ຊາວເຜົ່າເກີຕູຮຽນວິຊາຊີບເຮັດທ່ອງທ່ຽວ

ຈາກ​ຂົວ ເບັ້ນ​ຢັງ ບົນ​ເສັ້ນ​ທາງ​ໂຮ່​ຈິ​ມິນ ເດີນ​ມຸ່ງ​ໜ້າ​ສູ່​ດ່ານ​ຊາຍ​ແດນ ນາມ​ຢາງ - ດັກ​ຕາ​ອອກ ປະ​ມານ 15 ກີໂລ​ແມດ ກໍ​ຈະ​ຮອດ​ຕາ​ແສງ ຕາ ບ​ຮິງ, ເມືອງ ນາມ​ຢາງ, ແຂ​ວງ ກວາງ​ນາມ. ຢູ່​ແຫ່ງນີ້, ມີ​ບັນ​ດາ​​ຫມູ່​ບ້ານ​ຊາວ​ເກີ​ຕູ​ດ້ວຍ​ບັນ​ດາ​ສາ​ລາ​ບ້ານ, ຂົວ​ອູ່​ແຫ່ງ​ຕ່າງໆ​ຕັ້ງ​ຂ້າມ​ແມ່​ນ້ຳ​ງາມ​ດັ່ງ​ໃນ​ຝັນ ພ້ອມ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື່​ຊື່​ເຊັ່ນ : ນ້ຳ​ຕົກ​ຕາດ ກ​ຣັງ, ໝູ່​ບ້ານ​ຕ່ຳ​ແຜ່ນແພ​ພື້ນ​ເມືອງ ຢາ​ຣາ, ເຂດ​ອະ​ນຸ​ລັກຮັກ​ສາທຳ​ມະ​ຊາດ ແມ່​ນ້ຳ​ແທງ…ໂດຍ​ມີ​ການ​ຊ່ວຍ​ໜູນ​ຈາກ “ໂຄງ​ການ​ທ່ອງ​ທ່ຽວ​ອີງ​ໃສ່​ເຂດ​ຊຸມ​ຊົນ” ໂດຍ​ອົງ​ການ​ຊ່ວຍ​ບັນ​ເທົາ​ທຸກ ແລະ ພັດ​ທະ​ນາ​ສາ​ກົນ​ຂອງ​ຍີ​ປຸ່ນ​ປະ​ຕິ​ບັດ, ຊາວ​ເຜົ່າ​ເກີ​ຕູຢູ່​ຕາ​ແສງ ຕາ ບ​ຮິງ​ພວມ​ຮຽນ​ວິ​ທິ​ປະ​ກອບ​ອາ​ຊີບ​ເຮັດ​ທ່ອງ​ທ່ຽວ. 

ຊາວເຜົ່າເກີຕູຮຽນວິຊາຊີບເຮັດທ່ອງທ່ຽວ - ảnh 1
ວາດ​ຟ້ອນ​ຂອງ​ແມ່​ຍິງ​ຊາວ​ເຜົ່າ​ເກີ​ຕູ

   ແຂກ​ທ່ອງ​ທ່ຽວ​ຊາວ​ຍີ​ປຸ່ນກວ່າ 30 ຄົນ​ຂີ່​ລົດ​ຕູ້ 2 ຄັນ​ໄດ້​ມາ​ຮອດ​ເບັ້ນ​ຢັງ. ໃນ​ທັນ​ທີ່, ຜູ້​ນຳ​ທ່ຽວ​ເກືອບ 10 ຄົນ​ຊຶ່ງ​ແມ່ນ​ບັນ​ດາ​ນາງ​ສາວ, ອ້າຍ​ບ່າວ ນຸ່ງ​ຊຸດ​ອາ​ພອນຊາວ​ເຜົ່າ​ເກີ​ຕູ​ດ້ວຍ​ໃບ​ໜ້າຍິ້ມ​ແຍ້​ມ​ແຈ່ມ​ໃສ ໄດ້​ມາ​ຕ້ອ​ນ​ຮັບ. ເບີ​ຣິວ ເທືອງ - ຫົວ​ໜ້າ​ໜ່ວຍ​ປະ​ສານ​ງານ​ທ່ອງທ່ຽວ​ເຂດ​ຊຸມ​ຊົນ ໄດ້​ແນະ​ນຳ​ກັບແຂກ​ທ່ອງ​ທ່ຽວກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ອິດ ແມ່ນ​ເສັ້ນ​ທາງ​ໂຮ່​ຈິ​ມິນ.

      ​ເສັ້ນ​ທາງ​ໂຮ່​ຈິ​ມິນເມື່ອ​ກ່ອນນີ້, ຖືກວາດ​ພາບຢ່າງ​ເຕັມສ່ວນ​ດ້ວຍ​ຄ້າຍ​ທະ​ຫານ, ສຸກ​ສາ​ລາ, ສະ​ຖາ​ນີ​ຕິດ​ຕໍ່​ສື່​ສານ, ຈຸດ​ພັກ​ຜ່ອນ​ຂອງ​ທະ​ຫານ​​ບົນ​ໄລ​ຍະ​ທາງ​ເຄື່ອນ​ທັບ, ບັນ​ດາ​ເຮືອນຕູບ​ມຸງ​ຫຍ້າ, ອູ່, ຜ້າ​​ປົກ, ຂຸມ​ລີ້​ໄພ ພ້ອມ​ກັບ​ທາງ​ດິນ​​ຄົດ​ງໍເຕັມ​ໄປ​ດ້ວຍຂີ້​ຝຸ່ນ​ໃນ​ທ່າ​ມກາງເຂດ​ພູ​ຜາ​ປ່າ​ໄມ້ ອັນ​ໄດ້​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ຕົກ​ສະ​ເງີ້. ນັກ​ຈິດ​ຕະ​ກອນ Tasuma Kanna ເມົາ​ມົວ​ແຕ້ມ​ບັນ​ດາ​ລ​ົດ​ບັນ​ທຸກ​​ດ້ວຍ​ຮອຍ​ລູກ​ປືນ​ຢູ່ຫຼາຍ​ບ່ອນຂອງ​ທະ​ຫານ​ລຸງ​ໂຮ່​ເມື່ອ​ກ່ອນນີ້. ສ່ວນ​ທ່ານ Matsu Moto Gienme ຊຶ່ງ​ແມ່ນ​ຜູ້​ເຄີຍ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງ​ໜ້າ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ທຳ​ສົງ​ຄາມ​ທີ່​ເປັນ​ທຳ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ເມື່ອ​ຢືນ​ຊົມ​ຮູບ​ພາບ​ທີ​່​ວາດພາບ​ຄືນເຂດ​ປ່າ​ຕ່າງໆ​ຖືກ​ທຳ​ລາຍ​ຍ້ອນ​ສານ​ພິດ​ສ​ີ​ສົ້ມ​ດີ​ໂອ​ຊິນ. ທ່ານ Matsu Moto Gienme ໄດ້ຫຼັ່ງ​ນ້ຳ​ຕາ ແລະ ເວົ້າ​ວ່າ :

    “ ສົງ​ຄາມ​ແມ່ນ​ການ​ກະ​ທຳ​ທີ່​ອະ​ທຳ. ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ຊາວ​ຫວຽດ​ນາມ ແລະ ເມື່ອ​ມານີ້, ຂ້າ​ພະ​ເຈົ້າ​ຍິ່ງ​ເຄົາ​ລົບ​ນັບ​ຖື​ນ້ຳ​ໃຈ, ເຈດ​ຈຳ​ນົງ​ຂອງ​ທັງ​ຊາດ​ໜຶ່ງ. ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ຕົກ​ຄ້າງ​ຈາກ​ສົງ​ຄາມນັ້ນ, ພວ​ດ​ເຮົາ​ຈຶ່ງ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ຮັກ​ຫອມ​ສັນ​ຕິ​ພາບ​ຂອງ​ຊາວ​ຫວຽດ​ນາມ​ຄື​ແນວ​ໃດ  ”

    ແຂກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ມາ​ທັດ​ສະ​ນ​ະ​ສຶກ​ສາ, ຄົ້ນ​ຫາ​ຕົວ​ຈິງ​ຜ່ານບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ່​ຄື : ຮັບ​ຊົມ​ລາຍ​ການ​ຟ້ອນ ຕຸງ​ຕຸງ​ຢາ​ຢາ, ນຸງ​ຊຸດ​ອາ​ພອນ ຊາວ​ເຜົ່າ​ເກີ​ຕູ ແລະ ຖ່າຍ​ຮູບ​ຮ່ວມ​ກັບ​ຊາວ​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ນ້ຳ​ຕົກ​ຕາດ ກ​ຣັງ, ໄດ້​ຄົ້ນ​ຫາ ແລະ ຊອກ​ຮູ້​ອາ​ຊີບ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ, ໄດ້​ພົບ​ປະ​ແລກ​ປ່ຽນ​ກັບ​ຊາວເຜົ່າ​ເກີ​ຕູໃນ​ວັນ​ບຸນ​ອີກ​ດ້ວຍ.                                    

    ນາງ Yasaka Otsuky ແມ່ນ​ຄົນ​ມັກ​ມ່ວນ, ນາງ​ສາ​ມາດ​ຮຽນ​ວິ​ທີ​ປິ້ງ​ຊີ້ນ ແລະ ວິ​ທີ​ປຸງ​ແຕ່ງ​ເຍື​ອງ​ອາ​ຫານ ເຢີ​ຣ້າ​ ໄດ້​ຢ່າງວ່ອງ​ໄວ ກໍ​ຄື​ໄດ້​ລົງ​ມື​ຕ່ຳ​ຫູກ​ຕົວ​ຈິງ. ໃນ​ລາຍ​ການ​ຟ້ອນ​ຕຸງ​ຕຸງ, ນາງ Yasaka Otsuky ໄດ້​ນຸງ​ສິ້ນຕາ​ມ​ປະ​ເພນ​ີ​ຂອງ​ແມ່​ຍິງ​ ຊາວ​ເຜົ່າ​ເກີ​ຕູ ແລະ ເຂົ້າ​ຮ່ວມ​ວາດຟ້ອນ​ຢ່າງສຸດ​ໃຈ. ນາງ Yasaka Otsuky ເວົ້າ​ວ່າ :

    “ ບັນ​ດາ​ເຍືອງ​ອາ​ຫານ​ຢູ່​ທີ່ນີ້ ສ່ວນຫຼາຍ​ຖືກ​ປຸງ​ແຕ່ງ​ຈາກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ປ່າ​ໄມ້​ຄື : ຊີ້ນ​ໝູ​ປ່າ, ຜັກ, ໝາກ​ໄມ້​ທີ່​ເກັບ​ກູ້​ໃນ​ປ່າ. ຊຸດ​ອາ​ພອນ​ຂອງ​ແມ່​ຍິງ ຊາວ​ເຜົ່າ​ເກີ​ຕູ​ແມ່ນ​ງາມ​ອີຫຼີ. ໂດຍ​ຕັດ​ຫຍິບ​ດ້ວຍ​ແຜ່ນ​ແພ​ພື້ນ​ເມ​ືອງ, ແຕ່​ມັນ​ມີ​ຄວາມ​ແຕກ​ຕ່າງ​ກັບ​ທຸກ​ແຫ່ງ​ອື່ນໆ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢາມ​ຢູ່​ຫວຽດ​ນາມ, ມັນ​ຖືກ​ຕິດ​ດ້ວຍບັນດາ​ໝາກ​ຕຸ້ມນ້ອຍໆ​ຢ່າງ​ລະ​ອຽດ​ອ່ອນ, ອັນ​ໄດ້​ສ້າງ​ເປັນ​ລວດ​ລາຍ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ສ່ວນ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ ຊາວ​ເຜົ່າ​ເກີ​ຕູນັ້ນ ແມ່ນ​ມີ​ຄວາມ​ອ່ອນ​ຊ້ອຍ ປະ​ສານ​ສົມ​ທົບກັບຄວາມ​ແຮງ​ກ້າ​ຂອງ​ບັນ​ດາ​ອ້າຍ​ບ່​າວ ”

    ບໍ່​ເຊັ່ນ​ດຽວ​ກັນ​ກັບ​ບັນ​ດາ​ໂຄງ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ຊຶ່ງໄດ້ປະ​ຕິ​ບັດ​ກ່ອນນີ້, ໂຄງ​ການ​ທ່ອງ​ທ່ຽວ​ອີງ​ໃສ່​ເຂດ​ຊຸມ​ຊົນ ໂດຍ​ອົງ​ການ​ຊ່ວຍ​ບັນ​ເທົາ​ທຸກ ແລະ ພັດ​ທະ​ນາ​ສາ​ກົນ​ຂອງ​ຍີ​ປຸ່ນ​ ສົມ​ທົບ​ກັບ​ເມືອງ​ນາມ​ຢາງ ຈັດ​ຕັ້ງ ໄດ້​ເລັ່ງ​ໃສ່​ເປົ້າ​ໝາຍ​ຕົ້ນ​ຕໍແມ່ນເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ​ຂອງວົງ​ຄະ​ນະ​ຍາດ​ກັບ​ການ​ເຊື່ອມ​ຈອດຫຼາຍ​ພາກ​ສ່ວນ​ເຂົ້າ​ຮ່ວມ. ເພື່ອ​ຮັບ​ໃຊ້​ການ​ສົ່ງແຂກ, ທາງ​ໂຄງ​ການ​ໄດ້​ສ້າງຕັ້ງ​ລະ​ບົບ​ບໍ​ລິ​ຫານ​ລາຍ​ການ​ທ່ອງ​ທ່ຽວ​ຢູ່ ​ຕາ​ແສງ ຕາ ບ​ຮິງ ດ້ວຍ​ບັນ​ດາ​ສະ​ມາ​ຊິກ​ແມ່ນ ຊາວ​ເຜົ່າ​ເກີ​ຕູ ແລະ ສ້າງ​ຕັ້ງ 15 ກຸ່ມ​ຮັບ​ໃຊ້​ວຽກ​ງານ​ຄື : ຟ້ອນ​ພື້ນ​ເມືອງ, ປຸງ​ແຕ່ງ​ອາ​ຫານ, ຕ່ຳ​ແຜ່ນ, ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ, ຮັກ​ສາ​ຄ​ວາມ​ປອດ​ໄພ, ນຳ​ທ່ຽວ…..ແຕ່​ລະ​ກຸ່ມ​ຕ່າງ​ກໍ​ມີ​ແຜນ​ການ​ເຄື່ອນ​ໄຫວ​ສະ​ເພາະ​ຂອງ​ໃຜ​ຂອງ​ລາວ. ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ບໍ​ລິ​ຫານ​ລາຍ​ການ​ທ່ອງ​ທ່ຽວ​ມີ​ໜ້າ​ທີ່ປະ​ສານ​ງານ​ບັນ​ດາ​ກຸ່ມ​ພ້ອມ​ກັນ​ຮ່ວມ​ມື​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ