ຊາວເຜົ່າຂະມຸຕ້ອນຮັບບຸນເຕັດ

 ຊາວເຜົ່າຂະມຸຕ້ອນຮັບບຸນເຕັດ     - ảnh 1
ຄອບຄົວຊາວເຜົ່າຂະມຸເຊີນແຂກດືມເຫຼົ້າໄຫເມື່ອມາຫຼິ້ນເຮືອນ

  ສຳລັບ​ຊາວ​ເຜົ່າ​ຂະມຸ​ແລ້ວ, ບຸນ​ເຕັດ ໝາຍ​ເຖິງ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ​ແມ່ນ​​ບຸນໃຫຍ່ທີ່ 2 ໃນປີ, ພຽງຖັດຈາກບຸນເຂົ້າໃໝ່. ສະນັ້ນ, ທຸກສິ່ງທຸກຢ່າງໄດ້ ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ກ່ອນອື່ນໝົດຕ້ອງກະກຽມເຫຼົ້າໄຫ​ເພື່ອ​ເຊື້ອ​ເຊີນ​ແຂກ​ເມື່ອ​ມາ​ຫຼິ້ນ​ເຮືອນ. ​ໂດຍ​ທົ່ວ​ໄປ​ແລ້ວ, ​ແຕ່​ລະ​ຄອບຄົວ​ມີ​ເຫຼົ້າ​ໄຫ​ແຕ່ 3 ຫາ 4 ​ໄຫ ​ເພື່ອ​ເຊີນ​ແຂກ​ດື່ມ​ໃນ​ໂອກາດ​ບຸນ​ເຕັດ. ສິ່ງ​ທີ​່ຂາດ​ບໍ່​ໄດ້​ໃນ ບຸນ​ເຕັດຂອງ​ຊາວ​ເຜົ່າ​ຂະມຸ ​ແມ່ນ​ໄກ່ຜູ້. ຖ້າ​ຫາກ​ວ່າ ບຸນ​ເຕັດ​ບໍ່​ມີ​ໄກ່ຜູ້ ​ແມ່ນ​ບໍ່​ມີ​ຄວາມ​ໝາຍ​ເລີຍ. ​ເຖິງ​ວ່າ​ປະສົບ​ກັບ​ຄວາມທຸກ​ຍາກ​ຄື​ແນວ​​ໃດ​ກໍ​ຕາມ, ​ແຕ່​ທຸກໆ​ຄອບຄົວ​ຊົນ​ເຜົ່າ​ຂະມຸ​ ລ້ວນ​ແຕ່​ພະຍາຍາມ​ກະກຽມ​ເຄື່ອງ​ຂອງ​ເພື່ອ​ຕ້ອນຮັບບຸນ​ເຕັດ ດ້ວຍ​ຄວາມອົບ​ອຸ່ນ. ​ຕໍ່​ໄປ​ນີ້​ຂໍ​​ແນະນຳ​ບັນຍາກາດ​ຕ້ອນຮັບບຸນ​ເຕັດຂອງ​ ຊາວ​ເຜົ່າ​ຂະມຸ ສູ່​ທ່າ​ນຟັງ.

  ປະ​ເພນີ​ຕ້ອນຮັບບຸນ​ເຕັດ​ຂອງ ຊາວ​ເຜົ່າ​ຂະມຸຢູ່​ຕາ​ແສງ ​ເມື່ອ​ງຟັງ ​ແຂວງ​ດ້ຽນບຽນ ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ສີສັນ​ພິ​ເສດ.  ຕາມ​ປະ​ເພນີ​ແລ້ວ, ຄ່ຳ​ຄືນ​ວັນ​ທີ 30 ຂອງ​ບຸນ​ເຕັດ, ພາຍຫຼັງ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ທຸກໆຄອບຄົວ​ໃດ​ກໍ​ຂ້າ​ໄກ່​ຜູ້​ໂຕ​ໜຶ່ງ ​ເພື່ອ​ເບິ່ງ​ຕີນ​ໄກ່ ທຳນາຍ​ໂຊກ​ດີເຄາະ​ຮ້າຍ​ຂອງ​ປີ​ໃໝ່​. ບັນດາ​ຜູ້​ມີ​ອາຍຸ​ສູງ​ສຸດໃນຄອບຄົວຈະຮັບຜິດຊອບເລື່ອງເບິ່ງ​ຕີນ​ໄກ່ ດ້ວຍ ບັນດາຫຼັກການ​ທີ່​ມີ​ມາ​ແຕ່ດົນ​ນານ. ​ເບິ່ງ​ເພື່ອ​ພາວະນາ​ໃຫ້​ປີ​ໃໝ່​ມີ​ແຕ່​ຄວາມ ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພູສຸກ. ສ່ວນ​ເລືອດ​ຂອງ​ໄກ່ຜູ້​ທີ່​ຖະຫວາຍ​ບູຊາ​ບັນພະບຸລຸດ, ​ໄດ້​ໄດ້​ຮັບ​ຖື​ວ່າ ​ເປັນ​ຂອງ​ປະ​ເສີດ​ຕ້ອງ​ຮັກສາ​ໄວ້​ເປັນ​ຢ່າງ​ດີ. ​ໃນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່, ​ເຈົ້າ​ຂອງ​ເຮືອນ​ຈະ​ໃຊ້​ເລືອດ​ຂອງ​ໄກ່ຜູ້​ໂຕ​ນີ້​ເພື່ອ​ທາ​ໃສ່​ຂາ​ຂອງ​ຕົນ ​ເພື່ອ​ສະສາງລ້າງ​ຊວຍສິ່ງ​ທີ່​ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ເກ​ົ່າ ​ແລະ ພາວະນາ​ໃຫ້​ປີ​ໃໝ່,ທຸກໆ​ຄົນ​ໃນ​ຄອບຄົວ ປະສົບ​ແຕ່​ສິ່ງ​ທີ​ດີງາມ, ​ມີສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມສຸກ​ຄວາມ​ສົມ​ຫວັງ.       ປະ​ເພນີ​ອວຍພອນ​ກັນ​ໃນ​ບຸນ​ເຕັດ ຂອງ​ຊາວ​ເຜົ່າ​ຂະມຸ ກໍ​ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ. ​ໃນ​ຊຸມ​ວັນ​ບຸນ​ເຕັດ, ສຽງ​ຂັບລຳ​ທຳ​ເພງ​ຂອງ ຊາວ​ເຜົ່າ​ຂະມຸ​ໄດ້​ກັງວານ​ຂຶ້ນ​ໄປ​ທົ່ວ​ໝູ່​ບ້ານ. ບັນດາ​ບົດ​ເພງ, ຄຳ​ອວຍພອນ​ກັນ​ໃນ​ປີ​ໃໝ່ ຈົ່ງ​ມີ​ແຕ່​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ລະດູ​ການ​ໄດ້​ຮັບ​ຜົນ​ດີ. ສຽງ​ຂັບ​ກ້ຽວ​ລະຫວ່າງ​ບາ​ວສາວ ​ເບິ່ງ​ຄື​ວ່າ​ບໍ່​ມີ​ຍາມ​ຈະ​ສິ້ນ​ສຸດ, ​ເພາະວ່າ​ໃນ​ບັນຍາກາດ​ຂອງປີ​ໃໝ່, ​ໃຜໆ​ກໍ​ຢາກ​​ໄດ້ເວົ້າຫຼາຍ​ກ່ຽວກັບ​ສິ່ງ​ທີ່​ດີ​ທີ່​ງາມ​ໃຫ້​ແກ່​ກັນ. ທ່ານ ກວາງ​ວັນ​ມວນ ​ເລຂາ​ໜ່ວຍ​ພັກ​ບ້ານ​ແຕນ​ໃຫ້​ຮູ້​ວ່າ : ​ເຖິງ​ແມ່ນ​ວ່າ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ​ແຕ່​ຮອດ​ຍາມ​ບຸນ​ເຕັດ, ພໍ່​ແມ່​ພີ​ນ້ອງ​ມີ​ຄວາມ​ເບີ​ກບານ​ມ່ວນ​ຊື່ນ​ຫຼາຍ. ​ໃນ​ວັນບຸນ​ເຕັດ, ຊາວ​ເຜົ່າ​ຂະມຸກໍ​ມີ​ສິ່ງ​ຄະລຳ​ຫຼາຍ​ຢ່າງ ​ແລະ ​ເຂົາ​ເຈົ້າ​ເຄົາລົບ​ສິ່ງ​ເຫຼົ່າ​ນັ້ນ. ທ່ານ ກວາງ​ວັນ​ມວນ ໃຫ້ຮູ້ວ່າ:

   “ ວັນ​ທີ 30 ຂອງບຸນ​ເຕັດ, ທຸກໆ​ຄົນ​ກໍ່​ຢູ່​ເຮືອນ​​ໃຜ​ເຮືອນ​ລາວ ​ເພື່ອ​ຕ້ອນຮັບບຸນ​ເຕັດ. ຮອດ​ວັນ​ທີ 1 ພໍ່​ແມ່​ພີ​ນ້ອງເຜົ່າ​ຂະມຸ ກໍ​ຊັບຊ້ອນ​ເວລາ​ໄປ​ຢ້ຽມຢາມ​ຄອບຄົວ​ຕ່າງໆ. ຖ້າ​ຫາກ​ໄປ​ບໍ່​ໝົດ, ກໍ​ໄວ້​ມື້​ຕໍ່​ໄປ. ​ເຖິງ​ວ່າ​ເມື​່ອພົບ​ກັນ ​ແມ່ນ​ບໍ່​ມີ​ຫຍັງ, ​ແຕ່​ກໍ​ມ່ວນ​ຊື່ນ​ນຳ​ກັນ, ສາມັກຄີ​ກັນ. ນີ້​ກໍ່​ແມ່ນ​ໂອກາດ​ທຸກໆ​ຄົນ​ໄດ້ເຕົ້າ​ໂຮມ​ກັນ, ​ໂອ້​ລົມ ຂັບ​ຮ້ອງ​ນຳ​ກັນ​ຢ່າງ​ມ່ວນ​ຊື່ນ, ສ່ວນ​ຜູ້​ບາ​ວຜູ້​ສາວ​ກໍ່​ສະ​ແດງ​ຄວາມ​ຮັກ​ຕໍ່​ກັນ ”

  ວັນ​ທີ 1 ຂອງບຸນ​ເຕັດ, ບັນດາ​ຜູ້​ຄົນ​​ເປັນ​ພີ​ນ້ອງ​ກັນໃນ​ຄອບຄົວ ກໍ​ໄປ​ຢ້ຽມຢາມ​ກັນ. ພວກລູກ​ຫຼານ​ໄປ​ອວຍພອນພໍ່​ປູ​ແມ່​ຍາ, ພໍ່​ແມ່, ​ແລ້ວ​ກໍ່​ຮ່ວມ​ພາ​ເຂົ້າ​ບຸນ​ເຕັດ. ວັນ​ທີ 1ຂອງປີ​ໃໝ່ ​ແມ່ນ​ວັນ​ຂອງ​ຄອບຄົວ. ​ແຕ່​ວັນ​ທີ 2 ​ເປັນ​ຕົ້ນ​ໄປ, ກອງ​ສິລະ​ປະກອນ​ຂອງ​ໝູ່​ບ້ານ​ພ້ອມ​ກັບ​ພໍ່​ແມ່​ພີ​ນ້ອງ ​ໄປ​ຢ້ຽມຢາມອວຍພອນ​ປີ​ໃໝ່​ແຕ່​ລະ​ຄອບຄົວ​ເປັນ​ລ້ຳ​ດັບ. ​ໄປ​ຮອດ​ເຮືອນ​ຫຼັງ​ໃດ, ກໍ​ລ້ວນ​ແຕ່​ຂັບ​ຮ້ອງ​ເພື່ອ​ອວຍພອນ​ປີ​ໃໝ່. ນາງ​ ຫຼູ່ທິ​ເນັນ ເວົ້ວວ່າ:

    “ ຄວາມ​ອິດ​ເມື່ອຍ​ທຸກຢ່າງ​ໃນ​ມື້​ທຳ​ມະ​ດາ ​ເບິ່ງ​ຄື​ວ່າ​ໄດ້​ຫາຍ​ໄປ​ແລ້ວ. ທຸກໆ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ, ຂັບ​ລຳ​ທຳ​ເພງ ມ່ວນ​ຫຼາຍ. ຮອດ​ວັນ​ບຸນ​ເຕັດ, ຂັບ​ຮ້ອງ​ຫຼາຍ, ​ແຕ່​ບໍ່​ຮູ້ສຶກ​ເມື່ອຍ​ເລີຍ. ຂັບ​ຮ້ອງ​ເພື່ອ​ຄວາມ​ຜາ​ສຸກ, ​ເພື່ອ​ສາມັກຄີ​ກັນ ​ແລະ ຂັບ​ຮ້ອງ​ພຽງ​ແຕ່​ບົດ​ເພງ​ທີ່​ມ່ວນໆ​ເທົ່າ​ນັ້ນ. ”

   ນາງ​ ເລື່ອງ​ທິ​ເຝື້ອ​ງ ​ເຈົ້າ​ຂອງ​ເຮືອນ ຫາ​ກໍ​ໄດ້​ຮັບ​ຟັງ​ບັນດາ​ບົດ​ເພງ​ອວຍພອນ ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວບ້ານ ​ໃຫ້​ຮູ້​ດ້ວຍ​ຄວາມ​ເບີກບານ​ໃຈ​ວ່າ : ປະ​ເພນີ​ຂອງ​ຊາວ​ເຜົ່າ​ຂະມຸ​ແມ່ນ​ຄື​ຈັ່ງ​ຊັ້ນ. ​ໃນ​ຈຸດ​ເວລານີ້, ທຸກໆ​ຄົນ​ຄື​ພວມເຊື່ອມ​ຕົວ​ເຂົ້າ​ກັບ​ທຳນອງ​ດົນຕີດ້ວຍ​ຄວາມ​​ເມົາ​ມົວຈົນລື່ມວັນ​ເວລາ. ນາງ​ ເລື່ອງ​ທິ​ເຝື້ອ​ງ ເວົ້າວ່າ:

   “ ຄວາມ​ມ່ວນ​ຊື່ນ​ຂອງ​ເຈົ້າ​ຂອງ​ເຮືອນ ​ແມ່ນ​ໄດ້​ຮັບ​ບັນດາ​ຄຳ​ອວຍພອນ​ດ້ວຍ​ສຽງ​ຂັບ​ລຳ​ທຳ​ເພງ​ຂອງ​ພີ​ນ້ອງ​ຊາວບ້ານ. ສຽງ​ຂັບ​ຮ້ອງ​ເຫຼົ່າ​ນັ້ນ, ກໍ​ກາຍ​ເປັນ​ກຳລັງ​ຊຸກຍູ້ ​ເພື່ອ​ໃຫ້​ປະຊາຊົນ​ຢູ່​ແຫ່ງ​ນີ້​ມີ​ຄວາມ​ເບີກບານ​ໃຈ, ສືບ​ຕໍ່​ອອກ​ແຮງ​ງານ​ຢ່າງ​ຫ້າວຫັນ​ໃນ​ປີ​ໃໝ່. ດື່ມ​ພຽງ​ແຕ່​ເຫຼົ້າ​ເທົ່າ​ນັ້ນ, ​ແຕ່​ໃຜໆ​ກໍ​ຮູ້ສຶກ​ດີ​ໃຈ​ຫຼາຍ ”

   ຄວາມ​ມ່ວນ​ຊື່ນ​ນີ້​ໄດ້​ມາສູ່​ທຸກໆ​ຄົນ​ໃນ​ໝູ່​ບ້ານ. ມື້​ນີ້​ຍັງ​ບໍ່​ທັນ​ສິ້ນ​ສຸດ, ກໍ​ໄວ້​ຮອດ​ມື້​ອື່ນ​ເພື່ອ​ສືບ​ຕໍ່​ຂັບ​ຮ້ອງ, ອວຍພອນ​ປີ​ໃໝ່​ໃຫ້​ກັນ. ​ເມື່ອ​ສຽງ​ຂັບ​ຮ້ອງ​ກັງວານ​ຂຶ້ນ​ຢູ່​ເຮືອນ​ຫຼັງ​ສຸດ​ທ້າຍ​ຂອງ​ບ້ານ, ກໍ​ແມ່ນ​ຈຸດ​ເວລາທີ່​ຄຳ​ລົງ​ມາ. ນາງ​ ເລື່ອງ​ທິໜູນ​ ບອກ​ວ່າ ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ສະ​ເພາະ​ແຕ່​ເລື່ອງ​ໄປ​ອວຍພອນ​ປີ​ໃໝ່​ທຸກໆ​ຄອບຄົວ​ໃນ​ບ້ານ ກໍ​ຕ້ອງ​​ໃຊ້​ເວລາ 2 ວັນ . ນາງ​ ເລື່ອງ​ທິໜູນເວົ້າວ່າ:

   “ ພວກ​ຂ້າພະ​ເຈົ້າ​ຂັບ​ຮ້ອງ ​ຕະຫຼອດ 2 ວັນ​ແລ້ວ, ​ເຈັບຄໍ​ຫຼາຍ ​ແຕ່​ບໍ່​ມີ​ໃຜ​ຢາກ​ເລີກລາ. ທຸກໆ​ຄົນ​, ມື້​ໃດ​ກໍໄດ້​ພົບ​ກັນ​, ​ແຕ່​ເມື​່ອພົບ​ກັນ​ໃນ​ຕົ້ນ​ປີ​ໃໝ່ ​ເຫັນ​ວ່າ ​ບັນ ຍາກາດ​ແຕກ​ຕ່າງ​ກັນ​ຫຼາຍ, ມີ​ຄວາມ​ອົບ​ອຸ່ນ ​ແລະ ​ເຕັ​ມໃປດ້ວຍຄວາມ​ຮັກ​ແພງ ”

    ​ເມື່ອ​ການ​ໄປ​ອວຍພອນ​ປີ​ໃໝ່​​ກັນ​ສຳ​ເລັດ​ແລ້ວ, ຊຸມ​ມື້​ທີ່​ຍັງ​ເຫຼືອ ​ແມ່ນ​ການຈັດ​ບຸນ​ຂອງ​ທັງ​ບ້ານ. ທຸກໆ​ຄົນ​ໃນ​ໝູ່​ບ້ານ​ໄດ້​ພາກັນ​ມາ​ເຕົ້າ​ໂຮມ​ຢູ່​​ເນື້ອ​ທີ​ດິນ​ກ້ວາງ ຕອນໜຶ່ງ ​ເພື່ອ​ພ້ອມ​ກັນ​ດື່ມ​ເຫຼົ້າ, ຟ້ອນ​ລຳ​ທຳ​ເພງ ອວຍພອນ​ປີ​ໃໝ່.

    ສຽງ​ກອງ, ສຽງ​ຄ້ອງ​ປະສານ​ກັບສຽງ​ຂັບ​ຮ້ອງໄດ້​ກັງ​ວານ​ໄປ​ທົ່ວ​ເຂດ ​ໃນ​ທ່າມກາງ​ຄວາມ​ເບີກບານ​ມ່ວນ​ຊື່ນ ຂອງ​ຊາວບ້ານ. ​ໃນ​ຊຸດ​ອາພອນ​ປະຈຳ​ເຜົ່າ​ດ້ວຍ​ສີສັນ​ຫຼາກ​ຫຼາຍ, ບັນດາ​ນາງ​ສາວ​ພວມ​ຟ້ອນ ​ແລະ ​ປິ່ນ​ໂຕຕາມ​ຈັ່ງ​ຫວະ​ຂອງ​ດົນຕີ ຊຶ່ງ​ເປັນ​ສັນຍາ​ລັກ​ບົ່ງ​ບອກ​ເຖິງ​ພະລັງ​ຊີວິດ​ທີ່​ເຂັ້ມ​ແຂງ​ຂອງ​ນາງ​ສາວ​ເຂດ​ພູດ​ອຍ.

  ການ​ຂັບ​ຮ້ອງ, ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ, ການ​ລະ​ຫຼິ້ນຕ່າງໆ ຄື​ດັ່ງ​ເພີ່ມ​ພະລັງ​ແຮງ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ກະກຽມກ້າວ​ເຂົ້າ​ສູ່​ລະດູ​ການ​ຜະລິດ​ໃໝ່. ການ​ລະ​ຫຼິ້ນ​ມ່ວນ​ຊື່ນ​​ໃນ​ຕົ້ນ​ປີ​ໃໝ່ຂອງ​ຊາວ​ເຜົ່າ​ຂະມຸ ຖືກ​ແກ່ຍາວ​ຈົນ​ຮອດ​ວັນ​ເພັງ​ເດືອນ​ຈຽງ ​ໂດຍ​ໄລ່​ຕາມ​ຈັນທະ​ປະຕິທິນ, ​ໃນ​ວັນ​ນີ້, ບັນດາ​ຄອບຄົວ​ໃນ​ບ້ານ ລ້ວນ​ແຕ່ຈັດພິທີ​ ສົ່ງ​ບັນພະບຸລຸດ ປູ​ຍ່າ​ຕາ​ຍາຍ ຜູ້​ທີ່​ໄດ້ລ່ວງ​ລັບ​ໄປ​ແລ້ວ ກັບ​ເມືອ. ​ແລະ ນັບ​ຕັ້ງ​ແຕ່​ມື້​ຕໍ່​ໄປ, ທຸກໆ​ຄົນ​ກໍ​ເລີ່​ມຕົ້ນ​ວຽກ​ງານ​ປະຈຳ​ວັນ ດ້ວຍ​ຄວາມ​ຫວັງ ​ໃນປີ​ໃໝ່ ລະດູ​ການ​ຜະລິດ​ຈະ​ໄດ້​ຮັບ​ຜົນ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ