສະເໜີ. ມີຜູ້ຟັງຄົນໜຶ່ງຂອງຊ່ອງ VOV Live ເປີດເຜີຍວ່າ:

       “ຂ້າພະເຈົ້າເຫັນວ່າລາຍການນຳມາຊຶ່ງຜົນປະໂຫຍດທີ່ສຸດ. ຂ້າພະເຈົ້າສາມາດຮັບຟັງຜ່ານເຄື່ອງ ຣາດີໂອ, ແລະ ຮັບຟັງຜ່ານເຄື່ອງອື່ນໆອີກຫຼາຍປະເພດ”.

      ໃນສະພາບ ໂຄວິດ - 19 ພວມຜັນແປຢ່າງສັບສົນ, ຊ່ອງຢູທູບ VOV Live ໄດ້ເຊື່ອມຕໍ່ກັບທຸກໆຄົນ ເພື່ອມີຂໍ້ມູນຂ່າວສານທີ່ຈຳເປັນ ສາມາດເບິ່ງແຍງສຸຂະພາບໃຫ້ຕົນເອງ, ທັງເປັນການບັນເທີງຢ່ອນອາລົມ ໃນໄລຍະປະຕິບັດການແຍກຫ່າງສັງຄົມ, ພ້ອມກັນນັ້ນກໍ່ປະກອບສ່ວນເຂົ້າໃນການໂຄສະນາບັນດາລາຍການ ເລົ່າເລື່ອງຂອງພະແນກວັນນະຄະດີສິລະປະຂອງ VOV ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ